bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 22
Acts 22
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 23 →
1
“ອ້າຍ ແລະ ພໍ່ທັງຫລາຍເອີຍ, ບັດນີ້ຂໍໃຫ້ຟັງຄຳໃຫ້ການຂອງຂ້າພະເຈົ້າດ້ວຍ”.
2
ເມື່ອປະຊາຊົນໄດ້ຍິນເພິ່ນກ່າວເປັນພາສາອາຣາມິກ, ພວກເຂົາກໍງຽບລົງກວ່າເກົ່າ. ແລ້ວໂປໂລຈຶ່ງກ່າວວ່າ,
3
“ຂ້າພະເຈົ້າເປັນຄົນຢິວ ເກີດທີ່ເມືອງຕາໂຊໃນແຂວງກີລີເກຍແຕ່ເຕີບໃຫຍ່ຂຶ້ນຢູ່ໃນເມືອງນີ້. ຂ້າພະເຈົ້າເປັນລູກສິດຂອງອາຈານຄາມາລິເອັນ ໄດ້ຮັບການອົບຮົມຢ່າງຄົບຖ້ວນໃນກົດບັນຍັດຂອງບັນພະບຸລຸດຂອງພວກເຮົາ. ຂ້າພະເຈົ້າມີໃຈກະຕືລືລົ້ນເພື່ອພຣະເຈົ້າເໝືອນດັ່ງທ່ານທັງຫລາຍໃນວັນນີ້.
4
ຂ້າພະເຈົ້າໄດ້ຂົ່ມເຫັງບັນດາຜູ້ຕິດຕາມ ‘ທາງນັ້ນ’ ຈົນພວກເຂົາເສຍຊີວິດ, ໄດ້ຈັບກຸມທັງຜູ້ຊາຍ ແລະ ແມ່ຍິງ ແລ້ວໂຍນພວກເຂົາເຂົ້າຄຸກ,
5
ມະຫາປະໂລຫິດ ແລະ ສະມາຊິກສະພາທຸກຄົນສາມາດເປັນພະຍານໄດ້. ຂ້າພະເຈົ້າກໍໄດ້ຮັບຈົດໝາຍຈາກພວກເພິ່ນໄປເຖິງພວກພີ່ນ້ອງຂອງພວກເຂົາໃນເມືອງດາມັສກັດ, ແລ້ວເດີນທາງໄປທີ່ນັ້ນເພື່ອຈັບຄົນເຫລົ່ານີ້ໄປເປັນນັກໂທດ ແລະ ນຳໄປເຢຣູຊາເລັມເພື່ອລົງໂທດ.
6
“ປະມານຕອນທ່ຽງ ໃນຂະນະທີ່ຂ້າພະເຈົ້າມາໃກ້ຈະເຖິງເມືອງດາມັສກັດ, ໃນທັນໃດນັ້ນ ກໍມີແສງສະຫວ່າງກ້າຈາກສະຫວັນສ່ອງລົງມາອ້ອມຂ້າພະເຈົ້າ.
7
ຂ້າພະເຈົ້າລົ້ມລົງທີ່ພື້ນ ແລະ ໄດ້ຍິນສຽງໜຶ່ງກ່າວຕໍ່ຂ້າພະເຈົ້າວ່າ, ‘ໂຊໂລ! ໂຊໂລເອີຍ! ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?’
8
“ຂ້າພະເຈົ້າຈຶ່ງຖາມວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງເປັນຜູ້ໃດ?’ “ພຣະອົງຕອບວ່າ, ‘ເຮົາແມ່ນເຢຊູຊາວນາຊາເຣັດຜູ້ທີ່ເຈົ້າກຳລັງຂົ່ມເຫັງ’.
9
ບັນດາຄົນທີ່ໄປກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ ແຕ່ບໍ່ເຂົ້າໃຈສຽງຂອງພຣະອົງຜູ້ທີ່ກ່າວກັບຂ້າພະເຈົ້າ.
10
“ຂ້າພະເຈົ້າຖາມວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຈະຕ້ອງເຮັດແນວໃດ?’ “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ຈົ່ງລຸກຂຶ້ນ ເຂົ້າໄປໃນເມືອງດາມັສກັດ, ຢູ່ທີ່ນັ້ນຈະມີຄົນບອກເຖິງສິ່ງທັງໝົດທີ່ໄດ້ກຳນົດໃຫ້ເຈົ້າເຮັດ’.
11
ຄົນທີ່ໄປກັບຂ້າພະເຈົ້າໄດ້ຈູງມືຂ້າພະເຈົ້າແລ້ວພາເຂົ້າໄປເມືອງດາມັສກັດ ເພາະແສງກ້ານັ້ນເຮັດໃຫ້ຂ້າພະເຈົ້າຕາບອດ.
12
“ມີຊາຍຄົນໜຶ່ງຊື່ອານາເນຍມາຫາຂ້າພະເຈົ້າ, ເພິ່ນເປັນຄົນເຄັ່ງຄັດໃນກົດບັນຍັດ ແລະ ເປັນທີ່ນັບຖືຂອງຊາວຢິວທັງຫລາຍທີ່ນັ້ນຫລາຍ.
13
ເພິ່ນໄດ້ຢືນຢູ່ທາງຂ້າງຂ້າພະເຈົ້າ ແລະ ເວົ້າວ່າ, ‘ອ້າຍໂຊໂລ ຈົ່ງເຫັນຮຸ່ງອີກສາ!’ ວິນາທີນັ້ນ ຂ້າພະເຈົ້າກໍສາມາດເບິ່ງເຫັນເພິ່ນໄດ້.
14
“ແລ້ວເພິ່ນຈຶ່ງເວົ້າວ່າ, ‘ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາໄດ້ເລືອກເຈົ້າເພື່ອໃຫ້ຮູ້ຄວາມປະສົງຂອງພຣະອົງ ແລະ ໃຫ້ໄດ້ເຫັນອົງຜູ້ຊອບທຳ ແລະ ໃຫ້ໄດ້ຍິນຖ້ອຍຄຳຈາກປາກຂອງພຣະອົງ.
15
ເຈົ້າຈະເປັນພະຍານຂອງພຣະອົງກັບຄົນທັງຫລາຍເຖິງສິ່ງທີ່ເຈົ້າໄດ້ເຫັນ ແລະ ໄດ້ຍິນ,
16
ແລະ ບັດນີ້ ເຈົ້າຊັກຊ້າຢູ່ເຮັດຫຍັງ? ຈົ່ງລຸກຂຶ້ນຮັບບັບຕິສະມາ ແລະ ຊຳລະລ້າງບາບທັງຫລາຍຂອງເຈົ້າ ໂດຍຮ້ອງອອກນາມຂອງພຣະອົງ’.
17
“ເມື່ອຂ້າພະເຈົ້າກັບຄືນມາທີ່ເຢຣູຊາເລັມ ໃນຂະນະທີ່ກຳລັງອະທິຖານຢູ່ໃນວິຫານນັ້ນ, ຂ້າພະເຈົ້າກໍລືມຄີງໄປ
18
ແລະ ໄດ້ເຫັນອົງພຣະຜູ້ເປັນເຈົ້າກ່າວແກ່ຂ້າພະເຈົ້າວ່າ, ‘ໄວໆ! ຈົ່ງຮີບອອກໄປຈາກເຢຣູຊາເລັມດຽວນີ້ ເພາະຄົນຢູ່ທີ່ນີ້ຈະບໍ່ຍອມຮັບຄຳພະຍານຂອງເຈົ້າທີ່ກ່ຽວກັບເຮົາ’.
19
“ຂ້າພະເຈົ້າຕອບວ່າ, ‘ອົງພຣະຜູ້ເປັນເຈົ້າ ຄົນເຫລົ່ານີ້ຮູ້ດີວ່າຂ້ານ້ອຍເຄີຍໄປທີ່ທຳມະສາລາຕ່າງໆເພື່ອຈັບກຸມ ແລະ ຂ້ຽນຕີບັນດາຜູ້ທີ່ເຊື່ອໃນພຣະອົງ.
20
ແລະ ເມື່ອເລືອດຂອງຊະເຕຟາໂນຜູ້ທີ່ສະຫລະຊີວິດເພື່ອຄວາມເຊື່ອ ຫລັ່ງອອກມາ ຂ້ານ້ອຍກໍຢືນຢູ່ທີ່ນັ້ນເຫັນດີນຳ ແລະ ເຝົ້າເຄື່ອງນຸ່ງໃຫ້ຄົນທີ່ຂ້າຊະເຕຟາໂນ’.
21
“ແລ້ວອົງພຣະຜູ້ເປັນເຈົ້າຈຶ່ງກ່າວກັບຂ້າພະເຈົ້າວ່າ, ‘ຈົ່ງໄປສາ ເຮົາຈະສົ່ງເຈົ້າໄປໄກ, ໄປຫາຄົນຕ່າງຊາດ’”.
22
ປະຊາຊົນໄດ້ຟັງໂປໂລກ່າວມາເຖິງຕອນນີ້ ກໍຮ້ອງຂຶ້ນດ້ວຍສຽງດັງວ່າ, “ກຳຈັດລາວຈາກແຜ່ນດິນ! ລາວບໍ່ສົມຄວນມີຊີວິດຢູ່!”
23
ຂະນະທີ່ພວກເຂົາກຳລັງຮ້ອງສຽງດັງພ້ອມທັງແກ້ເສື້ອຄຸມອອກ ແລະ ຊັດຂີ້ຝຸ່ນຂຶ້ນໄປໃນອາກາດ,
24
ນາຍພັນກໍສັ່ງໃຫ້ນຳໂປໂລເຂົ້າໄປໃນຄ້າຍທະຫານ, ລາວສັ່ງໃຫ້ຂ້ຽນຕີໂປໂລ ແລະ ສືບສວນຫາສາເຫດທີ່ເຮັດໃຫ້ປະຊາຊົນຮ້ອງສຽງດັງໃສ່ໂປໂລຢ່າງນີ້.
25
ເມື່ອພວກເຂົາຈັບໂປໂລມັດຄຶງໄວ້ເພື່ອຈະຂ້ຽນຕີ ໂປໂລຈຶ່ງເວົ້າຕໍ່ນາຍຮ້ອຍທີ່ຢືນຢູ່ໃນທີ່ນັ້ນວ່າ, “ການຂ້ຽນຕີພົນລະເມືອງໂຣມທີ່ຍັງບໍ່ທັນໄດ້ຖືກຕັດສິນວ່າມີຄວາມຜິດແມ່ນຖືກຕ້ອງຕາມກົດໝາຍບໍ?”
26
ເມື່ອນາຍຮ້ອຍໄດ້ຍິນຢ່າງນັ້ນກໍໄປຫານາຍພັນ ແລະ ລາຍງານ. ນາຍຮ້ອຍຖາມວ່າ, “ທ່ານຈະເຮັດແນວໃດ? ຊາຍຜູ້ນີ້ເປັນພົນລະເມືອງໂຣມ”.
27
ນາຍພັນຈຶ່ງໄປຫາໂປໂລ ແລະ ຖາມວ່າ, “ຈົ່ງບອກເຮົາ ເຈົ້າເປັນພົນລະເມືອງໂຣມບໍ?” ໂປໂລຕອບວ່າ, “ແມ່ນແລ້ວ”.
28
ນາຍພັນຈຶ່ງເວົ້າວ່າ, “ຂ້ອຍຕ້ອງໄດ້ຈ່າຍເງິນຈຳນວນຫລວງຫລາຍເພື່ອຈະໄດ້ສັນຊາດໂຣມ”. ໂປໂລຕອບວ່າ, “ແຕ່ຂ້ານ້ອຍເປັນຄົນສັນຊາດໂຣມໂດຍກຳເນີດ”.
29
ແລ້ວບັນດາຜູ້ທີ່ຈະສືບສວນໂປໂລຈຶ່ງຖອຍອອກໄປຈາກເພິ່ນທັນທີ, ສ່ວນນາຍພັນເອງກໍຕົກໃຈຢ້ານທີ່ໄດ້ສັ່ງລ່າມໂສ້ໂປໂລ ເຊິ່ງເປັນພົນລະເມືອງໂຣມ.
30
ນາຍພັນຢາກຮູ້ຄັກແນ່ວ່າເປັນຫຍັງໂປໂລຈຶ່ງຖືກຊາວຢິວກ່າວຫາ, ດັ່ງນັ້ນ ມື້ຕໍ່ມາເພິ່ນຈຶ່ງປ່ອຍໂປໂລ ແລະ ສັ່ງໃຫ້ພວກຫົວໜ້າປະໂລຫິດກັບສະມາຊິກສະພາແຊນເຮດຣິນທັງໝົດມາປະຊຸມກັນ. ຫລັງຈາກນັ້ນ ເພິ່ນກໍໄດ້ນຳໂປໂລໄປ ແລະ ໃຫ້ຢືນຢູ່ຕໍ່ໜ້າພວກເຂົາ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28