bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 4
Acts 4
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 5 →
1
ຂະນະທີ່ເປໂຕ ແລະ ໂຢຮັນຍັງກ່າວແກ່ປະຊາຊົນຢູ່ນັ້ນ ບັນດາປະໂລຫິດ, ຫົວໜ້າເຝົ້າຍາມວິຫານ ແລະ ພວກຊາດູກາຍກໍໄດ້ມາຫາພວກເພິ່ນ.
2
ພວກເຂົາຂັດເຄືອງໃຈຫລາຍເພາະພວກອັກຄະສາວົກໄດ້ສັ່ງສອນ ແລະ ໄດ້ປະກາດແກ່ຄົນທັງຫລາຍເຖິງເລື່ອງການເປັນຄືນມາຈາກຕາຍໂດຍອ້າງວ່າພຣະເຢຊູຄຣິດເຈົ້າເປັນຄືນມາຈາກຕາຍແລ້ວ.
3
ພວກເຂົາໄດ້ຈັບເປໂຕ ແລະ ໂຢຮັນໄວ້, ເນື່ອງຈາກວ່າຄໍ່າແລ້ວພວກເຂົາຈຶ່ງຂັງພວກເພິ່ນໄວ້ໃນຄຸກຈົນເຖິງມື້ຕໍ່ມາ.
4
ແຕ່ຫລາຍຄົນກໍໄດ້ເຊື່ອເມື່ອໄດ້ຍິນຄຳສັ່ງສອນນັ້ນ; ດັ່ງນັ້ນ ຈຶ່ງມີຈຳນວນພວກຜູ້ຊາຍທີ່ເຊື່ອເພີ່ມຂຶ້ນປະມານຫ້າພັນຄົນ.
5
ໃນມື້ຕໍ່ມາພວກຜູ້ນຳ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໄດ້ມາປະຊຸມກັນທີ່ເຢຣູຊາເລັມ.
6
ມະຫາປະໂລຫິດອັນນາ, ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ ຄົນອື່ນໆທີ່ເປັນສະມາຊິກໃນຄອບຄົວຂອງມະຫາປະໂລຫິດກໍຢູ່ທີ່ນັ້ນ.
7
ພວກເຂົາໄດ້ນຳເອົາເປໂຕ ແລະ ໂຢຮັນມາຢູ່ຕໍ່ໜ້າ ແລະ ຖາມພວກເຂົາວ່າ: “ພວກເຈົ້າເຮັດການນີ້ໂດຍລິດອຳນາດ ຫລື ໃນນາມຂອງຜູ້ໃດ?”
8
ແລ້ວເປໂຕ, ຜູ້ທີ່ເຕັມລົ້ນດ້ວຍພຣະວິນຍານບໍລິສຸດເຈົ້າກໍກ່າວແກ່ພວກເຂົາວ່າ: “ຮຽນບັນດາທ່ານຜູ້ນຳປະຊາຊົນ ແລະ ບັນດາເຖົ້າແກ່ທີ່ນັບຖື!
9
ໃນວັນນີ້ ຖ້າພວກເຮົາຖືກເອີ້ນມາໃຫ້ການເພາະເລື່ອງທີ່ສະແດງຄວາມເມດຕາແກ່ຄົນເປ້ຍ ແລະ ຖືກຖາມວ່າລາວດີເປັນປົກກະຕິໄດ້ຢ່າງໃດ,
10
ກໍຂໍໃຫ້ພວກທ່ານ ແລະ ປະຊາຊົນອິດສະຣາເອນທັງໝົດໄດ້ຮູ້ວ່າ: ສິ່ງນີ້ເປັນໄປໂດຍນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ ທີ່ພວກທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ, ໂດຍນາມຂອງພຣະອົງນັ້ນເອງ ຊາຍຜູ້ທີ່ຢືນຢູ່ຕໍ່ໜ້າພວກທ່ານນີ້ຈຶ່ງໄດ້ຮັບການຮັກສາໃຫ້ຫາຍດີ.
11
ພຣະເຢຊູເຈົ້າອົງເປັນ “‘ຫີນທີ່ພວກທ່ານທັງຫລາຍຜູ້ເປັນຊ່າງກໍ່ໄດ້ຖິ້ມແລ້ວ, ກໍໄດ້ກາຍເປັນຫີນເສົາເອກ ແລ້ວ’.
12
ໃນຜູ້ອື່ນຄວາມລອດພົ້ນບໍ່ມີ, ເພາະບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າສະຫວັນທີ່ຈະມອບໃຫ້ແກ່ມະນຸດ ເພື່ອເຮັດໃຫ້ພວກເຮົາທັງຫລາຍຕ້ອງໄດ້ພົ້ນ”.
13
ເມື່ອພວກເຂົາເຫັນຄວາມກ້າຫານຂອງເປໂຕ ແລະ ໂຢຮັນ ແລະ ສັງເກດວ່າພວກເພິ່ນເປັນຄົນທຳມະດາສາມັນຂາດການສຶກສາ, ພວກເຂົາກໍປະຫລາດໃຈ ແລະ ນຶກຂຶ້ນໄດ້ວ່າຄົນເຫລົ່ານີ້ເຄີຍຢູ່ກັບພຣະເຢຊູເຈົ້າ.
14
ແຕ່ເນື່ອງຈາກວ່າພວກເຂົາໄດ້ເຫັນຊາຍທີ່ຫາຍດີພະຍາດນັ້ນຢືນຢູ່ກັບເປໂຕ ແລະ ໂຢຮັນ ພວກເຂົາກໍເວົ້າຫຍັງບໍ່ໄດ້.
15
ດັ່ງນັ້ນ ພວກເຂົາຈຶ່ງສັ່ງໃຫ້ພວກເພິ່ນອອກໄປຈາກທີ່ປະຊຸມສະພາແຊນເຮດຣິນ ແລ້ວຈຶ່ງປຶກສາຫາລືກັນວ່າ,
16
“ພວກເຮົາຈະເຮັດຢ່າງໃດກັບທັງສອງຄົນນີ້? ເພາະທຸກຄົນທີ່ຢູ່ໃນເຢຣູຊາເລັມຕ່າງກໍຮູ້ວ່າພວກເຂົາໄດ້ເຮັດໝາຍສຳຄັນອັນຍິ່ງໃຫຍ່ນີ້ ແລະ ພວກເຮົາກໍປະຕິເສດການນີ້ບໍ່ໄດ້.
17
ແຕ່ເພື່ອຢຸດຕິເລື່ອງນີ້ບໍ່ໃຫ້ແຜ່ອອກໄປຕື່ມອີກໃນທ່າມກາງປະຊາຊົນ, ພວກເຮົາຕ້ອງສັ່ງຫ້າມຄົນເຫລົ່ານີ້ບໍ່ໃຫ້ເວົ້າອອກຊື່ນັ້ນແກ່ຜູ້ໃດເດັດຂາດ”.
18
ຫລັງຈາກນັ້ນ ພວກເຂົາຈຶ່ງເອີ້ນພວກເພິ່ນມາອີກ ແລະ ສັ່ງຫ້າມເດັດຂາດບໍ່ໃຫ້ເວົ້າ ຫລື ສອນໃນນາມພຣະເຢຊູເຈົ້າອີກ.
19
ແຕ່ເປໂຕ ແລະ ໂຢຮັນຕອບວ່າ, “ໃຫ້ເຊື່ອຟັງພວກທ່ານ ຫລື ເຊື່ອຟັງພຣະເຈົ້າ ອັນໃດເປັນສິ່ງທີ່ຖືກຕ້ອງຕໍ່ສາຍຕາພຣະເຈົ້າ ພວກທ່ານຈົ່ງຕັດສິນເອົາເອງ!
20
ສຳລັບພວກເຮົາແລ້ວ, ຈະໃຫ້ພວກເຮົາຢຸດເວົ້າເຖິງສິ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນມາກໍບໍ່ໄດ້”.
21
ຫລັງຈາກໄດ້ຂົ່ມຂູ່ແລ້ວພວກເຂົາກໍປ່ອຍພວກເພິ່ນໄປ. ພວກເຂົາຕັດສິນໃຈບໍ່ໄດ້ວ່າຈະລົງໂທດພວກເພິ່ນຢ່າງໃດ, ເພາະປະຊາຊົນທັງໝົດພາກັນສັນລະເສີນພຣະເຈົ້າໃນສິ່ງທີ່ເກີດຂຶ້ນນັ້ນ,
22
ເພາະຊາຍຄົນທີ່ໄດ້ຮັບການຮັກສາໃຫ້ຫາຍດີຢ່າງອັດສະຈັນນັ້ນມີອາຍຸເກີນກວ່າສີ່ສິບປີແລ້ວ.
23
ເມື່ອເປໂຕ ແລະ ໂຢຮັນໄດ້ຮັບການປ່ອຍໂຕແລ້ວ, ພວກເພິ່ນກໍກັບໄປຫາເພື່ອນຂອງຕົນ ແລະ ເລົ່າເລື່ອງທັງໝົດທີ່ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ໄດ້ເວົ້າແກ່ພວກເພິ່ນນັ້ນ.
24
ເມື່ອພວກເຂົາໄດ້ຍິນດັ່ງນີ້ແລ້ວ, ພວກເຂົາກໍພ້ອມໃຈກັນຍົກສຽງຂຶ້ນອະທິຖານຕໍ່ພຣະເຈົ້າ. ພວກເຂົາກ່າວວ່າ, “ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ, ພຣະອົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆສິ່ງທີ່ຢູ່ໃນນັ້ນ.
25
ພຣະອົງໄດ້ກ່າວໂດຍພຣະວິນຍານບໍລິສຸດເຈົ້າ ໂດຍຜ່ານປາກຂອງຜູ້ຮັບໃຊ້ຂອງພຣະອົງ ຄືດາວິດບັນພະບຸລຸດຂອງພວກຂ້ານ້ອຍວ່າ: “‘ດ້ວຍເຫດໃດຊົນຊາດທັງຫລາຍຈຶ່ງກະບົດ ແລະ ປະຊາຊົນຈຶ່ງກໍ່ອຸບາຍອັນໄຮ້ປະໂຫຍດ?
26
ບັນດາກະສັດຂອງໂລກລຸກຂຶ້ນຂັດຂືນ ແລະ ພວກຜູ້ປົກຄອງໄດ້ຮວມຕົວກັນ ຕໍ່ສູ້ອົງພຣະຜູ້ເປັນເຈົ້າ ແລະ ຕໍ່ສູ້ຜູ້ທີ່ພຣະອົງໄດ້ເຈີມໄວ້ ’.
27
ຄວາມຈິງແລ້ວ ເຮໂຣດ ແລະ ປົນທຽວປີລາດໄດ້ມາພົບປະກັນກັບຄົນຕ່າງຊາດ ແລະ ປະຊາຊົນອິດສະຣາເອນໃນນະຄອນນີ້ ເພື່ອຮ່ວມກັນຕໍ່ສູ້ພຣະເຢຊູເຈົ້າຜູ້ຮັບໃຊ້ບໍລິສຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ເຈີມໄວ້.
28
ສິ່ງທີ່ພວກເຂົາໄດ້ເຮັດກໍເປັນສິ່ງທີ່ພຣະອົງກຳນົດໄວ້ກ່ອນແລ້ວທີ່ຈະໃຫ້ເກີດຂຶ້ນໂດຍອຳນາດ ແລະ ຄວາມປະສົງຂອງພຣະອົງ.
29
ອົງພຣະຜູ້ເປັນເຈົ້າ, ບັດນີ້ ຂໍຟັງຄຳຂົ່ມຂູ່ຂອງພວກເຂົາ ແລະ ຂໍໃຫ້ພວກຜູ້ຮັບໃຊ້ຂອງພຣະອົງສາມາດກ່າວພຣະຄຳຂອງພຣະອົງດ້ວຍໃຈກ້າຫານ.
30
ຂໍຢຽດມືຂອງພຣະອົງອອກເພື່ອຮັກສາ ແລະ ຂໍສະແດງໝາຍສຳຄັນ ແລະ ການອັດສະຈັນຕ່າງໆໂດຍນາມຂອງພຣະເຢຊູເຈົ້າຜູ້ຮັບໃຊ້ບໍລິສຸດຂອງພຣະອົງດ້ວຍ”.
31
ຫລັງຈາກພວກເຂົາໄດ້ອະທິຖານຈົບແລ້ວ, ບ່ອນທີ່ພວກເຂົາເຕົ້າໂຮມກັນຢູ່ນັ້ນກໍສັ່ນສະເທືອນ. ແລະ ພວກເຂົາທັງໝົດກໍເຕັມດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ກ່າວພຣະຄຳຂອງພຣະເຈົ້າຢ່າງກ້າຫານ.
32
ຜູ້ທີ່ເຊື່ອທັງໝົດກໍເປັນນ້ຳໜຶ່ງໃຈດຽວກັນ. ບໍ່ມີຜູ້ໃດຈັກຄົນອ້າງວ່າສິ່ງຂອງທີ່ຕົນມີຢູ່ນັ້ນເປັນຂອງຕົນເອງ, ແຕ່ພວກເຂົາແບ່ງປັນທຸກສິ່ງທີ່ພວກເຂົາມີ.
33
ດ້ວຍອຳນາດທີ່ຍິ່ງໃຫຍ່ ບັນດາອັກຄະສາວົກໄດ້ເປັນພະຍານຢ່າງຕໍ່ເນື່ອງເຖິງການເປັນຄືນມາຈາກຕາຍຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ. ແລະ ພຣະຄຸນຂອງພຣະເຈົ້າທີ່ເຕັມລົ້ນຢູ່ກັບພວກເຂົາທຸກຄົນ
34
ເຊິ່ງໃນທ່າມກາງພວກເຂົາບໍ່ມີຜູ້ໃດຂັດສົນ. ເພາະບາງຄັ້ງຜູ້ທີ່ມີທີ່ດິນ ຫລື ເຮືອນກໍຂາຍເຮືອນນັ້ນ, ແລ້ວນຳເອົາເງິນທີ່ໄດ້ຈາກການຂາຍນັ້ນ
35
ມາວາງລົງທີ່ຕີນຂອງພວກອັກຄະສາວົກ ແລ້ວຈຶ່ງແຈກຢາຍໃຫ້ແຕ່ລະຄົນຕາມຄວາມຈຳເປັນ.
36
ໂຢເຊັບຄົນເລວີຈາກເກາະໄຊປຣັດ ຜູ້ທີ່ພວກອັກຄະສາວົກເອີ້ນຊື່ລາວວ່າບາຣະນາບາ (ແປວ່າ ລູກຜູ້ໃຫ້ກຳລັງໃຈ)
37
ກໍໄດ້ຂາຍດິນນາຂອງຕົນທົ່ງໜຶ່ງ ແລ້ວນຳເງິນຈຳນວນນັ້ນມາວາງລົງທີ່ຕີນຂອງພວກອັກຄະສາວົກ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28