bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 19
Acts 19
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 20 →
1
ຂະນະທີ່ອາໂປໂລຍັງຢູ່ທີ່ເມືອງໂກຣິນໂທ, ໂປໂລໄດ້ເດີນທາງຂ້າມເຂດພູເຂົາ ແລະ ມາຮອດເມືອງເອເຟໂຊ. ເພິ່ນໄດ້ພົບສາວົກບາງຄົນຢູ່ທີ່ນັ້ນ
2
ແລະ ຖາມພວກເຂົາວ່າ, “ເມື່ອ ພວກເຈົ້າໄດ້ຮັບເຊື່ອນັ້ນພວກເຈົ້າໄດ້ຮັບພຣະວິນຍານບໍລິສຸດເຈົ້າແລ້ວບໍ?” ພວກເຂົາຕອບວ່າ, “ບໍ່ ພວກເຮົາບໍ່ເຄີຍແມ່ນແຕ່ໄດ້ຍິນວ່າມີພຣະວິນຍານບໍລິສຸດເຈົ້າ”.
3
ດັ່ງນັ້ນ ໂປໂລຈຶ່ງຖາມວ່າ, “ແລ້ວພວກເຈົ້າໄດ້ຮັບບັບຕິສະມາແບບໃດ?” ພວກເຂົາຕອບວ່າ, “ບັບຕິສະມາຂອງໂຢຮັນ”.
4
ໂປໂລຈຶ່ງເວົ້າວ່າ, “ບັບຕິສະມາຂອງໂຢຮັນຄືບັບຕິສະມາແຫ່ງການຖິ້ມໃຈເກົ່າເອົາໃຈໃໝ່. ໂຢຮັນໄດ້ບອກຄົນໃຫ້ເຊື່ອໃນພຣະອົງຜູ້ທີ່ມາພາຍຫລັງຕົນ, ຄືໃຫ້ເຊື່ອໃນພຣະເຢຊູເຈົ້າ”.
5
ເມື່ອໄດ້ຍິນດັ່ງນີ້, ພວກເຂົາກໍຮັບບັບຕິສະມາໃນນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.
6
ເມື່ອໂປໂລວາງມືໃສ່ພວກເຂົາ, ພຣະວິນຍານບໍລິສຸດເຈົ້າກໍລົງມາເທິງພວກເຂົາ ແລະ ພວກເຂົາກໍເວົ້າພາສາແປກໆ ແລະ ທຳນວາຍ.
7
ຄົນທັງໝົດນີ້ເປັນຜູ້ຊາຍມີປະມານສິບສອງຄົນ.
8
ໂປໂລໄດ້ເຂົ້າໄປໃນທຳມະສາລາ ແລະ ກ່າວດ້ວຍໃຈກ້າຫານເປັນເວລາສາມເດືອນ, ມີການໂຕ້ຖຽງເລື່ອງອານາຈັກຂອງພຣະເຈົ້າໄດ້ຢ່າງໜ້າຟັງ.
9
ແຕ່ບາງຄົນໃນພວກເຂົາມີໃຈດື້ດ້ານ; ພວກເຂົາບໍ່ຍອມເຊື່ອ ແລະ ກ່າວໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າຄົນທັງຫລາຍ. ດັ່ງນັ້ນ ໂປໂລຈຶ່ງໄປຈາກພວກເຂົາ. ເພິ່ນໄດ້ພາພວກສາວົກແຍກອອກໄປກັບເພິ່ນ ແລະ ໄດ້ສົນທະນາກັນໃນຫ້ອງປະຊຸມຂອງຕີລາໂນທຸກວັນ.
10
ພວກເພິ່ນເຮັດຢ່າງນີ້ຢູ່ສອງປີ ຈົນຊາວຢິວ ແລະ ຊາວກຣີກທັງຫລາຍທີ່ຢູ່ໃນແຂວງເອເຊຍໄດ້ຍິນພຣະຄຳຂອງອົງພຣະຜູ້ເປັນເຈົ້າ.
11
ພຣະເຈົ້າເຮັດການອັດສະຈັນພິເສດເຫລືອເຊື່ອຜ່ານທາງໂປໂລ,
12
ແມ່ນແຕ່ເມື່ອນຳເອົາຜ້າເຊັດໜ້າກັບຜ້າກັນເປື້ອນທີ່ຖືກໂຕເພິ່ນໄປວາງໃສ່ຄົນເຈັບປ່ວຍ, ຄົນເຫລົ່ານັ້ນກໍດີພະຍາດ ແລະ ຜີມານຮ້າຍກໍອອກໄປຈາກພວກເຂົາ.
13
ຊາວຢິວບາງຄົນທີ່ທຽວໄປຕາມບ່ອນຕ່າງໆແລ້ວຂັບໄລ່ວິນຍານຊົ່ວຮ້າຍກໍພະຍາຍາມໃຊ້ນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າກັບຄົນທີ່ຖືກຜີມານຮ້າຍສິງ. ພວກເຂົາຈະສັ່ງວ່າ, “ໃນນາມຂອງພຣະເຢຊູເຈົ້າຜູ້ທີ່ໂປໂລປະກາດ, ເຮົາສັ່ງເຈົ້າໃຫ້ອອກໄປ”.
14
ຍັງມີຊາວຢິວຜູ້ໜຶ່ງຊື່ວ່າຊະເກວາ ເປັນຫົວໜ້າປະໂລຫິດມີລູກຊາຍເຈັດຄົນກໍໄດ້ເຮັດຢ່າງນີ້.
15
ມື້ໜຶ່ງ ວິນຍານຊົ່ວຮ້າຍໄດ້ຕອບພວກເຂົາວ່າ, “ພຣະເຢຊູເຈົ້າເຮົາກໍຮູ້ຈັກ ແລະ ເຮົາກໍເຄີຍໄດ້ຍິນເລື່ອງໂປໂລ, ແຕ່ພວກເຈົ້າແມ່ນຜູ້ໃດ?”
16
ແລ້ວຄົນທີ່ມີວິນຍານຊົ່ວຮ້າຍເຂົ້າສິງນັ້ນກໍກະໂດດເຂົ້າໃສ່ພວກເຂົາ ແລະ ເອົາຊະນະພວກເຂົາທັງໝົດ. ຄົນນັ້ນໄດ້ທຸບຕີພວກເຂົາຈົນຕ້ອງແລ່ນໜີອອກຈາກເຮືອນທັງທີ່ເປືອຍກາຍ ແລະ ເລືອດອອກຢູ່.
17
ເມື່ອເລື່ອງນີ້ໄປເຖິງຫູຊາວຢິວ ແລະ ຊາວກຣີກທີ່ຢູ່ໃນເມືອງເອເຟໂຊ, ພວກເຂົາທັງຫລາຍກໍຖືກຈູ່ໂຈມດ້ວຍຄວາມຢ້ານ ແລະ ນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າກໍເປັນທີ່ຍົກຍ້ອງສັນລະເສີນ.
18
ບັດນີ້ ຄົນທີ່ເຊື່ອຫລາຍຄົນໄດ້ມາສາລະພາບ ແລະ ເປີດເຜີຍການກະທຳອັນຊົ່ວຮ້າຍທີ່ພວກເຂົາໄດ້ເຮັດມາ.
19
ມີຫລາຍຄົນທີ່ເຄີຍໃຊ້ເວດມົນຄາຖາກໍນຳຕຳລາຂອງຕົນມາເຜົາຖິ້ມຕໍ່ໜ້າຄົນທັງຫລາຍ. ເມື່ອພວກເຂົາຄິດໄລ່ມູນຄ່າຂອງຕຳລານັ້ນແລ້ວ, ລວມທັງໝົດຕົກເປັນເງິນເຖິງຫ້າສິບພັນຫລຽນແດກມາ.
20
ດ້ວຍເຫດນີ້ ພຣະຄຳຂອງອົງພຣະຜູ້ເປັນເຈົ້າຈຶ່ງໄດ້ແຜ່ໄປຢ່າງກວ້າງຂວາງ ແລະ ຂະຫຍາຍອອກໄປຢ່າງແຂງແຮງ.
21
ຫລັງຈາກເຫດການເຫລົ່ານີ້ເກີດຂຶ້ນແລ້ວ, ໂປໂລກໍຕັດສິນໃຈ ວ່າຈະໄປເຢຣູຊາເລັມ, ໂດຍຜ່ານທາງແຂວງມາເກໂດເນຍ ແລະ ອະຂາຢາ. ເພິ່ນກ່າວວ່າ, “ຫລັງຈາກທີ່ເຮົາໄດ້ໄປທີ່ນັ້ນແລ້ວ, ເຮົາຕ້ອງໄປຢ້ຽມຢາມໂຣມເໝືອນກັນ”.
22
ດັ່ງນັ້ນ ໂປໂລຈຶ່ງໃຊ້ຜູ້ຊ່ວຍຂອງຕົນສອງຄົນຄືຕີໂມທຽວກັບເອຣາຊະໂຕໄປຍັງແຂວງມາເກໂດເນຍ, ຂະນະທີ່ເພິ່ນຍັງພັກຢູ່ແຂວງເອເຊຍຕໍ່ອີກໄລຍະໜຶ່ງ.
23
ໃນເວລານັ້ນ ເກີດເຫດການວຸ້ນວາຍຄັ້ງໃຫຍ່ຂຶ້ນກ່ຽວກັບເລື່ອງ “ທາງນັ້ນ”.
24
ມີຊ່າງຕີເງິນຄົນໜຶ່ງຊື່ວ່າເດເມທີໂອ, ຜູ້ທີ່ເປັນຄົນສ້າງຮູບຈຳລອງວິຫານຂະໜາດນ້ອຍຂອງພະອາເຕມາດ້ວຍເງິນ, ເຊິ່ງເຮັດລາຍໄດ້ໃຫ້ພວກຊ່າງຫັດຖະກຳຢູ່ທີ່ນັ້ນຫລາຍ.
25
ລາວຈຶ່ງເອີ້ນບັນດາຊ່າງເຫລົ່ານັ້ນກັບຄົນງານທີ່ກ່ຽວຂ້ອງກັບທຸລະກິດມາ ແລະ ເວົ້າວ່າ: “ສະຫາຍທັງຫລາຍ, ພວກເຈົ້າທັງຫລາຍກໍຮູ້ຢູ່ວ່າພວກເຮົາໄດ້ຮັບລາຍໄດ້ດີຈາກທຸລະກິດນີ້.
26
ແລະ ພວກເຈົ້າກໍໄດ້ເຫັນ ແລະ ໄດ້ຍິນທີ່ໂປໂລຄົນນີ້ຊັກຊວນຄົນທັງຫລາຍໃຫ້ຫລົງທາງທັງໃນເອເຟໂຊກັບທົ່ວແຂວງເອເຊຍ. ລາວເວົ້າວ່າບັນດາຮູບປັ້ນທີ່ມືມະນຸດສ້າງຂຶ້ນນັ້ນບໍ່ໄດ້ແມ່ນເທບພະເຈົ້າເລີຍ.
27
ສິ່ງນີ້ເປັນອັນຕະລາຍເພາະບໍ່ພຽງແຕ່ຈະເຮັດໃຫ້ການຄ້າຂອງພວກເຮົາເສຍຊື່ສຽງເທົ່ານັ້ນ, ແຕ່ຍັງຈະເຮັດໃຫ້ວິຫານຂອງເທບທິດາອາເຕມາຜູ້ຍິ່ງໃຫຍ່ໝົດຄວາມໝາຍດ້ວຍ ແລະ ເທບທິດາເອງທີ່ຄົນທັງຫລາຍຂາບໄຫວ້ທົ່ວແຂວງເອເຊຍ ແລະ ທົ່ວໂລກ ຈະຖືກປຸ້ນເອົາຄວາມຍິ່ງໃຫຍ່ອັນສັກສິດຂອງພະນາງໄປ”.
28
ເມື່ອພວກເຂົາໄດ້ຍິນດັ່ງນັ້ນແລ້ວ, ພວກເຂົາກໍໃຈຮ້າຍຫລາຍ ແລະ ເລີ່ມຮ້ອງຂຶ້ນວ່າ: “ພະອາເຕມາຂອງຊາວເອເຟໂຊນັ້ນຍິ່ງໃຫຍ່!”
29
ບໍ່ດົນກໍເກີດຄວາມວຸ້ນວາຍທົ່ວທັງເມືອງຂຶ້ນ. ປະຊາຊົນໄດ້ຈັບໄຄໂຢກັບອາຣິດຕາໂຂ, ຜູ້ເປັນເພື່ອນຮ່ວມເດີນທາງຂອງໂປໂລຈາກແຂວງມາເກໂດເນຍ ແລະ ພວກເຂົາທັງໝົດຈຶ່ງຮີບພາກັນເຂົ້າໄປໃນໂຮງລະຄອນ.
30
ໂປໂລຢາກຈະປາກົດຕໍ່ໜ້າປະຊາຊົນ, ແຕ່ພວກສາວົກບໍ່ຍອມ.
31
ແມ່ນແຕ່ເຈົ້າໜ້າທີ່ບາງຄົນຂອງແຂວງນັ້ນ ເຊິ່ງເປັນໝູ່ຂອງໂປໂລກໍສົ່ງຂ່າວມາຂໍຮ້ອງບໍ່ໃຫ້ເພິ່ນເຂົ້າໄປໃນໂຮງລະຄອນນັ້ນ.
32
ມີຄວາມສັບສົນໃນທີ່ປະຊຸມ ບາງຄົນຮ້ອງບອກວ່າຢ່າງນີ້ ບາງຄົນຮ້ອງບອກວ່າຢ່າງນັ້ນ. ປະຊາຊົນສ່ວນຫລາຍບໍ່ຮູ້ວ່າເປັນຫຍັງຕົນເອງຈຶ່ງມາທີ່ນັ້ນ.
33
ພວກຢິວທີ່ຢູ່ໃນຝູງຊົນໄດ້ຊຸກອາເລັກຊັນເດີອອກໄປຂ້າງໜ້າ ແລະ ບາງຄົນໃນປະຊາຊົນກໍຮ້ອງສັ່ງລາວ. ລາວໂບກມືໃຫ້ງຽບເພື່ອຈະກ່າວແກ້ຕໍ່ໜ້າປະຊາຊົນ.
34
ແຕ່ເມື່ອພວກເຂົາຮູ້ວ່າລາວເປັນຊາວຢິວ, ພວກເຂົາກໍຮ້ອງເປັນສຽງດຽວກັນປະມານສອງຊົ່ວໂມງວ່າ: “ພະອາເຕມາຂອງຊາວເອເຟໂຊນັ້ນຍິ່ງໃຫຍ່!”
35
ເຈົ້າໜ້າທີ່ຂອງເມືອງນັ້ນກໍເຮັດໃຫ້ປະຊາຊົນງຽບລົງແລ້ວກ່າວວ່າ: “ຊາວເອເຟໂຊເອີຍ ຜູ້ໃດກໍຮູ້ວ່າຊາວເມືອງເອເຟໂຊເປັນຜູ້ຮັກສາວິຫານຂອງພະອາເຕມາຜູ້ຍິ່ງໃຫຍ່ ຕະຫລອດຈົນຮູບຈຳລອງຂອງພະນາງຕົກລົງມາຈາກຟ້າສະຫວັນ?
36
ເຫດສະນັ້ນ, ໃນເມື່ອຄວາມຈິງເຫລົ່ານີ້ບໍ່ອາດປະຕິເສດໄດ້, ພວກເຈົ້າທັງຫລາຍກໍຄວນງຽບສະຫງົບຢ່າເຮັດສິ່ງໃດໂດຍບໍ່ໄດ້ຄິດກ່ອນ.
37
ພວກເຈົ້ານຳຄົນເຫລົ່ານີ້ມາບ່ອນນີ້ໂດຍທີ່ພວກເຂົາບໍ່ໄດ້ເປັນຄົນປຸ້ນວິຫານຕ່າງໆ ຫລື ບໍ່ໄດ້ໝິ່ນປະໝາດເທບທິດາຂອງພວກເຮົາ.
38
ແລ້ວຖ້າເດເມທີໂອກັບພວກຊ່າງຫັດຖະກຳມີເລື່ອງຈະຮ້ອງທຸກກ່ຽວກັບຄົນໃດຄົນໜຶ່ງ, ສານກໍເປີດຢູ່ ແລະ ຜູ້ກວດການກໍມີ, ພວກເຂົາສາມາດຟ້ອງໄດ້.
39
ຖ້າພວກເຈົ້າມີຂໍ້ກ່າວຫາອັນໃດອີກກໍຕ້ອງຕົກລົງກັນໃນທີ່ປະຊຸມຕາມກົດໝາຍ.
40
ພວກເຮົາສ່ຽງຕໍ່ການເປັນຜູ້ຖືກກ່າວຫາວ່າເປັນຜູ້ກໍ່ຄວາມວຸ້ນວາຍເພາະເຫດການທີ່ເກີດຂຶ້ນໃນວັນນີ້. ໃນກໍລະນີນີ້ພວກເຮົາບໍ່ສາມາດອະທິບາຍເຖິງຄວາມວຸ້ນວາຍນີ້ໄດ້, ເພາະພວກເຮົາບໍ່ມີຂໍ້ອ້າງສຳລັບເລື່ອງນີ້”.
41
ຫລັງຈາກກ່າວຢ່າງນີ້ແລ້ວ ເພິ່ນກໍສັ່ງໃຫ້ເລີກປະຊຸມ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28