bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 21
Acts 21
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 22 →
1
ເມື່ອພວກເຮົາແຍກຈາກຄົນເຫລົ່ານັ້ນແລ້ວ, ພວກເຮົາກໍອອກສູ່ທະເລ ແລະ ຂີ່ເຮືອກົງໄປທີ່ເກາະໂກດ. ໃນວັນຕໍ່ມາກໍມາເຖິງເກາະໂຣໂດ ແລະ ຈາກທີ່ນັ້ນມາເຖິງເມືອງປາຕາຣາ.
2
ພວກເຮົາໄດ້ພົບເຮືອລຳໜຶ່ງກຳລັງຂ້າມໄປຍັງເມືອງໂຟນີເຊຍ, ຈຶ່ງລົງເຮືອລຳນັ້ນ ແລະ ເດີນທາງຕໍ່ໄປ.
3
ຫລັງຈາກແນມເຫັນເກາະໄຊປຣັດ ແລະ ລ່ອງເຮືອຜ່ານທາງໃຕ້ຂອງເກາະລົງມາເຖິງແຂວງຊີເຣຍ. ພວກເຮົາກໍຈອດທີ່ທ່າເມືອງຕີເຣບ່ອນທີ່ຂົນສິນຄ້າລົງ.
4
ພວກເຮົາໄດ້ພົບພວກສາວົກຢູ່ທີ່ນັ້ນ ແລະ ພັກຢູ່ກັບພວກເຂົາເປັນເວລາເຈັດມື້. ພວກເຂົາຂໍຮ້ອງໂປໂລໂດຍການນຳພາຂອງພຣະວິນຍານບໍລິສຸດເຈົ້າວ່າບໍ່ໃຫ້ເພິ່ນໄປເຢຣູຊາເລັມ.
5
ແຕ່ເມື່ອເຖິງເວລາແລ້ວພວກເຮົາກໍໄດ້ກ່າວອຳລາ ແລະ ອອກເດີນທາງຕໍ່ໄປ. ພວກສາວົກທັງໝົດຕະຫລອດຈົນເມຍກັບບັນດາລູກຂອງພວກເຂົາກໍໄດ້ມາສົ່ງພວກເຮົາອອກຈາກເມືອງ ແລະ ພວກເຮົາກໍຄຸເຂົ່າລົງອະທິຖານຢູ່ທີ່ຫາດຊາຍ.
6
ຫລັງຈາກກ່າວອຳລາກັນແລ້ວ, ພວກເຮົາກໍລົງເຮືອ, ສ່ວນພວກເຂົາກໍພາກັນກັບບ້ານ.
7
ພວກເຮົາໄດ້ສືບຕໍ່ເດີນທາງຈາກເມືອງຕີເຣມາຂຶ້ນຝັ່ງທີ່ເມືອງປະໂຕເລມາຍ, ຢູ່ທີ່ນັ້ນ ພວກເຮົາໄດ້ໄປທັກທາຍພວກພີ່ນ້ອງ ແລະ ພັກຢູ່ກັບພວກເຂົາມື້ໜຶ່ງ.
8
ມື້ຕໍ່ມາພວກເຮົາກໍອອກຈາກທີ່ນັ້ນ, ພວກເຮົາມາເຖິງເມືອງກາຍຊາເຣຍ ແລະ ໄດ້ພັກຢູ່ທີ່ເຮືອນຂອງຟີລິບຜູ້ປະກາດຂ່າວປະເສີດ, ເຊິ່ງເປັນຜູ້ໜຶ່ງໃນກຸ່ມເຈັດຄົນນັ້ນ.
9
ຟີລິບມີລູກສາວສີ່ຄົນຍັງບໍ່ໄດ້ແຕ່ງງານ ແລະ ຕ່າງກໍເປັນຜູ້ທີ່ທຳນວາຍ.
10
ຫລັງຈາກພວກເຮົາພັກຢູ່ທີ່ນັ້ນໄດ້ຫລາຍວັນແລ້ວ, ກໍມີຜູ້ທຳນວາຍຄົນໜຶ່ງຊື່ອາຄະໂບມາຈາກແຂວງຢູດາຍ.
11
ເຂົ້າມາຫາພວກເຮົາ, ລາວເອົາສາຍແອວຂອງໂປໂລມັດມືມັດຕີນຂອງຕົນເອງ ແລະ ເວົ້າວ່າ, “ພຣະວິນຍານບໍລິສຸດເຈົ້າກ່າວວ່າ, ‘ຊາວຢິວໃນເຢຣູຊາເລັມຈະມັດເຈົ້າຂອງສາຍຮັດແອວນີ້ຢ່າງນີ້ແຫລະ ແລະ ຈະມອບລາວໃຫ້ຄົນຕ່າງຊາດ’”.
12
ເມື່ອພວກເຮົາໄດ້ຍິນຢ່າງນີ້ແລ້ວ, ພວກເຮົາກັບຄົນອື່ນທີ່ຢູ່ທີ່ນັ້ນຈຶ່ງຮ້ອງຂໍໂປໂລບໍ່ໃຫ້ຂຶ້ນໄປທີ່ເຢຣູຊາເລັມ.
13
ແລ້ວໂປໂລໄດ້ຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຮ້ອງໄຫ້ ແລະ ເຮັດໃຫ້ເຮົາເສຍໃຈຢ່າງນີ້? ເຮົາຕຽມພ້ອມບໍ່ແມ່ນແຕ່ໃຫ້ພວກເຂົາມັດເຮົາເທົ່ານັ້ນ, ແຕ່ພ້ອມທີ່ຈະຕາຍຢູ່ໃນເຢຣູຊາເລັມດ້ວຍ ເພື່ອເຫັນແກ່ນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.
14
ເມື່ອພວກເຮົາບໍ່ສາມາດຊັກຊວນໃຫ້ເພິ່ນປ່ຽນໃຈແລ້ວ, ພວກເຮົາຈຶ່ງຢຸດຂໍຮ້ອງເພິ່ນ ແລະ ເວົ້າວ່າ, “ຂໍໃຫ້ເປັນໄປຕາມຄວາມປະສົງຂອງອົງພຣະຜູ້ເປັນເຈົ້າ”.
15
ຫລັງຈາກນັ້ນ ພວກເຮົາກໍເລີ່ມອອກເດີນທາງຂຶ້ນໄປເຢຣູຊາເລັມ.
16
ມີສາວົກບາງຄົນຈາກເມືອງກາຍຊາເຣຍໄດ້ໄປກັບພວກເຮົາດ້ວຍ ແລະ ນຳພາພວກເຮົາມາເຮືອນຂອງມານະໂຊນ, ບ່ອນທີ່ພວກເຮົາຈະພັກຢູ່ທີ່ນັ້ນ. ມານະໂຊນມາຈາກເກາະໄຊປຣັດ ແລະ ເປັນຜູ້ໜຶ່ງໃນບັນດາສາວົກລຸ້ນທຳອິດ.
17
ເມື່ອພວກເຮົາມາເຖິງເຢຣູຊາເລັມແລ້ວ, ພວກພີ່ນ້ອງກໍໄດ້ຕ້ອນຮັບພວກເຮົາຢ່າງອົບອຸ່ນ.
18
ໃນມື້ຕໍ່ມາ ໂປໂລກັບພວກເຮົາໄປພົບຢາໂກໂບ ແລະ ຜູ້ອາວຸໂສທັງໝົດກໍຢູ່ທີ່ນັ້ນ.
19
ໂປໂລໄດ້ທັກທາຍພວກເຂົາ ແລະ ລາຍງານສິ່ງທີ່ພຣະເຈົ້າໄດ້ກະທຳທ່າມກາງຄົນຕ່າງຊາດ ຜ່ານທາງພັນທະກິດຂອງຕົນຢ່າງລະອຽດ.
20
ເມື່ອພວກເຂົາໄດ້ຍິນແລ້ວ, ພວກເຂົາກໍສັນລະເສີນພຣະເຈົ້າ. ແລ້ວພວກເຂົາກໍເວົ້າກັບໂປໂລວ່າ: “ອ້າຍເອີຍ, ທ່ານກໍເຫັນຊາວຢິວຈຳນວນຫລາຍພັນຄົນໄດ້ເຊື່ອ ແລະ ພວກເຂົາທັງໝົດລ້ວນແຕ່ເຄັ່ງຄັດໃນກົດບັນຍັດ.
21
ພວກເຂົາໄດ້ຍິນຂ່າວວ່າທ່ານສັ່ງສອນບັນດາຊາວຢິວທີ່ຢູ່ທ່າມກາງຄົນຕ່າງຊາດໃຫ້ຫັນໜີຈາກໂມເຊ, ໂດຍບອກພວກເຂົາວ່າບໍ່ຕ້ອງໃຫ້ລູກຫລານຮັບພິທີຕັດ ຫລື ດຳເນີນຊີວິດຕາມທຳນຽມຂອງພວກເຮົາ.
22
ພວກເຮົາຄວນຈະເຮັດຢ່າງໃດ? ພວກເຂົາຄົງໄດ້ຍິນວ່າທ່ານມາທີ່ນີ້ແລ້ວຢ່າງແນ່ນອນ.
23
ດັ່ງນັ້ນ ຈົ່ງເຮັດຕາມທີ່ພວກເຮົາບອກທ່ານ. ມີຊາຍສີ່ຄົນທີ່ຢູ່ກັບພວກເຮົາທີ່ສາບານຕົວໄວ້.
24
ຈົ່ງພາຄົນເຫລົ່ານີ້ໄປ, ຮ່ວມພິທີຊຳລະຕົວຂອງພວກເຂົາ ແລະ ຈ່າຍຄ່າທຳນຽມໃຫ້ພວກເຂົາ, ເພື່ອວ່າພວກເຂົາຈະໄດ້ແຖຫົວ. ແລ້ວທຸກຄົນຈະໄດ້ຮູ້ວ່າສິ່ງທີ່ພວກເຂົາໄດ້ຍິນມາກ່ຽວກັບທ່ານນັ້ນບໍ່ເປັນຄວາມຈິງ, ແຕ່ທ່ານເອງໄດ້ດຳເນີນຊີວິດດ້ວຍການເຊື່ອຟັງກົດບັນຍັດ.
25
ສຳລັບຄົນຕ່າງຊາດທີ່ຮັບເຊື່ອແລ້ວ, ພວກເຮົາໄດ້ຂຽນຈົດໝາຍແຈ້ງໃຫ້ພວກເຂົາຮູ້ເຖິງສິ່ງທີ່ພວກເຮົາໄດ້ຕົກລົງກັນວ່າໃຫ້ພວກເຂົາລະເວັ້ນຈາກການກິນອາຫານທີ່ໄດ້ຖວາຍແກ່ຮູບເຄົາລົບ, ລະເວັ້ນຈາກການກິນເລືອດ, ລະເວັ້ນຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ລະເວັ້ນຈາກການຜິດສິນທຳທາງເພດ”.
26
ມື້ຕໍ່ມາ ໂປໂລຈຶ່ງໄດ້ພາສີ່ຄົນນັ້ນໄປ ແລະ ຊຳລະຕົວເພິ່ນເອງຮ່ວມກັບພວກເຂົາ. ແລ້ວເພິ່ນກໍເຂົ້າໄປໃນວິຫານເພື່ອປະກາດວັນຄົບກຳນົດການຊຳລະຕົວຈະສິ້ນສຸດລົງ ແລະ ການຖວາຍເຄື່ອງບູຊາສຳລັບພວກເຂົາແຕ່ລະຄົນ.
27
ເມື່ອໃກ້ຄົບເຈັດວັນ ຊາວຢິວບາງຄົນທີ່ມາຈາກແຂວງເອເຊຍເຫັນໂປໂລທີ່ວິຫານ. ພວກເຂົາຈຶ່ງປຸກລະດົມປະຊາຊົນທັງໝົດໃຫ້ຈັບໂປໂລ,
28
ພວກເຂົາຮ້ອງຂຶ້ນວ່າ, “ປະຊາຊົນອິດສະຣາເອນ, ຊ່ວຍພວກເຮົາແດ່! ຄົນນີ້ແຫລະທີ່ເປັນຜູ້ສັ່ງສອນຄົນທັງຫລາຍໃນທຸກບ່ອນໃຫ້ຕໍ່ຕ້ານຊົນຊາດຂອງພວກເຮົາ, ໃຫ້ຕໍ່ຕ້ານກົດບັນຍັດຂອງເຮົາ ແລະ ສະຖານທີ່ແຫ່ງນີ້. ຫລາຍກວ່ານັ້ນອີກ ລາວໄດ້ພາຄົນກຣີກເຂົ້າມາໃນບໍລິເວນວິຫານ ແລະ ເຮັດໃຫ້ສະຖານທີ່ສັກສິດນີ້ເປັນມົນທິນ”.
29
(ກ່ອນໜ້ານີ້ພວກເຂົາເຫັນໂທຟີໂມ ຊາວເອເຟໂຊຢູ່ກັບໂປໂລໃນເມືອງຈຶ່ງຄິດວ່າໂປໂລໄດ້ພາລາວເຂົ້າໄປໃນບໍລິເວນວິຫານ.)
30
ຄົນທົ່ວເມືອງກໍແຕກຕື່ນ ແລະ ຄົນແລ່ນມາຈາກທຸກທິດ. ຈັບໂປໂລ, ພວກເຂົາໄດ້ລາກໂຕເພິ່ນອອກຈາກວິຫານແລ້ວອັດປະຕູທັນທີ.
31
ຂະນະທີ່ພວກເຂົາກຳລັງຫາທາງຈະຂ້າໂປໂລຢູ່ນັ້ນ, ຂ່າວກໍໄປເຖິງນາຍພັນກອງທັບທະຫານໂຣມວ່າທົ່ວເຢຣູຊາເລັມເກີດຄວາມວຸ້ນວາຍ.
32
ລາວຈຶ່ງໄດ້ນຳເຈົ້າໜ້າທີ່ກັບທະຫານແລ່ນອອກໄປຫາປະຊາຊົນທັນທີ. ເມື່ອພວກກໍ່ຄວາມວຸ້ນວາຍເຫັນນາຍພັນກັບທະຫານມາກໍຢຸດທຸບຕີໂປໂລ.
33
ດັ່ງນັ້ນ ນາຍພັນຈຶ່ງເຂົ້າໄປຫາ ແລະ ຈັບເພິ່ ແລ້ວສັ່ງໃຫ້ເອົາໂສ້ສອງເສັ້ນລ່າມເພິ່ນໄວ້ແລ້ວຖາມວ່າເພິ່ນເປັນຜູ້ໃດ ແລະ ເພິ່ນໄດ້ເຮັດຫຍັງ.
34
ບາງຄົນໃນພວກປະຊາຊົນຮ້ອງບອກວ່າຢ່າງນີ້ ບາງຄົນຮ້ອງບອກວ່າຢ່າງນັ້ນ ເມື່ອນາຍພັນບໍ່ສາມາດຈັບຄວາມຈິງໄດ້ ຈຶ່ງສັ່ງໃຫ້ນຳຕົວໂປໂລເຂົ້າໄປໃນຄ້າຍທະຫານ.
35
ເມື່ອໂປໂລມາຮອດຂັ້ນໄດ ຝູງຊົນມີຄວາມຮຸນແຮງຫລາຍຈົນພວກທະຫານຈຳເປັນຕ້ອງຫາມໂປໂລໄປ.
36
ສ່ວນປະຊາຊົນທີ່ຕິດຕາມໄປນັ້ນກໍຍັງສືບຕໍ່ຮ້ອງວ່າ, “ຈົ່ງເອົາມັນໄປຂ້າ!”
37
ຂະນະທີ່ພວກທະຫານກຳລັງຈະນຳໂປໂລເຂົ້າໄປໃນຄ້າຍທະຫານ, ເພິ່ນໄດ້ຖາມນາຍພັນວ່າ, “ຂ້ານ້ອຍຂໍເວົ້າບາງສິ່ງກັບທ່ານແດ່ໄດ້ບໍ່?” ນາຍພັນຖາມວ່າ, “ເຈົ້າເວົ້າພາສາກຣີກໄດ້ບໍ່?
38
ຖ້າດັ່ງນັ້ນ ເຈົ້າກໍບໍ່ແມ່ນຄົນເອຢິບຄົນນັ້ນທີ່ກ່ອນໜ້ານີ້ໄດ້ກໍ່ກະບົດ ແລະ ນຳຜູ້ກໍ່ການຮ້າຍສີ່ພັນຄົນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານບໍ?”
39
ໂປໂລຕອບວ່າ, “ຂ້ານ້ອຍເປັນຄົນຢິວຈາກເມືອງຕາໂຊ ໃນແຂວງກີລີເກຍ ເປັນພົນລະເມືອງຈາກເມືອງທີ່ສຳຄັນ. ຂໍທ່ານອະນຸຍາດໃຫ້ຂ້ານ້ອຍກ່າວແກ່ປະຊາຊົນດ້ວຍ”.
40
ເມື່ອນາຍພັນອະນຸຍາດແລ້ວ ໂປໂລຈຶ່ງຢືນຢູ່ທີ່ຂັ້ນໄດ ແລະ ໂບກມື ໃຫ້ປະຊາຊົນງຽບລົງ. ເມື່ອຄົນທັງຫລາຍງຽບລົງແລ້ວ ໂປໂລຈຶ່ງກ່າວເປັນພາສາອາຣາມິກ ວ່າ:
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28