bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 15
Acts 15
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 16 →
1
ມີບາງຄົນລົງຈາກແຂວງຢູດາຍມາທີ່ເມືອງອັນຕີໂອເຂຍ ແລະ ສັ່ງສອນພວກພີ່ນ້ອງວ່າ: “ຖ້າພວກເຈົ້າບໍ່ຮັບພິທີຕັດຕາມທຳນຽມທີ່ໂມເຊໄດ້ສອນໄວ້ ພວກເຈົ້າກໍຈະບໍ່ໄດ້ຮັບຄວາມພົ້ນ”.
2
ຄຳສອນນີ້ໄດ້ເຮັດໃຫ້ໂປໂລກັບບາຣະນາບາໂຕ້ຖຽງກັບພວກເຂົາຢ່າງຮຸນແຮງ. ດັ່ງນັ້ນ ໂປໂລກັບບາຣະນາບາຈຶ່ງໄດ້ຮັບການແຕ່ງຕັ້ງພ້ອມກັບຜູ້ທີ່ເຊື່ອບາງຄົນໃຫ້ຂຶ້ນໄປພົບບັນດາອັກຄະສາວົກ ແລະ ຜູ້ປົກຄອງທີ່ເຢຣູຊາເລັມກ່ຽວກັບບັນຫານີ້.
3
ຄຣິສຕະຈັກໄດ້ໃຊ້ພວກເພິ່ນໄປ ແລະ ຂະນະທີ່ພວກເພິ່ນເດີນທາງຜ່ານແຂວງໂຟນີເຊຍກັບຊາມາເຣຍ, ພວກເພິ່ນກໍໄດ້ເລົ່າເລື່ອງທີ່ຄົນຕ່າງຊາດໄດ້ກັບໃຈໃໝ່. ຂ່າວນີ້ເຮັດໃຫ້ພີ່ນ້ອງທັງຫລາຍມີຄວາມຍິນດີຫລາຍ.
4
ເມື່ອພວກເພິ່ນມາເຖິງເຢຣູຊາເລັມ, ພວກເພິ່ນກໍໄດ້ຮັບການຕ້ອນຮັບຈາກຄຣິສຕະຈັກ, ຈາກພວກອັກຄະສາວົກ ແລະ ພວກຜູ້ປົກຄອງ, ພວກເພິ່ນໄດ້ລາຍງານທຸກສິ່ງທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນໃຫ້ຄົນເຫລົ່ານັ້ນຟັງ.
5
ຫລັງຈາກນັ້ນ ຜູ້ເຊື່ອບາງຄົນທີ່ຢູ່ໃນກຸ່ມພວກຟາຣີຊາຍໄດ້ຢືນຂຶ້ນ ແລະ ເວົ້າວ່າ, “ຄົນຕ່າງຊາດຕ້ອງຮັບພິທີຕັດ ແລະ ປະຕິບັດຕາມກົດບັນຍັດຂອງໂມເຊ”.
6
ບັນດາອັກຄະສາວົກ ແລະ ພວກຜູ້ປົກຄອງໄດ້ປະຊຸມກັນເພື່ອພິຈາລະນາບັນຫານີ້.
7
ຫລັງຈາກປຶກສາຫາລືກັນຫລາຍແລ້ວ, ເປໂຕກໍລຸກຂຶ້ນກ່າວວ່າ: “ພີ່ນ້ອງທັງຫລາຍ ພວກເຈົ້າຮູ້ຢູ່ແລ້ວວ່າກ່ອນໜ້ານີ້ພຣະເຈົ້າໄດ້ເລືອກຂ້າພະເຈົ້າຈາກທ່າມກາງພວກເຈົ້າ ເພື່ອຄົນຕ່າງຊາດຈະໄດ້ຍິນຖ້ອຍຄຳແຫ່ງຂ່າວປະເສີດຈາກຮິມສົບຂອງເຮົາ ແລະ ເຊື່ອ.
8
ພຣະເຈົ້າຜູ້ຮູ້ຈິດໃຈມະນຸດ ໄດ້ສະແດງວ່າພຣະອົງຍອມຮັບພວກເຂົາໂດຍໃຫ້ພຣະວິນຍານບໍລິສຸດເຈົ້າແກ່ພວກເຂົາ, ເໝືອນທີ່ພຣະອົງໄດ້ໃຫ້ແກ່ພວກເຮົາ.
9
ພຣະອົງບໍ່ໄດ້ຈຳແນກລະຫວ່າງພວກເຮົາກັບພວກເຂົາ, ເພາະພຣະອົງໄດ້ຊຳລະຈິດໃຈຂອງພວກເຂົາໃຫ້ບໍລິສຸດດ້ວຍຄວາມເຊື່ອ.
10
ເມື່ອເປັນດັ່ງນັ້ນ, ເປັນຫຍັງພວກເຈົ້າຈຶ່ງພະຍາຍາມທົດລອງພຣະເຈົ້າໂດຍເອົາແອກວາງໃສ່ຄໍຂອງພວກຄົນຕ່າງຊາດ ເຊິ່ງທັງພວກເຮົາ ຫລື ບັນພະບຸລຸດຂອງພວກເຮົາກໍບໍ່ສາມາດທີ່ຈະແບກໄດ້?
11
ຢ່າເລີຍ! ພວກເຮົາເຊື່ອວ່າພວກເຮົາຈະພົ້ນໄດ້ກໍໂດຍພຣະຄຸນຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ເໝືອນກັນກັບພວກເຂົາ”.
12
ທຸກຄົນໃນທີ່ປະຊຸມກໍມິດງຽບຟັງບາຣະນາບາກັບໂປໂລເລົ່າເຖິງໝາຍສຳຄັນ ແລະ ການອັດສະຈັນຕ່າງໆທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນທ່າມກາງຄົນຕ່າງຊາດ.
13
ເມື່ອພວກເພິ່ນເວົ້າຈົບແລ້ວ, ຢາໂກໂບກໍກ່າວຂຶ້ນ. ເພິ່ນກ່າວວ່າ, “ພີ່ນ້ອງທັງຫລາຍ, ຂໍໃຫ້ຟັງຂ້າພະເຈົ້າກ່ອນ.
14
ຊີໂມນ ໄດ້ອະທິບາຍໃຫ້ພວກເຮົາຟັງແລ້ວວ່າ ພຣະເຈົ້າໄດ້ສະແດງຄວາມຫ່ວງໃຍຂອງພຣະອົງຕັ້ງແຕ່ທຳອິດ ໂດຍເລືອກຄົນຕ່າງຊາດບາງຄົນມາເປັນຂອງພຣະອົງ.
15
ຖ້ອຍຄຳຂອງພວກຜູ້ທຳນວາຍກໍສອດຄ່ອງກັບເລື່ອງນີ້ ຕາມທີ່ໄດ້ຂຽນໄວ້ໃນພຣະຄຳພີວ່າ:
16
“‘ຫລັງຈາກນີ້ເຮົາຈະກັບຄືນມາ ແລະ ຈະສ້າງຫໍເຕັນຂອງດາວິດທີ່ລົ້ມລົງຂຶ້ນມາໃໝ່. ເຮົາຈະສ້າງສິ່ງທີ່ຫັກພັງຂຶ້ນມາໃໝ່, ແລະ ເຮົາຈະເຮັດໃຫ້ສິ່ງເຫລົ່ານັ້ນຄືນສູ່ສະພາບດີ
17
ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາອົງພະຜູ້ເປັນເຈົ້າ, ແມ່ນແຕ່ຄົນຕ່າງຊາດທັງໝົດທີ່ຮັບຮູ້ນາມຂອງເຮົາ, ກ່າວໄວ້ໂດຍອົງພຣະຜູ້ເປັນເຈົ້າ, ຜູ້ໄດ້ກະທຳສິ່ງເຫລົ່ານີ້’
18
ເຊິ່ງເປັນທີ່ຮູ້ກັນມາດົນນານແລ້ວ.
19
“ດັ່ງນັ້ນ ຂ້າພະເຈົ້າເຫັນວ່າພວກເຮົາບໍ່ຄວນສ້າງຄວາມລຳບາກໃຫ້ກັບຄົນຕ່າງຊາດທີ່ຫັນມາຫາພຣະເຈົ້າ
20
ແຕ່ໃຫ້ພວກເຮົາຂຽນໄປຫາພວກເຂົາ, ໂດຍບອກພວກເຂົາໃຫ້ລະເວັ້ນຈາກອາຫານທີ່ມີມົນທິນເພາະຮູບເຄົາລົບ, ຈາກການຜິດສິນທຳທາງເພດ, ຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ຈາກການກິນເລືອດ.
21
ເພາະກົດບັນຍັດຂອງໂມເຊໄດ້ຖືກເທດສະໜາໃນທຸກເມືອງຕັ້ງແຕ່ດົນນານມາແລ້ວ ແລະ ໄດ້ຖືກອ່ານໃນທຳມະສາລາທຸກວັນຊະບາໂຕ”.
22
ແລ້ວພວກອັກຄະສາວົກ ແລະ ພວກຜູ້ປົກຄອງກັບທຸກຄົນໃນຄຣິສຕະຈັກ, ໄດ້ຕັດສິນໃຈທີ່ຈະເລືອກເອົາບາງຄົນໃນພວກເພິ່ນແລ້ວສົ່ງໄປທີ່ເມືອງອັນຕີໂອເຂຍພ້ອມກັບໂປໂລ ແລະ ບາຣະນາບາ. ພວກເພິ່ນໄດ້ເລືອກເອົາຢູດາ (ຫລືເອີ້ນກັນວ່າບາຣະຊັບບາ) ກັບຊີລາ, ຊາຍທັງສອງຄົນນີ້ເປັນຜູ້ນຳໃນກຸ່ມພວກພີ່ນ້ອງ.
23
ແລ້ວພວກເພິ່ນໄດ້ຝາກຈົດໝາຍໃຫ້ພວກເຂົາຖືໄປນຳດັ່ງນີ້: ຈາກບັນດາອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້ເປັນພີ່ນ້ອງຂອງພວກທ່ານ, ເຖິງ ຜູ້ທີ່ເຊື່ອທີ່ເປັນຄົນຕ່າງຊາດໃນເມືອງອັນຕີໂອເຂຍ ໃນແຂວງຊີເຣຍ ແລະ ໃນແຂວງກີລີເກຍ: ຂໍສົ່ງຄຳທັກທາຍ.
24
ພວກເຮົາໄດ້ຍິນຂ່າວວ່າມີບາງຄົນໃນພວກເຮົາໄດ້ໄປຫາພວກທ່ານໂດຍບໍ່ໄດ້ຮັບອະນຸຍາດຈາກພວກເຮົາ ແລະ ໄປລົບກວນຈິດໃຈຂອງພວກທ່ານໂດຍເວົ້າສິ່ງທີ່ເຮັດໃຫ້ພວກທ່ານບໍ່ສະບາຍໃຈ.
25
ດັ່ງນັ້ນ ພວກເຮົາທຸກຄົນເຫັນດີທີ່ຈະເລືອກເອົາບາງຄົນ ແລະ ສົ່ງພວກເຂົາມາຫາພວກທ່ານພ້ອມກັບບາຣະນາບາ ແລະ ໂປໂລເພື່ອນທີ່ຮັກຂອງເຮົາ
26
ຄືຜູ້ທີ່ຍອມເສຍສະຫລະຊີວິດຂອງຕົນເພື່ອເຫັນແກ່ນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
27
ດ້ວຍເຫດນີ້ ພວກເຮົາຈຶ່ງສົ່ງຢູດາກັບຊີລາມາເພື່ອຢືນຢັນຄຳເວົ້າໃນສິ່ງທີ່ພວກເຮົາໄດ້ຂຽນ.
28
ດ້ວຍວ່າ ພຣະວິນຍານບໍລິສຸດເຈົ້າກັບພວກເຮົາເຫັນດີຮ່ວມກັນແລ້ວວ່າບໍ່ໃຫ້ວາງພາລະໜັກໃດໃຫ້ພວກທ່ານເວັ້ນແຕ່ຂໍ້ກຳນົດຕໍ່ໄປນີ້ຄື:
29
ພວກທ່ານທັງຫລາຍຈົ່ງລະເວັ້ນຈາກອາຫານທີ່ຖວາຍບູຊາແກ່ຮູບເຄົາລົບ, ໃຫ້ລະເວັ້ນຈາກການກິນເລືອດ, ໃຫ້ລະເວັ້ນຈາກການກິນຊີ້ນສັດທີ່ຖືກຮັດຄໍຕາຍ ແລະ ໃຫ້ລະເວັ້ນຈາກການຜິດສິນທຳທາງເພດ. ຖ້າພວກທ່ານລະເວັ້ນຈາກສິ່ງເຫລົ່ານີ້ ພວກທ່ານກໍເຮັດໃນສິ່ງທີ່ຖືກຕ້ອງ. ຂໍອຳລາ.
30
ດັ່ງນັ້ນ ຄົນເຫລົ່ານັ້ນຈຶ່ງອອກເດີນທາງໄປຍັງເມືອງອັນຕີໂອເຂຍ, ບ່ອນທີ່ພວກເພິ່ນໄດ້ເຕົ້າໂຮມກັນໃນຄຣິສຕະຈັກ ແລະ ໄດ້ມອບຈົດໝາຍໃຫ້.
31
ປະຊາຊົນໄດ້ອ່ານຈົດໝາຍນັ້ນແລ້ວ ແລະ ທຸກຄົນພາກັນດີໃຈເພາະຄຳໜູນໃຈໃນຈົດໝາຍນັ້ນ.
32
ຢູດາກັບຊີລາເອງທີ່ເປັນຜູ້ທຳນວາຍ, ພວກເພິ່ນໄດ້ເວົ້າຫລາຍສິ່ງຫລາຍຢ່າງເພື່ອໜູນໃຈ ແລະ ເສີມສ້າງພວກພີ່ນ້ອງໃຫ້ເຂັ້ມແຂງ.
33
ຫລັງຈາກໃຊ້ເວລາຢູ່ທີ່ນັ້ນໄດ້ໄລຍະໜຶ່ງແລ້ວ, ພວກພີ່ນ້ອງຜູ້ທີ່ເຊື່ອກໍໄດ້ສົ່ງພວກເພິ່ນກັບໄປຫາບັນດາພີ່ນ້ອງຜູ້ທີ່ໃຊ້ພວກເພິ່ນມາພ້ອມທັງອວຍພອນໃຫ້ມີສັນຕິສຸກ.
34
ແຕ່ຊີລາຕັດສິນໃຈທີ່ຈະຢູ່ທີ່ນັ້ນຕໍ່.
35
ສ່ວນໂປໂລກັບບາຣະນາບາຍັງຢູ່ທີ່ເມືອງອັນຕີໂອເຂຍ, ພວກເພິ່ນກັບຄົນອື່ນໆໄດ້ຮ່ວມກັນສັ່ງສອນ ແລະ ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າຮ່ວມກັບອີກຫລາຍຄົນ.
36
ຕໍ່ມາ ໂປໂລໄດ້ເວົ້າກັບບາຣະນາບາວ່າ, “ໃຫ້ພວກເຮົາກັບໄປຢ້ຽມຢາມຜູ້ທີ່ເຊື່ອໃນທຸກເມືອງທີ່ພວກເຮົາໄດ້ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າ ແລະ ເບິ່ງວ່າພວກເຂົາເປັນຢ່າງໃດ”.
37
ບາຣະນາບາຕ້ອງການຈະພາໂຢຮັນ ເອີ້ນອີກຊື່ໜຶ່ງວ່າມາຣະໂກໄປນຳ,
38
ແຕ່ໂປໂລເຫັນວ່າບໍ່ຄວນເອົາລາວໄປນຳ ເພາະໂຢຮັນເຄີຍປະຖິ້ມພວກເພິ່ນທີ່ແຂວງປຳຟີເລຍ ແລະ ບໍ່ໄດ້ຮ່ວມງານອີກ.
39
ພວກເພິ່ນໄດ້ຂັດແຍ້ງກັນຢ່າງຮຸນແຮງຈົນຕ້ອງແຍກກັນ. ບາຣະນາບາໄດ້ພາມາຣະໂກລົງເຮືອໄປຍັງເກາະໄຊປຣັດ,
40
ແຕ່ໂປໂລໄດ້ເລືອກຊີລາ ແລະ ຈາກໄປ ໂດຍພີ່ນ້ອງຜູ້ທີ່ເຊື່ອໄດ້ມອບພວກເພິ່ນໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າ.
41
ພວກເພິ່ນໄດ້ໄປທົ່ວແຂວງຊີເຣຍ ແລະ ກີລີເກຍ, ໜູນໃຈຄຣິສຕະຈັກຕ່າງໆໃຫ້ເຂັ້ມແຂງຂຶ້ນ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28