bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 3
Acts 3
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 4 →
1
ມື້ໜຶ່ງ ຂະນະທີ່ເປໂຕກັບໂຢຮັນກຳລັງຂຶ້ນໄປທີ່ວິຫານໃນເວລາອະທິຖານ ຄືຕອນບ່າຍສາມໂມງ.
2
ມີຊາຍຄົນໜຶ່ງເປັນຄົນຂາເປ້ຍມາຕັ້ງແຕ່ເກີດຖືກຫາມມາທີ່ປະຕູວິຫານທີ່ເອີ້ນວ່າປະຕູງາມ, ເຊິ່ງເປັນບ່ອນທີ່ລາວຖືກຫາມມາວາງໄວ້ທຸກມື້ເພື່ອຂໍທານຈາກຄົນທີ່ຈະເຂົ້າໄປໃນເດີ່ນວິຫານ.
3
ເມື່ອລາວເຫັນເປໂຕ ແລະ ໂຢຮັນກຳລັງຈະເຂົ້າໄປ, ລາວຈຶ່ງຂໍເງິນນຳພວກເພິ່ນ.
4
ເປໂຕໄດ້ຈ້ອງຕາເບິ່ງທີ່ລາວ, ສ່ວນໂຢຮັນກໍເໝືອນກັນ. ແລ້ວເປໂຕຈຶ່ງເວົ້າວ່າ, “ຈົ່ງເບິ່ງພວກເຮົາແມ!”
5
ດັ່ງນັ້ນລາວຈຶ່ງຈ້ອງຕາເບິ່ງພວກເພິ່ນ, ໂດຍຫວັງວ່າຈະໄດ້ຮັບສິ່ງໃດສິ່ງໜຶ່ງຈາກພວກເພິ່ນ.
6
ເປໂຕຈຶ່ງເວົ້າວ່າ, “ເງິນ ຫລື ຄຳເຮົາບໍ່ມີ, ແຕ່ສິ່ງທີ່ເຮົາມີນັ້ນເຮົາຈະໃຫ້ແກ່ເຈົ້າ. ໃນນາມຂອງພຣະເຢຊູຄຣິດເຈົ້າຊາວນາຊາເຣັດ, ຈົ່ງຍ່າງໄປ”.
7
ເປໂຕໄດ້ຈັບມືເບື້ອງຂວາຂອງລາວ, ຊ່ວຍດຶງລາວຂຶ້ນ, ທັນໃດນັ້ນ ຕີນ ແລະ ຂໍ່ຕີນຂອງຊາຍຜູ້ນີ້ກໍມີແຮງຂຶ້ນ.
8
ລາວໄດ້ໂດດຢືນຂຶ້ນ ແລະ ເລີ່ມຍ່າງ. ຫລັງຈາກນັ້ນ ລາວກໍເຂົ້າໄປໃນເດີ່ນວິຫານກັບເປໂຕ ແລະ ໂຢຮັນ, ຍ່າງ ແລະ ໂດດເຕັ້ນ, ແລ້ວກໍສັນລະເສີນພຣະເຈົ້າ.
9
ເມື່ອປະຊາຊົນທຸກຄົນໄດ້ເຫັນລາວຍ່າງໄປ ແລະ ສັນລະເສີນພຣະເຈົ້າ
10
ພວກເຂົາຈຶ່ງຈື່ໄດ້ວ່າລາວເປັນຄົນດຽວກັນກັບຜູ້ທີ່ເຄີຍນັ່ງຂໍທານຢູ່ທີ່ປະຕູງາມຂອງວິຫານ, ແລ້ວພວກເຂົາຈຶ່ງປະຫລາດໃຈ ແລະ ອັດສະຈັນໃຈໃນສິ່ງທີ່ເກີດຂຶ້ນກັບຊາຍຄົນນີ້.
11
ໃນຂະນະທີ່ຄົນຂໍທານຄົນນັ້ນຍັງຈັບມືເປໂຕ ແລະ ໂຢຮັນຢູ່, ປະຊາຊົນທັງໝົດຕ່າງກໍປະຫລາດໃຈ ແລະ ພາກັນແລ່ນມາຫາພວກເພິ່ນໃນບໍລິເວນທີ່ເອີ້ນວ່າລະບຽງຂອງໂຊໂລໂມນ.
12
ເມື່ອເປໂຕເຫັນຢ່າງນີ້, ເພິ່ນຈຶ່ງກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງຊາວອິດສະຣາເອນ, ເປັນຫຍັງເລື່ອງນີ້ຈຶ່ງເຮັດໃຫ້ພວກທ່ານປະຫລາດໃຈ? ເປັນຫຍັງຈຶ່ງຈ້ອງຕາເບິ່ງຄືກັບວ່າພວກເຮົາເຮັດໃຫ້ຄົນນີ້ຍ່າງໄດ້ດ້ວຍລິດອຳນາດ ຫລື ຄວາມຊອບທຳຂອງພວກເຮົາເອງ?
13
ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາມອບສະຫງ່າລາສີໃຫ້ແກ່ພຣະເຢຊູເຈົ້າຜູ້ຮັບໃຊ້ຂອງພຣະອົງ ເຊິ່ງທ່ານທັງຫລາຍໄດ້ມອບພຣະອົງໃຫ້ໄປຖືກຂ້າ ແລະ ໄດ້ປະຕິເສດພຣະອົງຕໍ່ໜ້າປີລາດ, ເຖິງແມ່ນວ່າປີລາດຕັ້ງໃຈໄວ້ແລ້ວຈະປ່ອຍພຣະອົງໄປ.
14
ພວກທ່ານໄດ້ປະຕິເສດອົງບໍລິສຸດ ແລະ ຊອບທຳ, ແຕ່ຂໍໃຫ້ປ່ອຍຜູ້ຮ້າຍຂ້າຄົນໃຫ້ແກ່ພວກທ່ານແທນ.
15
ພວກທ່ານທັງຫລາຍໄດ້ຂ້າພຣະອົງຜູ້ທີ່ໃຫ້ຊີວິດ, ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ, ຝ່າຍພວກເຮົາກໍເປັນພະຍານໃນເລື່ອງນີ້.
16
ໂດຍຄວາມເຊື່ອໃນນາມຂອງພຣະເຢຊູເຈົ້າ, ຊາຍຜູ້ນີ້ທີ່ພວກທ່ານເຫັນ ແລະ ຮູ້ຈັກຈຶ່ງມີແຮງຂຶ້ນມາ. ໂດຍນາມຂອງພຣະເຢຊູເຈົ້າ ແລະ ຄວາມເຊື່ອທີ່ມາທາງພຣະອົງເຮັດໃຫ້ຄົນນີ້ດີເປັນປົກກະຕິຕາມທີ່ພວກທ່ານທັງຫລາຍໄດ້ເຫັນ.
17
“ມາບັດນີ້ ພີ່ນ້ອງຊາວອິດສະຣາເອນ ຂ້າພະເຈົ້າຮູ້ແລ້ວວ່າສິ່ງທີ່ພວກທ່ານໄດ້ເຮັດໄປຕາມຄວາມບໍ່ຮູ້ ພວກຜູ້ນຳຂອງພວກທ່ານກໍເຮັດເໝືອນກັນ.
18
ແຕ່ພຣະເຈົ້າໄດ້ໃຫ້ສິ່ງນີ້ເກີດຂຶ້ນເພື່ອຈະເປັນຈິງຕາມທີ່ໄດ້ກ່າວໄວ້ລ່ວງໜ້າຜ່ານທາງຜູ້ທຳນວາຍທັງໝົດວ່າ ພຣະຄຣິດເຈົ້າ ຂອງພຣະອົງຕ້ອງທົນທຸກທໍລະມານ.
19
ດັ່ງນັ້ນ, ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນຄືນມາຫາພຣະເຈົ້າ, ເພື່ອວ່າບາບທັງຫລາຍຂອງພວກທ່ານຈະຖືກລຶບລ້າງອອກໄປ, ເວລາແຫ່ງຄວາມສົດຊື່ນຈະມາຈາກອົງພຣະຜູ້ເປັນເຈົ້າ,
20
ແລະ ເພື່ອພຣະອົງຈະສົ່ງພຣະເຢຊູເຈົ້າຜູ້ທີ່ຖືກແຕ່ງຕັ້ງໄວ້ເປັນພຣະເມຊີອາເພື່ອພວກທ່ານ.
21
ສະຫວັນຈະຕ້ອງຮັບພຣະອົງໄວ້ຈົນກວ່າຈະເຖິງເວລາທີ່ພຣະເຈົ້າຟື້ນຟູໃຫ້ທຸກສິ່ງນັ້ນດີເໝືອນເດີມ ຕາມທີ່ໄດ້ສັນຍາໄວ້ຜ່ານທາງບັນດາຜູ້ທຳນວາຍບໍລິສຸດຂອງພຣະອົງຕັ້ງແຕ່ດົນນານມາແລ້ວ.
22
ເພາະໂມເຊໄດ້ກ່າວໄວ້ວ່າ, ‘ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກທ່ານຈະຕັ້ງຜູ້ທຳນວາຍຄົນໜຶ່ງຂຶ້ນມາຈາກພີ່ນ້ອງຂອງພວກທ່ານ ເໝືອນກັບຂ້າພະເຈົ້າ; ພວກທ່ານຕ້ອງເຊື່ອຟັງທຸກສິ່ງທີ່ເພິ່ນບອກ.
23
ຜູ້ໃດທີ່ບໍ່ເຊື່ອຟັງເພິ່ນຈະຖືກຕັດຂາດຈາກປະຊາຊົນຂອງເພິ່ນ’.
24
“ແທ້ຈິງແລ້ວ, ບັນດາຜູ້ທຳນວາຍທັງຫລາຍເລີ່ມຕັ້ງແຕ່ຊາມູເອນທີ່ໄດ້ທຳນວາຍເຖິງເຫດການຂອງວັນເວລາເຫລົ່ານີ້.
25
ແລະ ທ່ານທັງຫລາຍເປັນຜູ້ຮັບມໍລະດົກຂອງບັນດາຜູ້ທຳນວາຍ ແລະ ຂອງພັນທະສັນຍາທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກທ່ານ. ພຣະອົງໄດ້ກ່າວກັບອັບຣາຮາມວ່າ, ‘ປະຊາຊາດທົ່ວໂລກຈະໄດ້ຮັບພອນຜ່ານທາງເຊື້ອສາຍຂອງເຈົ້າ’.
26
ເມື່ອພຣະເຈົ້າໄດ້ເລືອກຜູ້ຮັບໃຊ້ຂອງພຣະອົງແລ້ວ, ກໍສົ່ງພຣະອົງມາຫາພວກທ່ານທັງຫລາຍກ່ອນ ເພື່ອອວຍພອນພວກທ່ານ ໂດຍເຮັດໃຫ້ແຕ່ລະຄົນຫັນໜີຈາກການຊົ່ວຮ້າຍຂອງຕົນ”.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28