bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 13
Acts 13
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 14 →
1
ບັດນີ້ ໃນຄຣິສຕະຈັກທີ່ເມືອງອັນຕີໂອເຂຍມີຜູ້ທຳນວາຍ ແລະ ອາຈານຄື: ບາຣະນາບາ, ຊີເມໂອນທີ່ມີອີກຊື່ໜຶ່ງວ່ານີເກີ, ລູກີໂອຊາວກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູໃຫ້ເຕີບໃຫຍ່ຂຶ້ນດ້ວຍກັນກັບເຮໂຣດຜູ້ປົກຄອງແຂວງ) ແລະ ໂຊໂລ.
2
ໃນຂະນະທີ່ພວກເຂົາທັງຫລາຍກຳລັງນະມັດສະການອົງພຣະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍລິສຸດເຈົ້າກໍກ່າວວ່າ, “ຈົ່ງແຍກບາຣະນາບາ ແລະ ໂຊໂລໄວ້ສຳລັບງານທີ່ເຮົາໄດ້ເອີ້ນໃຫ້ພວກເຂົາເຮັດ”.
3
ດັ່ງນັ້ນ ຫລັງຈາກທີ່ພວກເຂົາໄດ້ຖືສິນອົດອາຫານ ແລະ ອະທິຖານແລ້ວ, ພວກເຂົາກໍໄດ້ວາງມືໃສ່ພວກເພິ່ນທັງສອງແລ້ວສົ່ງພວກເພິ່ນອອກໄປ.
4
ພວກເພິ່ນທັງສອງຈຶ່ງຖືກສົ່ງອອກໄປໂດຍພຣະວິນຍານບໍລິສຸດເຈົ້າ, ພວກເພິ່ນໄດ້ລົງໄປທີ່ເມືອງແຊລູເກຍ ແລະ ນັ່ງເຮືອຈາກທີ່ນັ້ນມາຍັງເກາະໄຊປຣັດ.
5
ເມື່ອພວກເພິ່ນມາຮອດເມືອງຊາລາມີແລ້ວ, ພວກເພິ່ນກໍໄດ້ປະກາດພຣະຄຳຂອງພຣະເຈົ້າໃນທຳມະສາລາຂອງຊາວຢິວ. ໂຢຮັນກໍຢູ່ກັບພວກເພິ່ນເປັນຜູ້ຊ່ວຍຂອງພວກເພິ່ນດ້ວຍ.
6
ພວກເພິ່ນໄດ້ເດີນທາງໄປທົ່ວເກາະຈົນມາຮອດເມືອງປາໂຟ. ຢູ່ທີ່ນັ້ນ ພວກເພິ່ນໄດ້ພົບໝໍເວດມົນຄາຖາຊາວຢິວ ເຊິ່ງເປັນຜູ້ທຳນວາຍປອມຊື່ບາຣະເຢຊູ,
7
ຜູ້ທີ່ເປັນຄົນຮັບໃຊ້ຂອງຜູ້ປົກຄອງເກາະ, ຄືເຊຄີໂອໂປໂລ. ຜູ້ປົກຄອງເກາະຄົນນີ້ເປັນຄົນສະຫລາດ, ເພິ່ນໄດ້ສົ່ງຄົນໄປເຊີນບາຣະນາບາ ແລະ ໂຊໂລໄປພົບ ເພາະເພິ່ນຢາກຟັງພຣະຄຳຂອງພຣະເຈົ້າ.
8
ແຕ່ເອລີມາ ໝໍເວດມົນຄາຖາ (ເປັນຊື່ຂອງລາວມີຄວາມໝາຍຢ່າງນັ້ນ) ໄດ້ມາຂັດຂວາງພວກເພິ່ນທັງສອງໄວ້ໂດຍພະຍາຍາມຈະປ່ຽນໃຈຜູ້ປົກຄອງໃຫ້ອອກຈາກຄວາມເຊື່ອ.
9
ແລ້ວໂຊໂລທີ່ມີອີກຊື່ໜຶ່ງວ່າໂປໂລ ຜູ້ທີ່ເຕັມດ້ວຍພຣະວິນຍານບໍລິສຸດເຈົ້າໄດ້ຈ້ອງໄປເບິ່ງທີ່ເອລີມາ ແລະ ເວົ້າວ່າ,
10
“ເຈົ້າຜູ້ເປັນລູກຂອງມານຮ້າຍ ແລະ ຜູ້ເປັນສັດຕູຂອງທຸກສິ່ງທີ່ຊອບທຳ! ເຈົ້າຜູ້ເຕັມໄປດ້ວຍກົນອຸບາຍ ແລະ ການຫລອກລວງທຸກຊະນິດ. ເຈົ້າຈະບໍ່ເຊົາບິດເບືອນຫົນທາງອັນຖືກຕ້ອງຂອງອົງພຣະຜູ້ເປັນເຈົ້າຈັກເທື່ອບໍ?
11
ບັດນີ້ ມືຂອງອົງພຣະຜູ້ເປັນເຈົ້າຈະຈັດການກັບເຈົ້າ, ເຈົ້າຈະຕາບອດເບິ່ງບໍ່ເຫັນແມ່ນແຕ່ແສງຕາເວັນຕະຫລອດຊ່ວງເວລາໜຶ່ງ”. ທັນໃດນັ້ນ ໝອກ ແລະ ຄວາມມືດມົວກໍເຂົ້າມາປົກຄຸມລາວ ແລະ ລາວຕ້ອງງົມຊອກຫາຄົນເພື່ອໃຫ້ຈູງມືຂອງຕົນໄປ.
12
ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນ, ເພິ່ນກໍໄດ້ເຊື່ອ, ເພາະເພິ່ນອັດສະຈັນໃຈໃນຄຳສອນກ່ຽວກັບອົງພຣະຜູ້ເປັນເຈົ້າ.
13
ໂປໂລກັບຜູ້ຮ່ວມງານຂອງເພິ່ນໄດ້ລົງເຮືອຈາກເມືອງປາໂຟເດີນທາງໄປທີ່ເມືອງເປກາໃນແຂວງປຳຟີເລຍ, ບ່ອນທີ່ໂຢຮັນໄດ້ປະພວກເພິ່ນໄວ້ເພື່ອກັບຄືນໄປຍັງເຢຣູຊາເລັມ.
14
ຈາກເມືອງເປກາ ພວກເພິ່ນໄດ້ເດີນທາງຕໍ່ມາຍັງເມືອງອັນຕີໂອເຂຍແຂວງປີຊີເດຍ. ໃນວັນຊະບາໂຕ ພວກເພິ່ນກໍເຂົ້າໄປນັ່ງໃນທຳມະສາລາ.
15
ຫລັງຈາກອ່ານໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍແລ້ວ, ບັນດາຫົວໜ້າທຳມະສາລາກໍໃຫ້ຄົນໄປບອກພວກເພິ່ນວ່າ, “ພີ່ນ້ອງ, ຖ້າພວກທ່ານມີຄຳໜູນໃຈແກ່ປະຊາຊົນເຫລົ່ານີ້ກໍເຊີນກ່າວໄດ້”.
16
ໂປໂລຢືນຂຶ້ນ, ໃຊ້ມືຂອງຕົນເຮັດເປັນສັນຍານ ແລະ ເວົ້າວ່າ: “ພີ່ນ້ອງອິດສະຣາເອນ ແລະ ພວກເຈົ້າຊາວຕ່າງຊາດຜູ້ນະມັດສະການພຣະເຈົ້າ, ເຊີນຟັງຂ້າພະເຈົ້າ!
17
ພຣະເຈົ້າຂອງຊົນຊາດອິດສະຣາເອນໄດ້ເລືອກເອົາບັນພະບຸລຸດຂອງພວກເຮົາ; ພຣະອົງເຮັດໃຫ້ປະຊາຊົນຈະເລີນຮຸ່ງເຮືອງຂະນະທີ່ພວກເພິ່ນຢູ່ໃນປະເທດເອຢິບ; ພຣະອົງໄດ້ນຳພວກເພິ່ນອອກມາຈາກປະເທດນັ້ນດ້ວຍລິດອຳນາດອັນຍິ່ງໃຫຍ່;
18
ພຣະອົງໄດ້ອົດທົນຕໍ່ການປະພຶດ ຂອງພວກເພິ່ນເປັນເວລາສີ່ສິບປີໃນຖິ່ນແຫ້ງແລ້ງກັນດານ;
19
ແລະ ພຣະອົງໄດ້ໂຄ່ນລົ້ມເຈັດຊົນຊາດໃນການາອານ, ໂດຍການມອບດິນແດນຂອງພວກເຂົາໃຫ້ເປັນມໍລະດົກແກ່ຄົນຂອງພຣະອົງ.
20
ທັງໝົດນີ້ໃຊ້ເວລາປະມານສີ່ຮ້ອຍຫ້າສິບປີ. “ຫລັງຈາກນັ້ນ ພຣະເຈົ້າໄດ້ມອບຜູ້ພິພາກສາໃຫ້ແກ່ພວກເຂົາຈົນເຖິງສະໄໝຂອງຜູ້ທຳນວາຍຊາມູເອນ.
21
ແລ້ວປະຊາຊົນໄດ້ຂໍໃຫ້ມີກະສັດ ແລະ ພຣະເຈົ້າກໍມອບໂຊນລູກຊາຍຂອງກີເຊ, ຈາກຕະກຸນເບັນຢາມິນໃຫ້ແກ່ພວກເພິ່ນ, ໃຫ້ປົກຄອງຢູ່ສີ່ສິບປີ.
22
ຫລັງຈາກທີ່ພຣະເຈົ້າໄດ້ປົດໂຊນລົງແລ້ວ, ພຣະອົງກໍຕັ້ງດາວິດຂຶ້ນເປັນກະສັດ. ພຣະເຈົ້າໄດ້ເປັນພະຍານກ່ຽວກັບດາວິດວ່າ: ‘ເຮົາໄດ້ພົບດາວິດລູກຊາຍຂອງເຢຊີ, ເປັນຜູ້ທີ່ຕາມໃຈເຮົາ, ລາວຈະເຮັດທຸກສິ່ງທີ່ເຮົາຕ້ອງການໃຫ້ລາວເຮັດ’.
23
“ຈາກເຊື້ອສາຍເດວິດນີ້ເອງ ພຣະເຈົ້າໄດ້ນຳພຣະເຢຊູເຈົ້າພຣະຜູ້ຊ່ວຍໃຫ້ພົ້ນມາໃຫ້ປະຊາຊົນອິດສະຣາເອນ, ຕາມທີ່ພຣະອົງໄດ້ສັນຍາໄວ້.
24
ກ່ອນທີ່ພຣະເຢຊູເຈົ້າມາ, ໂຢຮັນໄດ້ປະກາດເລື່ອງການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບບັບຕິສະມາໃຫ້ຄົນອິດສະຣາເອນທັງໝົດ.
25
ເມື່ອໂຢຮັນໃກ້ຈະສຳເລັດພາລະກິດຂອງຕົນແລ້ວ, ເພິ່ນໄດ້ກ່າວວ່າ: ‘ພວກເຈົ້າທັງຫລາຍຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນຜູ້ທີ່ພວກເຈົ້າກຳລັງຊອກຫາຢູ່ນັ້ນ. ແຕ່ມີຜູ້ໜຶ່ງກຳລັງຈະມາພາຍຫລັງຂ້າພະເຈົ້າ ຜູ້ທີ່ຂ້າພະເຈົ້າບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບຂອງເພິ່ນ’.
26
“ພີ່ນ້ອງທັງຫລາຍຜູ້ເປັນລູກຫລານຂອງອັບຣາຮາມ ແລະ ທ່ານຊາວຕ່າງຊາດທັງຫລາຍຜູ້ຢຳເກງພຣະເຈົ້າ, ເລື່ອງລາວແຫ່ງຄວາມພົ້ນນີ້ຖືກສົ່ງມາກໍເພື່ອພວກເຮົາ.
27
ຊາວເຢຣູຊາເລັມ ແລະ ພວກຜູ້ປົກຄອງຂອງພວກເຂົາບໍ່ໄດ້ຮູ້ວ່າພຣະເຢຊູເຈົ້າຄືຜູ້ໃດ, ແຕ່ໃນການຕັດສິນລົງໂທດພຣະອົງນັ້ນ ພວກເຂົາກໍໄດ້ເຮັດຕາມຄຳຂອງຜູ້ທຳນວາຍທີ່ພວກເຂົາໄດ້ອ່ານຢູ່ທຸກວັນຊະບາໂຕ.
28
ເຖິງແມ່ນວ່າພວກເຂົາຫາເຫດໃຫ້ຮັບໂທດປະຫານບໍ່ໄດ້ກໍຕາມ, ພວກເຂົາກໍຍັງຮ້ອງຂໍໃຫ້ປີລາດຂ້າພຣະອົງ.
29
ເມື່ອພວກເຂົາໄດ້ເຮັດຕາມທຸກຢ່າງທີ່ມີຂຽນໄວ້ກ່ຽວກັບພຣະອົງແລ້ວ, ພວກເຂົາກໍນຳສົບຂອງພຣະອົງລົງມາຈາກໄມ້ກາງແຂນ ແລະ ວາງພຣະອົງໄວ້ໃນອຸບມຸງ.
30
ແຕ່ພຣະເຈົ້າໄດ້ໃຫ້ພຣະອົງເປັນຄືນມາຈາກຕາຍ,
31
ແລະ ບັນດາຜູ້ທີ່ເຄີຍເດີນທາງກັບພຣະອົງຈາກແຂວງຄາລີເລມາເຢຣູຊາເລັມໄດ້ເຫັນພຣະອົງເປນເວລາຫລາຍວັນ. ບັດນີ້ ພວກເຂົາໄດ້ເປັນພະຍານເລື່ອງຂອງພຣະອົງກັບປະຊາຊົນຂອງພວກເຮົາ.
32
“ພວກເຮົາບອກຂ່າວປະເສີດນີ້ກັບທ່ານທັງຫລາຍວ່າ: ສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກເຮົານັ້ນ,
33
ພຣະເຈົ້າໄດ້ເຮັດແລ້ວເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໂດຍໄດ້ໃຫ້ພຣະເຢຊູເຈົ້າເປັນຄືນມາ, ຕາມທີ່ມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນບົດທີສອງວ່າ: “‘ທ່ານເປັນບຸດຂອງເຮົາ; ວັນນີ້ເຮົາໄດ້ເປັນບິດາຂອງທ່ານ ’.
34
ພຣະເຈົ້າໄດ້ໃຫ້ພຣະອົງເປັນຄືນມາຈາກຕາຍເພື່ອວ່າພຣະອົງຈະບໍ່ຕ້ອງເປື່ອຍເນົ່າຈັກເທື່ອ. ເພາະພຣະເຈົ້າໄດ້ກ່າວວ່າ, “‘ເຮົາຈະໃຫ້ພອນບໍລິສຸດ ແລະ ໝັ້ນຄົງແກ່ພວກເຈົ້າທັງຫລາຍຕາມທີ່ໄດ້ສັນຍາໄວ້ກັບດາວິດ’.
35
ແລະ ພຣະອົງໄດ້ກ່າວໄວ້ໃນບົດອື່ນເໝືອນກັນວ່າ: “‘ພຣະອົງຈະບໍ່ປ່ອຍໃຫ້ອົງບໍລິສຸດຂອງພຣະອົງເປື່ອຍເນົ່າ’.
36
“ບັດນີ້ ເມື່ອດາວິດໄດ້ຮັບໃຊ້ຕາມຈຸດປະສົງຂອງພຣະເຈົ້າໃນຊົ່ວອາຍຸຂອງເພິ່ນແລ້ວ, ເພິ່ນກໍລ່ວງລັບໄປ; ເພິ່ນໄດ້ຖືກຝັງໄວ້ກັບບັນດາບັນພະບຸລຸດຂອງເພິ່ນ ແລະ ຮ່າງກາຍຂອງເພິ່ນກໍເປື່ອຍເນົ່າໄປ.
37
ແຕ່ພຣະອົງຜູ້ທີ່ພຣະເຈົ້າໃຫ້ເປັນຄືນມາຈາກຕາຍນັ້ນບໍ່ພົບຄວາມເປື່ອຍເນົ່າ.
38
“ເຫດສະນັ້ນ, ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າໂດຍທາງພຣະເຢຊູເຈົ້ານີ້ ບາບຈຶ່ງໄດ້ຮັບການອະໄພ ນີ້ຄືຂໍ້ທີ່ພຣະເຈົ້າໃຫ້ປະກາດກັບພວກທ່ານ.
39
ໂດຍທາງພຣະອົງນັ້ນ ທຸກຄົນທີ່ເຊື່ອກໍໄດ້ຮັບອິດສະຫລະຈາກບາບທຸກຢ່າງ, ເຊິ່ງເປັນການຊຳລະທີ່ພວກເຈົ້າບໍ່ສາມາດໄດ້ມາພາຍໃຕ້ກົດບັນຍັດຂອງໂມເຊ.
40
ຈົ່ງລະວັງໃຫ້ດີ ເພື່ອວ່າສິ່ງທີ່ບັນດາຜູ້ທຳນວາຍໄດ້ກ່າວໄວ້ນັ້ນຈະບໍ່ເກີດຂຶ້ນກັບພວກທ່ານຄື:
41
“‘ເບິ່ງແມ, ພວກເຈົ້າຄົນທີ່ມັກເຢາະເຢີ້ຍ, ຈົ່ງສົງໄສ ແລະ ຈິບຫາຍໄປ ເພາະເຮົາກຳລັງຈະເຮັດບາງສິ່ງໃນຍຸກຂອງພວກເຈົ້າ ເຖິງແມ່ນວ່າມີບາງຄົນໄດ້ບອກພວກເຈົ້າແລ້ວກໍຕາມ ພວກເຈົ້າກໍຈະບໍ່ເຊື່ອຈັກເທື່ອ’ ”.
42
ຂະນະທີ່ໂປໂລ ແລະ ບາຣະນາບາກຳລັງອອກຈາກທຳມະສາລາ, ປະຊາຊົນກໍໄດ້ເຊີນພວກເພິ່ນໃຫ້ກ່າວຂໍ້ຄວາມເຫລົ່ານີ້ອີກໃນວັນຊະບາໂຕຖັດໄປ.
43
ເມື່ອຄົນທີ່ໄປເຕົ້າໂຮມກັນໄດ້ເລີກໄປແລ້ວ, ຊາວຢິວຫລາຍຄົນ ແລະ ຄົນທີ່ບໍ່ແມ່ນຢິວທີ່ມານັບຖືສາສະໜາຢິວຫລາຍຄົນກໍໄດ້ຕິດຕາມໂປໂລ ແລະ ບາຣະນາບາໄປ, ພວກເພິ່ນກໍໄດ້ສົນທະນາ ແລະ ຂໍຮ້ອງພວກເຂົາໃຫ້ໝັ້ນຄົງຢູ່ໃນພຣະຄຸນຂອງພຣະເຈົ້າຕໍ່ໄປ.
44
ໃນວັນຊະບາໂຕຕໍ່ມາ ຄົນເກືອບໝົດທັງເມືອງໄດ້ມາເຕົ້າໂຮມກັນເພື່ອຟັງພຣະຄຳຂອງອົງພຣະຜູ້ເປັນເຈົ້າ.
45
ເມື່ອພວກຢິວເຫັນຄົນຫລວງຫລາຍ, ພວກເຂົາກໍເຕັມໄປດ້ວຍຄວາມອິດສາ. ພວກເຂົາຈຶ່ງເລີ່ມຄັດຄ້ານຕໍ່ສິ່ງທີ່ໂປໂລກຳລັງກ່າວ ແລະ ຫຸ້ມຂົ່ມເຫັງເພິ່ນ.
46
ແລ້ວໂປໂລ ແລະ ບາຣະນາບາຈຶ່ງໂຕ້ຕອບພວກເຂົາຢ່າງກ້າຫານວ່າ: “ພວກເຮົາຈຳເປັນຕ້ອງປະກາດພຣະຄຳຂອງພຣະເຈົ້າກັບພວກທ່ານກ່ອນ. ແຕ່ໃນເມື່ອພວກທ່ານປະຕິເສດພຣະຄຳ ແລະ ບໍ່ເຫັນວ່າຕົວພວກທ່ານເອງສົມຄວນກັບຊີວິດນິລັນດອນ, ບັດນີ້ ພວກເຮົາກໍຈະຫັນໄປຫາບັນດາຄົນຕ່າງຊາດ.
47
ເພາະນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງພວກເຮົາໄວ້ວ່າ: “‘ເຮົາໄດ້ເຮັດໃຫ້ເຈົ້າ ເປັນແສງສະຫວ່າງແກ່ຄົນຕ່າງຊາດ ເພື່ອເຈົ້າຈະນຳຄວາມພົ້ນໄປຈົນເຖິງສຸດປາຍແຜ່ນດິນໂລກ’ ”.
48
ເມື່ອຄົນຕ່າງຊາດໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍດີໃຈ ແລະ ຍົກຍ້ອງພຣະຄຳຂອງອົງພຣະຜູ້ເປັນເຈົ້າ; ແລະ ບັນດາຜູ້ທີ່ໄດ້ຖືກເລືອກໄວ້ສຳລັບຊີວິດນິລັນດອນກໍໄດ້ເຊື່ອ.
49
ພຣະຄຳຂອງອົງພຣະຜູ້ເປັນເຈົ້າໄດ້ແຜ່ອອກໄປທົ່ວດິນແດນນັ້ນ.
50
ແຕ່ພວກຜູ້ນຳຢິວໄດ້ຍຸຍົງພວກແມ່ຍິງຊົນຊັ້ນສູງທີ່ຢຳເກງພຣະເຈົ້າ ແລະ ພວກຜູ້ຊາຍທີ່ເປັນຜູ້ນຳໃນເມືອງນັ້ນ. ພວກເຂົາເຮັດໃຫ້ຄົນເຫລົ່ານີ້ຂົ່ມເຫັງຕໍ່ຕ້ານໂປໂລກັບບາຣະນາບາ ແລະ ໄດ້ຂັບໄລ່ພວກເພິ່ນທັງສອງຄົນອອກຈາກດິນແດນຂອງພວກເຂົາ.
51
ດັ່ງນັ້ນ ພວກເພິ່ນຈຶ່ງສັ່ນຂີ້ຝຸ່ນອອກຈາກຕີນຂອງພວກເພິ່ນເພື່ອເປັນການເຕືອນພວກເຂົາ ແລ້ວກໍອອກເດີນທາງໄປຍັງເມືອງອີໂກນີອົມ.
52
ແລະ ບັນດາສາວົກກໍເຕັມລົ້ນດ້ວຍຄວາມຊື່ນຊົມຍິນດີ ແລະ ເຕັມລົ້ນດ້ວຍພຣະວິນຍານບໍລິສຸດເຈົ້າ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28