bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 5
Acts 5
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 6 →
1
ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ພ້ອມກັບຊາຟີຣາເມຍຂອງລາວ, ກໍໄດ້ຂາຍທີ່ດິນຕອນໜຶ່ງເໝືອນກັນ.
2
ລາວໄດ້ເກັບເງິນສ່ວນໜຶ່ງໄວ້ເພື່ອຕົນເອງ ເຊິ່ງເມຍຂອງລາວກໍຮູ້ດີ, ແຕ່ໄດ້ນຳເງິນສ່ວນທີ່ເຫລືອມາວາງລົງທີ່ຕີນຂອງພວກອັກຄະສາວົກ.
3
ແລ້ວເປໂຕຈຶ່ງກ່າວວ່າ, “ອານາເນຍ, ດ້ວຍເຫດໃດ ໃຈຂອງເຈົ້າຈຶ່ງເຕັມໄປດ້ວຍມານຊາຕານ ເຈົ້າຈຶ່ງຕົວະຕໍ່ພຣະວິນຍານບໍລິສຸດເຈົ້າ ແລະ ເກັບເງິນຄ່າທີ່ດິນຈຳນວນໜຶ່ງທີ່ເຈົ້າໄດ້ຮັບສຳລັບທີ່ດິນໄວ້ເພື່ອເຈົ້າເອງ?
4
ກ່ອນທີ່ເຈົ້າບໍ່ທັນໄດ້ຂາຍ ດິນຕອນນີ້ກໍເປັນຂອງເຈົ້າບໍ່ແມ່ນບໍ? ແລະ ເມື່ອຂາຍດິນນັ້ນແລ້ວ, ເງິນກໍຢູ່ໃນອຳນາດຂອງເຈົ້າບໍ່ແມ່ນບໍ? ແມ່ນຫຍັງເຮັດໃຫ້ເຈົ້າຄິດເຮັດຢ່າງນີ້? ເຈົ້າບໍ່ໄດ້ຕົວະມະນຸດແຕ່ໄດ້ຕົວະພຣະເຈົ້າ”.
5
ເມື່ອອານາເນຍໄດ້ຍິນດັ່ງນີ້, ລາວກໍລົ້ມລົງຕາຍ. ແລະ ຄົນທັງປວງທີ່ໄດ້ຍິນສິ່ງທີ່ເກີດຂຶ້ນນັ້ນຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່.
6
ແລ້ວພວກຊາຍໜຸ່ມຈຳນວນໜຶ່ງຈຶ່ງເຂົ້າມາຫໍ່ສົບລາວ ແລະ ຫາມອອກໄປຝັງ.
7
ຫລັງຈາກນັ້ນ ປະມານສາມຊົ່ວໂມງຕໍ່ມາ ເມຍຂອງລາວກໍເຂົ້າມາ, ໂດຍທີ່ຍັງບໍ່ຮູ້ເລື່ອງທີ່ເກີດຂຶ້ນ.
8
ເປໂຕໄດ້ຖາມນາງວ່າ, “ຈົ່ງບອກເຮົາວ່າ ເຈົ້າກັບອານາເນຍຂາຍທີ່ດິນໄດ້ເງິນເທົ່ານີ້ບໍ?” ນາງຕອບວ່າ, “ແມ່ນ, ໄດ້ເທົ່ານັ້ນ”.
9
ເປໂຕຈຶ່ງກ່າວກັບນາງວ່າ, “ພວກເຈົ້າກ້າທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າໄດ້ຢ່າງໃດ? ຈົ່ງຟັງ! ຕີນຂອງບັນດາຜູ້ຝັງສົບຜົວຂອງເຈົ້າກໍຢູ່ທີ່ປະຕູ ແລະ ພວກເຂົາຈະຫາມເຈົ້າອອກໄປເໝືອນກັນ”.
10
ໃນທັນໃດນັ້ນ ນາງກໍລົ້ມລົງຕາຍທີ່ຕີນຂອງເປໂຕ. ເມື່ອພວກຊາຍໜຸ່ມເຂົ້າມາກໍເຫັນວ່ານາງຕາຍແລ້ວ, ຈຶ່ງຫາມເອົາສົບໄປຝັງຂ້າງຜົວຂອງນາງ.
11
ຄຣິສຕະຈັກທັງໝົດ ແລະ ຄົນທັງປວງທີ່ໄດ້ຍິນເຫດການເຫລົ່ານີ້ຕ່າງກໍພາກັນຕົກໃຈຢ້ານກົວຫລາຍ.
12
ພວກອັກຄະສາວົກໄດ້ສະແດງໝາຍສຳຄັນ ແລະ ການອັດສະຈັນຫລາຍຢ່າງໃນທ່າມກາງປະຊາຊົນ. ແລະ ຜູ້ທີ່ເຊື່ອທັງໝົດມັກມາເຕົ້າໂຮມກັນທີ່ລະບຽງຂອງໂຊໂລໂມນ.
13
ສ່ວນຄົນອື່ນໆບໍ່ມີຜູ້ໃດກ້າມາຮ່ວມກັບພວກເພິ່ນ, ເຖິງແມ່ນວ່າພວກເພິ່ນເປັນທີ່ເຄົາລົບນັບຖືຢ່າງສູງຂອງປະຊາຊົນຈຳນວນຫລາຍກໍຕາມ.
14
ແຕ່ເຖິງປານນັ້ນ ກໍຍັງມີຜູ້ຊາຍ ແລະ ແມ່ຍິງຈຳນວນຫລວງຫລາຍທີ່ໄດ້ເຊື່ອໃນອົງພຣະຜູ້ເປັນເຈົ້າ ແລະ ມີຈຳນວນເພີ່ມຂຶ້ນ.
15
ຈົນວ່າພວກເຂົາໄດ້ຫາມຄົນເຈັບປ່ວຍໄປວາງໄວ້ຕາມຫົນທາງ ແລະ ໃຫ້ຄົນເຈັບປ່ວຍນອນເທິງບ່ອນນອນ ແລະ ເທິງເສື່ອ ເພື່ອວ່າຢ່າງນ້ອຍເມື່ອເປໂຕຍ່າງຜ່ານໄປນັ້ນເງົາຂອງເພິ່ນຈະໄດ້ຖືກບາງຄົນ.
16
ມີຄົນຈຳນວນຫລວງຫລາຍອອກມາຈາກເມືອງຕ່າງໆທີ່ຢູ່ອ້ອມຂ້າງເຢຣູຊາເລັມມາເຕົ້າໂຮມກັນ, ໄດ້ນຳເອົາຄົນເຈັບປ່ວຍ ແລະ ຄົນທີ່ທໍລະມານຍ້ອນວິນຍານສົກກະປົກເຂົ້າສິງ ແລະ ພວກເຂົາທັງໝົດກໍໄດ້ຮັບການຮັກສາໃຫ້ຫາຍດີ.
17
ແລ້ວມະຫາປະໂລຫິດ ແລະ ພັກພວກທັງໝົດຂອງຕົນຄືພວກທີ່ເປັນສະມາຊິກຂອງພວກຊາດູກາຍ, ກໍເຕັມໄປດ້ວຍຄວາມອິດສາ.
18
ພວກເຂົາຈຶ່ງໄດ້ຈັບເອົາພວກອັກຄະສາວົກ ແລະ ຂັງພວກເພິ່ນໄວ້ໃນຄຸກສາທາລະນະ.
19
ແຕ່ໃນເວລາກາງຄືນກໍມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູຕ່າງໆໃນຄຸກແລ້ວພາພວກເພິ່ນອອກມາ.
20
ແລະ ກ່າວວ່າ, “ຈົ່ງໄປຢືນຢູ່ໃນເດີ່ນວິຫານ ແລະ ເລົ່າໃຫ້ປະຊາຊົນຟັງເລື່ອງຊີວິດໃໝ່ທັງໝົດນີ້”.
21
ພໍຮຸ່ງເຊົ້າມາ ພວກອັກຄະສາວົກກໍໄດ້ເຂົ້າໄປໃນເດີ່ນວິຫານຕາມທີ່ພວກເພິ່ນໄດ້ຍິນ ແລະ ເລີ່ມຕົ້ນສັ່ງສອນປະຊາຊົນ. ເມື່ອມະຫາປະໂລຫິດກັບພັກພວກຂອງຕົນມາເຖິງ, ພວກເຂົາກໍເອີ້ນສະມາຊິກສະພາແຊນເຮດຣິນ ຄືພວກເຖົ້າແກ່ຊາວອິດສະຣາເອນທຸກຄົນໃຫ້ມາປະຊຸມ ແລ້ວໃຊ້ຄົນໄປຄຸກເພື່ອນຳເອົາພວກອັກຄະສາວົກອອກມາ.
22
ແຕ່ເມື່ອພວກເຈົ້າໜ້າທີ່ໄປເຖິງຄຸກ, ພວກເຈົ້າໜ້າທີ່ກໍບໍ່ພົບພວກອັກຄະສາວົກຢູ່ທີ່ນັ້ນ. ດັ່ງນັ້ນ ພວກເຂົາຈຶ່ງກັບມາລາຍງານວ່າ,
23
“ພວກຂ້ານ້ອຍເຫັນຄຸກອັດໄວ້ຢ່າງແໜ້ນໜາ ແລະ ຄົນເຝົ້າຍາມກໍຢືນເຝົ້າຢູ່ທີ່ປະຕູ; ແຕ່ເມື່ອພວກຂ້ານ້ອຍໄຂເຂົ້າໄປຂ້າງໃນແລ້ວກໍບໍ່ເຫັນຜູ້ໃດ”.
24
ເມື່ອຫົວໜ້າຄົນຍາມວິຫານ ແລະ ຫົວໜ້າປະໂລຫິດໄດ້ຍິນລາຍງານນີ້ແລ້ວກໍງົງ, ປະຫລາດໃຈວ່າເລື່ອງນີ້ຈະເປັນຢ່າງໃດຕໍ່ໄປ.
25
ແລ້ວມີຄົນໜຶ່ງມາ ແລະ ກ່າວວ່າ, “ເບິ່ງແມ! ຄົນທີ່ພວກທ່ານທັງຫລາຍໄດ້ຂັງໄວ້ໃນຄຸກນັ້ນກຳລັງຢືນສັ່ງສອນປະຊາຊົນຢູ່ໃນເດີ່ນວິຫານ”.
26
ຫົວໜ້າຍາມວິຫານກັບເຈົ້າໜ້າທີ່ຂອງຕົນຈຶ່ງພາກັນອອກໄປ ແລະ ນຳເອົາພວກອັກຄະສາວົກກັບມາ. ພວກເຂົາບໍ່ໄດ້ໃຊ້ກຳລັງ, ເພາະພວກເຂົາຢ້ານຖືກປະຊາຊົນແກວ່ງກ້ອນຫີນໃສ່.
27
ພວກອັກຄະສາວົກໄດ້ຖືກນຳເຂົ້າມາ ແລະ ໃຫ້ຢືນຢູ່ຕໍ່ໜ້າສະພາແຊນເຮດຣິນເພື່ອໃຫ້ມະຫາປະໂລຫິດສືບສວນ.
28
ມະຫາປະໂລຫິດກ່າວວ່າ, “ພວກເຮົາສັ່ງຫ້າມເດັດຂາດບໍ່ໃຫ້ພວກເຈົ້າສັ່ງສອນໃນນາມຊື່ນີ້, ແຕ່ພວກເຈົ້າໄດ້ເຮັດໃຫ້ຄຳສັ່ງສອນນັ້ນແຜ່ອອກໄປທົ່ວເຢຣູຊາເລັມ ແລະ ຕັ້ງໃຈເຮັດໃຫ້ພວກເຮົາມີຄວາມຜິດຍ້ອນຄວາມຕາຍຂອງຊາຍຜູ້ນີ້”.
29
ເປໂຕ ແລະ ອັກຄະສາວົກຄົນອື່ນໆຕອບວ່າ: “ພວກຂ້ານ້ອຍຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າເຊື່ອຟັງມະນຸດ!
30
ພຣະເຢຊູເຈົ້າທີ່ພວກທ່ານທັງຫລາຍໄດ້ຂ້າໂດຍຄຶງໄວ້ທີ່ໄມ້ກາງແຂນນັ້ນ ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາໄດ້ເຮັດໃຫ້ເປັນຄືນມາຈາກຕາຍແລ້ວ.
31
ພຣະເຈົ້າໄດ້ຍົກພຣະເຢຊູເຈົ້າຂຶ້ນໃຫ້ຢູ່ເບື້ອງຂວາມືຂອງພຣະອົງ ໃຫ້ເປັນອົງເຈົ້າຊາຍ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ ເພື່ອພຣະອົງຈະໃຫ້ປະຊາຊົນອິດສະຣາເອນກັບໃຈໃໝ່ ແລະ ໄດ້ຮັບການອະໄພບາບຂອງພວກເຂົາ.
32
ພວກຂ້ານ້ອຍຈຶ່ງເປັນພະຍານເຖິງເລື່ອງເຫລົ່ານີ້ ແລະ ພຣະວິນຍານບໍລິສຸດເຈົ້າທີ່ພຣະເຈົ້າໄດ້ໃຫ້ແກ່ບັນດາຜູ້ທີ່ເຊື່ອຟັງພຣະອົງນັ້ນ ກໍເປັນພະຍານເໝືອນກັນ”.
33
ເມື່ອພວກເຂົາໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍໃຈຮ້າຍແຮງ ແລະ ຕ້ອງການຈະຂ້າພວກອັກຄະສາວົກ.
34
ແຕ່ມີຟາຣີຊາຍຄົນໜຶ່ງຊື່ວ່າຄາມາລິເອັນ ເປັນຄູສອນກົດບັນຍັດທີ່ຄົນທັງຫລາຍນັບຖື, ເພິ່ນໄດ້ຢືນຂຶ້ນໃນທີ່ປະຊຸມສະພາແຊນເຮດຣິນ ແລະ ສັ່ງໃຫ້ນຳພວກອັກຄະສາວົກອອກໄປຂ້າງນອກຊົ່ວໄລຍະໜຶ່ງ.
35
ຫລັງຈາກນັ້ນ ເພິ່ນຈຶ່ງກ່າວແກ່ສະພາແຊນເຮດຣິນວ່າ: “ປະຊາຊົນອິດສະຣາເອນ, ຈົ່ງພິຈາລະນາຢ່າງລະມັດລະວັງເຖິງສິ່ງທີ່ພວກເຈົ້າຕັ້ງໃຈຈະເຮັດກັບຄົນເຫລົ່ານີ້ໃຫ້ດີ.
36
ເມື່ອບໍ່ດົນມານີ້ ທູດາໄດ້ປາກົດຕົວ, ອ້າງຕົນເອງວ່າເປັນຄົນສຳຄັນ ແລະ ມີປະມານສີ່ຮ້ອຍຄົນໄດ້ຮ່ວມກຳລັງກັບລາວ. ແຕ່ລາວໄດ້ຖືກຂ້າ, ຜູ້ທີ່ຕິດຕາມລາວທັງໝົດກໍແຕກກະຈັດກະຈາຍໄປ ແລະ ທັງໝົດເຮັດຫຍັງບໍ່ໄດ້.
37
ຕໍ່ມາຈາກລາວ, ຢູດາຊາວຄາລີເລໄດ້ປາກົດຂຶ້ນໃນຊ່ວງທີ່ມີການຈົດທະບຽນສຳມະໂນຄົວ ແລະ ນຳພາກຸ່ມປະຊາຊົນສູ່ການກະບົດ. ລາວກໍໄດ້ຖືກຂ້າຕາຍເໝືອນກັນ ແລະ ຜູ້ທີ່ຕິດຕາມລາວທັງໝົດກໍໄດ້ແຕກກະຈັດກະຈາຍໄປ.
38
ເຫດສະນັ້ນ ໃນກໍລະນີນີ້ຂ້າພະເຈົ້າຂໍແນະນຳພວກເຈົ້າທັງຫລາຍວ່າ: ຢ່າດຳເນີນການໃດຕໍ່ຄົນເຫລົ່ານີ້ເລີຍ! ປ່ອຍພວກເຂົາໄປ! ເພາະຖ້າເປົ້າໝາຍ ຫລື ກິດຈະການຂອງພວກເຂົາມາຈາກມະນຸດ, ມັນກໍຈະເສື່ອມສູນໄປເອງ.
39
ແຕ່ຖ້າສິ່ງນີ້ມາຈາກພຣະເຈົ້າ, ພວກເຈົ້າກໍບໍ່ສາມາດຢຸດຕິຄົນເຫລົ່ານີ້ໄດ້; ຈະກາຍເປັນວ່າພວກເຈົ້າເອງນັ້ນແຫລະ ທີ່ຕໍ່ສູ້ກັບພຣະເຈົ້າ”.
40
ຄຳປາໄສຂອງເພິ່ນໄດ້ໂນ້ມນ້າວພວກເຂົາ. ພວກເຂົາຈຶ່ງເອີ້ນພວກອັກຄະສາວົກເຂົ້າມາ ແລະ ໄດ້ຂ້ຽນພວກເພິ່ນ. ແລ້ວພວກເຂົາກໍໄດ້ສັ່ງພວກເພິ່ນບໍ່ໃຫ້ກ່າວອອກນາມຂອງພຣະເຢຊູເຈົ້າອີກ ແລະ ປ່ອຍພວກເພິ່ນໄປ.
41
ພວກອັກຄະສາວົກໄດ້ອອກຈາກສະພາແຊນເຮດຣິນໄປດ້ວຍຄວາມຊື່ນຊົມຍິນດີເພາະພວກເພິ່ນຖືວ່າຄຸ້ມຄ່າທີ່ໄດ້ທົນທຸກອັບອາຍເພາະເຫັນແກ່ນາມນັ້ນ.
42
ທຸກໆມື້ ໃນເດີ່ນວິຫານ ແລະ ຕາມເຮືອນຕ່າງໆ, ພວກເພິ່ນບໍ່ເຄີຍຢຸດສັ່ງສອນ ແລະ ປະກາດຂ່າວປະເສີດວ່າພຣະເຢຊູເຈົ້າຄືພຣະເມຊີອາ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28