bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 11
Acts 11
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 12 →
1
ບັນດາອັກຄະສາວົກ ແລະ ພວກພີ່ນ້ອງທີ່ເຊື່ອທົ່ວແຂວງຢູດາຍ ໄດ້ຍິນວ່າຄົນຕ່າງຊາດກໍໄດ້ຮັບພຣະຄຳຂອງພຣະເຈົ້າເໝືອນກັນ.
2
ດັ່ງນັ້ນ ເມື່ອເປໂຕກັບຄືນມາທີ່ເຢຣູຊາເລັມ ພວກຜູ້ທີ່ເຊື່ອທີ່ໄດ້ຮັບພິທີຕັດແລ້ວກໍວິພາກວິຈານເພິ່ນ
3
ແລະ ເວົ້າວ່າ, “ທ່ານໄດ້ເຂົ້າໄປໃນເຮືອນຂອງຄົນທີ່ບໍ່ໄດ້ຮັບພິທີຕັດ ແລະ ຮັບປະທານອາຫານກັບພວກເຂົາ”.
4
ເປໂຕຈຶ່ງເລີ່ມອະທິບາຍເລື່ອງທັງໝົດຈາກຈຸດເລີ່ມຕົ້ນແກ່ພວກເຂົາຟັງວ່າ:
5
“ຂ້າພະເຈົ້າຢູ່ທີ່ເມືອງຢົບປາກຳລັງອະທິຖານຢູ່ ແລະ ກໍລືມຄີງໄປ ຂ້າພະເຈົ້າກໍໄດ້ເຫັນນິມິດ. ຂ້າພະເຈົ້າເຫັນສິ່ງໜຶ່ງເໝືອນຜ້າຜືນໃຫຍ່ທັງສີ່ມູມຢ່ອນຈາກສະຫວັນລົງມາບ່ອນທີ່ຂ້າພະເຈົ້າຢູ່.
6
ຂ້າພະເຈົ້າເບິ່ງເຂົ້າໄປທາງໃນກໍເຫັນສັດບົກສີ່ຕີນ, ສັດປ່າ, ສັດເລືອຄານ ແລະ ນົກຕ່າງໆ.
7
ແລ້ວຂ້າພະເຈົ້າໄດ້ຍິນສຽງໜຶ່ງບອກຂ້າພະເຈົ້າວ່າ, ‘ເປໂຕ, ຈົ່ງລຸກຂຶ້ນ. ຈົ່ງຂ້າ ແລະ ກິນສາ’.
8
“ຂ້າພະເຈົ້າຕອບວ່າ, ‘ບໍ່ໄດ້ ອົງພຣະຜູ້ເປັນເຈົ້າ! ບໍ່ເຄີຍມີສິ່ງທີ່ເປັນມົນທິນ ຫລື ສິ່ງທີ່ບໍ່ສະອາດເຂົ້າໄປໃນປາກຂອງຂ້ານ້ອຍຈັກເທື່ອ’.
9
“ສຽງນັ້ນກ່າວຈາກສະຫວັນເປັນເທື່ອທີສອງວ່າ, ‘ຢ່າເອີ້ນສິ່ງທີ່ພຣະເຈົ້າໄດ້ຊຳລະໃຫ້ສະອາດແລ້ວວ່າເປັນມົນທິນ’.
10
ເຫດການເຊັ່ນນີ້ໄດ້ເກີດຂຶ້ນເຖິງສາມເທື່ອ, ແລ້ວສິ່ງທັງໝົດນັ້ນກໍຖືກຮັບຄືນສູ່ສະຫວັນອີກ.
11
“ໃນທັນໃດນັ້ນ ກໍມີຊາຍສາມຄົນທີ່ຖືກສົ່ງຈາກເມືອງກາຍຊາເຣຍມາຫາຂ້າພະເຈົ້າ ພວກເຂົາໄດ້ມາຢຸດຢູ່ທີ່ເຮືອນບ່ອນທີ່ຂ້າພະເຈົ້າອາໄສຢູ່.
12
ພຣະວິນຍານບໍລິສຸດເຈົ້າໄດ້ສັ່ງໃຫ້ຂ້າພະເຈົ້າໄປກັບພວກເຂົາໂດຍບໍ່ໃຫ້ລັງເລໃຈ. ພີ່ນ້ອງຫົກຄົນເຫລົ່ານີ້ກໍໄດ້ໄປກັບຂ້າພະເຈົ້າເໝືອນກັນ ແລະ ພວກເຮົາໄດ້ເຂົ້າໄປໃນເຮືອນຂອງຊາຍຜູ້ນັ້ນ.
13
ເພິ່ນໄດ້ເລົ່າເຫດການໃຫ້ພວກຂ້າພະເຈົ້າຟັງວ່າ ເພິ່ນໄດ້ເຫັນເທວະດາຕົນໜຶ່ງມາປາກົດໃນເຮືອນຂອງເພິ່ນ ແລະ ກ່າວວ່າ, ‘ຈົ່ງສົ່ງຄົນໄປເມືອງຢົບປາ ເພື່ອເຊີນເອົາຊີໂມນທີ່ມີອີກຊື່ໜຶ່ງວ່າເປໂຕ.
14
ລາວຈະກ່າວຖ້ອຍຄຳໃຫ້ເຈົ້າຟັງ ຜ່ານທາງຖ້ອຍຄຳນັ້ນ ເຈົ້າ ແລະ ທຸກຄົນໃນຄອບຄົວຂອງເຈົ້າຈະໄດ້ຮັບຄວາມພົ້ນ’.
15
“ເມື່ອຂ້າພະເຈົ້າເລີ່ມຕົ້ນກ່າວ, ພຣະວິນຍານບໍລິສຸດເຈົ້າກໍລົງມາເທິງພວກເຂົາເໝືອນທີ່ໄດ້ລົງມາເທິງພວກເຮົາໃນຕອນຕົ້ນນັ້ນ.
16
ແລ້ວຂ້າພະເຈົ້າຈຶ່ງໄດ້ລະນຶກເຖິງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ວ່າ: ‘ໂຢຮັນໄດ້ໃຫ້ບັບຕິສະມາດ້ວຍ ນ້ຳ, ແຕ່ຝ່າຍພວກເຈົ້າທັງຫລາຍຈະໄດ້ບັບຕິສະມາດ້ວຍ ພຣະວິນຍານບໍລິສຸດເຈົ້າ’.
17
ດັ່ງນັ້ນ ຖ້າພຣະເຈົ້າໃຫ້ພວກເຂົາໄດ້ຮັບຂອງປະທານຢ່າງດຽວກັນກັບໃຫ້ພວກເຮົາຜູ້ທີ່ເຊື່ອໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າແລ້ວ, ຂ້າພະເຈົ້າເປັນຜູ້ໃດທີ່ຄິດຈະຂັດຂວາງພຣະເຈົ້າໄດ້?”
18
ເມື່ອພວກເຂົາໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍບໍ່ມີຂໍ້ຄັດຄ້ານອັນໃດອີກ ແລະ ພາກັນສັນລະເສີນພຣະເຈົ້າວ່າ, ໂດຍກ່າວວ່າ, “ຖ້າເປັນດັ່ງນັ້ນແລ້ວ, ແມ່ນແຕ່ຄົນຕ່າງຊາດພຣະເຈົ້າກໍຍັງອະນຸຍາດໃຫ້ກັບໃຈໃໝ່ເຂົ້າສູ່ຊີວິດດ້ວຍ”.
19
ບັດນີ້ ບັນດາຜູ້ທີ່ໄດ້ແຕກກະຈັດກະຈາຍໄປເພາະການຂົ່ມເຫັງທີ່ເກີດຂຶ້ນເມື່ອຊະເຕຟາໂນຖືກຂ້ານັ້ນ ຕ່າງກໍພາກັນເດີນທາງໄປໄກຈົນເຖິງເມືອງໂຟນີເຊຍ, ເກາະໄຊປຣັດ ແລະ ເມືອງອັນຕີໂອເຂຍ ແລະ ໄດ້ປະກາດພຣະທຳໃຫ້ພຽງແຕ່ຊາວຢິວເທົ່ານັ້ນ.
20
ແຕ່ກໍມີບາງຄົນໃນພວກເຂົາທີ່ມາຈາກເກາະໄຊປຣັດ ແລະ ຈາກເມືອງກີເຣເນໄດ້ໄປທີ່ເມືອງອັນຕີໂອເຂຍ ແລະ ໄດ້ເລີ່ມຕົ້ນປະກາດຂ່າວປະເສີດເລື່ອງອົງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າແກ່ຊາວກຣີກອີກດ້ວຍ.
21
ມືຂອງອົງພຣະຜູ້ເປັນເຈົ້າໄດ້ຢູ່ນຳພວກເຂົາ ແລະ ມີຄົນເປັນຈຳນວນຫລວງຫລາຍໄດ້ເຊື່ອ ແລະ ກັບໃຈມາຫາອົງພຣະຜູ້ເປັນເຈົ້າ.
22
ຂ່າວກ່ຽວກັບເລື່ອງນີ້ໄດ້ໄປເຖິງຄຣິສຕະຈັກໃນເຢຣູຊາເລັມ ແລະ ພວກເຂົາຈຶ່ງສົ່ງບາຣະນາບາໄປທີ່ເມືອງອັນຕີໂອເຂຍ.
23
ເມື່ອບາຣະນາບາໄດ້ມາຮອດ ແລະ ໄດ້ເຫັນສິ່ງທີ່ເກີດຂຶ້ນໂດຍພຣະຄຸນຂອງພຣະເຈົ້າ, ເພິ່ນກໍດີໃຈ ແລະ ໜູນໃຈພວກເຂົາທຸກຄົນໃຫ້ສືບຕໍ່ສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງພວກເຂົາ.
24
ບາຣະນາບາເປັນຄົນດີ, ເຕັມດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ຄວາມເຊື່ອ, ແລ້ວຈຶ່ງມີຄົນຈຳນວນຫລວງຫລາຍໄດ້ມາເຊື່ອໃນອົງພຣະຜູ້ເປັນເຈົ້າ.
25
ຫລັງຈາກນັ້ນ ບາຣະນາບາໄດ້ໄປທີ່ເມືອງຕາໂຊເພື່ອຊອກຫາໂຊໂລ,
26
ແລະ ເມື່ອພົບເພິ່ນແລ້ວ, ເພິ່ນກໍນຳໂຊໂລໄປທີ່ເມືອງອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລໄດ້ພົບປະກັບຄຣິສຕະຈັກທີ່ນັ້ນຕະຫລອດໜຶ່ງປີເຕັມ ແລະ ໄດ້ສັ່ງສອນຄົນເປັນຈຳນວນຫລວງຫລາຍ. ພວກສາວົກໄດ້ຊື່ວ່າຄຣິສຕຽນເປັນເທື່ອທຳອິດທີ່ເມືອງອັນຕີໂອເຂຍນັ້ນເອງ.
27
ໃນເວລານັ້ນ ມີຜູ້ທຳນວາຍບາງຄົນລົງຈາກເຢຣູຊາເລັມມາທີ່ເມືອງອັນຕີໂອເຂຍ.
28
ຄົນໜຶ່ງໃນພວກເຂົາທີ່ຊື່ອາຄະໂບ, ໄດ້ຢືນຂຶ້ນ ແລະ ໄດ້ທຳນວາຍຜ່ານທາງພຣະວິນຍານວ່າຈະເກີດມີການອຶດຢາກອາຫານຢ່າງຮ້າຍແຮງຂຶ້ນທົ່ວຈັກກະພົບໂຣມ. (ເຫດການຄັ້ງນີ້ເກີດຂຶ້ນໃນສະໄໝຂອງກະລາວດີໂອ.)
29
ພວກສາວົກຈຶ່ງຕັດສິນໃຈວ່າຈະຮ່ວມກັນຊ່ວຍເຫລືອບັນດາພີ່ນ້ອງທີ່ອາໄສຢູ່ໃນແຂວງຢູດາຍຕາມຄວາມສາມາດຂອງແຕ່ລະຄົນ.
30
ພວກເພິ່ນໄດ້ເຮັດຕາມນັ້ນໂດຍຝາກສິ່ງຂອງໃຫ້ບາຣະນາບາກັບໂຊໂລນຳໄປຊ່ວຍບັນດາຜູ້ອາວຸໂສໃນຄຣິສຕະຈັກ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28