bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 24
Acts 24
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 25 →
1
ຫ້າວັນຕໍ່ມາ ມະຫາປະໂລຫິດອານາເນຍກໍໄດ້ເດີນທາງລົງໄປກາຍຊາເຣຍພ້ອມກັບພວກຜູ້ອາວຸໂສບາງຄົນ ແລະ ທະນາຍຄວາມຊື່ວ່າເຕຕູໂລ ແລະ ພວກເຂົານຳເອົາຂໍ້ກ່າວຫາໄປຟ້ອງໂປໂລຢູ່ຕໍ່ໜ້າຜູ້ປົກຄອງ.
2
ເມື່ອໂປໂລຖືກເອີ້ນຕົວເຂົ້າມາແລ້ວ, ເຕຕູໂລກໍສະເໜີຄະດີຂອງເພິ່ນຕໍ່ໜ້າຜູ້ປົກຄອງເຟລິກວ່າ: “ຮຽນພະນະທ່ານເຟລິກທີ່ນັບຖື ພວກຂ້າພະເຈົ້າທັງຫລາຍມີຄວາມສະຫງົບສຸກມາເປັນເວລາດົນນານພາຍໃຕ້ການປົກຄອງຂອງທ່ານ ແລະ ການທີ່ທ່ານເຫັນເຫດການລ່ວງໜ້າໄດ້ນັ້ນ ເຮັດໃຫ້ມີການປະຕິຮູບຕ່າງໆເກີດຂຶ້ນໃນປະເທດນີ້.
3
ທ່ານເຟລິກທີ່ນັບຖື, ພວກຂ້າພະເຈົ້ານ້ອມຮັບສິ່ງນີ້ດ້ວຍຄວາມສຳນຶກໃນບຸນຄຸນຢ່າງຍິ່ງໃນທຸກຫົນທຸກແຫ່ງ ແລະ ໃນທຸກໆດ້ານ.
4
ແຕ່ເພື່ອບໍ່ໃຫ້ເປັນການລົບກວນທ່ານຫລາຍເກີນໄປ, ຂ້າພະເຈົ້າຂໍຄວາມກະລຸນາຈາກທ່ານໃຫ້ຮັບຟັງພວກຂ້າພະເຈົ້າໂດຍສະຫລຸບສັ້ນໆ.
5
“ພວກຂ້າພະເຈົ້າພົບວ່າຊາຍຜູ້ນີ້ເປັນຄົນສ້າງບັນຫາ, ປຸກລະດົມການຈາລາຈົນໃນທ່າມກາງຊາວຢິວທັງໝົດທົ່ວໂລກ. ລາວເປັນແກນນຳຄົນໜຶ່ງຂອງລັດທິນາຊາເຣັດ
6
ແລະ ຍັງພະຍາຍາມຈະເຮັດໃຫ້ວິຫານເສື່ອມເສຍຄວາມສັກສິດ; ດັ່ງນັ້ນ ພວກຂ້າພະເຈົ້າຈຶ່ງຈັບກຸມລາວໄວ້.
7
ແຕ່ນາຍພັນລີເຊຍມາ ແລະ ໃຊ້ກຳລັງເອົາໂຕລາວໄປຈາກມືຂອງພວກເຮົາ ແລະ ສັ່ງຄົນທີ່ກ່າວຫານັ້ນໃຫ້ມາຟ້ອງຕໍ່ໜ້າທ່ານ
8
ຂໍໃຫ້ທ່ານສືບສວນລາວເອງ ແລ້ວທ່ານຈະຮູ້ຄວາມຈິງກ່ຽວກັບຂໍ້ກ່າວຫາທັງໝົດທີ່ພວກຂ້າພະເຈົ້າກຳລັງນຳມາກ່າວຫາລາວ”.
9
ພວກຢິວຄົນອື່ນ ກໍໄດ້ເຂົ້າຮ່ວມກ່າວຫານຳ, ໄດ້ຢືນຢັນວ່າສິ່ງເຫລົ່ານີ້ເປັນຄວາມຈິງ.
10
ເມື່ອຜູ້ປົກຄອງສັນຍານໃຫ້ໂປໂລເວົ້າ, ເພິ່ນຈຶ່ງຕອບວ່າ: “ຂ້າພະເຈົ້າຮູ້ວ່າທ່ານເປັນຜູ້ພິພາກສາໃຫ້ຊົນຊາດນີ້ມາຕະຫລອດຫລາຍປີ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງຍິນດີທີ່ຈະຂໍແກ້ຂໍ້ກ່າວຫາຂອງຕົນເອງ.
11
ທ່ານສາມາດກວດສອບໄດ້ຢ່າງງ່າຍວ່າຂ້າພະເຈົ້າໄດ້ຂຶ້ນໄປນະມັດສະການທີ່ເຢຣູຊາເລັມນັ້ນຍັງບໍ່ເກີນສິບສອງວັນ.
12
ຜູ້ທີ່ກ່າວຫາຂ້າພະເຈົ້າບໍ່ໄດ້ເຫັນວ່າຂ້າພະເຈົ້າໂຕ້ຖຽງກັບຜູ້ໃດທີ່ວິຫານ, ຫລື ປຸກລະດົມຄົນໃນທຳມະສາລາຕ່າງໆ ຫລື ບ່ອນອື່ນໃນເມືອງ.
13
ແລະ ພວກເຂົາກໍພິສູດສິ່ງທີ່ພວກເຂົາກ່າວຫາຂ້າພະເຈົ້າໃຫ້ທ່ານບໍ່ໄດ້.
14
ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າກໍຍອມຮັບວ່າຂ້າພະເຈົ້ານະມັດສະການພຣະເຈົ້າຂອງບັນພະບຸລຸດໃນຖານະຜູ້ຕິດຕາມ ‘ທາງນັ້ນ’, ເຊິ່ງພວກເຂົາເອີ້ນວ່ານິກາຍໜຶ່ງ. ຂ້າພະເຈົ້າເຊື່ອທຸກສິ່ງທີ່ສອດຄ່ອງກັບກົດບັນຍັດ ແລະ ທຸກສິ່ງທີ່ໄດ້ຂຽນໄວ້ໃນໜັງສືຜູ້ທຳນວາຍ,
15
ແລະ ຂ້າພະເຈົ້າມີຄວາມຫວັງໃນພຣະເຈົ້າເໝືອນກັບຄົນເຫລົ່ານີ້ວ່າ ຈະມີການເປັນຄືນມາຈາກຕາຍທັງຂອງຄົນຊອບທຳ ແລະ ຄົນຊົ່ວ.
16
ດັ່ງນັ້ນ ຂ້າພະເຈົ້າຈຶ່ງພະຍາຍາມຮັກສາຈິດສຳນຶກອັນດີງາມຕໍ່ໜ້າພຣະເຈົ້າ ແລະ ຕໍ່ໜ້າມະນຸດ.
17
“ຫລັງຈາກຫາຍໄປຫລາຍປີ, ຂ້າພະເຈົ້າໄດ້ມາທີ່ເຢຣູຊາເລັມເພື່ອນຳເງິນມາໃຫ້ພີ່ນ້ອງທີ່ທຸກຍາກ ແລະ ຖວາຍເຄື່ອງບູຊາ.
18
ເວລາທີ່ພວກເຂົາພົບຂ້າພະເຈົ້າເຮັດສິ່ງນີ້ຢູ່ທີ່ເດີ່ນວິຫານ ຂ້າພະເຈົ້າໄດ້ຊຳລະຕົວໃຫ້ສະອາດຕາມພິທີແລ້ວ. ບໍ່ມີປະຊາຊົນຢູ່ກັບຂ້າພະເຈົ້າເລີຍ, ອີກທັງຂ້າພະເຈົ້າບໍ່ໄດ້ກ່ຽວຂ້ອງກັບການວຸ້ນວາຍໃດເລີຍ.
19
ແຕ່ມີຊາວຢິວບາງຄົນຈາກແຂວງເອເຊຍ, ເຊິ່ງຄວນຈະຢູ່ຕໍ່ໜ້າທ່ານທີ່ນີ້ ແລະ ນຳເອົາຂໍ້ກ່າວຫາມາຖ້າພວກເຂົາມີຫຍັງຈະຟ້ອງຂ້າພະເຈົ້າ.
20
ຫລື ໃຫ້ຄົນເຫລົ່ານີ້ທີ່ຢູ່ບ່ອນນີ້ລະບຸຄວາມຜິດທີ່ພວກເຂົາເຫັນໃນຂ້າພະເຈົ້າເມື່ອເວລາທີ່ຂ້າພະເຈົ້າຢືນຢູ່ຕໍ່ໜ້າສະພາແຊນເຮດຣິນ.
21
ນອກຈາກເລື່ອງນີ້ເລື່ອງດຽວທີ່ຂ້າພະເຈົ້າໄດ້ຮ້ອງຂຶ້ນຂະນະຢືນຢູ່ຕໍ່ໜ້າພວກເຂົາວ່າ: ‘ທີ່ຂ້າພະເຈົ້າຕ້ອງຖືກດຳເນີນຄະດີຕໍ່ໜ້າທ່ານໃນວັນນີ້ ກໍເພາະຂ້າພະເຈົ້າເຊື່ອໃນການເປັນຄືນມາຈາກຕາຍ’”.
22
ຫລັງຈາກນັ້ນ ເຟລິກ ຜູ້ທີ່ຄຸ້ນເຄີຍດີກັບເລື່ອງ “ທາງນັ້ນ”, ຈຶ່ງສັ່ງເລື່ອນການພິຈາລະນາຄະດີ. ເພິ່ນກ່າວວ່າ, “ເຮົາຈະຕັດສິນຄະດີຂອງເຈົ້າເມື່ອນາຍພັນລີເຊຍມາເຖິງ”.
23
ເຟລິກໄດ້ສັ່ງນາຍຮ້ອຍໃຫ້ເຝົ້າໂປໂລ ແຕ່ຜ່ອນຜັນໃຫ້ມີອິດສະຫລະ ແລະ ອະນຸຍາດໃຫ້ເພື່ອນຂອງໂປໂລເບິ່ງແຍງຊ່ວຍເຫລືອເພິ່ນໃນສິ່ງທີ່ຈຳເປັນ.
24
ຫລາຍວັນຕໍ່ມາ ເຟລິກມາພ້ອມກັບດູຊີນລາເມຍຂອງເພິ່ນ ເຊິ່ງເປັນຊາວຢິວ. ເພິ່ນໄດ້ເອີ້ນໂປໂລມາພົບ ແລະ ຟັງໂປໂລເວົ້າເຖິງຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ.
25
ຂະນະທີ່ໂປໂລເວົ້າເຖິງຄວາມຊອບທຳ, ການຄວບຄຸມຕົນເອງ ແລະ ການພິພາກສາທີ່ຈະມາເຖິງ, ເຟລິກກໍຢ້ານ ແລະ ບອກວ່າ, “ພໍເທົ່ານີ້ກ່ອນສຳລັບວັນນີ້! ເຈົ້າໄປໄດ້. ເອົາໄວ້ມີໂອກາດແລ້ວຂ້ອຍຈະເອີ້ນເຈົ້າມາອີກ”.
26
ຂະນະດຽວກັນນັ້ນ ເຟລິກກໍມີຄວາມຫວັງວ່າໂປໂລຈະໃຫ້ສິນບົນແກ່ຕົນຈຶ່ງເອີ້ນໃຫ້ມາສົນທະນາເລື້ອຍໆ.
27
ເມື່ອສອງປີຜ່ານໄປ, ໂປກີໂອເຟຊະໂຕມາຮັບຕຳແໜ່ງແທນເຟລິກ, ແຕ່ເຟລິກຢາກເອົາໃຈພວກຢິວຈຶ່ງປະໂປໂລໄວ້ໃນຄຸກ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28