bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 23
Acts 23
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 24 →
1
ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາແຊນເຮດຣິນ ແລະ ກ່າວວ່າ, “ພີ່ນ້ອງທັງຫລາຍ ເຮົາໄດ້ເຮັດໜ້າທີ່ຂອງຕົນຕໍ່ພຣະເຈົ້າດ້ວຍຈິດສຳນຶກທີ່ດີມາຈົນເຖິງທຸກວັນນີ້”.
2
ດ້ວຍເຫດນີ້ມະຫາປະໂລຫິດອານາເນຍຈຶ່ງໄດ້ສັ່ງໃຫ້ຄົນທີ່ຢືນຢູ່ໃກ້ຕົບປາກໂປໂລ.
3
ແລ້ວໂປໂລຈຶ່ງເວົ້າກັບເພິ່ນວ່າ, “ພຣະເຈົ້າຈະຕົບເຈົ້າຜູ້ເປັນຝາທີ່ທາດ້ວຍປູນຂາວ! ເຈົ້ານັ່ງຢູ່ທີ່ນັ້ນເພື່ອຕັດສິນເຮົາຕາມກົດບັນຍັດ ແຕ່ເຈົ້າຍັງຝ່າຝືນກົດບັນຍັດໂດຍສັ່ງຄົນໃຫ້ຕົບປາກເຮົາ!”
4
ບັນດາຄົນທີ່ຢືນຢູ່ໃກ້ໂປໂລຈຶ່ງເວົ້າວ່າ, “ເຈົ້າບັງອາດໝິ່ນປະໝາດມະຫາປະໂລຫິດຂອງພຣະເຈົ້າ!”
5
ໂປໂລຈຶ່ງຕອບວ່າ, “ພີ່ນ້ອງທັງຫລາຍ ຂ້າພະເຈົ້າບໍ່ຮູ້ວ່າທ່ານເປັນມະຫາປະໂລຫິດ ເພາະມີຄຳຂຽນໄວ້ວ່າ: ‘ຢ່າເວົ້າລ່ວງເກີນຜູ້ມີອຳນາດປົກຄອງໃນທ່າມກາງພວກເຈົ້າ’ ”.
6
ເມື່ອໂປໂລຮູ້ວ່າບາງຄົນໃນພວກເຂົາເປັນພວກຊາດູກາຍ ແລະ ບາງຄົນກໍເປັນຟາຣີຊາຍ, ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າສະພາແຊນເຮດຣິນວ່າ, “ພີ່ນ້ອງທັງຫລາຍ, ຂ້າພະເຈົ້າເປັນຄົນຟາຣີຊາຍ, ສືບເຊື້ອສາຍມາຈາກຟາຣີຊາຍ. ຂ້າພະເຈົ້າຖືກພິຈາລະນາຄະດີກໍເພາະຂ້າພະເຈົ້າມີຄວາມຫວັງໃນການເປັນຄືນມາຈາກຕາຍ”.
7
ເມື່ອເພິ່ນເວົ້າຢ່າງນັ້ນແລ້ວ, ກໍມີການໂຕ້ຖຽງກັນລະຫວ່າງ ພວກຟາຣີຊາຍກັບພວກຊາດູກາຍ ແລະ ກອງປະຊຸມກໍໄດ້ແບ່ງອອກເປັນສອງຝ່າຍ.
8
(ພວກຊາດູກາຍບອກວ່າບໍ່ມີການເປັນຄືນມາຈາກຕາຍ, ບໍ່ມີເທວະດາ ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍເຊື່ອວ່າມີສິ່ງເຫລົ່ານີ້ທັງໝົດ.)
9
ແລ້ວກໍເກີດຄວາມວຸ້ນວາຍຄັ້ງໃຫຍ່ ແລະ ມີພວກຄູສອນກົດບັນຍັດທີ່ເປັນຟາຣີຊາຍບາງຄົນໄດ້ລຸກຂຶ້ນ ແລະ ຄັດຄ້ານຢ່າງດຸເດືອດ. ພວກເຂົາເວົ້າວ່າ, “ເຮົາເຫັນວ່າຊາຍຄົນນີ້ບໍ່ໄດ້ເຮັດຫຍັງຜິດ, ອາດເປັນວິນຍານ ຫລື ເທວະດາເວົ້າກັບລາວກໍໄດ້?”
10
ການໂຕ້ຖຽງຮຸນແຮງຂຶ້ນຈົນນາຍພັນຢ້ານວ່າໂປໂລຈະຖືກພວກເຂົາຈີກເປັນຕ່ອນໆ. ເພິ່ນຈຶ່ງໄດ້ສັ່ງທະຫານໃຫ້ລົງໄປເອົາໂປໂລອອກມາຈາກຄົນເຫລົ່ານັ້ນ ແລະ ນຳເພິ່ນເຂົ້າໄປທີ່ຄ້າຍທະຫານ.
11
ໃນຄືນຕໍ່ມາ ອົງພຣະຜູ້ເປັນເຈົ້າຢືນຢູ່ໃກ້ໂປໂລ ແລະ ກ່າວວ່າ, “ຈົ່ງກ້າຫານ! ດັ່ງທີ່ເຈົ້າໄດ້ເປັນພະຍານໃຫ້ເຮົາໃນເຢຣູຊາເລັມຢ່າງໃດ, ເຈົ້າກໍຈະຕ້ອງເປັນພະຍານໃນໂຣມຢ່າງນັ້ນ”.
12
ເຊົ້າວັນຕໍ່ມາພວກຢິວໄດ້ເຕົ້າໂຮມກັນວາງແຜນ ແລະ ຜູກມັດກັນດ້ວຍຄຳສາບານວ່າຈະບໍ່ກິນ ຫລື ດື່ມຈົນກວ່າຈະໄດ້ຂ້າໂປໂລ.
13
ຄົນທີ່ຮ່ວມໃນແຜນການນີ້ມີຊາຍຫລາຍກວ່າສີ່ສິບຄົນ.
14
ແລ້ວພວກເຂົາກໍໄດ້ໄປພົບພວກຫົວໜ້າປະໂລຫິດ ແລະ ພວກຜູ້ອາວຸໂສ ແລ້ວເວົ້າວ່າ, “ຂ້າພະເຈົ້າທັງຫລາຍໄດ້ສາບານໄວ້ຢ່າງໜັກແໜ້ນວ່າຈະບໍ່ກິນ ຫລື ດື່ມອັນໃດຈົນກວ່າຈະໄດ້ຂ້າໂປໂລ.
15
ດັ່ງນັ້ນ ບັດນີ້ ຂໍໃຫ້ພວກທ່ານກັບສະພາແຊນເຮດຣິນຍື່ນຄຳຮ້ອງຕໍ່ນາຍພັນໃຫ້ນຳເອົາໂປໂລມາຕໍ່ໜ້າພວກທ່ານ ໂດຍອ້າງເຫດຜົນວ່າຕ້ອງການສືບສວນຫາຂໍ້ມູນກ່ຽວກັບຄະດີຂອງລາວໃຫ້ຊັດເຈນຕື່ມອີກ. ສ່ວນພວກເຮົາກໍພ້ອມແລ້ວທີ່ຈະຂ້າລາວກ່ອນທີ່ລາວຈະມາເຖິງທີ່ນີ້”.
16
ແຕ່ລູກຊາຍຂອງນ້ອງສາວໂປໂລຮູ້ແຜນການນີ້, ລາວຈຶ່ງເຂົ້າໄປໃນຄ້າຍທະຫານ ແລະ ບອກໂປໂລ.
17
ແລ້ວໂປໂລກໍເອີ້ນນາຍຮ້ອຍຄົນໜຶ່ງມາ ແລະ ບອກວ່າ, “ຈົ່ງພາຊາຍໜຸ່ມຜູ້ນີ້ໄປພົບນາຍພັນ; ລາວມີເລື່ອງຈະແຈ້ງໃຫ້ເພິ່ນຮູ້”.
18
ດັ່ງນັ້ນ ນາຍຮ້ອຍຜູ້ນີ້ຈຶ່ງພາລາວໄປພົບນາຍພັນ. ນາຍຮ້ອຍບອກວ່າ, “ໂປໂລຜູ້ທີ່ເປັນນັກໂທດໄດ້ຂໍຂ້ານ້ອຍໃຫ້ພາຊາຍໜຸ່ມຄົນນີ້ມາພົບທ່ານ ເພາະວ່າລາວມີເລື່ອງຈະບອກໃຫ້ທ່ານຮູ້”.
19
ນາຍພັນຈຶ່ງຈູງມືຊາຍໜຸ່ມຄົນນັ້ນອອກມາ ແລະ ຖາມວ່າ, “ເຈົ້າຕ້ອງການຈະບອກເລື່ອງຫຍັງແກ່ເຮົາ?”
20
ລາວຕອບວ່າ: “ພວກຢິວຕົກລົງກັນຈະຂໍໃຫ້ທ່ານນຳໂຕໂປໂລລົງໄປຕໍ່ໜ້າສະພາແຊນເຮດຣິນໃນມື້ອື່ນ ໂດຍອ້າງເຫດຜົນວ່າກອງປະຊຸມຕ້ອງການຢາກໄດ້ຂໍ້ມູນກ່ຽວກັບລາວໃຫ້ຄັກແນ່ຕື່ມອີກ.
21
ຂໍທ່ານຢ່າໄດ້ອະນຸມັດ, ເພາະວ່າພວກເຂົາຫລາຍກວ່າສີ່ສິບຄົນທີ່ກຳລັງລໍຖ້າປອງຮ້າຍໂປໂລ. ພວກເຂົາໄດ້ສາບານໄວ້ວ່າຈະບໍ່ກິນ ຫລື ດື່ມອັນໃດຈົນກວ່າຈະໄດ້ຂ້າໂປໂລ. ບັດນີ້ ພວກເຂົາພ້ອມແລ້ວ, ລໍຖ້າແຕ່ທ່ານອະນຸມັດຕາມຄຳຂໍຂອງພວກເຂົາ”.
22
ນາຍພັນຈຶ່ງໃຫ້ຊາຍໜຸ່ມນັ້ນໄປ ແລະ ເຕືອນລາວວ່າ: “ຢ່າບອກຜູ້ໃດວ່າເຈົ້າໄດ້ມາລາຍງານເລື່ອງນີ້ສູ່ຂ້ອຍຟັງ”.
23
ຫລັງຈາກນັ້ນ ນາຍພັນກໍເອີ້ນນາຍຮ້ອຍສອງຄົນມາ ແລະ ສັ່ງພວກເຂົາວ່າ, “ຈົ່ງຕຽມກຳລັງທະຫານສອງຮ້ອຍຄົນ, ທະຫານມ້າເຈັດສິບຄົນ ແລະ ທະຫານຫອກ ສອງຮ້ອຍຄົນເພື່ອໄປທີ່ເມືອງກາຍຊາເຣຍໃນເວລາເກົ້າໂມງຂອງຄືນນີ້,
24
ຈົ່ງຈັດຫາມ້າໃຫ້ໂປໂລຂີ່ເພື່ອໂປໂລຈະໄປເຖິງຜູ້ປົກຄອງເຟລິກຢ່າງປອດໄພ”.
25
ແລ້ວນາຍພັນກໍຂຽນຈົດໝາຍສະບັບໜຶ່ງໂດຍມີໃຈຄວາມດັ່ງນີ້:
26
ຂ້າພະເຈົ້າ ກລາວດີໂອລີເຊຍ, ຮຽນພະນະທ່ານ, ເຟລິກຜູ້ປົກຄອງ: ຂໍຄຳນັບ.
27
ພວກຢິວໄດ້ຈັບໂຕຊາຍຄົນນີ້ໄວ້ ແລະ ເກືອບຈະຂ້າລາວ ແຕ່ຂ້າພະເຈົ້າໄດ້ນຳທະຫານເຂົ້າຊ່ວຍລາວໄວ້ໄດ້ ເພາະຂ້າພະເຈົ້າຮູ້ວ່າລາວເປັນຄົນສັນຊາດໂຣມ.
28
ຂ້າພະເຈົ້າຢາກຮູ້ວ່າເປັນຫຍັງພວກເຂົາຈຶ່ງກ່າວຫາລາວ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ນຳໂຕລາວໄປທີ່ສະພາແຊນເຮດຣິນຂອງພວກເຂົາ,
29
ຂ້າພະເຈົ້າພົບວ່າຄຳກ່າວຫານັ້ນແມ່ນເລື່ອງກົດບັນຍັດຂອງພວກເຂົາເອງ, ແຕ່ບໍ່ມີຂໍ້ກ່າວຫາອັນໃດທີ່ສົມຄວນຈະສັ່ງປະຫານຊີວິດ ຫລື ຂັງຄຸກ.
30
ເມື່ອຂ້າພະເຈົ້າໄດ້ຮັບແຈ້ງວ່າມີແຜນການກຳຈັດຊາຍຄົນນີ້, ຂ້າພະເຈົ້າຈຶ່ງສົ່ງລາວມາຫາທ່ານທັນທີ. ຂ້າພະເຈົ້າຍັງໄດ້ສັ່ງໃຫ້ຜູ້ກ່າວຫາມາວ່າຄວາມກັນຕໍ່ໜ້າທ່ານ.
31
ພວກທະຫານຈຶ່ງໄດ້ປະຕິບັດຕາມຄຳສັ່ງ, ພວກເຂົາໄດ້ນຳເອົາໂປໂລໄປໃນຄືນນັ້ນເອງ ແລະ ລາວໄປໄກຈົນເຖິງເມືອງອັນຕີປາຕີ.
32
ມື້ຕໍ່ມາ ພວກເຂົາກໍໃຫ້ພວກທະຫານມ້ານຳເພິ່ນເດີນທາງຕໍ່ໄປ, ສ່ວນພວກເຂົາກັບຄືນມາທີ່ຄ້າຍທະຫານ.
33
ເມື່ອພວກທະຫານມ້າໄປເຖິງເມືອງກາຍຊາເຣຍ, ພວກເຂົາກໍມອບຈົດໝາຍໃຫ້ຜູ້ປົກຄອງ ແລະ ມອບໂປໂລໃຫ້ແກ່ເພິ່ນດ້ວຍ.
34
ເມື່ອຜູ້ປົກຄອງອ່ານຈົດໝາຍແລ້ວຈຶ່ງຖາມວ່າໂປໂລມາຈາກແຂວງໃດ, ເມື່ອຮູ້ວ່າມາຈາກກີລີເກຍ,
35
ເພິ່ນຈຶ່ງເວົ້າວ່າ, “ເຮົາຈະຟັງກໍລະນີຂອງເຈົ້າເມື່ອຜູ້ກ່າວຫາມາຊ້ອງໜ້າກັນທີ່ນີ້”. ຈາກນັ້ນເພິ່ນກໍສັ່ງໃຫ້ຄຸມໂຕໂປໂລໄວ້ທີ່ວັງຂອງເຮໂຣດ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28