bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 6
Acts 6
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 7 →
1
ໃນຄາວນັ້ນ ເມື່ອສາວົກມີຈຳນວນເພີ່ມຂຶ້ນ, ຊາວຢິວທີ່ມາຈາກປະເທດທີ່ເວົ້າພາສາກຣີກ ໄດ້ຈົ່ມບໍ່ພໍໃຈຕໍ່ຊາວຢິວທີ່ເວົ້າພາສາເຮັບເຣີເປັນພາສາແມ່ ເພາະພວກແມ່ໝ້າຍໃນກຸ່ມຂອງພວກເຂົາບໍ່ໄດ້ຮັບການເອົາໃຈໃສ່ໃນເວລາແຈກຢາຍອາຫານປະຈຳວັນ.
2
ດັ່ງນັ້ນ ພວກອັກຄະສາວົກທັງສິບສອງຄົນຈຶ່ງເອີ້ນສາວົກທັງໝົດມາລວມກັນແລ້ວກ່າວວ່າ, “ເປັນການບໍ່ຖືກຕ້ອງເລີຍທີ່ພວກເຮົາຈະປະຖິ້ມພັນທະກິດແຫ່ງພຣະຄຳຂອງພຣະເຈົ້າເພື່ອໄປຮັບໃຊ້ທີ່ໂຕະອາຫານນັ້ນ.
3
ພີ່ນ້ອງທັງຫລາຍ, ຈົ່ງເລືອກເອົາເຈັດຄົນໃນທ່າມກາງພວກເຈົ້າ ເຊິ່ງເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາຈະມອບໜ້າທີ່ນີ້ໃຫ້ພວກເຂົາ
4
ສ່ວນພວກເຮົາກໍຈະເອົາໃຈໃສ່ໃນການອະທິຖານ ແລະ ພັນທະກິດແຫ່ງພຣະທຳ”.
5
ຄົນໃນທີ່ປະຊຸມທັງໝົດພໍໃຈກັບຂໍ້ສະເໜີນີ້. ພວກເຂົາຈຶ່ງເລືອກເອົາຊະເຕຟາໂນ, ຜູ້ຊາຍທີ່ເຕັມໄປດ້ວຍຄວາມເຊື່ອ ແລະ ພຣະວິນຍານບໍລິສຸດເຈົ້າ; ພ້ອມທັງຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອຈາກອັນຕີໂອເຂຍທີ່ເຂົ້າສາສະໜາຢິວ.
6
ພວກເຂົາໄດ້ນຳທັງເຈັດຄົນນີ້ມາຫາພວກອັກຄະສາວົກ ແລະ ພວກອັກຄະສາວົກກໍໄດ້ອະທິຖານ ແລະ ວາງມືໃສ່ພວກເຂົາ.
7
ດັ່ງນັ້ນ ພຣະຄຳຂອງພຣະເຈົ້າຈຶ່ງແຜ່ຂະຫຍາຍອອກໄປ. ສາວົກໃນເຢຣູຊາເລັມໄດ້ມີຈຳນວນເພີ່ມຂຶ້ນຢ່າງໄວວາ ແລະ ປະໂລຫິດຈຳນວນຫລວງຫລາຍໄດ້ມາຮັບເຊື່ອ.
8
ຝ່າຍຊະເຕຟາໂນ, ຊາຍຜູ້ທີ່ເຕັມໄປດ້ວຍພຣະຄຸນ ແລະ ລິດອຳນາດຂອງພຣະເຈົ້າ, ໄດ້ສະແດງການອັດສະຈັນ ແລະ ໝາຍສຳຄັນຍິ່ງໃຫຍ່ຫລາຍຢ່າງໃນທ່າມກາງປະຊາຊົນ.
9
ເຖິງຢ່າງໃດກໍຕາມ, ກໍຖືກຕໍ່ຕ້ານຈາກສະມາຊິກຂອງທຳມະສາລາຂອງພວກຢິວແຫ່ງອິດສະຫລະ (ຕາມທີ່ພວກເຂົາເອີ້ນກັນ) ຄືພວກຢິວຈາກເມືອງກີເຣເນ, ເມືອງອາເລັກຊັນເດຍ ທັງຈາກແຂວງກີລີເກຍ ແລະ ເອເຊຍໄດ້ເລີ່ມໂຕ້ຖຽງກັບຊະເຕຟາໂນ.
10
ແຕ່ພວກເຂົາບໍ່ສາມາດລຸກຂຶ້ນຕໍ່ສູ້ສະຕິປັນຍາທີ່ພຣະວິນຍານບໍລິສຸດເຈົ້າມອບໃຫ້ເພິ່ນໃນຂະນະທີ່ເພິ່ນກ່າວ.
11
ແລ້ວພວກເຂົາຈຶ່ງຍຸຍົງໃຫ້ບາງຄົນເວົ້າວ່າ, “ພວກເຮົາໄດ້ຍິນຊະເຕຟາໂນເວົ້າຄຳໝິ່ນປະໝາດຕໍ່ສູ້ໂມເຊ ແລະ ຕໍ່ສູ້ພຣະເຈົ້າ”.
12
ດັ່ງນັ້ນ ພວກເຂົາຈຶ່ງໄດ້ຍຸຍົງປະຊາຊົນ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໃຫ້ລຸກຮື້ຂຶ້ນ. ພວກເຂົາໄດ້ຈັບຊະເຕຟາໂນ ແລະ ນຳເອົາເພິ່ນໄປຕໍ່ໜ້າສະພາແຊນເຮດຣິນ.
13
ພວກເຂົາໄດ້ສ້າງພະຍານບໍ່ຈິງມາໃຫ້ການວ່າ, “ຊາຍຄົນນີ້ເວົ້າຕໍ່ສູ້ບ່ອນສັກສິດແຫ່ງນີ້ ແລະ ຕໍ່ສູ້ກົດບັນຍັດຢ່າງບໍ່ຢຸດຢັ້ງ.
14
ເພາະພວກເຮົາໄດ້ຍິນລາວເວົ້າວ່າເຢຊູແຫ່ງນາຊາເຣັດຈະທຳລາຍສະຖານທີ່ນີ້ ແລະ ປ່ຽນທຳນຽມທີ່ໂມເຊໄດ້ໃຫ້ໄວ້ກັບພວກເຮົາ”.
15
ບັນດາຄົນທັງໝົດທີ່ນັ່ງຢູ່ໃນສະພາແຊນເຮດຣິນໄດ້ຈ້ອງເບິ່ງຊະເຕຟາໂນດ້ວຍຄວາມຕັ້ງໃຈ ແລະ ພວກເຂົາເຫັນໜ້າຂອງເພິ່ນເປັນເໝືອນໜ້າຂອງເທວະດາ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28