bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 17
Acts 17
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 18 →
1
ເມື່ອໂປໂລ ແລະ ຜູ້ຮ່ວມງານຂອງເພິ່ນໄດ້ຜ່ານເມືອງອຳຟີໂປລີ ແລະ ເມືອງອາໂປໂລນີແລ້ວ, ພວກເພິ່ນກໍມາເຖິງເມືອງເທສະໂລນິກ, ເຊິ່ງໃນທີ່ນັ້ນມີທຳມະສາລາຂອງຊາວຢິວ.
2
ໂປໂລໄດ້ເຂົ້າໄປໃນທຳມະສາລາຕາມທີ່ເພິ່ນເຄີຍປະຕິບັດມາ ແລະ ໃນວັນຊະບາໂຕທັງສາມອາທິດ ໂປໂລໄດ້ຍົກຂໍ້ພຣະຄຳພີຂຶ້ນມາຕອບໂຕ້ກັບພວກເຂົາ,
3
ໂດຍອະທິບາຍ ແລະ ພິສູດໃຫ້ເຫັນວ່າ, ພຣະຄຣິດເຈົ້າ ຕ້ອງທົນທຸກທໍລະມານ ແລະ ເປັນຄືນມາຈາກຕາຍ. ໂປໂລກ່າວວ່າ, “ພຣະເຢຊູເຈົ້າຜູ້ທີ່ຂ້າພະເຈົ້າປະກາດແກ່ພວກເຈົ້ານີ້ຄືພຣະເມຊີອາ ”.
4
ຄົນຢິວບາງຄົນໄດ້ເຫັນດີນຳ ແລະ ເຂົ້າຮ່ວມກັບໂປໂລ ແລະ ຊີລາ ຕະຫລອດທັງຄົນກຣີກຜູ້ຢຳເກງພຣະເຈົ້າຈຳນວນຫລາຍ ແລະ ແມ່ຍິງຊົນຊັ້ນສູງຫລາຍຄົນ.
5
ແຕ່ພວກຢິວເກີດອິດສາຈຶ່ງລະດົມນັກເລງຕາມຕະຫລາດມາຕັ້ງກຸ່ມກັນ ກໍ່ຄວາມວຸ້ນວາຍຂຶ້ນໃນເມືອງ. ພວກເຂົາບຸກລຸກເຂົ້າໄປໃນເຮືອນຂອງຢາຊົນ ເພື່ອຄົ້ນຫາໂປໂລກັບຊີລາ ເພື່ອຈະນຳພວກເພິ່ນອອກມາໃຫ້ປະຊາຊົນ.
6
ແຕ່ເມື່ອບໍ່ພົບ, ພວກເຂົາກໍລາກຢາຊົນກັບພວກພີ່ນ້ອງທີ່ເຊື່ອບາງຄົນໄປຫາເຈົ້າໜ້າທີ່ຂອງເມືອງ ແລະ ຮ້ອງຂຶ້ນວ່າ: “ຄົນເຫລົ່ານີ້ໄດ້ສ້າງບັນຫາມາທົ່ວໂລກແລ້ວ ບັດນີ້ໄດ້ມາບ່ອນນີ້,
7
ແລະ ຢາຊົນກໍໄດ້ຕ້ອນຮັບພວກເຂົາໄວ້ໃນເຮືອນຂອງຕົນ. ພວກເຂົາທັງໝົດໄດ້ທ້າທາຍຕໍ່ຄຳສັ່ງຂອງກາຍຊາ, ພວກເຂົາກ່າວວ່າ ມີກະສັດອີກອົງໜຶ່ງທີ່ເອີ້ນວ່າເຢຊູ”.
8
ເມື່ອປະຊາຊົນ ແລະ ເຈົ້າໜ້າທີ່ຂອງເມືອງໄດ້ຍິນດັ່ງນັ້ນແລ້ວກໍວຸ້ນວາຍຂຶ້ນ.
9
ຫລັງຈາກນັ້ນ ພວກເຂົາຈຶ່ງໃຫ້ຢາຊົນກັບຄົນທີ່ເຫລືອຈ່າຍຄ່າປະກັນໂຕແລ້ວປ່ອຍພວກເພິ່ນໄປ.
10
ພໍເຖິງກາງຄືນ ພວກພີ່ນ້ອງຜູ້ທີ່ເຊື່ອກໍສົ່ງໂປໂລກັບຊີລາໄປຍັງເມືອງເບເຣຍ. ເມື່ອພວກເພິ່ນມາຮອດກໍເຂົ້າໄປໃນທຳມະສາລາຂອງຊາວຢິວ.
11
ຄົນຢິວໃນເມືອງເບເຣຍມີຈິດໃຈດີງາມກວ່າຊາວເທສະໂລນິກ ເພາະພວກເຂົາໄດ້ຮັບຟັງຖ້ອຍຄຳດ້ວຍຄວາມກະຕືລືລົ້ນ ແລະ ສຶກສາພຣະຄຳພີທຸກວັນ ເພື່ອກວດເບິ່ງວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງ.
12
ຜົນກໍຄືມີຊາວຢິວຫລາຍຄົນໄດ້ເຊື່ອ ພ້ອມທັງພວກແມ່ຍິງຊົນຊັ້ນສູງຊາວກຣີກຈຳນວນໜຶ່ງ ແລະ ຜູ້ຊາຍຊາວກຣີກອີກຫລາຍຄົນ.
13
ເມື່ອພວກຢິວໃນເມືອງເທສະໂລນິກຮູ້ວ່າໂປໂລກຳລັງປະກາດພຣະຄຳຂອງພຣະເຈົ້າທີ່ເມືອງເບເຣຍ, ບາງຄົນໃນພວກເຂົາຈຶ່ງໄປທີ່ນັ້ນເໝືອນກັນ, ພວກເຂົາໄດ້ກໍ່ກວນ ແລະ ປັ່ນປ່ວນປະຊາຊົນ.
14
ພວກພີ່ນ້ອງທີ່ເຊື່ອຈຶ່ງສົ່ງໂປໂລໄປທີ່ແຄມທະເລທັນທີ, ສ່ວນຊີລາກັບຕີໂມທຽວຍັງຢູ່ທີ່ເມືອງເບເຣຍ.
15
ຄົນທີ່ຄຸ້ມກັນໂປໂລນັ້ນກໍໄປກັບພວກເພິ່ນໄປຍັງອາແຖນ ແລະ ຫລັງຈາກນັ້ນກໍຮັບຄຳສັ່ງຈາກເພິ່ນໃຫ້ບອກຊີລາກັບຕີໂມທຽວຕາໄປສົມທົບກັບເພິ່ນໄວສຸດເທົ່າທີ່ຈະໄວໄດ້.
16
ໃນຂະນະທີ່ໂປໂລລໍຖ້າຊີລາກັບຕີໂມທຽວຢູ່ໃນອາແຖນ, ເພິ່ນກໍທຸກໃຈຫລາຍທີ່ເຫັນເມືອງນີ້ເຕັມໄປດ້ວຍຮູບເຄົາລົບ.
17
ດັ່ງນັ້ນ ເພິ່ນຈຶ່ງຍົກເຫດຜົນມາໂຕ້ຕອບກັບທັງຄົນຢິວ ແລະ ຄົນກຣີກທີ່ຢຳເກງພຣະເຈົ້າໃນທຳມະສາລາ ແລະ ທຸກຄົນທີ່ເພິ່ນພົບຕາມຕະຫລາດໃນແຕ່ລະວັນ.
18
ມີນັກປັດຊະຍາຂອງພວກເອປີກູຣຽວ ແລະ ພວກຊະໂຕອິກກຸ່ມໜຶ່ງມາໂຕ້ຕອບກັບໂປໂລດ້ວຍ. ບາງຄົນໃນພວກເຂົາຖາມວ່າ, “ນັກເວົ້າຄົນນີ້ພະຍາຍາມຈະເວົ້າຫຍັງ?” ຄົນອື່ນໆເວົ້າວ່າ, “ເບິ່ງຄືລາວຈະນຳພະຕ່າງດ້າວມາເຜີຍແຜ່”. ທີ່ພວກເຂົາເວົ້າຢ່າງນີ້ກໍເພາະໂປໂລປະກາດຂ່າວປະເສີດເລື່ອງພຣະເຢຊູເຈົ້າ ແລະ ການເປັນຄືນມາຈາກຕາຍ.
19
ແລ້ວພວກເຂົາຈຶ່ງນຳເອົາໂປໂລມາທີ່ສະພາອາເຣໂອປາໂຂ, ບ່ອນທີ່ພວກເຂົາເວົ້າຕໍ່ເພິ່ນວ່າ, “ພວກເຮົາຂໍຮູ້ຄຳສອນໃໝ່ທີ່ເຈົ້າກຳລັງເວົ້າເຖິງນັ້ນໄດ້ບໍ່?
20
ເຈົ້ານຳເອົາຄວາມຄິດແປກໆເຂົ້າມາ ແລະ ພວກເຮົາຢາກຮູ້ວ່າສິ່ງເຫລົ່ານີ້ມີຄວາມໝາຍວ່າຢ່າງໃດ”.
21
(ຊາວອາແຖນ ແລະ ຊາວຕ່າງດ້າວທັງໝົດທີ່ອາໄສຢູ່ທີ່ນັ້ນແຕ່ລະວັນບໍ່ໄດ້ເຮັດຫຍັງນອກຈາກໂອ້ລົມ ແລະ ຮັບຟັງຄວາມຄິດໃໝ່ໆ.)
22
ໂປໂລຈຶ່ງຢືນຂຶ້ນຕໍ່ໜ້າທີ່ປະຊຸມສະພາອາເຣໂອປາໂຂ ແລ້ວກ່າວວ່າ: “ຊາວອາແຖນທັງຫລາຍທີ່ນັບຖື! ຂ້າພະເຈົ້າເຫັນວ່າພວກທ່ານທັງຫລາຍເປັນຜູ້ເຄັ່ງຄັດສາສະໜາຫລາຍໃນທຸກດ້ານ.
23
ເພາະຂະນະທີ່ຂ້າພະເຈົ້າໄດ້ຍ່າງໄປທົ່ວ ແລະ ໄດ້ສັງເກດເບິ່ງສິ່ງທີ່ພວກທ່ານນະມັດສະການ, ຂ້າພະເຈົ້າເຫັນແທ່ນບູຊາແທ່ນໜຶ່ງທີ່ມີຄຳຈາລຶກໄວ້ວ່າ: ‘ແດ່ພຣະເຈົ້າທີ່ບໍ່ຮູ້ຈັກ’.***ເພາະພວກທ່ານບໍ່ວ່າພວກທ່ານນະມັດສະການຫຍັງຢູ່ ແລະ ນີ້ແມ່ນສິ່ງທີ່ຂ້າພະເຈົ້າກຳລັງຈະປະກາດແກ່ພວກທ່ານ.
24
“ພຣະເຈົ້າຜູ້ໄດ້ສ້າງໂລກ ແລະ ສິ່ງທັງປວງໃນໂລກ ຄືອົງພຣະຜູ້ເປັນເຈົ້າເໜືອສະຫວັນ ແລະ ແຜ່ນດິນໂລກ, ພຣະອົງບໍ່ໄດ້ອາໄສຢູ່ໃນວິຫານທີ່ສ້າງຂຶ້ນດ້ວຍມືມະນຸດ.
25
ແລະ ພຣະອົງບໍ່ໄດ້ເພິ່ງພາການບົວລະບັດຈາກມືມະນຸດເໝືອນວ່າພຣະອົງຕ້ອງການສິ່ງໃດສິ່ງໜຶ່ງ. ເພາະວ່າພຣະອົງເອງທີ່ເປັນຜູ້ໃຫ້ຊີວິດ, ລົມຫາຍໃຈ ແລະ ສັບພະທຸກສິ່ງແກ່ມະນຸດ.
26
ຈາກມະນຸດພຽງຄົນດຽວ ພຣະເຈົ້າໄດ້ສ້າງມະນຸດທຸກຊົນຊາດ ໃຫ້ພວກເຂົາອາໄສຢູ່ທົ່ວໂລກ, ພຣະອົງກຳນົດເວລາໃນປະຫວັດສາດ ແລະ ເຂດແດນທີ່ພວກເຂົາຄວນຈະຢູ່.
27
ພຣະເຈົ້າເຮັດຢ່າງນີ້ກໍເພື່ອມະນຸດຈະໄດ້ສະແຫວງຫາພຣະອົງ ແລະ ເພື່ອວ່າພວກເຂົາຈະໄດ້ຊອກຫາພຣະອົງ ແລະ ພົບພຣະອົງ, ເຖິງວ່າພຣະອົງບໍ່ໄດ້ຢູ່ໄກຈາກພວກເຮົາທຸກຄົນເລີຍ.
28
‘ເພາະວ່າໃນພຣະອົງນັ້ນ ພວກເຮົາມີຊີວິດເຄື່ອນໄຫວໄປມາ ແລະ ເປັນຢູ່’ ດັ່ງທີ່ນັກແຕ່ງກາບກອນຂອງພວກທ່ານບາງຄົນເວົ້າວ່າ, ‘ພວກເຮົາເປັນເຊື້ອສາຍຂອງພຣະອົງ’.
29
“ເຫດສະນັ້ນ ໃນເມື່ອພວກເຮົາເປັນເຊື້ອສາຍຂອງພຣະເຈົ້າ ພວກເຮົາກໍບໍ່ຄວນຄິດວ່າພຣະເຈົ້າເປັນຄຳ, ເປັນເງິນ ຫລື ເປັນຫີນ ເປັນຮູບປັ້ນທີ່ມະນຸດອອກແບບ ແລະ ສ້າງຂຶ້ນ.
30
ໃນອະດີດພຣະເຈົ້າເບິ່ງຂ້າມຄວາມໂງ່ເຊັ່ນນັ້ນ ແຕ່ບັດນີ້ ພຣະອົງໄດ້ສັ່ງມະນຸດທຸກຄົນໃນທົ່ວທຸກບ່ອນໃຫ້ຖິ້ມໃຈເກົ່າເອົາໃຈໃໝ່.
31
ເພາະພຣະອົງໄດ້ກຳນົດວັນໜຶ່ງທີ່ພຣະອົງຈະພິພາກສາໂລກດ້ວຍຄວາມຍຸຕິທຳໂດຍຊາຍຜູ້ໜຶ່ງທີ່ໄດ້ພຣະອົງໄດ້ແຕ່ງຕັ້ງໄວ້. ພຣະອົງໄດ້ພິສູດສິ່ງນີ້ແກ່ທຸກຄົນເຫັນ ໂດຍໃຫ້ຊາຍຜູ້ນີ້ເປັນຄືນມາຈາກຕາຍ”.
32
ເມື່ອພວກເຂົາໄດ້ຍິນເລື່ອງການເປັນຄືນມາຈາກຕາຍ, ບາງຄົນໃນພວກເຂົາກໍຫົວເຢາະເຢີ້ຍ, ແຕ່ຄົນອື່ນໆກໍເວົ້າວ່າ, “ພວກເຮົາຢາກຟັງເຈົ້າເວົ້າເຖິງເລື່ອງນີ້ອີກ”.
33
ແລ້ວໂປໂລກໍອອກໄປຈາກສະພາ.
34
ມີບາງຄົນໄດ້ຕິດຕາມໂປໂລ ແລະ ໄດ້ຮັບເຊື່ອ. ທ່າມກາງຄົນເຫລົ່ານັ້ນມີດັ່ງນີ້, ດີໂອນີຊີໂອ ຜູ້ເປັນສະມາຊິກຄົນໜຶ່ງຂອງສະພາອາເຣໂອປາໂຂ, ແມ່ຍິງຄົນໜຶ່ງຊື່ດາມາຣີ ແລະ ຄົນອື່ນອີກຈຳນວນໜຶ່ງ.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28