bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
/
Acts 28
Acts 28
Lao 2023 (ພຣະຄຳພີລາວສະບັບສະໄໝໃໝ່)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
1
ເມື່ອຂຶ້ນຝັ່ງໂດຍປອດໄພແລ້ວ, ພວກເຮົາຈຶ່ງຮູ້ວ່າເກາະນັ້ນຊື່ວ່າເກາະມັນຕາ.
2
ຊາວເກາະໄດ້ສະແດງຄວາມເມດຕາຕໍ່ພວກເຮົາຢ່າງດີທີ່ສຸດ. ພວກເຂົາດັງໄຟຕ້ອນຮັບພວກເຮົາທຸກຄົນເພາະຝົນຕົກ ແລະ ກໍໜາວ.
3
ໂປໂລເກັບເອົາກິ່ງໄມ້ມາມັດໜຶ່ງ, ຂະນະທີ່ເພິ່ນກຳລັງເອົາໄມ້ມັດໃສ່ໄຟຢູ່ທີ່ນັ້ນ ກໍມີງູພິດໂຕໜຶ່ງເມື່ອຖືກຄວາມຮ້ອນຈຶ່ງອອກມາຂົບຕິດຢູ່ທີ່ມືຂອງເພິ່ນ.
4
ເມື່ອຊາວເກາະເຫັນງູຫ້ອຍຢູ່ທີ່ມືຂອງໂປໂລ, ພວກເຂົາກໍເວົ້າກັນວ່າ, “ຊາຍຜູ້ນີ້ຕ້ອງເປັນຜູ້ຂ້າຄົນແນ່ນອນ; ເພາະເຖິງແມ່ນວ່າລາວລອດຕາຍຈາກທະເລ, ແຕ່ເຈົ້າແຫ່ງຄວາມຍຸຕິທຳກໍຍັງບໍ່ປ່ອຍໃຫ້ລາວມີຊີວິດຢູ່”.
5
ແຕ່ໂປໂລສັ່ນງູໂຕນັ້ນຖິ້ມລົງໃສ່ໄຟ ແລະ ບໍ່ໄດ້ຮັບອັນຕະລາຍແຕ່ຢ່າງໃດ.
6
ພວກເຂົາກໍລໍຖ້າເບິ່ງວ່າໂປໂລຈະໂຕບວມຂຶ້ນ ຫລື ລົ້ມຕາຍທັນທີ; ແຕ່ຫລັງຈາກລໍຖ້າເບິ່ງຢູ່ດົນນານ ແລະ ບໍ່ເຫັນສິ່ງໃດຜິດປົກກະຕິເກີດຂຶ້ນກັບເພິ່ນ, ພວກເຂົາຈຶ່ງປ່ຽນຄວາມຄິດ ແລະ ເວົ້າວ່າໂປໂລເປັນເທບພະເຈົ້າ.
7
ຫົວໜ້າເກາະຊື່ປົບລີໂອມີທີ່ດິນຢູ່ໃກ້ທີ່ນັ້ນ. ລາວໄດ້ຕ້ອນຮັບພວກເຮົາເຂົ້າສູ່ເຮືອນຂອງລາວ ແລະ ເບິ່ງແຍງຕ້ອນຮັບພວກເຮົາເປັນຢ່າງດີຕະຫລອດສາມວັນ.
8
ພໍ່ຂອງປົບລີໂອນັ້ນນອນຢູ່ເທິງຕຽງ, ທໍລະມານເພາະເປັນໄຂ້ ແລະ ເປັນທ້ອງບິດ. ໂປໂລຈຶ່ງເຂົ້າໄປເບິ່ງລາວ, ແລະ ຫລັງຈາກອະທິຖານແລ້ວ ເພິ່ນກໍວາງມືໃສ່ລາວ ແລະ ຮັກສາລາວໃຫ້ຫາຍດີ.
9
ເມື່ອເຫດການນີ້ເກີດຂຶ້ນ, ຄົນທີ່ເຈັບໄຂ້ໄດ້ປ່ວຍຄົນອື່ນໆທີ່ເກາະນັ້ນກໍມາ ແລະ ຮັບການຮັກສາໃຫ້ຫາຍດີ.
10
ພວກເຂົາໃຫ້ກຽດພວກເຮົາຫລາຍຢ່າງ; ແລະ ເມື່ອພວກເຮົາພ້ອມແລ້ວທີ່ຈະອອກເຮືອໄປ ພວກເຂົາກໍນຳສິ່ງຂອງທີ່ຈຳເປັນມາໃຫ້ພວກເຮົາ.
11
ຫລັງຈາກສາມເດືອນຕໍ່ມາ ພວກເຮົາກໍລົງເຮືອລຳໜຶ່ງທີ່ມາຈາກເມືອງອາເລັກຊັນເດຍທີ່ມີຊື່ສະຫລັກໄວ້ທີ່ຫົວເຮືອວ່າ: “ເທບພະເຈົ້າຝາແຝດ” ຄືກາຊະຕໍ ແລະ ປຸນຫລຸກ ເຊິ່ງໄດ້ມາຄ້າງຢູ່ໃນເກາະນັ້ນຕະຫລອດລະດູໜາວ.
12
ພວກເຮົາຈອດແວ່ພັກທີ່ເມືອງຊີຣະກູເປັນເວລາສາມວັນ.
13
ຈາກເມືອງນີ້ພວກເຮົາໄດ້ຂີ່ເຮືອມາຮອດເມືອງເຣຄີໂອມ, ມື້ຕໍ່ມາ ລົມທິດໃຕ້ກໍເລີ່ມພັດມາ ແລະ ໃນມື້ຕໍ່ມາກໍຮອດເມືອງໂປຕີໂອລີ.
14
ພວກເຮົາໄດ້ພົບພີ່ນ້ອງທີ່ເຊື່ອບາງຄົນຢູ່ທີ່ນັ້ນ, ພວກເຂົາໄດ້ເຊີນໃຫ້ພວກເຮົາພັກຢູ່ນຳໜຶ່ງອາທິດແລ້ວພວກເຮົາກໍອອກເດີນທາງໄປຮອດນະຄອນໂຣມ.
15
ພວກພີ່ນ້ອງທີ່ເຊື່ອໃນນະຄອນໂຣມໄດ້ຍິນຂ່າວວ່າພວກເຮົາຈະມາ, ພວກເຂົາຈຶ່ງເດີນທາງມາແຕ່ໄກເພື່ອອອກມາພົບພວກເຮົາທີ່ຕະຫລາດອາປີໂອ ແລະ ທີ່ສາລາສາມຫລັງ. ເມື່ອໄດ້ເຫັນຄົນເຫລົ່ານີ້ໂປໂລກໍໂມທະນາຂອບພຣະຄຸນພຣະເຈົ້າ ແລະ ໄດ້ຮັບການໜູນໃຈຂຶ້ນ.
16
ເມື່ອພວກເຮົາມາຮອດນະຄອນໂຣມ, ໂປໂລໄດ້ຮັບອະນຸຍາດໃຫ້ຢູ່ຕ່າງຫາກ, ໂດຍມີທະຫານຄົນໜຶ່ງເປັນຜູ້ຍາມຮັກສາເພິ່ນໄວ້.
17
ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຜູ້ນຳຊາວຢິວມາປະຊຸມ. ເມື່ອພວກເຂົາມາພ້ອມໜ້າກັນແລ້ວ, ໂປໂລກໍກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງທັງຫລາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ພີ່ນ້ອງຮ່ວມຊາດຂອງພວກເຮົາ ຫລື ຜິດທຳນຽມຂອງບັນດາບັນພະບຸລຸດຂອງພວກເຮົາ, ຂ້າພະເຈົ້າກໍໄດ້ຖືກຈັບກຸມໃນນະຄອນເຢຣູຊາເລັມ ແລະ ຖືກມອບໃຫ້ພວກໂຣມ.
18
ພວກເຂົາສອບຖາມຂ້າພະເຈົ້າ ແລະ ຕ້ອງການຢາກປ່ອຍຂ້າພະເຈົ້າ, ເພາະຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດທີ່ສົມຄວນຈະຕ້ອງຕາຍ.
19
ແຕ່ພວກຢິວຄັດຄ້ານ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງຈຳເປັນຕ້ອງອຸທອນເຖິງກາຍຊາ. ແນ່ນອນຂ້າພະເຈົ້າບໍ່ມີຄວາມຕັ້ງໃຈຈະນຳເອົາຂໍ້ກ່າວຫາໃດໆມາຕໍ່ສູ້ພີ່ນ້ອງຮ່ວມຊາດຂອງຂ້າພະເຈົ້າ.
20
ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຂໍພົບພວກທ່ານ ແລະ ໂອ້ລົມກັບພວກທ່ານ. ເປັນເພາະຄວາມຫວັງຂອງຊົນຊາດອິດສະຣາເອນ ຂ້າພະເຈົ້າຈຶ່ງຖືກລ່າມດ້ວຍໂສ້ຢ່າງນີ້”.
21
ພວກເຂົາຕອບວ່າ, “ພວກເຮົາບໍ່ໄດ້ຮັບຈົດໝາຍໃດໆຈາກແຂວງຢູດາຍກ່ຽວກັບທ່ານ, ແລະ ກໍບໍ່ມີພີ່ນ້ອງຄົນໃດທີ່ມາຈາກທີ່ນັ້ນໄດ້ລາຍງານ ຫລື ເວົ້າອັນໃດບໍ່ດີກ່ຽວກັບທ່ານ.
22
ແຕ່ພວກເຮົາຢາກຟັງຄວາມຄິດຂອງທ່ານ, ເພາະພວກເຮົາຮູ້ຢູ່ວ່າຄົນທັງຫລາຍທີ່ຢູ່ທົ່ວທຸກບ່ອນຕ່າງກໍເວົ້າຕິຕຽນນິກາຍນີ້”.
23
ພວກເຂົາໄດ້ນັດໝາຍວັນທີ່ຈະພົບກັບໂປໂລ, ແລະ ຄົນເປັນຈຳນວນຫລາຍພາກັນມາຍັງທີ່ພັກຂອງເພິ່ນ. ເພິ່ນເປັນພະຍານແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄ່ຳ, ເພິ່ນອະທິບາຍເລື່ອງອານາຈັກຂອງພຣະເຈົ້າ ແລະ ອະທິບາຍຈາກເລື່ອງກົດບັນຍັດຂອງໂມເຊ ແລະ ຈາກບັນດາຜູ້ທຳນວາຍ ເພິ່ນພະຍາຍາມຊັກຊວນໃຫ້ພວກເຂົາເຊື່ອພຣະເຢຊູເຈົ້າ.
24
ບາງຄົນກໍເຊື່ອໃນສິ່ງທີ່ເພິ່ນໄດ້ກ່າວ, ແຕ່ບາງຄົນກໍບໍ່ເຊື່ອ.
25
ພວກເຂົາມີຄວາມເຫັນບໍ່ລົງລອຍກັນທ່າມກາງພວກເຂົາເອງ ແລະ ເລີ່ມລາຈາກກັນໄປຫລັງຈາກທີ່ໂປໂລກ່າວລົງທ້າຍວ່າ: “ເປັນຈິງຕາມທີ່ພຣະວິນຍານບໍລິສຸດເຈົ້າໄດ້ກ່າວກັບບັນພະບຸລຸດຂອງພວກທ່ານຜ່ານທາງຜູ້ທຳນວາຍເອຊາຢາວ່າ:
26
“‘ຈົ່ງໄປຫາຊົນຊາດນີ້ ແລະ ບອກພວກເຂົາວ່າ, “ເຈົ້າຈະຟັງແລ້ວຟັງອີກແຕ່ຈະບໍ່ເຂົ້າໃຈ; ເຈົ້າຈະເບິ່ງແລ້ວເບິ່ງອີກແຕ່ຈະບໍ່ສັງເກດເຫັນ”.
27
ເພາະຈິດໃຈຂອງຊົນຊາດນີ້ດື້ດ້ານ; ພວກເຂົາເກືອບຈະບໍ່ຍອມຟັງດ້ວຍຫູຂອງພວກເຂົາ, ແລະ ພວກເຂົາໄດ້ປິດຕາຂອງພວກເຂົາເສຍ. ຖ້າບໍ່ດັ່ງນັ້ນພວກເຂົາຈະເຫັນດ້ວຍຕາຂອງພວກເຂົາ, ໄດ້ຍິນດ້ວຍຫູ, ເຂົ້າໃຈດ້ວຍຈິດໃຈຂອງພວກເຂົາ ແລະ ຫັນກັບຄືນມາ, ແລ້ວເຮົາຈະເຮັດໃຫ້ພວກເຂົາຫາຍດີ’.
28
“ເຫດສະນັ້ນ ຂ້າພະເຈົ້າຢາກໃຫ້ທ່ານຮູ້ວ່າຄວາມພົ້ນຂອງພຣະເຈົ້າໄດ້ຖືກນຳໄປເຖິງຄົນຕ່າງຊາດແລ້ວ ແລະ ພວກເຂົາຈະຮັບຟັງ!”
29
ຫລັງຈາກໂປໂລກ່າວເຊັ່ນນີ້ແລ້ວ ພວກຢິວກໍຈາກໄປ ແລະ ໂຕ້ຖຽງກັນເອງຢ່າງໃຫຍ່.
30
ຕະຫລອດເວລາສອງປີເຕັມທີ່ໂປໂລໄດ້ພັກອາໄສຢູ່ໃນເຮືອນທີ່ເພິ່ນເຊົ່າໄວ້ ແລະ ເພິ່ນໄດ້ຕ້ອນຮັບຄົນທັງຫລາຍທີ່ມາຫາເພິ່ນ.
31
ເພິ່ນໄດ້ປະກາດອານາຈັກຂອງພຣະເຈົ້າ ແລະ ສອນເລື່ອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າດ້ວຍຄວາມກ້າຫານ ແລະ ໂດຍບໍ່ຖືກຂັດຂວາງ.
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28