bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 1
2 Kings 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 2 →
1
ຫລັງຈາກກະສັດອາຮາບແຫ່ງອິດສະຣາເອນໄດ້ຕາຍໄປແລ້ວ ດິນແດນໂມອາບກໍໄດ້ກະບົດຕໍ່ຊາດອິດສະຣາເອນ.
2
ກະສັດອາຮາຊີຢາແຫ່ງອິດສະຣາເອນໄດ້ຕົກຈາກລະບຽງວັງທີ່ຊາມາເຣຍ ແລະເຈັບໜັກ. ເພິ່ນໄດ້ສົ່ງບາງຄົນໄປປຶກສາບາອານເຊບຸບ ພະຂອງຊາວຟີລິດສະຕິນທີ່ເມືອງເອັກໂຣນ ເພື່ອຢາກຮູ້ວ່າຕົນຈະດີຫລືບໍ່.
3
ແຕ່ເທວະດາຂອງພຣະເຈົ້າຢາເວໄດ້ກ່າວແກ່ເອລີຢາຜູ້ທຳນວາຍຊາວຕີຊະເບ ໃຫ້ໄປຫາຄົນຂອງກະສັດອາຮາຊີຢາ ແລະຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຈະໄປປຶກສາບາອານເຊບຸບ ພະຂອງຊາວເອັກໂຣນ? ພວກເຈົ້າຄິດວ່າຢູ່ໃນຊາດອິດສະຣາເອນບໍ່ມີພຣະເຈົ້າຊັ້ນບໍ?
4
ຈົ່ງໄປບອກກະສັດວ່າ ພຣະເຈົ້າຢາເວກ່າວດັ່ງນີ້: ‘ເຈົ້າຈະບໍ່ຫາຍດີຈາກການເຈັບເປັນນີ້ດອກ ເຈົ້າຈະຕາຍ.”’ ດັ່ງນັ້ນ ເອລີຢາກໍໄດ້ໄປ.
5
ແລະພວກທີ່ກະສັດໄດ້ໃຊ້ໄປນັ້ນກໍກັບຄືນເມືອຫາກະສັດ. ເພິ່ນຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງກັບຄືນມາ.”
6
ພວກເຂົາຕອບວ່າ, “ພວກຂ້ານ້ອຍໄດ້ພົບຊາຍຄົນໜຶ່ງ ແລະລາວບອກພວກຂ້ານ້ອຍໃຫ້ກັບຄືນມາບອກທ່ານວ່າ ພຣະເຈົ້າຢາເວກ່າວຕໍ່ທ່ານດັ່ງນີ້: ‘ເປັນຫຍັງທ່ານຈົ່ງໃຊ້ຄົນໄປປຶກສາບາອານເຊບຸບ ພະຂອງຊາວເອັກໂຣນ? ທ່ານຄິດວ່າຢູ່ໃນຊາດອິດສະຣາເອນບໍ່ມີພຣະເຈົ້າຊັ້ນບໍ? ທ່ານຈະບໍ່ຫາຍດີຈາກການເຈັບເປັນນີ້ດອກ ທ່ານຈະຕາຍ.”’
7
ກະສັດຖາມວ່າ, “ຊາຍຄົນນັ້ນມີລັກສະນະທ່າທາງຢ່າງໃດ?”
8
ພວກເຂົາຕອບເພິ່ນວ່າ, “ລາວນຸ່ງເສື້ອຄຸມທີ່ເຮັດດ້ວຍໜັງສັດແລະໃສ່ ສາຍໜັງຮັດເລົາຄີງ.” ກະສັດຮ້ອງຂຶ້ນວ່າ, “ແມ່ນເອລີຢາຊາວຕີຊະເບ.”
9
ແລ້ວເພິ່ນກໍໄດ້ໃຊ້ນາຍທະຫານຜູ້ໜຶ່ງພ້ອມທັງທະຫານຫ້າສິບຄົນ ໄປຈັບເອລີຢາ. ນາຍທະຫານເຫັນເອລີຢາກຳລັງນັ່ງຢູ່ເທິງເນີນພູ ລາວຈຶ່ງຮ້ອງໃສ່ເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ກະສັດສັ່ງໃຫ້ເຈົ້າລົງມາ.”
10
ເອລີຢາຕອບວ່າ, “ຖ້າຂ້ອຍເປັນຄົນຂອງພຣະເຈົ້າ ຂໍໃຫ້ໄຟຈາກສະຫວັນລົງມາໄໝ້ເຈົ້າແລະພວກທະຫານຂອງເຈົ້າໃຫ້ຕາຍສາ.” ໃນທັນໃດ ໄຟຈາກສະຫວັນກໍລົງມາໄໝ້ນາຍທະຫານແລະຄົນຂອງລາວຕາຍໝົດ.
11
ກະສັດຈຶ່ງໄດ້ໃຊ້ນາຍທະຫານຄົນໜຶ່ງອີກພ້ອມທັງທະຫານຫ້າສິບຄົນ ໃຫ້ຂຶ້ນໄປ ຫາເອລີຢາ ແລະບອກເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ກະສັດສັ່ງເຈົ້າໃຫ້ລົງມາດຽວນີ້.”
12
ແຕ່ເອລີຢາຕອບວ່າ, “ຖ້າຂ້ອຍເປັນຄົນຂອງພຣະເຈົ້າ ຂໍໃຫ້ໄຟຈາກສະຫວັນລົງມາໄໝ້ເຈົ້າ ແລະພວກທະຫານຂອງເຈົ້າໃຫ້ຕາຍສາ.” ໃນທັນໃດ ໄຟຂອງພຣະເຈົ້າກໍລົງມາຈາກສະຫວັນໄໝ້ນາຍທະຫານ ແລະຄົນຂອງລາວຕາຍໝົດ.
13
ເທື່ອໜຶ່ງອີກກະສັດໄດ້ໃຊ້ນາຍທະຫານຜູ້ໜຶ່ງໄປ ພ້ອມທັງທະຫານຫ້າສິບຄົນ. ນາຍທະຫານໄດ້ຂຶ້ນໄປທີ່ເທິງເນີນພູຄຸເຂົ່າລົງຕໍ່ໜ້າເອລີຢາ ແລະວິງວອນຂໍຕໍ່ເພິ່ນວ່າ, “ຄົນຂອງພຣະເຈົ້າເອີຍ ຂໍໂຜດເມດຕາຂ້ານ້ອຍ ແລະຄົນຂອງຂ້ານ້ອຍແດ່ທ້ອນ ຈົ່ງໄວ້ຊີວິດຂອງພວກຂ້ານ້ອຍດ້ວຍເທີ້ນ
14
ນາຍທະຫານສອງຄົນພ້ອມທັງຄົນຂອງພວກເຂົາກໍໄດ້ຖືກຂ້າໝົດໂດຍໄຟຈາກສະຫວັນ; ແຕ່ຂໍທ່ານໂຜດເມດຕາຂ້ານ້ອຍດ້ວຍ.”
15
ເທວະດາຂອງພຣະເຈົ້າຢາເວໄດ້ກ່າວແກ່ເອລີຢາວ່າ, “ຈົ່ງລົງໄປກັບລາວ ແລະຢ່າຢ້ານ.” ດັ່ງນັ້ນ ເອລີຢາຈຶ່ງໄປຫາກະສັດກັບນາຍທະຫານ
16
ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ‘ຍ້ອນທ່ານໄດ້ໃຊ້ຄົນໄປປຶກສາບາອານເຊບຸບ ພະຂອງຊາວເອັກໂຣນ ທ່ານຈະບໍ່ຫາຍດີດອກ; ທ່ານຈະຕາຍ. ການກະທຳຂອງທ່ານເປັນເໝືອນດັ່ງວ່າ, ຢູ່ໃນຊາດອິດສະຣາເອນນີ້ບໍ່ມີພຣະເຈົ້າທີ່ຈະປຶກສານຳເລີຍ.”’
17
ກະສັດອາຮາຊີຢາໄດ້ຕາຍໄປ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ຜ່ານທາງເອລີຢາ. ເພິ່ນບໍ່ມີລູກຊາຍ; ສະນັ້ນ ໂຢຣາມນ້ອງຊາຍຂອງເພິ່ນ ຈຶ່ງຂຶ້ນເປັນກະສັດປົກຄອງແທນໃນຣາຊການປີທີສອງຂອງກະສັດເຢໂຮຣາມ ລູກຊາຍຂອງເຈົ້າເຢໂຮຊາຟັດກະສັດແຫ່ງຢູດາຍ.
18
ສິ່ງອື່ນທີ່ກະສັດອາຮາຊີຢາໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25