bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 13
2 Kings 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 14 →
1
ໃນຣາຊການປີທີຊາວສາມຂອງເຈົ້າໂຢອາດ ລູກຊາຍຂອງເຈົ້າອາຮາຊີຢາກະສັດແຫ່ງຢູດາຍ; ເຢໂຮອາຮາດ ລູກຊາຍຂອງເຢຮູໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາສິບເຈັດປີ.
2
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະນຳພາຊາວອິດສະຣາເອນຕົກໃນບາບດັ່ງເຈົ້າເຢໂຣໂບອາມລູກຊາຍຂອງເນບັດກະສັດຜູ້ປົກຄອງມາກ່ອນ; ເພິ່ນບໍ່ຢຸດຢັ້ງກະທຳໃນສິ່ງທີ່ຊົ່ວຊ້າ.
3
ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາວອິດສະຣາເອນ ແລະປ່ອຍໃຫ້ກະສັດຮາຊາເອນແຫ່ງຊີເຣຍ ແລະກະສັດເບັນຮາດາດລູກຊາຍຂອງເພິ່ນ ຊະນະອານາຈັກອິດສະຣາເອນຕະຫລອດມາ.
4
ແລ້ວກະສັດເຢໂຮອາຮາດກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວ; ແລະພຣະເຈົ້າຢາເວໄດ້ຫລິງເຫັນເຖິງກະສັດຊີເຣຍກົດຂີ່ຊາວອິດສະຣາເອນຢ່າງໜັກ ຈຶ່ງຕອບຄຳພາວັນນາອະທິຖານຂອງເພິ່ນ.
5
ພຣະເຈົ້າຢາເວໄດ້ສົ່ງຜູ້ນຳຄົນໜຶ່ງມາໃຫ້ອານາຈັກອິດສະຣາເອນ ເພື່ອປົດປ່ອຍພວກເຂົາອອກຈາກກຳມືຂອງຊາວຊີເຣຍ. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງຢູ່ຢ່າງສະຫງົບສຸກເໝືອນດັ່ງແຕ່ກ່ອນ.
6
ແຕ່ພວກເຂົາຍັງບໍ່ເຊົາເຮັດການບາບ ຊຶ່ງກະສັດເຢໂຣໂບອາມໄດ້ນຳພາຊາວອິດສະຣາເອນເຮັດ ພວກເຂົາໄດ້ສືບຕໍ່ ເຮັດບາບຢູ່ເລື້ອຍ ແລະຮູບເຈົ້າແມ່ອາເຊຣາກໍຍັງຢູ່ໃນນະຄອນຊາມາເຣຍ.
7
ກະສັດເຢໂຮອາຮາດບໍ່ມີກຳລັງທະຫານເຫຼືອຢູ່ເລີຍ ນອກຈາກທະຫານມ້າຫ້າສິບຄົນ, ລົດຮົບສິບຄັນ ແລະທະຫານລາບສິບພັນຄົນ ເພາະກະສັດແຫ່ງຊີເຣຍໄດ້ຢຽບຢໍ່າທຳລາຍພວກເຂົາຖິ້ມດັ່ງຢຽບຂີ້ຝຸ່ນດິນ.
8
ສິ່ງອື່ນທີ່ກະສັດເຢໂຮອາຮາດໄດ້ກະທຳ ພ້ອມທັງເລື່ອງຄວາມອົງອາດກ້າຫານຂອງເພິ່ນແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
9
ເພິ່ນໄດ້ຕາຍໄປແລະໄດ້ຖືກຝັງໄວ້ທີ່ນະຄອນຊາມາເຣຍ. ແລ້ວເຈົ້າເຢໂຮອາດ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
10
ໃນຣາຊການປີທີສາມສິບເຈັດ ຂອງເຈົ້າໂຢອາດກະສັດແຫ່ງຢູດາຍ; ເຈົ້າເຢໂຮອາດ ລູກຊາຍຂອງເຈົ້າເຢໂຮອາຮາດໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາສິບຫົກປີ.
11
ເພິ່ນເຮັດບາບຕໍ່ສູ້ພຣະເຈົ້າຢາເວເຊັ່ນກັນ ແລະໄດ້ຕິດຕາມແບບຢ່າງອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມລູກຊາຍຂອງເນບັດ ຜູ້ທີ່ໄດ້ນຳອານາຈັກອິດສະຣາເອນເຮັດບາບ.
12
ສິ່ງອື່ນທີ່ກະສັດເຢໂຮອາດໄດ້ກະທຳ ຕະຫລອດທັງວິລະກຳໃນການຕໍ່ສູ້ກັບກະສັດອາມາຊີຢາແຫ່ງຢູດາຍ ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
13
ກະສັດເຢໂຮອາດໄດ້ຕາຍໄປ ແລະໄດ້ຖືກຝັງໄວ້ໃນອຸບມຸງຂອງກະສັດທີ່ນະຄອນຊາມາເຣຍ. ແລ້ວເຈົ້າເຢໂຣໂບອາມທີສອງ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
14
ຜູ້ທຳນວາຍເອລີຊາໄດ້ປ່ວຍດ້ວຍພະຍາດອັນຮ້າຍແຮງ. ໃນຂະນະທີ່ເພິ່ນນອນຄອຍຂາດໃຈຕາຍຢູ່ນັ້ນ ເຈົ້າເຢໂຮອາດກະສັດແຫ່ງອິດສະຣາເອນກໍມາຢ້ຽມເພິ່ນ. ກະສັດຮ້ອງໄຫ້ ແລະທັງເວົ້າວ່າ, “ພໍ່ເອີຍ ພໍ່ເອີຍ ພໍ່ຜູ້ເປັນກຳລັງປ້ອງກັນອັນເຂັ້ມແຂງຂອງອິດສະຣາເອນເອີຍ.”
15
ເອລີຊາໄດ້ສັ່ງກະສັດເຢໂຮອາດວ່າ, “ເອົາໜ້າທະນູ ແລະລູກສອນມານີ້.” ກະສັດກໍປະຕິບັດຕາມ.
16
ແລ້ວເອລີຊາກໍບອກໃຫ້ເພິ່ນຕຽມຍິງ. ກະສັດໄດ້ເຮັດຕາມ ເອລີຊາເອົາມືຂອງເພິ່ນວາງທີ່ເທິງມືຂອງກະສັດ.
17
ກະສັດເປີດປ່ອງຢ້ຽມທາງດ້ານຊີເຣຍອອກຕາມຄຳແນະນຳຂອງຜູ້ທຳນວາຍ. ເອລີຊາສັ່ງວ່າ, “ຈົ່ງຍິງທະນູອອກໄປ.” ພໍກະສັດຍິງທະນູອອກໄປ ຜູ້ທຳນວາຍກໍຮ້ອງຂຶ້ນວ່າ, “ທ່ານເປັນລູກທະນູຂອງພຣະເຈົ້າຢາເວ ຜູ້ທີ່ຈະຕີຊະນະຊີເຣຍ. ທ່ານຈະຕໍ່ສູ້ຊາວຊີເຣຍທີ່ອາເຟັກຈົນຊະນະພວກເຂົາ.”
18
ແລ້ວເອລີຊາກໍໄດ້ສັ່ງກະສັດໃຫ້ເອົາລູກທະນູອອກມາຕີພື້ນດິນ. ກະສັດເອົາລູກທະນູຕີພື້ນດິນສາມເທື່ອແລ້ວກໍຢຸດ.
19
ເອລີຊາໃຈຮ້າຍໃຫ້ກະສັດ ແລະເວົ້າວ່າ, “ທ່ານຄວນຕີເຖິງຫ້າ ຫລືຫົກເທື່ອ ທ່ານຈຶ່ງຈະຕີຊະນະຊາວຊີເຣຍຢ່າງສິ້ນເຊີງ; ແຕ່ບັດນີ້ທ່ານຈະຊະນະພວກເຂົາໄດ້ພຽງແຕ່ສາມຄັ້ງເທົ່ານັ້ນ.”
20
ເອລີຊາໄດ້ຕາຍໄປແລະໄດ້ຖືກຝັງໄວ້. ແຕ່ລະປີ ຊາວໂມອາບໄດ້ບຸກລຸກດິນແດນຂອງຊາດອິດສະຣາເອນ.
21
ແຕ່ມີຄັ້ງໜຶ່ງ ໃນພິທີຝັງຊາກສົບ ຄົນທີ່ໄປຝັງສົບໄດ້ເຫັນກອງໂຈນໂມອາບໝວດໜຶ່ງ ພວກເຂົາຈຶ່ງໂຍນຊາກສົບລົງໄປໃນອຸບມຸງຂອງເອລີຊາ ແລະແລ່ນປົບໜີໄປ. ພໍສົບນັ້ນໄປຖືກກະດູກຂອງເອລີຊາ ຊາຍຜູ້ຕາຍກໍເປັນຄືນມາສູ່ຊີວິດ ແລະລຸກຢືນຂຶ້ນ.
22
ກະສັດຮາຊາເອນແຫ່ງຊີເຣຍໄດ້ກົດຂີ່ຊາວອິດສະຣາເອນ ຕະຫລອດຣາຊການຂອງກະສັດເຢໂຮອາຮາດ.
23
ແຕ່ພຣະເຈົ້າຢາເວຍັງເມດຕາປານີພວກເຂົາ. ພຣະອົງບໍ່ຍອມໃຫ້ພວກເຂົາຖືກທຳລາຍແຕ່ໄດ້ຊ່ວຍເຫລືອພວກເຂົາໄວ້ ເພາະພຣະອົງໄດ້ເຮັດພັນທະສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບ. ພຣະອົງບໍ່ໄດ້ລືມໄລປະຊາຊົນຂອງພຣະອົງເລີຍ.
24
ເມື່ອເຈົ້າຮາຊາເອນ ກະສັດແຫ່ງຊີເຣຍໄດ້ຕາຍໄປແລ້ວ; ເບັນຮາດາດ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
25
ແລ້ວເຈົ້າເຢໂຮອາດລູກຊາຍຂອງເຈົ້າເຢໂຮອາຮາດ ກໍໄດ້ຊະນະເຈົ້າເບັນຮາດາດລູກຊາຍຂອງເຈົ້າຮາຊາເອນສາມຄັ້ງທັງຢຶດເອົາເມືອງຕ່າງໆຂອງອິດສະຣາເອນຄືນໄດ້ ຊຶ່ງກະສັດເບັນຮາດາດໄດ້ຢຶດໄປ ໃນຣາຊການຂອງກະສັດເຢໂຮອາຮາດພໍ່ຂອງເພິ່ນ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→