bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 15
2 Kings 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 16 →
1
ໃນຣາຊການປີທີຊາວເຈັດ ຂອງເຈົ້າເຢໂຣໂບອາມທີສອງ ກະສັດແຫ່ງອິດສະຣາເອນ; ເຈົ້າອຸດຊີຢາ ລູກຊາຍຂອງເຈົ້າອາມາຊີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
2
ເມື່ອເພິ່ນອາຍຸໄດ້ສິບຫົກປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຫ້າສິບສອງປີ. ແມ່ຂອງເພິ່ນຊື່ວ່າເຢໂກລີຢາ ຊາວນະຄອນເຢຣູຊາເລັມ.
3
ກະສັດອຸດຊີຢາໄດ້ເຮັດໃນສິ່ງທີ່ພຣະເຈົ້າຢາເວພໍໃຈ ຕາມແບບຢ່າງພໍ່ຂອງເພິ່ນ.
4
ແຕ່ບ່ອນຂາບໄຫວ້ພະຂອງຄົນຕ່າງຊາດຍັງບໍ່ໄດ້ຖືກທຳລາຍ ແລະປະຊາຊົນກໍຍັງສືບຕໍ່ຖວາຍເຄື່ອງບູຊາ ແລະເຜົາເຄື່ອງຫອມຢູ່ທີ່ນັ້ນ.
5
ພຣະເຈົ້າຢາເວໄດ້ລົງໂທດກະສັດອຸດຊີຢາ ໂດຍໃຫ້ເປັນໂຣກຂີ້ທູດ ຕະຫລອດຊົ່ວຊີວິດ. ເພິ່ນຢູ່ໃນວັງຕ່າງຫາກ ແລະອອກຈາກວຽກການທຸກຢ່າງໃນຂະນະທີ່ໂຢທາມ ລູກຊາຍຂອງເພິ່ນປົກຄອງອານາຈັກແທນ.
6
ສິ່ງອື່ນທີ່ກະສັດອຸດຊີຢາໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
7
ເພິ່ນໄດ້ຕາຍໄປແລະຖືກຝັງໄວ້ໃນອຸບມຸງແຫ່ງກະສັດທີ່ເມືອງຂອງດາວິດ; ແລ້ວເຈົ້າໂຢທາມລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
8
ໃນຣາຊການປີທີສາມສິບແປດຂອງເຈົ້າອຸດຊີຢາ ກະສັດແຫ່ງຢູດາຍ; ເຈົ້າເຊກາຣີຢາລູກຊາຍຂອງເຈົ້າເຢໂຣໂບອາມທີສອງ ໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາຫົກເດືອນ.
9
ເຈົ້າເຊກາຣີຢາໄດ້ເປັນດັ່ງກະສັດຜູ້ກ່ອນ ໂດຍເຮັດບາບຕໍ່ສູ້ພຣະເຈົ້າຢາເວ. ເພິ່ນປະພຶດຕາມແບບຢ່າງອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມລູກຊາຍຂອງເນບັດຜູ້ທີ່ນຳພາຊາດອິດສະຣາເອນຕົກໃນບາບ.
10
ຕໍ່ມາ ຊານລູມລູກຊາຍຂອງຢາເບັດໄດ້ກະບົດຕໍ່ກະສັດເຊກາຣີຢາ ແລະຂ້າເພິ່ນເສຍ ທີ່ອິບເລອາມ ແລ້ວຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
11
ສິ່ງອື່ນທີ່ກະສັດເຊກາຣີຢາໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
12
ສະນັ້ນ ເຫດການຈຶ່ງເປັນໄປຕາມຄຳສັນຍາ ທີ່ພຣະເຈົ້າຢາເວໄດ້ມີໄວ້ກັບກະສັດເຢຮູວ່າ, “ລູກຫລານຂອງເຈົ້າຈະເປັນກະສັດແຫ່ງອິດສະຣາເອນ ເຖິງສີ່ຊົ່ວເຊັ່ນຄົນ.”
13
ໃນຣາຊການປີທີສາມສິບເກົ້າ ຂອງເຈົ້າອຸດຊີຢາກະສັດແຫ່ງຢູດາຍ; ຊານລູມ ລູກຊາຍຂອງຢາເບັດໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາໜຶ່ງເດືອນ.
14
ແລ້ວເມນາເຮມລູກຊາຍຂອງກາດີກໍໄດ້ອອກຈາກເມືອງຕີຣະຊາ ໄປທີ່ນະຄອນຊາມາເຣຍ. ລາວໄດ້ຂ້າຊານລູມ ແລະຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
15
ສິ່ງອື່ນທີ່ກະສັດຊານລູມໄດ້ກະທຳພ້ອມທັງເລື່ອງທີ່ເພິ່ນເປັນກະບົດ ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
16
ເມື່ອເມນາເຮມໄດ້ອອກຈາກເມືອງຕີຣະຊາໄປນັ້ນ ເພິ່ນໄດ້ທຳລາຍເມືອງຕັບປູອາ ຖິ້ມຈົນໝົດສິ້ນ, ປະຫານປະຊາຊົນຢູ່ໃນເມືອງ ແລະຕາມເຂດແດນທີ່ຢູ່ອ້ອມແອ້ມເມືອງນັ້ນ ເພາະຊາວເມືອງນີ້ບໍ່ຍອມຈຳນົນຕໍ່ເພິ່ນ. ເພິ່ນໄດ້ຜ່າທ້ອງຂອງພວກຜູ້ຍິງຖືພາ.
17
ໃນຣາຊການປີທີສາມສິບເກົ້າ ຂອງເຈົ້າອຸດຊີຢາກະສັດແຫ່ງຢູດາຍ; ເມນາເຮມລູກຊາຍຂອງກາດີໄດ້ຂຶ້ນເປັນກະສັດປົກຄອງອານາຈັກອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາສິບປີ.
18
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍປະພຶດຕາມແບບຢ່າງອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມລູກຊາຍຂອງເນບັດຜູ້ທີ່ນຳພາອານາຈັກອິດສະຣາເອນຕົກໃນບາບ ຕະຫລອດຊົ່ວຊີວິດຂອງເພິ່ນ.
19
ກະສັດຕີກະລາດປີເລເສແຫ່ງອັດຊີເຣຍໄດ້ບຸກລຸກອານາຈັກອິດສະຣາເອນ. ແລ້ວກະສັດເມນາເຮມກໍໄດ້ມອບເງິນໃຫ້ເພິ່ນສາມສິບແປດໂຕນ ເພື່ອສະໜັບສະໜູນຕົນໃຫ້ມີອຳນາດໄດ້ປົກຄອງຕໍ່ໄປ.
20
ກະສັດເມນາເຮມໄດ້ເງິນເຫຼົ່ານີ້ມາຈາກຄົນຮັ່ງມີໃນອານາຈັກອິດສະຣາເອນ ໂດຍບັງຄັບແຕ່ລະຄົນໃຫ້ມອບເງິນຜູ້ລະຫ້າສິບແທ່ງໃຫ້ແກ່ຕົນ; ແລ້ວຕີກະລາດປີເລເສກໍກັບຄືນປະເທດຂອງຕົນ.
21
ສິ່ງອື່ນທີ່ກະສັດເມນາເຮມໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
22
ເພິ່ນໄດ້ຕາຍໄປ ແລະຖືກຝັງໄວ້. ແລ້ວເປກາຮີຢາລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
23
ໃນຣາຊການປີທີຫ້າສິບ ຂອງເຈົ້າອຸດຊີຢາ ກະສັດແຫ່ງຢູດາຍ; ເປກາຮີຢາລູກຊາຍຂອງເຈົ້າເມນາເຮມໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ. ເພິ່ນປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາສອງປີ.
24
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍປະພຶດຕາມແບບຢ່າງອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມລູກຊາຍຂອງເນບັດຜູ້ທີ່ນຳພາອານາຈັກອິດສະຣາເອນເຮັດບາບ.
25
ຕໍ່ມາ ໄດ້ມີນາຍທະຫານໃນກອງທັບຂອງກະສັດເປກາຮີຢາຜູ້ໜຶ່ງຊື່ ວ່າເປກາ ລູກຊາຍຂອງເຣມາລີຢາໄດ້ວາງແຜນກັບຊາວກີເລອາດຫ້າສິບຄົນ, ສັງຫານກະສັດເປກາຮີຢາທີ່ປ້ອມຍາມຂ້າງໃນຂອງຣາຊວັງ ໃນນະຄອນຊາມາເຣຍ ແລະຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
26
ສິ່ງອື່ນທີ່ກະສັດເປກາຮີຢາໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
27
ໃນຣາຊການປີທີຫ້າສິບສອງ ຂອງເຈົ້າອຸດຊີຢາກະສັດແຫ່ງຢູດາຍ; ເປກາລູກຊາຍຂອງເຈົ້າເຣມາລີຢາໄດ້ຂຶ້ນເປັນກະສັດປົກຄອງອານາຈັກອິດສະຣາເອນ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາຊາວປີ.
28
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍປະພຶດຕາມແບບຢ່າງອັນຊົ່ວຮ້າຍຂອງກະສັດເຢໂຣໂບອາມລູກຊາຍຂອງເນບັດຜູ້ທີ່ນຳພາອານາຈັກອິດສະຣາເອນຕົກໃນບາບ.
29
ໃນຄາວທີ່ເຈົ້າເປກາໄດ້ເປັນກະສັດແຫ່ງອິດສະຣາເອນນັ້ນ ຕີກະລາດປີເລເສ ກະສັດແຫ່ງອັດຊີເຣຍໄດ້ຢຶດເອົາເມືອງຕ່າງໆດັ່ງນີ້: ອີໂຢນ, ອາເບັນເບັດມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນທັງໝົດຂອງກີເລອາດ, ຄາລີເລ ແລະເນັບທາລີ ແລະໄດ້ນຳເອົາປະຊາຊົນໄປເປັນຊະເລີຍທີ່ອັດຊີເຣຍ.
30
ໃນຣາຊການປີທີຊາວຂອງເຈົ້າໂຢທາມ ລູກຊາຍຂອງເຈົ້າອຸດຊີຢາກະສັດແຫ່ງຢູດາຍ; ເຈົ້າໂຮເຊອາລູກຊາຍຂອງເອລາໄດ້ກະບົດຕໍ່ກະສັດເປກາລູກຊາຍຂອງເຣມາລີຢາ. ລາວໄດ້ສັງຫານເພິ່ນ ແລະຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
31
ສິ່ງອື່ນທີ່ກະສັດເປກາໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
32
ໃນຣາຊການປີທີສອງຂອງເຈົ້າເປກາລູກຊາຍຂອງເຈົ້າເຣມາລີຢາກະສັດແຫ່ງອິດສະຣາເອນ; ເຈົ້າໂຢທາມລູກຊາຍຂອງເຈົ້າອຸດຊີຢາໄດ້ຂຶ້ນເປັນກະສັດປົກຄອງອານາຈັກຢູດາຍ
33
ເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສິບຫົກປີ. ແມ່ຂອງເພິ່ນຊື່ວ່າເຢຣູຊາລູກສາວຂອງຊາດົກ.
34
ກະສັດໂຢທາມໄດ້ປະພຶດຕາມແບບຢ່າງຂອງກະສັດອຸດຊີຢາພໍ່ຂອງເພິ່ນ ໂດຍເຮັດໃນສິ່ງທີ່ພຣະເຈົ້າຢາເວພໍໃຈ.
35
ແຕ່ເພິ່ນຍັງບໍ່ໄດ້ທຳລາຍບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ແລະປະຊາຊົນຍັງສືບຕໍ່ຖວາຍເຄື່ອງບູຊາແລະເຜົາເຄື່ອງຫອມຢູ່ທີ່ນັ້ນ. ກະສັດໂຢທາມໄດ້ເປັນຜູ້ສ້າງປະຕູວິຫານຂອງພຣະເຈົ້າຢາເວດ້ານເໜືອ.
36
ສິ່ງອື່ນທີ່ກະສັດໂຢທາມໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
37
ໃນຣາຊການຂອງກະສັດໂຢທາມ ພຣະເຈົ້າຢາເວໄດ້ສົ່ງເຈົ້າເຣຊິນແຫ່ງຊີເຣຍກັບເຈົ້າເປກາລູກຊາຍຂອງເຣມາລີຢາແຫ່ງອິດສະຣາເອນ ມາໂຈມຕີອານາຈັກຢູດາຍເປັນຄັ້ງທຳອິດ.
38
ກະສັດໂຢທາມໄດ້ຕາຍໄປ ແລະຖືກຝັງໄວ້ໃນອຸບໂມງແຫ່ງກະສັດໃນເມືອງຂອງດາວິດ. ແລ້ວເຈົ້າອາຮາດລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25