bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 20
2 Kings 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 21 →
1
ປະມານເວລາດຽວກັນນີ້ ກະສັດເຮເຊກີຢາໄດ້ປ່ວຍ ແລະເກືອບຕາຍ. ຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດໄດ້ໄປຫາເພິ່ນ ແລະເວົ້າວ່າ, “ພຣະເຈົ້າຢາເວສັ່ງໃຫ້ທ່ານຈັດການທຸກສິ່ງໃຫ້ຮຽບຮ້ອຍ ເພາະທ່ານຈະບໍ່ຫາຍດີ ຈົ່ງຕຽມຕົວຕາຍ.”
2
ກະສັດເຮເຊກີຢາປິ່ນໜ້າໃສ່ຝາ ແລະພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ,
3
“ຂ້າແດ່ພຣະເຈົ້າຢາເວ ພຣະອົງຈົດຈຳບໍວ່າຂ້ານ້ອຍໄດ້ບົວລະບັດຮັບໃຊ້ພຣະອົງ ດ້ວຍຄວາມສັດຊື່ ແລະຈົງຮັກພັກດີ; ຂ້ານ້ອຍໄດ້ພະຍາຍາມປະຕິບັດຕາມຄວາມປະສົງຂອງພຣະອົງສະເໝີມາ.” ແລ້ວເພິ່ນກໍຮ້ອງໄຫ້ຢ່າງຂົມຂື່ນ.
4
ສ່ວນເອຊາຢາໄດ້ອຳລາຈາກກະສັດໄປ ກ່ອນທີ່ເພິ່ນຜ່ານພົ້ນເດີ່ນຣາຊວັງ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເພິ່ນວ່າ,
5
“ຈົ່ງກັບຄືນໄປຫາກະສັດເຮເຊກີຢາ ຜູ້ປົກຄອງປະຊາຊົນຂອງເຮົາວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງດາວິດບັນພະບຸລຸດຂອງເຈົ້າໄດ້ບອກດັ່ງນີ້ວ່າ, ‘ເຮົາໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າ ແລະເຫັນນໍ້າຕາຂອງເຈົ້າ. ເຮົາຈະໃຫ້ເຈົ້າຫາຍປ່ວຍ ແລະໃນວັນທີສາມ ເຈົ້າຕ້ອງໄປທີ່ວິຫານຂອງພຣະເຈົ້າຢາເວ.
6
ເຮົາຈະໃຫ້ເຈົ້າມີຊີວິດຢູ່ຕໍ່ໄປອີກສິບຫ້າປີ. ເຮົາຈະຊ່ວຍກູ້ເອົາເຈົ້າພ້ອມທັງນະຄອນເຢຣູຊາເລັມ ໃຫ້ພົ້ນຈາກອຳນາດຂອງກະສັດແຫ່ງອັດຊີເຣຍ. ເຮົາຈະປ້ອງກັນນະຄອນນີ້ໄວ້ເພື່ອກຽດສັກສີຂອງເຮົາເອງ ແລະຍ້ອນຄຳສັນຍາທີ່ເຮົາໄດ້ມີໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ.”’
7
ແລ້ວເອຊາຢາກໍບອກຄົນຮັບໃຊ້ຂອງກະສັດ ໃຫ້ເອົາແປ້ງໜຽວທີ່ໃຊ້ໝາກເດື່ອເຮັດ ທາໃສ່ຕຸ່ມຝີຂອງກະສັດເພື່ອເພິ່ນຈະໄດ້ຫາຍດີ.
8
ກະສັດເຮເຊກີຢາຖາມວ່າ, “ອັນໃດຈະເປັນໝາຍສຳຄັນທີ່ຈະພິສູດໃຫ້ເຫັນວ່າ ພຣະເຈົ້າຢາເວຈະປິ່ນປົວຂ້າພະເຈົ້າໃຫ້ດີ ແລະໃນວັນທີສາມ ຂ້າພະເຈົ້າຈະໄປທີ່ວິຫານຂອງພຣະເຈົ້າຢາເວຕາມທີ່ໄດ້ກ່າວນັ້ນ?”
9
ເອຊາຢາຕອບວ່າ, “ພຣະເຈົ້າຢາເວຈະໃຫ້ທ່ານໄດ້ເຫັນໝາຍສຳຄັນເພື່ອພິສູດວ່າ ພຣະເຈົ້າຢາເວຈະຮັກສາຄຳສັນຍາຂອງພຣະອົງຄື: ເງົາຕາເວັນທີ່ໄດ້ຄືບໜ້າໄປແລ້ວສິບຂັ້ນ ຫລືຈະໃຫ້ຢ້ອນຄືນມາສິບຂັ້ນ?”
10
ກະສັດເຮເຊກີຢາຕອບວ່າ, “ເປັນການງ່າຍທີ່ຈະໃຫ້ເງົາຍ້າຍຂຶ້ນໄປອີກສິບຂັ້ນ; ໃຫ້ເງົາຖອຍລົງສິບຂັ້ນສາ.”
11
ຜູ້ທຳນວາຍເອຊາຢາພາວັນນາອະທິຖານຫາພຣະເຈົ້າຢາເວ; ສະນັ້ນ ພຣະອົງຈຶ່ງເຮັດໃຫ້ເງົາຖອຍຫລັງເທິງຂັ້ນໄດໂມງ ສິບຂັ້ນ ທີ່ຖືກສ້າງຂຶ້ນໂດຍກະສັດອາຮາດ.
12
ປະມານເວລາດຽວກັນນັ້ນ ເມໂຣດັກບາລາດານລູກຊາຍຂອງບາລາດານກະສັດແຫ່ງບາບີໂລນ ໄດ້ຍິນວ່າກະສັດເຮເຊກີຢາປ່ວຍ; ເພິ່ນຈຶ່ງສົ່ງຈົດໝາຍແລະຂອງຂວັນມາໃຫ້.
13
ສ່ວນກະສັດເຮເຊກີຢາກໍໄດ້ຕ້ອນຮັບຄະນະທູດ ແລະພາພວກເຂົາເຂົ້າໄປເບິ່ງຊັບສົມບັດຂອງຕົນ ເຊັ່ນ: ເງິນ, ຄຳ, ເຄື່ອງເທດແລະນໍ້າຫອມ, ຕະຫລອດອາວຸດຍຸດທະພັນທັງໝົດຂອງຕົນ. ບໍ່ມີບ່ອນໃດຢູ່ໃນຫ້ອງເກັບເຄື່ອງຕ່າງໆ ແລະບ່ອນອື່ນໆໃນຣາຊອານາຈັກທີ່ເພິ່ນບໍ່ໄດ້ພາພວກເຂົາໄປເບິ່ງ.
14
ແລ້ວຜູ້ທຳນວາຍເອຊາຢາກໍໄດ້ໄປຫາກະສັດເຮເຊກີຢາ ແລະຖາມວ່າ, “ຄົນເຫຼົ່ານີ້ມາແຕ່ໃສ ແລະພວກເຂົາໄດ້ເວົ້າຫຍັງກັບທ່ານແດ່?” ກະສັດເຮເຊກີຢາຕອບວ່າ, “ພວກເຂົາມາຈາກເມືອງໄກ ຈາກບາບີໂລນ.”
15
ຜູ້ທຳນວາຍເອຊາຢາຖາມວ່າ, “ພວກເຂົາໄດ້ເຫັນຫຍັງແດ່ຢູ່ໃນວັງນີ້?” ກະສັດເຮເຊກີຢາຕອບວ່າ, “ພວກເຂົາໄດ້ເຫັນທຸກສິ່ງ. ບໍ່ມີສິ່ງໃດຢູ່ໃນຫ້ອງເກັບເຄື່ອງທີ່ຂ້າພະເຈົ້າບໍ່ໄດ້ພາພວກເຂົາໄປເບິ່ງ.”
16
ແລ້ວເອຊາຢາກໍບອກກະສັດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວວ່າດັ່ງນີ້:
17
ເວລາໜຶ່ງຈະມາເຖິງທີ່ທຸກໆສິ່ງຢູ່ໃນວັງນີ້ ຄືທຸກໆສິ່ງທີ່ປູ່ຍ່າຕາຍາຍຂອງທ່ານໄດ້ສະສົມໄວ້ຈົນເທົ່າທຸກວັນນີ້ ຈະຖືກຂົນໄປສູ່ບາບີໂລນ ຈະບໍ່ມີຫຍັງເຫຼືອຢູ່ເລີຍ ພຣະເຈົ້າຢາເວກ່າວດັ່ງນີ້.
18
ລູກຊາຍຂອງທ່ານເອງບາງຄົນກໍຈະຖືກຈັບໄປ ແລະກາຍເປັນຊາຍຕອນ ເພື່ອຮັບໃຊ້ຢູ່ໃນວັງຂອງກະສັດແຫ່ງບາບີໂລນ.”
19
ກະສັດເຮເຊກີຢາເຂົ້າໃຈເລື່ອງນີ້ໃນຄວາມໝາຍທີ່ວ່າ ຄວາມສະຫງົບສຸກກັບຄວາມປອດໄພຈະມີຢູ່ຕະຫລອດຊົ່ວຊີວິດຂອງເພິ່ນ; ດັ່ງນັ້ນ ເພິ່ນຈຶ່ງຕອບເອຊາຢາວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວທີ່ທ່ານໄດ້ບອກກັບຂ້າພະເຈົ້ານີ້ດີຫລາຍ.”
20
ສິ່ງອື່ນທີ່ກະສັດເຮເຊກີຢາໄດ້ກະທຳ ຕະຫລອດທັງຄວາມອົງອາດກ້າຫານຂອງເພິ່ນ ແລະທັງເລື່ອງທີ່ເພິ່ນໄດ້ສ້າງອ່າງນໍ້າ ແລະຂຸດບໍ່ນໍ້າເພື່ອເອົານໍ້າເຂົ້າໄປໃນເມືອງ; ທັງໝົດນີ້ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
21
ກະສັດເຮເຊກີຢາໄດ້ຕາຍໄປ ແລ້ວເຈົ້າມານາເຊລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ.
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→