bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 5
2 Kings 5
Lao Bible 2012 (ພຣະຄຳພີສັກສິ)
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 6 →
1
ນາອາມານ ຜູ້ບັນຊາການກອງທັບຊີເຣຍ ເປັນຄົນທີ່ກະສັດແຫ່ງຊີເຣຍນັບຖືຢ່າງສູງ ແລະໃຫ້ຄຳຍ້ອງຍໍຊົມເຊີຍ ເພາະພຣະເຈົ້າຢາເວໄດ້ໃຫ້ລາວນຳໄຊຊະນະມາສູ່ກອງທັບຊີເຣຍ. ລາວເປັນທະຫານຜູ້ສຳຄັນ ແຕ່ລາວໄດ້ທົນທຸກຍ້ອນໂຣກຂີ້ທູດ.
2
ມີຄັ້ງໜຶ່ງ ເມື່ອຊາວຊີເຣຍໄດ້ມາປຸ້ນສະດົມອານາຈັກອິດສະຣາເອນ ພວກຊີເຣຍໄດ້ຈັບເອົາເດັກຍິງຊາວອິດສະຣາເອນຄົນໜຶ່ງໄປ ແລະເດັກຄົນນີ້ໄດ້ເປັນຄົນຮັບໃຊ້ຂອງເມຍນາອາມານ.
3
ມື້ໜຶ່ງ ນາງໄດ້ເວົ້າກັບນາຍຍິງຂອງຕົນວ່າ, “ຂ້ານ້ອຍຢາກໃຫ້ນາຍຜູ້ຊາຍ ໄປຫາຜູ້ທຳນວາຍທີ່ນະຄອນຊາມາເຣຍ ເພິ່ນປິ່ນປົວພະຍາດຂອງນາຍໃຫ້ດີໄດ້.”
4
ເມື່ອນາອາມານໄດ້ຍິນເລື່ອງນີ້ ລາວຈຶ່ງໄປຫາກະສັດ ແລະບອກເພິ່ນຕາມທີ່ເດັກຍິງນັ້ນໄດ້ເວົ້າ.
5
ກະສັດບອກວ່າ, “ຈົ່ງໄປຫາກະສັດແຫ່ງອິດສະຣາເອນ ແລະຖືຈົດໝາຍນີ້ໄປໃຫ້ເພິ່ນ.” ດັ່ງນັ້ນ ນາອາມານຈຶ່ງໄດ້ນຳເອົາເງິນສາມສິບພັນແທ່ງ, ຄຳຫົກພັນແທ່ງ, ພ້ອມທັງເຄື່ອງນຸ່ງທີ່ສວຍງາມສິບຊຸດ ແລະອອກເດີນທາງໄປ.
6
ຈົດໝາຍທີ່ລາວຖືໄປນັ້ນມີເນື້ອຄວາມດັ່ງນີ້: “ຈົດໝາຍນີ້ແມ່ນແນະນຳຕົວນາອາມານ ນາຍທະຫານຂອງຂ້າພະເຈົ້າ. ຂ້າພະເຈົ້າຢາກໃຫ້ທ່ານປິ່ນປົວພະຍາດຂອງລາວໃຫ້ດີ.”
7
ເມື່ອກະສັດແຫ່ງອິດສະຣາເອນໄດ້ອ່ານຈົດໝາຍນັ້ນແລ້ວ, ເພິ່ນກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມທຸກໃຈ ແລະຮ້ອງຂຶ້ນວ່າ, “ກະສັດແຫ່ງຊີເຣຍຫວັງຢາກໃຫ້ເຮົາປິ່ນປົວຊາຍຄົນນີ້ໃຫ້ດີໄດ້ຢ່າງໃດ? ເພິ່ນຄິດວ່າເຮົາເປັນພຣະເຈົ້າ ທີ່ມີອຳນາດບອກໃຫ້ຕາຍ ຫລືໃຫ້ເປັນໄດ້ຊັ້ນບໍ? ມັນເປັນການຈະແຈ້ງແລ້ວວ່າລາວຊອກຫາເລື່ອງເກາະຜິດກັບເຮົາ.”
8
ເມື່ອຜູ້ທຳນວາຍເອລີຊາໄດ້ຍິນເຖິງເຫດການທີ່ເກີດຂຶ້ນກັບກະສັດ ເພິ່ນຈຶ່ງສົ່ງຂ່າວໄປເຖິງກະສັດວ່າ, “ເປັນຫຍັງທ່ານຈຶ່ງເປັນທຸກໃຈແທ້? ຈົ່ງສົ່ງຊາຍຄົນນັ້ນມາຫາຂ້ານ້ອຍ ແລະຂ້ານ້ອຍຈະແນະນຳລາວໃຫ້ຮູ້ວ່າ ຢູ່ທີ່ອານາຈັກອິດສະຣາເອນນີ້ມີຜູ້ທຳນວາຍຄົນໜຶ່ງ.”
9
ດັ່ງນັ້ນ ນາອາມານພ້ອມທັງຝູງມ້າ ແລະລົດຮົບ ຈຶ່ງມາຢຸດຢູ່ທີ່ທາງເຂົ້າເຮືອນຂອງເອລີຊາ.
10
ເອລີຊາໄດ້ສັ່ງຄົນຮັບໃຊ້ອອກມາບອກນາອາມານ ໃຫ້ໄປອາບນໍ້າທີ່ແມ່ນໍ້າຈໍແດນເຈັດເທື່ອ ແລະເພິ່ນກໍຈະຫາຍດີເປັນປົກກະຕິ.
11
ແຕ່ນາອາມານໄດ້ໜີໄປພ້ອມທັງໃຈຮ້າຍໃຫຍ່ ແລະເວົ້າວ່າ, “ຂ້ອຍຄິດວ່າຢ່າງໜ້ອຍເພິ່ນກໍຄວນອອກມາຫາຂ້ອຍ ແລະພາວັນນາອະທິຖານອອກນາມຊື່ຂອງພຣະເຈົ້າຢາເວພຣະເຈົ້າຂອງເພິ່ນ, ວາງມືໃສ່ເທິງບ່ອນທີ່ເປັນພະຍາດ ແລະປິ່ນປົວຂ້ອຍໃຫ້ຫາຍດີຊັ້ນດອກ
12
ຕາມຈິງແລ້ວ ແມ່ນໍ້າອາບານາ ແລະຟຣາປັກທີ່ດາມັສກັດ ກໍຍັງດີກວ່າແມ່ນໍ້າຕ່າງໆຢູ່ໃນອິດສະຣາເອນນີ້ບໍ່ແມ່ນບໍ? ຂ້ອຍຄວນອາບນໍ້າຢູ່ໃນແມ່ນໍ້າເຫຼົ່ານັ້ນແລະຄົງຫາຍດີແລ້ວ.” ລາວຈຶ່ງກັບໄປດ້ວຍຄວາມໂມໂຫ.
13
ບັນດາຄົນຮັບໃຊ້ຂອງລາວຈຶ່ງມາຫາ ແລະເວົ້າວ່າ, “ທ່ານເອີຍ ຖ້າຜູ້ທຳນວາຍບອກທ່ານໃຫ້ເຮັດໃນສິ່ງທີ່ຍາກ ທ່ານກໍຄວນເຮັດ. ດຽວນີ້ເປັນຫຍັງທ່ານຈຶ່ງບໍ່ໄປອາບນໍ້າຊຳລະຕົວຕາມທີ່ເພິ່ນໄດ້ບອກນັ້ນ ແລະທ່ານກໍຈະຫາຍດີເປັນປົກກະຕິ?”
14
ດັ່ງນັ້ນ ນາອາມານຈຶ່ງລົງໄປທີ່ແມ່ນໍ້າຈໍແດນຈຸ່ມຕົວລົງໃນນໍ້າເຈັດຄັ້ງ ຕາມຄຳແນະນຳຂອງຄົນຂອງພຣະເຈົ້າ ແລະລາວກໍຫາຍດີເປັນປົກກະຕິ. ເນື້ອໜັງຂອງລາວສະອາດເສາະໃສດີເປັນປົກກະຕິດັ່ງເນື້ອໜັງຂອງເດັກນ້ອຍ.
15
ນາອາມານພ້ອມທັງຄົນຂອງຕົນໄດ້ກັບຄືນໄປຫາຄົນຂອງພຣະເຈົ້າ ແລະເວົ້າວ່າ, “ດຽວນີ້ຂ້າພະເຈົ້າຮູ້ແລ້ວວ່າບໍ່ມີພຣະເຈົ້າອົງອື່ນ ນອກຈາກພຣະເຈົ້າຂອງຊາດອິດສະຣາເອນ; ສະນັ້ນ ທ່ານເອີຍ ກະລຸນາຮັບເອົາຂອງຂວັນຈາກຂ້າພະເຈົ້າດ້ວຍເຖີດ.”
16
ເອລີຊາຕອບວ່າ, “ໂດຍພຣະເຈົ້າຢາເວອົງຊົງພຣະຊົນຢູ່, ອົງທີ່ຂ້າພະເຈົ້າຮັບໃຊ້ຢູ່ນີ້ ຂ້າພະເຈົ້າຈະບໍ່ຍອມຮັບເອົາຂອງຂວັນໃດໆ.” ນາອາມານໄດ້ຮຽກຮ້ອງໃຫ້ເພິ່ນຍອມຮັບເອົາ ແຕ່ເພິ່ນກໍບໍ່ຍອມ.
17
ສະນັ້ນ ນາອາມານຈຶ່ງເວົ້າວ່າ, “ຖ້າທ່ານບໍ່ຍອມຮັບເອົາຂອງຂວັນຈາກຂ້າພະເຈົ້າແລ້ວ ກໍຂໍໃຫ້ຂ້າພະເຈົ້າເອົາດິນຈາກບ່ອນນີ້ເມື່ອເຮືອນນຳ ຈົນພໍກັບລໍສອງໂຕຈະບັນທຸກໄດ້. ເພາະຕັ້ງແຕ່ບັດນີ້ເປັນຕົ້ນໄປ ຂ້າພະເຈົ້າຈະບໍ່ຖວາຍເຄື່ອງບູຊາ ຫລືເຄື່ອງເຜົາບູຊາແກ່ພະໃດໆ ນອກຈາກພຣະເຈົ້າຢາເວ.
18
ສະນັ້ນ ຂ້າພະເຈົ້າຈຶ່ງຫວັງວ່າພຣະເຈົ້າຢາເວຄົງຈະອະໄພໃຫ້ ໃນເວລາທີ່ຂ້າພະເຈົ້າຕິດຕາມກະສັດຂອງຂ້າພະເຈົ້າໄປທີ່ວິຫານຂອງພະຣິມໂມນ ພະຂອງຊາວຊີເຣຍ ແລະຂາບໄຫວ້ພະນັ້ນ. ພຣະເຈົ້າຢາເວຄົງຈະອະໄພໃຫ້ແກ່ຂ້າພະເຈົ້າຢ່າງແນ່ນອນ.”
19
ເອລີຊາກ່າວວ່າ, “ຈົ່ງໄປເປັນສຸກເຖີດ.” ແລ້ວນາອາມານກໍຈາກໄປ. ເມື່ອເພິ່ນໄດ້ຈາກໄປບໍ່ໄກພໍເທົ່າໃດ,
20
ເກຮາຊິຄົນຮັບໃຊ້ຂອງເອລີຊາກໍຄິດໃນໃຈວ່າ, “ນາຍຂອງເຮົາໄດ້ປ່ອຍໃຫ້ນາອາມານໜີໄປລ້າໆ ໂດຍບໍ່ໄດ້ຫຍັງໝົດ ເພິ່ນຄວນຮັບເອົາສິ່ງຂອງທີ່ຄົນຊີເຣຍຜູ້ນັ້ນມອບໃຫ້. ໂດຍພຣະເຈົ້າຢາເວອົງຊົງພຣະຊົນຢູ່ ເຮົາຈະແລ່ນຕາມລາວໄປ ແລະເອົາບາງສິ່ງຈາກລາວ.”
21
ດັ່ງນັ້ນ ລາວຈຶ່ງໄດ້ອອກເດີນທາງຕາມນາອາມານໄປ. ເມື່ອນາອາມານ ຫລຽວເຫັນຊາຍຄົນໜຶ່ງແລ່ນຕາມຫລັງຕົນມາ ລາວຈຶ່ງລົງຈາກລົດມ້າ ແລະໄປພົບເກຮາຊິທັງຖາມວ່າ, “ມີເລື່ອງຫຍັງເກີດຂຶ້ນຊັ້ນບໍ?”
22
ເກຮາຊິຕອບວ່າ, “ບໍ່ມີຫຍັງດອກ ແຕ່ນາຍຂອງຂ້ານ້ອຍສົ່ງຂ້ານ້ອຍມາບອກທ່ານວ່າ ໃນຫວ່າງກີ້ນີ້ເອງມີຜູ້ທຳນວາຍສອງຄົນໃນໝວດເຂດເນີນພູເອຟຣາອິມມາຮອດ ເອລີຊາຢາກໃຫ້ທ່ານເອົາເງິນສາມພັນແທ່ງ ແລະເສື້ອທີ່ສວຍງາມສອງຊຸດໃຫ້ພວກເພິ່ນ.”
23
ນາອາມານຕອບຄືນວ່າ, “ຈົ່ງເອົາເງິນຫົກພັນແທ່ງ ໄປເທີ້ນ.” ເພິ່ນເວົ້າເນັ້ນໃຫ້ຍອມຮັບ ໂດຍມັດເງິນໃສ່ສອງຖົງພ້ອມເສື້ອສວຍງາມສອງຊຸດ ແລະມອບໃຫ້ຄົນຮັບໃຊ້ສອງຄົນຂອງຕົນ. ເພິ່ນສົ່ງພວກເຂົາໃຫ້ອອກໄປກ່ອນໜ້າເກຮາຊິ.
24
ເມື່ອພວກເຂົາມາເຖິງເນີນພູບ່ອນເອລີຊາຢູ່, ເກຮາຊິກໍແບກເອົາເສື້ອຜ້າ ແລະເງິນສອງຖົງນັ້ນເຂົ້າໄປເກັບໄວ້ໃນເຮືອນ. ແລ້ວລາວກໍສົ່ງບັນດາຄົນຮັບໃຊ້ຂອງນາອາມານກັບຄືນເມືອ.
25
ເມື່ອເກຮາຊິກັບເຂົ້າມາໃນເຮືອນແລະຢືນຢູ່ຕໍ່ໜ້ານາຍຂອງຕົນ ເອລີຊາຈຶ່ງຖາມລາວວ່າ, “ເຈົ້າມາແຕ່ໃສ?” ລາວຕອບວ່າ, “ໂອ ບໍ່ໄດ້ໄປໃສມາດອກ ທ່ານເອີຍ.”
26
ແຕ່ເພິ່ນກ່າວຕໍ່ລາວວ່າ, “ເມື່ອຊາຍຄົນນັ້ນລົງແຕ່ລົດມ້າມາຫາເຈົ້າ ຈິດວິນຍານຂອງຂ້ອຍບໍ່ໄດ້ຢູ່ໃນບ່ອນນັ້ນຊັ້ນບໍ? ນີ້ບໍ່ແມ່ນເວລາຮັບເອົາເງິນ ແລະເຄື່ອງນຸ່ງ, ສວນໝາກກອກເທດ ແລະສວນອະງຸ່ນ, ແກະແລະງົວ ຫລືຄົນຮັບໃຊ້.
27
ເພາະສະນັ້ນ ພະຍາດຂອງນາອາມານຈະຕິດແປດເຈົ້າ, ທັງເຈົ້າແລະເຊື້ອສາຍຂອງເຈົ້າຈະເປັນພະຍາດນີ້ຕະຫລອດໄປ.” ເມື່ອເກຮາຊິໄດ້ອອກໄປ ລາວກໍເປັນພະຍາດຂີ້ທູດ ໜັງຂອງລາວຂາວດັ່ງຫິມະ.
← Chapter 4
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 6 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25