bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 18
2 Kings 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 19 →
1
ໃນຣາຊການປີທີສາມຂອງເຈົ້າໂຮເຊຢາລູກຊາຍຂອງເຈົ້າເອລາ ກະສັດແຫ່ງອິດສະຣາເອນ; ເຈົ້າເຮເຊກີຢາ ລູກຊາຍຂອງກະສັດອາຮາດໄດ້ຂຶ້ນປົກຄອງອານາຈັກຢູດາຍ
2
ເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າອາບີຢາລູກສາວຂອງເຊກາຣີຢາ.
3
ເພິ່ນເຮັດແຕ່ສິ່ງທີ່ພຣະເຈົ້າຢາເວພໍໃຈ ໂດຍເອົາຕາມແບບຢ່າງຂອງກະສັດດາວິດຜູ້ເປັນບັນພະບຸລຸດຂອງເພິ່ນ.
4
ເພິ່ນໄດ້ທຳລາຍບ່ອນຂາບໄຫວ້ຂອງພະຕ່າງຊາດ, ໄດ້ທັບເສົາສັກສິດ ແລະຕັດຮູບຂອງເຈົ້າແມ່ອາເຊຣາ. ເພິ່ນຍັງໄດ້ທັບຮູບງູທອງສຳຣິດທີ່ໂມເຊໄດ້ຫລໍ່ຂຶ້ນຊື່ວ່າ ເນຮູຊະຕານ. ມາຈົນເຖິງເວລານັ້ນ ປະຊາຊົນອິດສະຣາເອນຍັງເຜົາເຄື່ອງຫອມບູຊາຮູບງູທອງນີ້ຢູ່.
5
ກະສັດເຮເຊກີຢາໄວ້ວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ; ຢູ່ໃນອານາຈັກຢູດາຍບໍ່ເຄີຍມີກະສັດຄົນໃດຄືເພິ່ນ ບໍ່ວ່າຜູ້ທີ່ໄດ້ປົກຄອງມາກ່ອນເພິ່ນ ຫລືນຳຫລັງເພິ່ນກໍຕາມ.
6
ເພິ່ນສັດຊື່ຕໍ່ພຣະເຈົ້າຢາເວ, ເຊື່ອຟັງພຣະອົງສະເໝີ ແລະຖືຮັກສາຄຳສັ່ງທຸກຂໍ້ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ໂມເຊນັ້ນຢ່າງລະມັດລະວັງ.
7
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງສະຖິດຢູ່ກັບເພິ່ນ ແລະທຸກສິ່ງທີ່ເພິ່ນເຮັດກໍສຳເລັດຜົນ. ເພິ່ນໄດ້ກະບົດຕໍ່ກະສັດແຫ່ງອັດຊີເຣຍ ແລະບໍ່ຍອມຢູ່ໃຕ້ອຳນາດຂອງເພິ່ນອີກຕໍ່ໄປ.
8
ເພິ່ນໄດ້ຊະນະພວກຟີລິດສະຕິນ ແລະປຸ້ນສະດົມບ່ອນຕັ້ງຖິ່ນຖານຂອງພວກເຂົາ ເລີ່ມແຕ່ບ້ານນ້ອຍໆຈົນເຖິງເມືອງໃຫຍ່ ລວມທັງເມືອງກາຊາ ແລະທົ່ວທັງເຂດແດນນັ້ນດ້ວຍ.
9
ໃນຣາຊການປີທີສີ່ຂອງກະສັດເຮເຊກີຢາ ຊຶ່ງເປັນຣາຊການປີທີເຈັດຂອງກະສັດໂຮເຊຢາແຫ່ງອິດສະຣາເອນ; ເຈົ້າຊານມາເນເຊ ກະສັດແຫ່ງອັດຊີເຣຍໄດ້ບຸກຮຸກອານາຈັກອິດສະຣາເອນ ແລະປິດລ້ອມນະຄອນຊາມາເຣຍໄວ້.
10
ເມື່ອປິດລ້ອມຢູ່ເຖິງສາມປີ ນະຄອນຊາມາເຣຍກໍແຕກ; ຊຶ່ງເປັນຣາຊການປີທີຫົກຂອງກະສັດເຮເຊກີຢາ ແລະຣາຊການປີທີເກົ້າຂອງກະສັດໂຮເຊຢາ.
11
ກະສັດແຫ່ງອັດຊີເຣຍ ໄດ້ນຳເອົາຊາວອິດສະຣາເອນໄປເປັນຊະເລີຍຢູ່ທີ່ປະເທດອັດຊີເຣຍ. ເພິ່ນໄດ້ເອົາພວກເຫຼົ່ານີ້ບາງຄົນໄປຕັ້ງຖິ່ນຖານຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ່ໃກ້ແມ່ນໍ້າຮາໂບໃນເຂດໂກຊານ ແລະໃຫ້ບາງຄົນຢູ່ໃນເມືອງຕ່າງໆຂອງຊາວມີເດຍ.
12
ນະຄອນຊາມາເຣຍແຕກ ກໍເພາະຊາວອິດສະຣາເອນບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ, ແຕ່ໄດ້ລະເມີດພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພວກເຂົາ ແລະບໍ່ເຊື່ອຟັງກົດບັນຍັດທັງໝົດທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົານັ້ນ. ພວກເຂົາບໍ່ຍອມຟັງ ແລະບໍ່ຍອມປະຕິບັດຕາມ.
13
ໃນຣາຊການປີທີສິບສີ່ ຂອງກະສັດເຮເຊກີຢາ; ເຈົ້າເຊັນນາເກຣິບ ກະສັດແຫ່ງອັດຊີເຣຍໄດ້ໂຈມຕີປ້ອມປ້ອງກັນເມືອງຕ່າງໆໃນອານາຈັກຢູດາຍ ແລະຢຶດເອົາເມືອງໄດ້.
14
ກະສັດເຮເຊກີຢາແຫ່ງຢູດາຍໄດ້ສົ່ງສານໄປຫາກະສັດເຊັນນາເກຣິບ ຜູ້ທີ່ຢູ່ໃນເມືອງລາກິດ ໂດຍມີຂໍ້ຄວາມດັ່ງນີ້: “ຂ້າພະເຈົ້າໄດ້ເຮັດຜິດແລ້ວ; ກະລຸນາຢຸດໂຈມຕີສາ ແລະຂ້າພະເຈົ້າຈະຍອມຈ່າຍທຸກສິ່ງຕາມທີ່ທ່ານຂໍຮ້ອງມາ.” ກະສັດແຫ່ງອັດຊີເຣຍຕອບກະສັດເຮເຊກີຢາແຫ່ງຢູດາຍວ່າຕ້ອງສົ່ງເງິນສິບໂຕນ ແລະຄຳໜຶ່ງໂຕນໃຫ້ເພິ່ນ.
15
ກະສັດເຮເຊກີຢາໄດ້ສົ່ງເງິນທັງໝົດຈາກວິຫານຂອງພຣະເຈົ້າຢາເວ ແລະຈາກຄັງໃນຣາຊວັງໄປໃຫ້;
16
ເພິ່ນຍັງໄດ້ລອກເອົາຄຳຈາກບານປະຕູຕ່າງໆຂອງພຣະວິຫານຂອງພຣະເຈົ້າຢາເວ ແລະຄຳທີ່ເພິ່ນເອງໄດ້ໃຊ້ໂອບປະຕູທັງຫລາຍນັ້ນ ສົ່ງໄປໃຫ້ກະສັດເຊັນນາເກຣິບ.
17
ກະສັດແຫ່ງອັດຊີເຣຍໄດ້ສົ່ງກອງທັບໃຫຍ່ແຕ່ເມືອງລາກິດໄປໂຈມຕີກະສັດເຮເຊກີຢາທີ່ນະຄອນເຢຣູຊາເລັມ; ກອງທັບນີ້ບັນຊາການໂດຍນາຍທະຫານສາມຄົນ ມີດັ່ງນີ້: ຜູ້ບັນຊາການສູງສຸດ, ຜູ້ບັນຊາການກອງທັບ ແລະຮອງຜູ້ບັນຊາການສູງສຸດທີ່ເປັນຜູ້ບັນຊາການແນວຮົບ. ເມື່ອມາຮອດນະຄອນເຢຣູຊາເລັມແລ້ວ ພວກເຂົາກໍເຂົ້າຢຶດເອົາຖະໜົນຊ່າງຕໍ່າຜ້າ ໂດຍຜ່ານໄປທາງທໍ່ນໍ້າທີ່ໄຫລມາແຕ່ສະນໍ້າເບື້ອງເໜືອ.
18
ແລ້ວພວກເຂົາກໍສັ່ງຄົນໄປຫາກະສັດເຮເຊກີຢາ ໂດຍມີຂ້າຣາຊການສາມຄົນໄດ້ອອກມາພົບເຂົາ ມີດັ່ງນີ້: ເອລີອາກິມລູກຊາຍຂອງຮິນກີຢາ ຜູ້ຮັບຜິດຊອບຣາຊວັງ; ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບ ຜູ້ບັນທຶກ.
19
ຜູ້ໜຶ່ງໃນພວກຂ້າຣາຊການອັດຊີເຣຍກ່າວແກ່ສາມຄົນນີ້ວ່າ, “ກະສັດຢາກຈະຮູ້ວ່າ ແມ່ນຫຍັງທີ່ເຮັດໃຫ້ກະສັດເຮເຊກີຢາໝັ້ນໃຈແທ້.
20
ເພິ່ນຖາມວ່າ, ທ່ານຄິດວ່າຄຳເວົ້າໃຊ້ແທນຝີມື ແລະອຳນາດຂອງທະຫານໄດ້ຊັ້ນບໍ? ທ່ານຄິດວ່າໃຜແດ່ຈະຊ່ວຍທ່ານໃຫ້ກະບົດຕໍ່ອັດຊີເຣຍໄດ້?
21
ທ່ານຫວັງໃຫ້ປະເທດເອຢິບຊ່ວຍເຫລືອຊັ້ນບໍ? ແຕ່ກໍຄົງເປັນດັ່ງເອົາໄມ້ອໍ້ໃຊ້ເປັນໄມ້ເທົ້າ; ມັນຈະຫັກແລະປັກມືຂອງທ່ານເອງ. ກະສັດປະເທດເອຢິບກໍເປັນດັ່ງນີ້ແຫລະ ສຳລັບຜູ້ທີ່ໄປເອື່ອຍອີງອາໄສເພິ່ນ.”
22
ຂ້າຣາຊການອັດຊີເຣຍຜູ້ນັ້ນໄດ້ເວົ້າຕໍ່ໄປວ່າ, “ບາງທີທ່ານອາດຈະບອກຂ້າພະເຈົ້າວ່າ ທ່ານກຳລັງເພິ່ງພາອາໄສພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານກໍໄດ້? ບໍ່ແມ່ນເຮເຊກີຢາບໍທີ່ໄດ້ທຳລາຍພະທັງຫລາຍຖິ້ມ ເມື່ອເພິ່ນໄດ້ບອກປະຊາຊົນຊາວຢູດາຍ ແລະຊາວເຢຣູຊາເລັມ ໃຫ້ນະມັດສະການທີ່ແທ່ນບູຊາໃນນະຄອນເຢຣູຊາເລັມແຕ່ເທົ່ານັ້ນ.
23
ຂ້າພະເຈົ້າຂໍທ້າທາຍກັບທ່ານໃນນາມຂອງຈັກກະພັດ. ຂ້າພະເຈົ້າຈະເອົາມ້າສອງພັນໂຕ ໃຫ້ທ່ານ ຖ້າທ່ານຊອກຫາຄົນຂີ່ໄດ້ຫລາຍເທົ່າກັບຈຳນວນມ້າ!
24
ທ່ານບໍ່ສໍ່າກັບຂ້າຣາຊການອັດຊີເຣຍຊັ້ນຕໍ່າໆ, ແຕ່ປານນັ້ນທ່ານຍັງຢາກໃຫ້ຊາວເອຢິບສົ່ງລົດມ້າແລະທະຫານມ້າໃຫ້.
25
ທ່ານຄົງຄິດວ່າ ຂ້າພະເຈົ້າມາໂຈມຕີ ແລະທຳລາຍປະເທດຂອງທ່ານ ປາດສະຈາກຄຳສັ່ງຂອງພຣະເຈົ້າຢາເວຊັ້ນບໍ? ພຣະເຈົ້າຢາເວເອງທີ່ໄດ້ບອກຂ້າພະເຈົ້າໃຫ້ມາໂຈມຕີ ແລະທຳລາຍປະເທດຂອງທ່ານ.”
26
ແລ້ວເອລີອາກິມລູກຊາຍຂອງຮິນກີຢາ, ເຊັບນາ ແລະໂຢອາກໍໄດ້ບອກຂ້າຣາຊການຜູ້ນັ້ນວ່າ, “ທ່ານເອີຍ ເວົ້າພາສາອາຣາມິກກໍໄດ້ ເພາະພວກຂ້າພະເຈົ້າເຂົ້າໃຈຢູ່. ຢ່າເວົ້າພາສາເຮັບເຣີເທາະ ເພາະທຸກຄົນຢູ່ເທິງກຳແພງກຳລັງຟັງຢູ່.”
27
ຂ້າຣາຊການຜູ້ນັ້ນຕອບຄືນວ່າ, “ພວກທ່ານຄິດວ່າ ນາຍຂອງຂ້າພະເຈົ້າສົ່ງຂ້າພະເຈົ້າມາແລະບອກເລື່ອງເຫຼົ່ານີ້ ແກ່ພວກທ່ານແລະນາຍຂອງພວກທ່ານແຕ່ເທົ່ານັ້ນຊັ້ນບໍ? ບໍ່ແມ່ນດອກ ຂ້າພະເຈົ້າຢາກເວົ້າໃຫ້ພວກທີ່ນັ່ງຢູ່ເທິງກຳແພງນັ້ນໄດ້ຍິນນຳດ້ວຍ ເພາະພວກເຂົາຈະກິນຂີ້ແລະກິນຍ່ຽວຂອງຕົນເອງ ເໝືອນກັນກັບພວກທ່ານນັ້ນແຫລະ.”
28
ແລ້ວຂ້າຣາຊການຜູ້ນີ້ກໍໄດ້ລຸກຢືນ ແລະຮ້ອງຂຶ້ນເປັນພາສາເຮັບເຣີວ່າ, “ຈົ່ງຟັງສິ່ງທີ່ກະສັດແຫ່ງອັດຊີເຣຍກຳລັງບອກພວກທ່ານ.
29
ເພິ່ນເຕືອນພວກທ່ານ ຢ່າໃຫ້ກະສັດເຮເຊກີຢາຫລອກລວງພວກທ່ານເລີຍ. ກະສັດເຮເຊກີຢາຊ່ວຍພວກທ່ານບໍ່ໄດ້ດອກ.
30
ຢ່າໃຫ້ເຮເຊກີຢາຊັກຈູງພວກທ່ານໄປເພິ່ງພາອາໄສພຣະເຈົ້າຢາເວເລີຍ. ໂດຍກ່າວວ່າພຣະເຈົ້າຢາເວຈະຊ່ວຍພວກທ່ານໃຫ້ພົ້ນ ແລະຢ່າໄດ້ຄິດວ່າພຣະອົງຈະຢຸດຢັ້ງກອງທັບອັດຊີເຣຍຂອງພວກເຮົາ ບໍ່ໃຫ້ຢຶດເອົາເມືອງຂອງພວກທ່ານ.
31
ຢ່າຟັງຄວາມຂອງກະສັດເຮເຊກີຢາ. ກະສັດແຫ່ງອັດຊີເຣຍສັ່ງພວກທ່ານ ໃຫ້ອອກຈາກເມືອງມາຍອມຈຳນົນ. ເພິ່ນຈະອະນຸຍາດໃຫ້ພວກທ່ານທຸກຄົນ ກິນໝາກອະງຸ່ນຈາກເຄືອອະງຸ່ນຂອງພວກທ່ານເອງ, ໝາກເດື່ອຈາກຕົ້ນເດື່ອຂອງພວກທ່ານເອງ ແລະດື່ມນໍ້າຈາກສ້າງຂອງພວກທ່ານເອງ
32
ຈົນກວ່າຂ້າພະເຈົ້າຈະຈັດຫາບ່ອນໃຫ້ພວກທ່ານຕັ້ງຖິ່ນຖານຢູ່ໃນປະເທດໜຶ່ງ ຊຶ່ງຄ້າຍຄືກັບປະເທດຂອງພວກທ່ານເອງ ບ່ອນທີ່ມີສວນອະງຸ່ນເພື່ອເຮັດເຫຼົ້າອະງຸ່ນ ແລະມີເຂົ້າເພື່ອເຮັດເຂົ້າຈີ່; ເປັນດິນແດນແຫ່ງໝາກກອກເທດ, ນໍ້າມັນໝາກກອກ ແລະນໍ້າເຜິ້ງ. ຖ້າພວກທ່ານປະຕິບັດຕາມຄຳສັ່ງຂອງເພິ່ນ ພວກທ່ານກໍຈະບໍ່ຕາຍແຕ່ມີຊີວິດຢູ່. ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງພວກທ່ານໃຫ້ຄິດວ່າ ພຣະເຈົ້າຢາເວຈະຊ່ວຍກູ້ເອົາພວກທ່ານ.
33
ບັນດາພະຂອງຊົນຊາດອື່ນໆ ຊ່ວຍປະເທດຂອງພວກເຂົາຈາກກະສັດແຫ່ງອັດຊີເຣຍໄດ້ບໍ?
34
ດຽວນີ້ພະເຫຼົ່ານີ້ຢູ່ໃສ? ຄືພະຂອງເມືອງຮາມັດ ແລະເມືອງອັກປັດ? ພະຂອງເມືອງເສຟາກວາອິມ, ເມືອງເຮນາ ແລະເມືອງອີວາຢູ່ໃສ? ມີພະຕົນໃດຕົນໜຶ່ງບໍ ທີ່ຊ່ວຍນະຄອນຊາມາເຣຍໄວ້ໄດ້?
35
ໃນບັນດາພະເຫຼົ່ານີ້ ບໍ່ມີພະຕົນໃດເລີຍທີ່ຊ່ວຍປະເທດຂອງພວກເຂົາໃຫ້ພົ້ນຈາກກຳມືຂອງຂ້າພະເຈົ້າໄດ້. ຖ້າດັ່ງນັ້ນ ແມ່ນຫຍັງທີ່ເຮັດໃຫ້ພວກທ່ານຄິດວ່າ ພຣະເຈົ້າຢາເວຈະຊ່ວຍນະຄອນເຢຣູຊາເລັມໄວ້ໄດ້?”
36
ປະຊາຊົນໄດ້ພາກັນມິດງຽບ ຕາມທີ່ກະສັດໄດ້ສັ່ງພວກເຂົາໄວ້; ພວກເຂົາບໍ່ຕອບຫຍັງຈັກຄຳ.
37
ແລ້ວເອລີອາກິມລູກຊາຍຂອງຮິນກີຢາຜູ້ຮັບຜິດຊອບຣາຊວັງ, ເຊັບນາເລຂາທິການ ແລະໂຢອາລູກຊາຍຂອງອາສັບຜູ້ບັນທຶກ ຕ່າງກໍຈີກເສື້ອຂອງຕົນເອງດ້ວຍຄວາມໂສກເສົ້າເສຍໃຈ ແລະໄປລາຍງານຕໍ່ກະສັດເຮເຊກີຢາຕາມທີ່ຂ້າຣາຊການອັດຊີເຣຍໄດ້ເວົ້າ.
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→