bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 23
2 Kings 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 24 →
1
ກະສັດໂຢສີຢາໄດ້ເອີ້ນພວກຫົວໜ້າຂອງຊາວຢູດາ ແລະຊາວເຢຣູຊາເລັມທັງໝົດມາປະຊຸມກັບເພິ່ນ.
2
ແລ້ວກະສັດກໍໄດ້ເຂົ້າໄປທີ່ວິຫານຂອງພຣະເຈົ້າຢາເວ ຕິດຕາມໂດຍພວກປະໂຣຫິດແລະພວກຜູ້ທຳນວາຍ ແລະປະຊາຊົນທຸກຄົນທັງຜູ້ຮັ່ງມີ ແລະຜູ້ຍາກຈົນ. ກະສັດໄດ້ອ່ານທຸກຖ້ອຍຄຳໃນປື້ມພັນທະສັນຍາ ທີ່ໄດ້ພົບໃນວິຫານຂອງພຣະເຈົ້າຢາເວນັ້ນຊ້ອງໜ້າພວກເຂົາທຸກຄົນ.
3
ເພິ່ນໄດ້ຢືນທີ່ຂ້າງເສົາບ່ອນທີ່ຖືກຈັດໄວ້ສຳລັບເພິ່ນ ແລະໄດ້ເຮັດພັນທະສັນຍາຕໍ່ໜ້າພຣະເຈົ້າຢາເວວ່າ ຈະເຊື່ອຟັງພຣະເຈົ້າຢາເວ, ຈະຖືຮັກສາກົດບັນຍັດ ແລະຂໍ້ຄຳສັ່ງຂອງພຣະອົງດ້ວຍສຸດໃຈ ແລະສຸດຈິດ ແລະຈະປະຕິບັດຕາມຄຳຮຽກຮ້ອງທີ່ມີຂັດຕິດຢູ່ໃນພັນທະສັນຍາ ຕາມທີ່ໄດ້ມີຂຽນໄວ້ໃນປື້ມນັ້ນ. ຝ່າຍປະຊາຊົນທຸກຄົນຕ່າງກໍໄດ້ສັນຍາວ່າ ຈະຖືຮັກສາພັນທະສັນຍານັ້ນ.
4
ແລ້ວກະສັດໂຢສີຢາກໍໄດ້ສັ່ງໃຫ້ມະຫາປະໂຣຫິດຮິນກີຢາ, ບັນດາປະໂຣຫິດຮອງ ແລະພວກທະຫານຍາມປະຈຳໜ້າທີ່ທາງເຂົ້າ ໃຫ້ນຳເອົາສິ່ງຂອງທັງໝົດທີ່ໄດ້ໃຊ້ໃນການຂາບໄຫວ້ພະບາອານ, ເຈົ້າແມ່ອາເຊຣາ ແລະດວງດາວອອກໄປຈາກພຣະວິຫານຂອງພຣະເຈົ້າຢາເວ. ກະສັດໄດ້ຈູດສິ່ງເຫຼົ່ານີ້ຢູ່ນອກເມືອງໃກ້ກັບຮ່ອມພູກິດໂຣນ ແລ້ວເພິ່ນກໍໃຫ້ຄົນເອົາຂີ້ເຖົ່າໄປທີ່ເມືອງເບັດເອນ.
5
ເພິ່ນປົດຕຳແໜ່ງພວກປະໂຣຫິດທີ່ບັນດາກະສັດແຫ່ງຢູດາຍ ໄດ້ແຕ່ງຕັ້ງໃຫ້ຖວາຍເຄື່ອງບູຊາ ທີ່ແທ່ນບູຊາຂອງພະຕ່າງຊາດຊຶ່ງມີຢູ່ໃນເມືອງຕ່າງໆຂອງຢູດາຍ ແລະຕາມບ່ອນຕ່າງໆທີ່ໃກ້ກັບນະຄອນເຢຣູຊາເລັມ ຄືປະໂຣຫິດທຸກຄົນທີ່ຖວາຍເຄື່ອງບູຊາແກ່ພະບາອານ, ດວງຕາເວັນ, ດວງເດືອນ ແລະດວງດາວຕ່າງໆທັງໝົດໃນຟ້າສະຫວັນ.
6
ເພິ່ນຍ້າຍຮູບເຈົ້າແມ່ອາເຊຣາອອກຈາກວິຫານຂອງພຣະເຈົ້າຢາເວ ແລະເອົາໄປໄວ້ນອກນະຄອນເຢຣູຊາເລັມ, ທີ່ຮ່ອມພູກິດໂຣນ, ຈູດເຜົາມັນທີ່ຮ່ອມພູກິດໂຣນ, ບົດໃຫ້ໝຸ່ນເປັນຂີ້ເຖົ່າ ແລະໂຮຍໃສ່ຕາມບ່ອນຝັງສົບ.
7
ເພິ່ນທຳລາຍບ່ອນຢູ່ຂອງພວກໂສເພນີໃນບໍລິເວນວິຫານຂອງພຣະເຈົ້າຢາເວ. ຊຶ່ງເປັນບ່ອນທີ່ພວກຜູ້ຍິງຕໍ່າຜ້າ ເຮັດເສື້ອຄຸມໃຊ້ໃນການຂາບໄຫວ້ເຈົ້າແມ່ອາເຊຣາ.
8
ກະສັດໂຢສີຢາໄດ້ນຳບັນດາປະໂຣຫິດທັງໝົດທີ່ຢູ່ໃນເມືອງຕ່າງໆຂອງຢູດາຍ ແລະຢູ່ທົ່ວທຸກບ່ອນຈາກເກບາເຖິງເບເອນເຊບາທີ່ເພິ່ນໄດ້ທຳລາຍແທ່ນບູຊາຕ່າງໆ ແລະສະຖານທີ່ສູງທັງຫຼາຍ ຊຶ່ງພວກເຂົາຖວາຍເຄື່ອງບູຊາໃສ່ນັ້ນ ມາທີ່ນະຄອນເຢຣູຊາເລັມ. ເພິ່ນຍັງໄດ້ມ້າງແທ່ນບູຊາທີ່ອຸທິດຖວາຍແກ່ຜີປີສາດແບ້ ໃກ້ປະຕູເມືອງທີ່ໂຢຊວຍຜູ້ປົກຄອງເມືອງໄດ້ສ້າງຂຶ້ນ. ແທ່ນບູຊານີ້ຢູ່ທາງເບື້ອງຊ້າຍຂອງປະຕູໃຫຍ່ທາງເຂົ້າເມືອງ.
9
ພວກປະໂຣຫິດເຫຼົ່ານັ້ນບໍ່ມີສິດຮັບໃຊ້ຢູ່ແທ່ນບູຊາຂອງພຣະເຈົ້າຢາເວ ແຕ່ໄດ້ຮັບອະນຸຍາດໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງດັ່ງປະໂຣຫິດຄົນອື່ນໆ.
10
ກະສັດໂຢສີຢາຍັງໄດ້ທຳລາຍໂຕເຟັດ ບ່ອນຂາບໄຫວ້ຮູບພະຕ່າງໆຂອງຊາວຕ່າງຊາດທີ່ຮ່ອມພູຮິນໂນມ ເພື່ອວ່າຈະບໍ່ມີຜູ້ໃດເອົາລູກຊາຍ ຫລືລູກສາວຂອງຕົນໄປເຜົາຖວາຍບູຊາໃຫ້ພະໂມເລັກ.
11
ເພິ່ນຍັງໄດ້ເອົາຝູງມ້າທີ່ກະສັດແຫ່ງຢູດາຍອຸທິດຖວາຍ ໃນການຂາບໄຫວ້ດວງອາທິດນັ້ນໜີໄປ ແລະເຜົາລົດມ້າທີ່ໃຊ້ໃນການຂາບໄຫວ້ນີ້ດ້ວຍ. (ມ້າກັບລົດມ້ານີ້ໄດ້ເອົາໄວ້ຢູ່ທາງເຂົ້າວິຫານຂອງພຣະເຈົ້າຢາເວ ໃກ້ກັບປະຕູ ແລະໃກ້ບ່ອນຢູ່ຂອງນາທານເມເລັກ ຂ້າຣາຊການຊັ້ນຜູ້ໃຫຍ່ຄົນໜຶ່ງ.)
12
ເພິ່ນໄດ້ທຳລາຍແທ່ນບູຊາທີ່ກະສັດແຫ່ງຢູດາຍໄດ້ສ້າງໄວ້ ເທິງຫລັງຄາພຽງຂອງຣາຊວັງທີ່ຢູ່ເໜືອສຳນັກຂອງກະສັດອາຮາດ ພ້ອມທັງແທ່ນບູຊາສອງແທ່ນ ທີ່ກະສັດມານາເຊໄດ້ສ້າງໄວ້ໃນເດີ່ນຂອງວິຫານຂອງພຣະເຈົ້າຢາເວ; ເພິ່ນທຸບແທ່ນບູຊາເຫຼົ່ານີ້ອອກເປັນປ່ຽງໆ ແລະໂຍນຖິ້ມໃນຮ່ອມພູກິດໂຣນ.
13
ກະສັດໂຢສີຢາໄດ້ທຳລາຍແທ່ນບູຊາຕ່າງໆທີ່ກະສັດໂຊໂລໂມນໄດ້ສ້າງຂຶ້ນ ຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ຄືທາງທິດໃຕ້ຂອງພູເຂົາໝາກກອກເທດ ຊຶ່ງເປັນບ່ອນສຳລັບຂາບໄຫວ້ຮູບເຄົາຣົບທີ່ໜ້າກຽດຊັງຄື: ຮູບເຈົ້າແມ່ອັດສະຕາກຂອງຊາວຊີໂດນ, ພະເຄໂມດຂອງຊາວໂມອາບ ແລະພະມິນກົມຂອງຊາວອຳໂມນ.
14
ກະສັດໂຢສີຢາໄດ້ຕັດເສົາຫີນເປັນທ່ອນໆ ແລະດຶງຮູບເຈົ້າແມ່ອາເຊຣາລົງ; ແລະເພິ່ນໄດ້ເອົາກະດູກຄົນຕາຍຖົມໃສ່ດິນບ່ອນທີ່ພວກເຂົາຢືນຢູ່ນັ້ນ.
15
ກະສັດໂຢສີຢາຍັງໄດ້ມ້າງ ແລະທຳລາຍບ່ອນຂາບໄຫວ້ທີ່ເບັດເອນ ຊຶ່ງຖືກສ້າງຂຶ້ນໂດຍກະສັດເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ໄດ້ນຳຊາວອິດສະຣາເອນຕົກໃນບາບ. ກະສັດໂຢສີຢາດຶງແທ່ນບູຊານັ້ນລົງ, ທຸບຫີນຂອງແທ່ນບູຊານັ້ນເປັນປ່ຽງໆ, ແລະທັບຈົນໝຸ່ນເປັນຂີ້ຝຸ່ນດິນ; ເພິ່ນຍັງເຜົາຮູບເຈົ້າແມ່ອາເຊຣາຖິ້ມດ້ວຍ.
16
ແລ້ວກະສັດໂຢສີຢາກໍຫລຽວອ້ອມໄປມາ ຈຶ່ງເຫັນຂຸມຝັງສົບຕ່າງໆທີ່ເທິງເນີນພູ; ສະນັ້ນ ເພິ່ນຈຶ່ງໃຫ້ພວກເຂົາເອົາກະດູກອອກຈາກອຸບມຸງເຫຼົ່ານັ້ນ ໄປເຜົາເທິງແທ່ນບູຊາ. ເພິ່ນໄດ້ເຮັດເຊັ່ນນີ້ເປັນການທຳລາຍແທ່ນບູຊາໃຫ້ເປັນມົນທິນ ຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ຄົນຂອງພຣະເຈົ້າໄດ້ກ່າວໄວ້ແຕ່ດົນນານມາແລ້ວ ໃນໄລຍະເທດສະການທີ່ກະສັດເຢໂຣໂບອາມໄດ້ຢືນຢູ່ທີ່ຂ້າງແທ່ນບູຊາ. ກະສັດໂຢສີຢາຫລຽວອ້ອມໄປມາຈຶ່ງເຫັນອຸບມຸງຂອງຜູ້ທຳນວາຍ ຜູ້ທີ່ໄດ້ກ່າວໄວ້ລ່ວງໜ້າກ່ຽວກັບເລື່ອງນີ້.
17
ເພິ່ນຖາມວ່າ, “ນັ້ນແມ່ນອຸບມຸງຝັງສົບຂອງໃຜ?” ປະຊາຊົນຊາວເມືອງຕອບວ່າ, “ແມ່ນຂຸມຝັງສົບຄົນຂອງພຣະເຈົ້າທີ່ມາຈາກຢູດາຍ ແລະໄດ້ທຳນວາຍໄວ້ລ່ວງໜ້າ ເຖິງສິ່ງທີ່ທ່ານກຳລັງກະທຳຕໍ່ແທ່ນບູຊາທີ່ເບັດເອນນີ້.”
18
ເພິ່ນສັ່ງວ່າ, “ປ່ອຍໄວ້ຢ່າງນັ້ນແຫຼະ ບໍ່ຕ້ອງເອົາກະດູກລາວອອກມາ.” ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດເອົາກະດູກນັ້ນອອກມາ ພ້ອມທັງກະດູກຂອງຜູ້ທຳນວາຍ ມາຈາກນະຄອນຊາມາເຣຍ.
19
ຕາມທຸກເມືອງຂອງອິດສະຣາເອນ ກະສັດໂຢສີຢາໄດ້ທຳລາຍບ່ອນຂາບໄຫວ້ພະຕ່າງຊາດທັງໝົດ ທີ່ບັນດາກະສັດແຫ່ງອິດສະຣາເອນໄດ້ສ້າງໄວ້ ຄືຜູ້ທີ່ກໍ່ໃຫ້ຄວາມໂກດຮ້າຍຂອງພຣະເຈົ້າຢາເວລຸກຂຶ້ນໃຫຍ່. ເພິ່ນໄດ້ທຳລາຍແທ່ນບູຊາທັງໝົດນີ້ ດັ່ງທີ່ໄດ້ເຮັດຕໍ່ແທ່ນບູຊາໃນເມືອງເບັດເອນ.
20
ເພິ່ນໄດ້ຂ້າປະໂຣຫິດທຸກຄົນຂອງຊາວຕ່າງຊາດເທິງແທ່ນບູຊາ ບ່ອນທີ່ພວກເຂົາຮັບໃຊ້ນັ້ນ ແລະເພິ່ນຍັງໄດ້ເຜົາກະດູກຄົນໃສ່ເທິງແທ່ນບູຊາທຸກບ່ອນ. ແລ້ວເພິ່ນກໍໄດ້ກັບຄືນສູ່ນະຄອນເຢຣູຊາເລັມ.
21
ກະສັດໂຢສີຢາໄດ້ສັ່ງປະຊາຊົນວ່າ, “ຈົ່ງສະເຫລີມສະຫລອງເທດສະການປັດສະຄາ ເພື່ອຍົກຍໍໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ ຕາມທີ່ໄດ້ມີຂຽນໄວ້ໃນປື້ມແຫ່ງພັນທະສັນຍານີ້.”
22
ນັບຕັ້ງແຕ່ສະໄໝພວກຜູ້ປົກຄອງມາ ກໍຍັງບໍ່ມີກະສັດແຫ່ງອິດສະຣາເອນ ຫລືແຫ່ງຢູດາຍຄົນໃດ ທີ່ໄດ້ສະເຫລີມສະຫລອງເທດສະການປັດສະຄາແບບນີ້.
23
ໃນທີ່ສຸດ ໃນຣາຊການປີທີສິບແປດຂອງກະສັດໂຢສີຢາ ເພິ່ນໄດ້ຈັດໃຫ້ມີການສະເຫລີມສະຫລອງເທດສະການປັດສະຄາຖວາຍແກ່ພຣະເຈົ້າຢາເວທີ່ນະຄອນເຢຣູຊາເລັມ.
24
ເພື່ອບັງຄັບປະຊາຊົນໃຫ້ປະຕິບັດຕາມກົດບັນຍັດທີ່ມີຂຽນໄວ້ໃນປື້ມ ຊຶ່ງມະຫາປະໂຣຫິດຮິນກີຢາໄດ້ພົບຢູ່ໃນວິຫານຂອງພຣະເຈົ້າຢາເວນັ້ນ; ກະສັດໂຢສີຢາໄດ້ກຳຈັດພະຕ່າງໆ ແລະສິ່ງທີ່ໃຊ້ຂາບໄຫວ້ ໃຫ້ສິ້ນຈາກນະຄອນເຢຣູຊາເລັມ ແລະສ່ວນອື່ນໆຂອງຢູດາຍ ເຊັ່ນ: ໝໍຜີ, ໝໍມໍ, ພະປະຈຳເຮືອນ, ຮູບເຄົາຣົບ ແລະທຸກສິ່ງທີ່ໃຊ້ໃນການຂາບໄຫວ້ພະຕ່າງຊາດ.
25
ບໍ່ເຄີຍມີກະສັດຄົນໃດຄືເພິ່ນທີ່ປົກຄອງມາກ່ອນ ທີ່ໄດ້ຮັບໃຊ້ພຣະເຈົ້າຢາເວດ້ວຍສຸດໃຈ, ດ້ວຍສຸດຈິດ ແລະດ້ວຍສຸດກຳລັງ ໂດຍເຊື່ອຟັງກົດບັນຍັດທັງໝົດຂອງໂມເຊ; ບໍ່ມີກະສັດຄົນໃດທີ່ເຮັດຄືເພິ່ນໃນເວລາຕໍ່ມາ.
26
ແຕ່ຄວາມໂກດຮ້າຍອັນໃຫຍ່ຂອງພຣະເຈົ້າຢາເວຍັງລຸກຂຶ້ນຕໍ່ສູ້ຢູດາຍ ໂດຍສິ່ງທີ່ກະສັດມານາເຊໄດ້ກະທຳ ແລະຈົນເຖິງປານນີ້ຄວາມໂກດຮ້າຍນັ້ນກໍຍັງບໍ່ສິ້ນສຸດ.
27
ພຣະເຈົ້າຢາເວກ່າວວ່າ, “ເຮົາຈະເຮັດຕໍ່ຢູດາດັ່ງທີ່ໄດ້ເຮັດຕໍ່ອິດສະຣາເອນຄື: ເຮົາຈະກຳຈັດຊາວຢູດາໃຫ້ພົ້ນຈາກສາຍຕາຂອງເຮົາ ແລະເຮົາຈະບໍ່ຍອມຮັບເອົານະຄອນເຢຣູຊາເລັມນະຄອນທີ່ເຮົາໄດ້ເລືອກໄວ້ ແລະວິຫານບ່ອນທີ່ເຮົາບອກວ່າ ນາມຊື່ເຮົາຈະສະຖິດຢູ່ນັ້ນ.”
28
ສິ່ງອື່ນທີ່ກະສັດໂຢສີຢາໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
29
ໃນລະຫວ່າງທີ່ກະສັດໂຢສີຢາໄດ້ເປັນກະສັດຢູ່ນັ້ນ; ກະສັດເນໂກ ແຫ່ງປະເທດເອຢິບໄດ້ຍົກທັບໄປສູ່ແມ່ນໍ້າເອີຟຣັດ ເພື່ອຊ່ວຍກະສັດແຫ່ງອັດຊີເຣຍ. ກະສັດໂຢສີຢາໄດ້ພະຍາຍາມຢັບຢັ້ງກອງທັບແຫ່ງເອຢິບໄວ້ທີ່ເມກິດໂດ ແຕ່ເພິ່ນໄດ້ຖືກຂ້າໃນສະໜາມຮົບ.
30
ພວກຂ້າຣາຊການຈຶ່ງໄດ້ນຳເອົາຊາກສົບຂອງເພິ່ນໃສ່ລົດມ້າກັບຄືນມາທີ່ນະຄອນເຢຣູຊາເລັມ ແລະຝັງໄວ້ໃນບ່ອນຝັງສົບຂອງກະສັດ. ແລ້ວຊາວຢູດາກໍເລືອກເອົາເຢໂຮອາຮາດລູກຊາຍຂອງເພິ່ນ ແລະຫົດສົງແຕ່ງຕັ້ງໃຫ້ຂຶ້ນເປັນກະສັດປົກຄອງແທນ.
31
ເຈົ້າເຢໂຮອາຮາດຂຶ້ນເປັນກະສັດປົກຄອງອານາຈັກຢູດາຍ ເມື່ອເພິ່ນອາຍຸໄດ້ຊາວສາມປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສາມເດືອນ. ແມ່ຂອງເພິ່ນຊື່ວ່າຮາມູຕານ ລູກສາວຂອງເຢເຣມີຢາຊາວເມືອງລິບນາ.
32
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວຕາມແບບຢ່າງບັນພະບຸລຸດຂອງເພິ່ນ.
33
ຣາຊການຂອງເພິ່ນໄດ້ສິ້ນສຸດລົງ ເມື່ອເຈົ້າເນໂກກະສັດແຫ່ງເອຢິບໄດ້ຈັບເພິ່ນໄປເປັນຊະເລີຍທີ່ເມືອງຣິບລາໃນດິນແດນຮາມັດ ແລະທັງໄດ້ບັງຄັບຊາວຢູດາໃຫ້ຈ່າຍເງິນເປັນຈຳນວນສາມພັນສີ່ຮ້ອຍກິໂລກຼາມ ແລະຄຳສາມສິບສີ່ກິໂລກຼາມ ເພື່ອເປັນເຄື່ອງບັນນາການ.
34
ກະສັດເນໂກແຕ່ງຕັ້ງເອລີອາກິມ ລູກຊາຍຂອງກະສັດໂຢສີຢາ ໃຫ້ຂຶ້ນເປັນກະສັດແຫ່ງຢູດາຍແທນ ແລະທັງໄດ້ປ່ຽນຊື່ໃໝ່ໃຫ້ລາວວ່າ ເຢໂຮຍອາກິມ. ກະສັດເຢໂຮອາຮາດຖືກນຳຕົວໄປທີ່ປະເທດເອຢິບໂດຍກະສັດເນໂກ ແລະເພິ່ນໄດ້ຕາຍຢູ່ທີ່ນັ້ນ.
35
ກະສັດເຢໂຮຍອາກິມໄດ້ເກັບພາສີນຳປະຊາຊົນ ຕາມສ່ວນຄວາມຮັ່ງມີຂອງພວກເຂົາ ເພື່ອເປັນການຫາເງິນເປັນເຄື່ອງບັນນາການ ຕາມທີ່ກະສັດປະເທດເອຢິບຕ້ອງການ.
36
ເຈົ້າເຢໂຮຍອາກິມເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າ ເຊບີດາ ລູກສາວຂອງເປດາອີຢາຊາວເມືອງຣູມາ.
37
ກະສັດເຢໂຮຍອາກິມໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ຕາມແບບຢ່າງແຫ່ງບັນພະບຸລຸດຂອງເພິ່ນ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→