bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 2
2 Kings 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 3 →
1
ເວລາທີ່ພຣະເຈົ້າຢາເວໄດ້ຮັບເອົາເອລີຢາຂຶ້ນສູ່ສະຫວັນດ້ວຍລົມພະຍຸນັ້ນ ເອລີຢາ ແລະ ເອລີຊາໄດ້ເດີນທາງອອກຈາກເມືອງກິນການ.
2
ເອລີຢາໄດ້ກ່າວແກ່ເອລີຊາວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ເພາະພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້ອຍໄປທີ່ເມືອງເບັດເອນ.” ແຕ່ເອລີຊາຕອບວ່າ, “ຕາບໃດທີ່ພຣະເຈົ້າຢາເວຊົງພຣະຊົນຢູ່ ແລະທ່ານຍັງມີຊີວິດຢູ່ ຂ້ານ້ອຍຈະບໍ່ໜີໄປຈາກທ່ານ.” ດັ່ງນັ້ນ ທັງສອງຈຶ່ງເດີນທາງຕໍ່ໄປທີ່ເມືອງເບັດເອນ.
3
ມີພວກຜູ້ທຳນວາຍໝວດໜຶ່ງຢູ່ໃນເມືອງນັ້ນໄດ້ອອກໄປພົບເອລີຊາ ແລະຖາມວ່າ, “ເຈົ້າຮູ້ບໍວ່າ ວັນນີ້ ພຣະເຈົ້າຢາເວຈະຮັບເອົານາຍຂອງເຈົ້າໄປຈາກເຈົ້າ?” ເອລີຊາຕອບວ່າ, “ແມ່ນແລ້ວ ຂ້ອຍຮູ້ ແຕ່ຢ່າເວົ້າເຖິງເລື່ອງນີ້ເລີຍ.”
4
ແລ້ວເອລີຢາກໍໄດ້ກ່າວແກ່ເອລີຊາວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ເພາະພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້ອຍໄປທີ່ເມືອງເຢຣິໂກ.” ແຕ່ເອລີຊາຕອບວ່າ, “ຕາບໃດທີ່ພຣະເຈົ້າຢາເວຊົງພຣະຊົນຢູ່ ແລະທ່ານຍັງມີຊີວິດຢູ່ ຂ້ານ້ອຍຈະບໍ່ໜີໄປຈາກທ່ານ.” ດັ່ງນັ້ນ ທັງສອງຈຶ່ງເດີນທາງຕໍ່ໄປທີ່ເມືອງເຢຣິໂກ.
5
ມີພວກຜູ້ທຳນວາຍໝວດໜຶ່ງຢູ່ໃນເມືອງນັ້ນໄດ້ອອກໄປຫາເອລີຊາ ແລະຖາມວ່າ, “ເຈົ້າຮູ້ບໍວ່າ ວັນນີ້ ພຣະເຈົ້າຢາເວຈະຮັບເອົານາຍຂອງເຈົ້າໄປຈາກເຈົ້າ?” ເອລີຊາຕອບວ່າ, “ແມ່ນແລ້ວ ຂ້ອຍຮູ້ ແຕ່ຢ່າເວົ້າເຖິງເລື່ອງນີ້ເລີຍ.”
6
ແລ້ວເອລີຢາກໍໄດ້ກ່າວແກ່ເອລີຊາອີກວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ເພາະພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້ອຍໄປທີ່ແມ່ນໍ້າຈໍແດນ.” ແຕ່ເອລີຊາຕອບວ່າ, “ຕາບໃດທີ່ພຣະເຈົ້າຢາເວຊົງພຣະຊົນຢູ່ ແລະທ່ານຍັງມີຊີວິດຢູ່ ຂ້ານ້ອຍຈະບໍ່ໜີໄປຈາກທ່ານ.” ດັ່ງນັ້ນ ທັງສອງຈຶ່ງອອກເດີນທາງຕໍ່ໄປ
7
ໂດຍມີພວກຜູ້ທຳນວາຍຫ້າສິບຄົນ ຕິດຕາມໄປຈົນເຖິງແມ່ນໍ້າຈໍແດນ. ເອລີຢາກັບເອລີຊາໄດ້ໄປຢືນຢູ່ໃກ້ແມ່ນໍ້າ ສ່ວນບັນດາຜູ້ທຳນວາຍຫ້າສິບຄົນນັ້ນ ຢືນຢູ່ຫ່າງຈາກເພິ່ນທັງສອງໄປໜ້ອຍໜຶ່ງ.
8
ແລ້ວເອລີຢາກໍໄດ້ແກ້ເສື້ອຄຸມຂອງເພິ່ນອອກ ມ້ວນເສື້ອຄຸມໄວ້ ແລະໃຊ້ເສື້ອຄຸມນັ້ນຟາດນໍ້າ ນໍ້າໄດ້ແຍກອອກ ແລະເພິ່ນກັບເອລີຊາກໍຍ່າງຂ້າມດິນແຫ້ງໄປສູ່ຟາກໜຶ່ງອີກ.
9
ໃນບ່ອນນັ້ນ ເອລີຢາໄດ້ກ່າວແກ່ເອລີຊາວ່າ, “ກ່ອນຂ້ອຍຈະຖືກຮັບຂຶ້ນໄປ ໃຫ້ເຈົ້າບອກຂ້ອຍມາເບິ່ງວ່າ ເຈົ້າຢາກໃຫ້ຂ້ອຍເຮັດຫຍັງສຳລັບເຈົ້າແດ່?” ເອລີຊາຕອບວ່າ, “ຂໍໃຫ້ຂ້ານ້ອຍໄດ້ຮັບຣິດອຳນາດສອງເທົ່າ ເພື່ອສືບແທນທ່ານແດ່ທ້ອນ.”
10
ເອລີຢາຕອບຄືນວ່າ, “ເຈົ້າຮ້ອງຂໍໃນສິ່ງທີ່ເອົາໃຫ້ຍາກ, ແຕ່ເຈົ້າຈະໄດ້ສິ່ງນັ້ນ ຖ້າເຈົ້າເຫັນຂ້ອຍໃນຂະນະທີ່ຖືກຮັບຂຶ້ນໄປຈາກເຈົ້າ; ຖ້າເຈົ້າບໍ່ເຫັນຂ້ອຍ ເຈົ້າກໍຈະບໍ່ໄດ້ຮັບ.”
11
ໃນຂະນະທີ່ທັງສອງພວມຍ່າງລົມກັນໄປນັ້ນ; ທັນໃດນັ້ນ ກໍມີຝູງມ້າໄຟແກ່ລົດມ້າໄຟຄັນໜຶ່ງແລ່ນຜ່າກາງທັງສອງໄປ ແລະລົມພະຍຸກໍພັດຫອບເອົາເອລີຢາຂຶ້ນສູ່ສະຫວັນ.
12
ເອລີຊາເຫັນ ຈຶ່ງຮ້ອງໃສ່ເອລີຢາວ່າ, “ພໍ່ເອີຍ ພໍ່ເອີຍ ລົດຮົບແລະທະຫານມ້າຂອງຊາດອິດສະຣາເອນເອີຍ ທ່ານໄດ້ຈາກໄປແລ້ວໜໍ.” ແລ້ວເອລີຊາກໍບໍ່ໄດ້ເຫັນເອລີຢາອີກຕໍ່ໄປ. ດ້ວຍຄວາມໂສກເສົ້າ ເອລີຊາຈຶ່ງຈີກເສື້ອຄຸມຂອງຕົນເປັນສອງຕ່ອນ.
13
ແລ້ວເພິ່ນກໍຈັບເອົາເສື້ອຄຸມທີ່ຕົກລົງຈາກເອລີຢານັ້ນກັບຄືນໄປ ແລະຢືນຢູ່ທີ່ແຄມແມ່ນໍ້າຈໍແດນ.
14
ເພິ່ນເອົາເສື້ອຄຸມຂອງເອລີຢາຟາດນໍ້າ ແລະຖາມວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງເອລີຢາຢູ່ທີ່ໃດ?” ແລ້ວເພິ່ນກໍຟາດນໍ້າອີກເທື່ອໜຶ່ງ ແລະນໍ້າກໍແຍກອອກ ເພິ່ນຈຶ່ງຍ່າງຂ້າມຟາກໄປ.
15
ພວກຜູ້ທຳນວາຍຫ້າສິບຄົນ ຈາກເມືອງເຢຣິໂກເຫັນເພິ່ນ ພວກເຂົາຈຶ່ງເວົ້າວ່າ, “ຣິດອຳນາດຂອງເອລີຢາໄດ້ຢູ່ກັບເອລີຊາແລ້ວ.” ພວກນັ້ນໄດ້ເຂົ້າໄປຫາເພິ່ນ ແລະກົ້ມຂາບລົງ
16
ທັງເວົ້າວ່າ, “ພວກເຮົາໃນທີນີ້ມີຢູ່ນຳກັນຫ້າສິບຄົນ ລ້ວນແລ້ວແຕ່ເປັນຄົນແຂງແຮງທັງນັ້ນ. ໃຫ້ພວກເຮົາໄປຊອກຫານາຍຂອງທ່ານສາ. ບາງທີພຣະວິນຍານຂອງພຣະເຈົ້າຢາເວໄດ້ຫອບເອົານາຍຂອງທ່ານໄປປະໄວ້ຢູ່ເທິງພູເຂົາ ຫລືຢູ່ຕາມຮ່ອມພູບາງແຫ່ງກໍໄດ້.” ເອລີຊາຕອບວ່າ, “ບໍ່ ພວກເຈົ້າບໍ່ຈຳເປັນຕ້ອງໄປ.”
17
ແຕ່ພວກນັ້ນຍັງວິງວອນຂໍຢູ່ຈົນເພິ່ນຍິນຍອມໃຫ້ໄປ. ພວກຫ້າສິບຄົນນີ້ ໄດ້ອອກໄປຊອກຫາເປັນເວລາສາມວັນ ແຕ່ກໍບໍ່ພົບເພິ່ນ.
18
ພວກນັ້ນໄດ້ກັບຄືນມາຫາເອລີຊາທີ່ຄອຍຖ້າຢູ່ໃນເມືອງເຢຣິໂກ ແລະເພິ່ນກໍເວົ້າຕໍ່ພວກນັ້ນວ່າ, “ຂ້ອຍບອກພວກເຈົ້າແລ້ວວ່າບໍ່ຕ້ອງໄປ ບໍ່ແມ່ນບໍ?”
19
ແລ້ວຊາວເມືອງເຢຣິໂກກໍໄປຫາເອລີຊາ ແລະເວົ້າກັບເພິ່ນວ່າ, “ທ່ານເອີຍ ທ່ານກໍຮູ້ຢູ່ແລ້ວວ່າທີ່ນີ້ເປັນເມືອງດີ, ແຕ່ນໍ້າບໍ່ດີ ຈຶ່ງເປັນເຫດໃຫ້ພວກຜູ້ຍິງຫລຸລູກ.”
20
ເອລີຊາຈຶ່ງສັ່ງພວກເຂົາວ່າ, “ເອົາເກືອໃສ່ຖ້ວຍໃບໃໝ່ໆມາໃຫ້ຂ້ອຍ.” ພວກເຂົາກໍປະຕິບັດຕາມ.
21
ເອລີຊາໄດ້ໄປທີ່ບໍ່ນໍ້າ ຫວ່ານເກືອໃສ່ນໍ້າ ແລະເວົ້າວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ‘ເຮົາໄດ້ເຮັດໃຫ້ນໍ້ານີ້ດີສະອາດ ແລະນໍ້ານີ້ຈະບໍ່ເປັນເຫດໃຫ້ຄົນຕາຍ ແລະຫລຸລູກອີກຕໍ່ໄປ.”’
22
ຕັ້ງແຕ່ນັ້ນມາ ນໍ້າກໍດີສະອາດຕາມທີ່ເອລີຊາໄດ້ກ່າວ.
23
ແລ້ວເອລີຊາກໍຈາກເມືອງເຢຣິໂກໄປເມືອງເບັດເອນ. ເມື່ອເດີນທາງໄປນັ້ນ ມີເດັກຊາຍບາງຄົນມາແຕ່ໃນເມືອງຮ້ອງເຍາະເຍີ້ຍເພິ່ນ. ພວກເຂົາຮ້ອງຂຶ້ນວ່າ, “ຄົນຫົວລ້ານ ອອກໜີຈາກບ່ອນນີ້ສາ.”
24
ເອລີຊາອວ່າຍໜ້າມາຈ້ອງເບິ່ງພວກເຂົາ ແລະສາບແຊ່ງພວກເຂົາໃນນາມຂອງພຣະເຈົ້າຢາເວ. ແລ້ວກໍມີໝີແມ່ສອງໂຕອອກມາແຕ່ປ່າ ແລະຄຸບເດັກຊາຍສີ່ສິບສອງຄົນນັ້ນ ໃຫ້ໄດ້ຮັບບາດເຈັບຢ່າງໜັກ.
25
ແລ້ວເອລີຊາກໍເດີນທາງຕໍ່ໄປທີ່ພູເຂົາກາເມນ ແລະຕໍ່ມາ ເພິ່ນກໍໄດ້ກັບຄືນມາສູ່ນະຄອນຊາມາເຣຍ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25