bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 7
2 Kings 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 8 →
1
ເອລີຊາຕອບວ່າ, “ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວໃຫ້ດີ ພຣະເຈົ້າຢາເວກ່າວວ່າ, ມື້ອື່ນໃນເວລາດຽວກັນນີ້ ພວກທ່ານຈະສາມາດຊື້ເຂົ້າເດືອຍທີໜຶ່ງ ສາມກິໂລກຼາມ ຫລືເຂົ້າບາເລຫົກກິໂລກຼາມ ເປັນເງິນຫລຽນດຽວ ຕາມລາຄາທ້ອງຕະຫລາດໃນນະຄອນຊາມາເຣຍ.”
2
ນາຍທະຫານປະຈຳຕົວຂອງກະສັດໄດ້ເວົ້າຕໍ່ເອລີຊາວ່າ, “ເຖິງແມ່ນວ່າພຣະເຈົ້າຢາເວຈະເປີດປ່ອງຢ້ຽມແຫ່ງຟ້າສະຫວັນໃຫ້ ສິ່ງນີ້ຈະເປັນໄປໄດ້ບໍ່?” ເອລີຊາຕອບວ່າ, “ທ່ານຈະໄດ້ເຫັນສິ່ງນີ້ເກີດຂຶ້ນກັບຕາຂອງທ່ານເປັນແນ່ ແຕ່ທ່ານເອງຈະບໍ່ໄດ້ກິນ.”
3
ຍັງມີຊາຍຂີ້ທູດສີ່ຄົນ ທີ່ຢູ່ນອກປະຕູເມືອງຊາມາເຣຍ. ພວກເຂົາເວົ້າກັນວ່າ, “ເປັນຫຍັງພວກເຮົາຈຶ່ງຕ້ອງລໍຖ້າຕາຍຢູ່ທີ່ນີ້?
4
ຖ້າພວກເຮົາຕັດສິນໃຈເຂົ້າໄປໃນເມືອງ ພວກເຮົາຈະຕ້ອງຫິວຕາຍຢູ່ທີ່ນັ້ນ; ແຕ່ຖ້າພວກເຮົາຢູ່ບ່ອນນີ້ ພວກເຮົາກໍຈະຕ້ອງຕາຍຄືກັນ. ສະນັ້ນ ຈົ່ງໃຫ້ພວກເຮົາໄປທີ່ຄ້າຍຂອງຊາວຊີເຣຍເທາະ; ຖ້າພວກເຂົາໄວ້ຊີວິດພວກເຮົາ ພວກເຮົາກໍຍັງຈະມີຊີວິດຢູ່.”
5
ເມື່ອໃກ້ຈະຄໍ່າ ຊາຍຂີ້ທູດທັງສີ່ກໍໄດ້ໄປຍັງຄ້າຍຂອງຊາວຊີເຣຍ; ແຕ່ພໍໄປເຖິງກໍເຫັນວ່າບໍ່ມີຈັກຄົນຢູ່ໃນທີ່ນັ້ນ.
6
ອົງພຣະຜູ້ເປັນເຈົ້າໄດ້ບັນດານໃຫ້ຊາວຊີເຣຍໄດ້ຍິນສິ່ງໜຶ່ງ ດັ່ງສຽງກອງທັບໃຫຍ່ ທີ່ມີທັງມ້າແລະລົດຮົບ ແລະຊາວຊີເຣຍຈຶ່ງຄິດວ່າກະສັດແຫ່ງອິດສະຣາເອນໄດ້ຈ້າງກະສັດຂອງຊາວຮິດຕີ ແລະກະສັດແຫ່ງເອຢິບໃຫ້ຍົກທັບມາໂຈມຕີພວກຕົນ.
7
ໃນຄືນນັ້ນ ຊາວຊີເຣຍໄດ້ປົບໜີເອົາຕົວລອດ ຈົນໄດ້ປະຜ້າເຕັນ, ມ້າ, ລໍ ແລະຄ້າຍຂອງພວກເຂົາໄວ້ຢ່າງນັ້ນ.
8
ເມື່ອຊາຍຂີ້ທູດທັງສີ່ມາຮອດແຄມຄ້າຍ ພວກເຂົາໄດ້ເຂົ້າໄປໃນຜ້າເຕັນ ທັງກິນແລະດື່ມອາຫານທີ່ມີໃນທີ່ນັ້ນ ແລະເກັບເອົາເງິນ, ຄຳ ແລະເຄື່ອງນຸ່ງທີ່ພວກເຂົາໄດ້ພົບ; ແລ້ວພວກເຂົາກໍອອກໜີໄປ ແລະເຊື່ອງສິ່ງຂອງເຫຼົ່ານີ້ໄວ້ໃນບ່ອນອື່ນ; ພວກເຂົາກັບຄືນເຂົ້າໄປໃນຜ້າເຕັນອື່ນ ແລະເຮັດຄືເກົ່າ.
9
ແຕ່ແລ້ວພວກເຂົາກໍເວົ້າກັນວ່າ, “ພວກເຮົາບໍ່ສົມຄວນເຮັດຢ່າງນີ້ ເມື່ອພວກເຮົາມີຂ່າວດີ ພວກເຮົາບໍ່ຄວນອຳໄວ້. ຖ້າພວກເຮົາຄອຍຖ້າຈົນເຖິງມື້ເຊົ້າຈຶ່ງຈະບອກເລື່ອງນີ້ ພວກເຮົາຕ້ອງຖືກໂທດເປັນແນ່. ໃຫ້ພວກເຮົາໄປບອກນາຍທະຫານຂອງກະສັດຮູ້ດຽວນີ້.”
10
ສະນັ້ນ ພວກເຂົາຈຶ່ງອອກໄປຈາກຄ້າຍຂອງຊາວຊີເຣຍ ກັບຄືນໄປນະຄອນຊາມາເຣຍ ແລະຮ້ອງບອກທະຫານຍາມປະຕູວ່າ, “ພວກຂ້ອຍໄດ້ໄປທີ່ຄ້າຍທະຫານຊີເຣຍ, ແຕ່ບໍ່ເຫັນມີໃຜ ແລະບໍ່ໄດ້ຍິນສຽງໃຜເລີຍ ມ້າແລະລໍກໍຍັງຜູກໄວ້ຢູ່ ແລະຜ້າເຕັນກໍຢູ່ໃນສະພາບເດີມ.”
11
ທະຫານຍາມໄດ້ປະກາດຂ່າວອອກໄປ ແລະໄດ້ລາຍງານໄປເຖິງຣາຊວັງ.
12
ເວລານັ້ນຍັງເປັນຕອນກາງຄືນ ແຕ່ກະສັດໄດ້ລຸກຂຶ້ນ ແລະສັ່ງພວກຂ້າຣາຊການວ່າ, “ເຮົາຈະບອກພວກເຈົ້າວ່າຊາວຊີເຣຍມີແຜນການຢ່າງໃດ ພວກເຂົາຮູ້ເຖິງການອຶດຢາກຢູ່ບ່ອນນີ້; ສະນັ້ນ ພວກເຂົາຈຶ່ງໜີຈາກຄ້າຍໄປລີ້ຢູ່ໃນເຂດບ້ານນອກ. ພວກເຂົາຄິດວ່າພວກເຮົາຈະອອກໜີຈາກເມືອງໄປຊອກຫາອາຫານ ແລ້ວພວກເຂົາກໍຈະຈັບພວກເຮົາທັງເປັນ ແລະຈະຢຶດເອົາເມືອງ.”
13
ຂ້າຣາຊການຜູ້ໜຶ່ງຂອງກະສັດຈຶ່ງເວົ້າວ່າ, “ເຖິງຢ່າງໃດກໍຕາມ ປະຊາຊົນໃນເມືອງນີ້ຢູ່ໃນທ່າໝົດຫວັງດັ່ງຄົນທີ່ຕາຍແລ້ວ; ສະນັ້ນ ຂໍໃຫ້ພວກເຮົາສົ່ງຄົນຂີ່ມ້າຫ້າໂຕທີ່ຍັງເຫລືອຢູ່ນີ້ ໄປເບິ່ງວ່າແມ່ນຫຍັງໄດ້ເກີດຂຶ້ນແທ້.”
14
ພວກເຂົາຈຶ່ງເລືອກເອົາບາງຄົນ ແລ້ວກະສັດກໍສົ່ງພວກເຂົາຂຶ້ນລົດມ້າສອງຄັນ ພ້ອມທັງແນະນຳໃຫ້ໄປເບິ່ງວ່າມີຫຍັງເກີດຂຶ້ນແທ້ກັບກອງທັບຊີເຣຍ.
15
ເຂົາທັງຫລາຍຈຶ່ງໄດ້ຕິດຕາມໄປຈົນເຖິງແມ່ນໍ້າຈໍແດນ. ເມື່ອເດີນທາງໄປນັ້ນ ພວກເຂົາພົບເຫັນເຄື່ອງນຸ່ງ ແລະເຄື່ອງໃຊ້ທີ່ຊາວຊີເຣຍໄດ້ປະຖິ້ມໄວ້ຕາມທາງ ຕອນພວກເຂົາໄດ້ປົບໜີໄປ. ຄົນເຫຼົ່ານີ້ຈຶ່ງກັບມາລາຍງານຕໍ່ກະສັດ.
16
ຝ່າຍຊາວຊາມາເຣຍກໍຟ້າວອອກໄປເກັບກວາດເອົາເຄື່ອງຂອງໃນຄ້າຍຂອງຊາວຊີເຣຍ. ເຫດການກໍເປັນໄປຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ ຄືເຂົ້າເດືອຍທີໜຶ່ງ ສາມກິໂລກຼາມ ຫລືເຂົ້າບາເລຫົກກິໂລກຼາມ ຂາຍໃນລາຄາເປັນເງິນຫລຽນດຽວ.
17
ຝ່າຍກະສັດແຫ່ງອິດສະຣາເອນໄດ້ໃຫ້ນາຍທະຫານປະຈຳຕົວຂອງເພິ່ນ ເປັນຜູ້ເຝົ້າຍາມປະຕູເມືອງ. ນາຍທະຫານຜູ້ນີ້ຖືກປະຊາຊົນຢຽບຕາຍ ຊຶ່ງເປັນໄປຕາມທີ່ເອລີຊາໄດ້ບອກໄວ້ກ່ອນ ຕອນທີ່ກະສັດໄປຫາເພິ່ນນັ້ນ.
18
ເອລີຊາໄດ້ບອກກະສັດໃນເວລານັ້ນວ່າ, “ເຂົ້າເດືອຍທີໜຶ່ງ ສາມກິໂລກຼາມ ຫລືເຂົ້າບາເລຫົກກິໂລກຼາມ ຈະຂາຍໃນລາຄາເປັນເງິນຫລຽນດຽວ ຕາມລາຄາທ້ອງຕະຫລາດໃນນະຄອນຊາມາເຣຍ.”
19
ກ່ຽວກັບເລື່ອງນີ້ນາຍທະຫານຈຶ່ງຕອບວ່າ, “ເຖິງແມ່ນວ່າພຣະເຈົ້າຢາເວຈະເປີດປ່ອງຢ້ຽມແຫ່ງຟ້າສະຫວັນໃຫ້ ສິ່ງນີ້ຈະເປັນໄປໄດ້ບໍ່?” ແລ້ວເອລີຊາກໍຕອບວ່າ, “ທ່ານຈະໄດ້ເຫັນເຫດການເກີດຂຶ້ນກັບຕາຂອງທ່ານເປັນແນ່ ແຕ່ທ່ານເອງຈະບໍ່ໄດ້ກິນ.”
20
ເຫດການໄດ້ເກີດຂຶ້ນກັບນາຍທະຫານຜູ້ນີ້ ຄືລາວຖືກປະຊາຊົນຢຽບຕາຍທີ່ປະຕູເມືອງ.
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25