bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 24
2 Kings 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 25 →
1
ໃນຂະນະທີ່ເຈົ້າເຢໂຮຍອາກິມເປັນກະສັດ ເຈົ້າເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ບຸກຮຸກຢູດາຍ ແລະກະສັດເຢໂຮຍອາກິມໄດ້ຖືກບັງຄັບໃຫ້ຍອມຢູ່ພາຍໃຕ້ການປົກຄອງຂອງເພິ່ນ ເປັນເວລາສາມປີ ແລ້ວເພິ່ນກໍໄດ້ກະບົດ.
2
ພຣະເຈົ້າຢາເວໄດ້ສົ່ງກອງທັບຊາວບາບີໂລນ, ຊີເຣຍ, ໂມອາບ ແລະອຳໂມນ ມາຕໍ່ສູ້ກະສັດເຢໂຮຍອາກິມເພື່ອທຳລາຍຢູດາ ຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວໄວ້ ຜ່ານທາງພວກຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ.
3
ເຫດການນີ້ໄດ້ເກີດຂຶ້ນຕາມຄຳສັ່ງຂອງພຣະເຈົ້າຢາເວ ເພື່ອກຳຈັດປະຊາຊົນຢູດາໃຫ້ພົ້ນຈາກສາຍຕາຂອງພຣະອົງ ເພາະການບາບທັງໝົດທີ່ກະສັດມານາເຊໄດ້ເຮັດນັ້ນ
4
ແລະໂດຍສະເພາະແລ້ວ ຍ້ອນເພິ່ນໄດ້ຂ້າຄົນທີ່ບໍ່ມີຄວາມຜິດ ຈົນຖະໜົນນະຄອນເຢຣູຊາເລັມນອງໄປດ້ວຍເລືອດ. ພຣະເຈົ້າຢາເວບໍ່ອາດຍົກໂທດໃຫ້ກະສັດມານາເຊໃນເລື່ອງນີ້ໄດ້.
5
ສິ່ງອື່ນທີ່ກະສັດເຢໂຮຍອາກິມໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
6
ກະສັດເຢໂຮຍອາກິມໄດ້ຕາຍໄປ; ແລ້ວເຈົ້າເຢໂຮຍອາກິນ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
7
ກະສັດເອຢິບບໍ່ໄດ້ຍົກທັບຂອງເພິ່ນອອກຈາກປະເທດເອຢິບອີກ ເພາະດຽວນີ້ກະສັດແຫ່ງບາບີໂລນໄດ້ຄອບຄອງເຂດແດນທັງໝົດທີ່ເຄີຍເປັນຂອງປະເທດເອຢິບ ຕັ້ງແຕ່ແມ່ນໍ້າເອີຟຣັດຈົນເຖິງຊາຍແດນເຂດເໜືອຂອງປະເທດເອຢິບ.
8
ເຈົ້າເຢໂຮຍອາກິນໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸໄດ້ສິບແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມເດືອນ. ແມ່ຂອງເພິ່ນຊື່ວ່າ ເນຮູຊະຕາ ລູກສາວຂອງເອນນາທານຊາວນະຄອນເຢຣູຊາເລັມ.
9
ກະສັດເຢໂຮຍອາກິນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ຕາມແບບຢ່າງພໍ່ຂອງເພິ່ນ.
10
ໃນຣາຊການຂອງເພິ່ນນັ້ນໄດ້ມີກອງທັບບາບີໂລນ ຊຶ່ງບັນຊາການໂດຍພວກນາຍທະຫານຂອງກະສັດເນບູກາດເນັດຊາ ໄດ້ຍົກທັບມາໂຈມຕີນະຄອນເຢຣູຊາເລັມແລະປິດລ້ອມເມືອງໄວ້.
11
ໃນຂະນະທີ່ເມືອງຖືກປິດລ້ອມຢູ່ນັ້ນ ກະສັດເນບູກາດເນັດຊາໄດ້ມາທີ່ນະຄອນເຢຣູຊາເລັມ.
12
ກະສັດເຢໂຮຍອາກິນພ້ອມທັງແມ່, ພວກລູກຊາຍ, ພວກນາຍທະຫານ ແລະພວກຂ້າຣາຊການປະຈຳວັງກໍພາກັນຈຳນົນຕໍ່ກະສັດແຫ່ງບາບີໂລນ. ໃນຣາຊການປີທີແປດຂອງກະສັດເນບູກາດເນັດຊາ ເພິ່ນໄດ້ຈັບເອົາກະສັດເຢໂຮຍອາກິນໄປເປັນຊະເລີຍ
13
ແລະທັງໄດ້ກວາດລ້າງເອົາຊັບສົມບັດທັງໝົດໃນວິຫານຂອງພຣະເຈົ້າຢາເວ ແລະໃນຣາຊວັງ ໄປທີ່ນະຄອນບາບີໂລນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ ກະສັດເນບູກາດເນັດຊາໄດ້ທຸບເອົາເຄື່ອງໃຊ້ທັງໝົດທີ່ເປັນຄຳ ຊຶ່ງກະສັດໂຊໂລໂມນໄດ້ເຮັດໄວ້ໃນພຣະວິຫານຂອງພຣະເຈົ້າຢາເວ.
14
ກະສັດເນບູກາດເນັດຊາກວາດຕ້ອນເອົາຄົນໄປເປັນຊະເລີຍ ມີດັ່ງນີ້: ປະຊາຊົນເຢຣູຊາເລັມ, ພວກເຈົ້ານາຍທັງໝົດໃນວັງ ແລະພວກຊົນຊັ້ນຜູ້ມີຄວາມຮູ້ສູງທຸກຄົນ, ທັງໝົດມີຈຳນວນສິບພັນຄົນ. ເພິ່ນຍັງໄດ້ກວາດເອົາພວກຄົນງານທີ່ມີຝີມືດີ ພ້ອມທັງພວກຊ່າງເຫລັກໄປດ້ວຍ; ແລະໄດ້ປະແຕ່ຄົນຍາກຈົນເທົ່ານັ້ນໄວ້ໃນຢູດາຍ.
15
ແລ້ວກະສັດເນບູກາດເນັດຊາກໍໄດ້ຈັບເອົາກະສັດເຢໂຮຍອາກິນ ໄປເປັນຊະເລີຍທີ່ນະຄອນບາບີໂລນພ້ອມທັງແມ່ຂອງເພິ່ນ, ພວກເມຍ, ພວກຂ້າຣາຊການ ແລະບັນດາຊົນຊັ້ນຜູ້ມີຄວາມຮູ້ສູງຂອງຢູດາຍ.
16
ກະສັດເນບູກາດເນັດຊາໄດ້ກວາດເອົາຄົນສຳຄັນໄປທີ່ນະຄອນບາບີໂລນ ມີດ້ວຍກັນທັງໝົດເຈັດພັນຄົນ ແລະພວກທີ່ມີຝີມືດີໜຶ່ງພັນຄົນ ຊຶ່ງລ້ວນແຕ່ເປັນຄົນແຂງແຮງ ແລະເປັນທະຫານໄດ້ທັງນັ້ນ.
17
ຕໍ່ມາ ກະສັດເນບູກາດເນັດຊາໄດ້ແຕ່ງຕັ້ງມັດຕານີຢາ ລູງຂອງເຢໂຮຍອາກິນ ໃຫ້ເປັນກະສັດປົກຄອງອານາຈັກຢູດາຍ ແລະໄດ້ປ່ຽນຊື່ໃຫ້ເພິ່ນໃໝ່ວ່າ ເຊເດກີຢາ.
18
ເຈົ້າເຊເດກີຢາຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ຊາວເອັດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າຮາມູຕານ ລູກສາວຂອງເຢເຣມີຢາຊາວເມືອງລິບນາ.
19
ກະສັດເຊເດກີຢາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວຕາມທີ່ກະສັດເຢໂຮຍອາກິມໄດ້ເຮັດ.
20
ພຣະເຈົ້າຢາເວໄດ້ໂກດຮ້າຍປະຊາຊົນເຢຣູຊາເລັມແລະຢູດາຢ່າງໜັກ; ສະນັ້ນ ພຣະອົງຈຶ່ງຂັບໄລ່ພວກເຂົາໃຫ້ໜີພົ້ນຈາກສາຍຕາຂອງພຣະອົງ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→