bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 12
2 Kings 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 13 →
1
ໃນຣາຊການປີທີເຈັດຂອງເຈົ້າເຢຮູ ກະສັດແຫ່ງອິດສະຣາເອນ ເຈົ້າໂຢອາດໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສີ່ສິບປີ. ແມ່ຂອງເພິ່ນຊື່ວ່າ ຊີບີຢາ ຊາວເມືອງເບເອນເຊບາ.
2
ເພິ່ນໄດ້ເຮັດໃນສິ່ງທີ່ພຣະເຈົ້າຢາເວພໍໃຈຕະຫລອດຊົ່ວຊີວິດຂອງເພິ່ນ ເພາະມີປະໂຣຫິດເຢໂຮຍອາດາເປັນຜູ້ແນະນຳເພິ່ນ.
3
ແຕ່ເຖິງຢ່າງໃດກໍຕາມ ສະຖານທີ່ຂາບໄຫວ້ຂອງຄົນຕ່າງຊາດຍັງບໍ່ໄດ້ຖືກທຳລາຍເທື່ອ ແລະປະຊາຊົນກໍຍັງສືບຕໍ່ຖວາຍເຄື່ອງບູຊາ ແລະເຜົາເຄື່ອງຫອມຢູ່ທີ່ນັ້ນ.
4
ແລ້ວກະສັດໂຢອາດກໍໄດ້ເອີ້ນພວກປະໂຣຫິດມາພົບ ແລະໄດ້ສັ່ງພວກເຂົາໃຫ້ທ້ອນໂຮມເອົາເງິນ ທີ່ຄົນໄດ້ຈ່າຍຄ່າເຄື່ອງຖວາຍບູຊາໃນວິຫານຂອງພຣະເຈົ້າຢາເວຕາມທຳນຽມ ພ້ອມທັງຈ່າຍຄ່າເຄື່ອງຖວາຍບູຊາເປັນປະຈຳ ແລະເງິນທີ່ປະຊາຊົນໄດ້ນຳມາຖວາຍຕາມໃຈສະໝັກໃນວິຫານຂອງພຣະເຈົ້າຢາເວ.
5
ປະໂຣຫິດແຕ່ລະຄົນຕ້ອງໄດ້ຮັບຜິດຊອບເງິນ ຊຶ່ງໄດ້ຮັບຈາກຜູ້ທີ່ພວກຕົນທຳພິທີໃຫ້ ແລະໃຫ້ນຳເງິນເຫຼົ່ານີ້ໄປສ້ອມແປງພຣະວິຫານຕາມຄວາມຈຳເປັນ.
6
ແຕ່ພວກປະໂຣຫິດບໍ່ໄດ້ສ້ອມແປງພຣະວິຫານບ່ອນໃດໝົດ ຕະຫລອດເວລາຊາວສາມປີ ໃນຣາຊການຂອງກະສັດໂຢອາດ.
7
ດັ່ງນັ້ນ ກະສັດໂຢອາດຈຶ່ງເອີ້ນປະໂຣຫິດເຢໂຮຍອາດາແລະປະໂຣຫິດຄົນອື່ນໆມາ ຖາມວ່າ, “ເປັນຫຍັງພວກທ່ານຈຶ່ງບໍ່ສ້ອມແປງພຣະວິຫານ? ຕັ້ງແຕ່ເວລານີ້ຕໍ່ໄປ ພວກທ່ານຢ່າເກັບເງິນທີ່ພວກທ່ານໄດ້ຮັບມານັ້ນໄວ້, ແຕ່ຈົ່ງມອບເງິນນັ້ນໃຫ້ຕໍ່ໄປ ເພື່ອຈະໄດ້ນຳໄປໃຊ້ໃນການສ້ອມແປງພຣະວິຫານ.”
8
ພວກປະໂຣຫິດຕົກລົງເຫັນພ້ອມ ແລະຍັງຕົກລົງທີ່ຈະສ້ອມແປງພຣະວິຫານດ້ວຍ.
9
ແລ້ວປະໂຣຫິດເຢໂຮຍອາດາກໍເອົາຫີບໜ່ວຍໜຶ່ງມາເຈາະຮູໃສ່ຝາຫີບ ແລະນຳເອົາໄປວາງໄວ້ໃກ້ກັບແທ່ນບູຊາຢູ່ເບື້ອງຂວາທາງເຂົ້າວິຫານຂອງພຣະເຈົ້າຢາເວ. ພວກປະໂຣຫິດຜູ້ມີໜ້າທີ່ຢູ່ທາງເຂົ້ານັ້ນ ໄດ້ເອົາເງິນທັງໝົດຂອງພວກທີ່ນຳມາວິຫານຂອງພຣະເຈົ້າຢາເວໃສ່ໄວ້ໃນຫີບ.
10
ເມື່ອເງິນເຕັມຫີບແລ້ວ ເລຂາທິການແລະມະຫາປະໂຣຫິດ ກໍເອົາເງິນນັ້ນໄປຫລອມແລະຊັ່ງເບິ່ງ.
11
ຫລັງຈາກຈົດຈຳນວນເງິນຕາມອັດຕາແລ້ວ ພວກເຂົາກໍໄດ້ມອບເງິນຈຳນວນນັ້ນໃຫ້ພວກທີ່ກຳກັບວຽກການໃນວິຫານຂອງພຣະເຈົ້າຢາເວ. ເງິນສ່ວນນີ້ເປັນຄ່າຈ່າຍໃຫ້ພວກຊ່າງໄມ້, ພວກກໍ່ສ້າງ, ຜູ້ທີ່ເຮັດວຽກໃນວິຫານຂອງພຣະເຈົ້າຢາເວ,
12
ພວກຊ່າງກໍ່ດິນເຜົາ ແລະພວກຊ່າງຕັດຫີນ ເພື່ອໃຫ້ຊື້ໄມ້ ແລະຫີນສຳລັບໃຊ້ໃນການສ້ອມແປງວິຫານຂອງພຣະເຈົ້າຢາເວ ແລະຈ່າຍໃນສິ່ງທີ່ຈຳເປັນສຳລັບພຣະວິຫານ.
13
ສ່ວນເງິນທີ່ນຳມາຖວາຍໃນວິຫານຂອງພຣະເຈົ້າຢາເວ ພວກເຂົາບໍ່ໄດ້ໃຊ້ໃນການຈ່າຍສຳລັບຄ່າເຮັດຈອກ, ຖ້ວຍ, ແກ, ມີດຕັດສຳລັບຕັດໄສ້ຕະກຽງ ຫລືເຄື່ອງໃຊ້ອື່ນໆທີ່ເປັນເງິນຫລືຄຳ.
14
ແຕ່ພວກເຂົາໄດ້ນຳໄປໃຊ້ສະເພາະໃນການໃຊ້ຈ່າຍສຳລັບຄ່າແຮງງານ ແລະຊື້ວັດຖຸສຳລັບໃຊ້ໃນການສ້ອມແປງວິຫານຂອງພຣະເຈົ້າຢາເວ.
15
ພວກທີ່ກຳກັບວຽກງານນີ້ເປັນພວກທີ່ສັດຊື່ທີ່ສຸດ; ສະນັ້ນ ເພິ່ນຈຶ່ງບໍ່ຈຳເປັນໃຫ້ພວກເຂົາເຮັດບັນຊີການເງິນ.
16
ເງິນທີ່ໄດ້ມາຈາກເຄື່ອງຖວາຍໃນການຊຳລະຄືນ ແລະໄດ້ຈາກເຄື່ອງຖວາຍໃນການລຶບລ້າງບາບນັ້ນ ບໍ່ແມ່ນເງິນທີ່ນຳມາຖວາຍໃນວິຫານຂອງພຣະເຈົ້າຢາເວ; ເງິນສ່ວນນີ້ເປັນຂອງພວກປະໂຣຫິດ.
17
ໃນເວລານັ້ນ ກະສັດຮາຊາເອນແຫ່ງຊີເຣຍໄດ້ບຸກໂຈມຕີເມືອງກາດ ແລະໄດ້ຮັບໄຊຊະນະ ແລ້ວເພິ່ນກໍຕັດສິນໃຈໂຈມຕີນະຄອນເຢຣູຊາເລັມ.
18
ກະສັດໂຢອາດແຫ່ງຢູດາຍໄດ້ເກັບເອົາເຄື່ອງຖວາຍທັງໝົດ ທີ່ບັນດາກະສັດຄົນກ່ອນໄດ້ອຸທິດຖວາຍແກ່ວິຫານຂອງພຣະເຈົ້າຢາເວ. ເຄື່ອງເຫຼົ່ານັ້ນມີດັ່ງນີ້: ເຄື່ອງຖວາຍຈາກກະສັດເຢໂຮຊາຟັດ, ຈາກກະສັດເຢໂຮຣາມ ແລະຈາກກະສັດອາຮາຊີຢາພ້ອມທັງເຄື່ອງຖວາຍຂອງເພິ່ນເອງ ແລະຄຳທັງໝົດທີ່ມີໃນຄັງຂອງພຣະວິຫານແລະມີໃນຣາຊວັງ. ແລ້ວເພິ່ນກໍສົ່ງເຄື່ອງທັງໝົດນັ້ນໄປເປັນຂອງຂວັນໃຫ້ແກ່ກະສັດຮາຊາເອນ ເພື່ອໃຫ້ຍົກທັບຂອງເພິ່ນຖອຍໜີໄປຈາກນະຄອນເຢຣູຊາເລັມ.
19
ສິ່ງອື່ນໆທີ່ກະສັດໂຢອາດໄດ້ກະທຳ ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
20
ບັນດາຂ້າຣາຊການຂອງກະສັດໄດ້ວາງແຜນກະບົດຕໍ່ເພິ່ນ ແລ້ວມີສອງຄົນໃນພວກເຂົາ ຄືໂຢຊາການລູກຊາຍຂອງຊີເມອາດ ແລະເຢໂຮຊາບັດລູກຊາຍຂອງໂຊເມ ໄດ້ຂ້າກະສັດໂຢອາດຢູ່ໃນວັງ ທີ່ຖືກສ້າງຂຶ້ນໃນດິນແດນທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ຕາມເສັ້ນທາງໄປເມືອງສິນລາ. ຊາກສົບຂອງກະສັດໂຢອາດໄດ້ຖືກຝັງໄວ້ທີ່ອຸບມຸງແຫ່ງກະສັດ ໃນເມືອງຂອງດາວິດ. ແລ້ວເຈົ້າອາມາຊີຢາ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→