bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 17
2 Kings 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 18 →
1
ໃນຣາຊການປີທີສິບສອງຂອງເຈົ້າອາຮາດກະສັດແຫ່ງຢູດາຍ; ເຈົ້າໂຮເຊຢາລູກຊາຍຂອງເອລາໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ແລະໄດ້ປົກຄອງຢູ່ທີ່ນະຄອນຊາມາເຣຍເປັນເວລາເກົ້າປີ.
2
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ, ແຕ່ກໍຍັງບໍ່ຫລາຍເທົ່າກັບບັນດາກະສັດ ທີ່ໄດ້ປົກຄອງອານາຈັກອິດສະຣາເອນມາກ່ອນເພິ່ນ.
3
ກະສັດຊານມາເນເຊແຫ່ງອັດຊີເຣຍໄດ້ເຮັດເສິກຕໍ່ສູ້ເພິ່ນ; ກະສັດໂຮເຊຢາຈຶ່ງຍອມຈຳນົນຕໍ່ກະສັດຊານມາເນເຊ ແລະເສຍສ່ວຍໃຫ້ເພິ່ນທຸກປີ.
4
ແຕ່ຢູ່ມາໃນປີໜຶ່ງ ກະສັດໂຮເຊຢາໄດ້ສົ່ງທູດໄປຫາກະສັດໂສແຫ່ງເອຢິບ ເພື່ອຂໍຄວາມຊ່ວຍເຫລືອຈາກເພິ່ນ ແລະຢຸດເສຍສ່ວຍປະຈຳປີໃຫ້ແກ່ອັດຊີເຣຍ. ເມື່ອກະສັດຊານມາເນເຊຮູ້ຂ່າວນີ້ເພິ່ນກໍຈັບກະສັດໂຮເຊຢາໄປຂັງຄຸກໄວ້.
5
ກະສັດຊານມາເນເຊໄດ້ບຸກໂຈມຕີອານາຈັກອິດສະຣາເອນ ແລະໄດ້ທຳການປິດລ້ອມນະຄອນຊາມາເຣຍໄວ້ເປັນເວລາສາມປີ.
6
ຊຶ່ງເປັນປີທີເກົ້າ ແຫ່ງຣາຊການຂອງກະສັດໂຮເຊຢາ; ກະສັດແຫ່ງອັດຊີເຣຍ ໄດ້ຢຶດເອົານະຄອນຊາມາເຣຍ ແລະນຳຊາວອິດສະຣາເອນໄປເປັນຊະເລີຍທີ່ອັດຊີເຣຍ. ເພິ່ນໄດ້ເອົາພວກເຫຼົ່ານີ້ບາງຄົນໄປໄວ້ຢູ່ໃນເມືອງຮາລາ, ໃຫ້ບາງຄົນຢູ່ໃກ້ແມ່ນໍ້າຮາໂບໃນເຂດໂກຊານ ແລະໃຫ້ບາງຄົນຢູ່ໃນເມືອງຕ່າງໆຂອງແຂວງເມເດຍ.
7
ການທີ່ນະຄອນຊາມາເຣຍແຕກກໍຍ້ອນຊາວອິດສະຣາເອນ ໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ອົງທີ່ຊ່ວຍກູ້ເອົາພວກເຂົາອອກຈາກອຳນາດຂອງກະສັດແຫ່ງເອຢິບ ແລະໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາໄດ້ຂາບໄຫວ້ບັນດາພະອື່ນ
8
ແລະໄດ້ປະພຶດຕາມປະເພນີຂອງປະຊາຊົນທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນ ແລະທັງໄດ້ຢຶດຖືທຳນຽມທີ່ກະສັດແຫ່ງອິດສະຣາເອນ ໄດ້ນຳມາປະຕິບັດ.
9
ຊາວອິດສະຣາເອນໄດ້ເຮັດ ສິ່ງຕ່າງໆໃນທີ່ລັບລີ້ ຊຶ່ງເປັນການຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ພວກເຂົາສ້າງບ່ອນຂາບໄຫວ້ພະຂອງຄົນຕ່າງຊາດໄວ້ຕາມເມືອງຕ່າງໆ ຕັ້ງແຕ່ໝູ່ບ້ານນ້ອຍຈົນເຖິງເມືອງໃຫຍ່.
10
ພວກເຂົາໄດ້ຕັ້ງເສົາສັກສິດ ແລະຮູບເຈົ້າແມ່ອາເຊຣາ ໄວ້ຕາມເທິງເນີນພູຕ່າງໆ ແລະຢູ່ໃຕ້ຕົ້ນໄມ້ໃຫຍ່ທຸກກົກ.
11
ພວກເຂົາໄດ້ເຜົາເຄື່ອງຫອມເທິງແທ່ນບູຊາຂອງພະຕ່າງຊາດ ຕາມແບບຢ່າງຂອງປະຊາຊົນທີ່ພຣະເຈົ້າຢາເວໄດ້ຂັບໄລ່ໜີຈາກດິນແດນນັ້ນ. ພວກເຂົາເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍໃຫຍ່ ດ້ວຍການກະທຳອັນຊົ່ວຮ້າຍທັງໝົດຂອງພວກເຂົາ
12
ແລະບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວທີ່ບໍ່ໃຫ້ຂາບໄຫວ້ຮູບເຄົາຣົບ.
13
ພຣະເຈົ້າຢາເວໄດ້ສົ່ງພວກຜູ້ທຳນວາຍ ແລະຜູ້ທີ່ໄດ້ຮັບນິມິດໃຫ້ໄປເຕືອນຊາວອິດສະຣາເອນກັບຊາວຢູດາວ່າ, “ຈົ່ງປະຖິ້ມຄວາມປະພຶດຊົ່ວຂອງພວກເຈົ້າ ແລະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ຊຶ່ງມີຢູ່ໃນກົດບັນຍັດທີ່ເຮົາໄດ້ໃຫ້ພວກປູ່ຍ່າຕາຍາຍຂອງພວກເຈົ້າ ແລະຜ່ານທາງຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາ.”
14
ແຕ່ພວກເຂົາບໍ່ເຊື່ອຟັງ; ພວກເຂົາດື້ດ້ານດັ່ງປູ່ຍ່າຕາຍາຍຂອງພວກເຂົາ ຜູ້ທີ່ບໍ່ໄດ້ເຊື່ອວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກຕົນ.
15
ພວກເຂົາບໍ່ເຊື່ອຟັງຄຳແນະນຳຂອງພຣະອົງ, ພວກເຂົາບໍ່ຖືຮັກສາພັນທະສັນຍາ ທີ່ພຣະອົງເຮັດໄວ້ກັບພວກປູ່ຍ່າຕາຍາຍຂອງພວກເຂົາ ແລະພວກເຂົາບໍ່ເອົາໃຈໃສ່ຕໍ່ຄຳຕັກເຕືອນຂອງພຣະອົງ. ພວກເຂົາຂາບໄຫວ້ບັນດາຮູບເຄົາຣົບທີ່ໄຮ້ຄ່າຈົນກາຍເປັນຄົນໄຮ້ຄ່າເອງ ແລະພວກເຂົາໄດ້ເຮັດຕາມທຳນຽມຂອງຊົນຊາດທີ່ຢູ່ອ້ອມຮອບພວກເຂົາ ໂດຍບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ທີ່ບໍ່ໃຫ້ເອົາແບບຢ່າງຂອງຊົນຊາດເຫຼົ່ານັ້ນ.
16
ພວກເຂົາປະຖິ້ມຄຳສັ່ງທຸກຂໍ້ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະໄດ້ໃຊ້ໂລຫະຫລໍ່ຮູບງົວສອງໂຕຂຶ້ນມາຂາບໄຫວ້; ພວກເຂົາຍັງໄດ້ເຮັດຮູບຂອງເຈົ້າແມ່ອາເຊຣາ, ຂາບໄຫວ້ຕາເວັນເດືອນດາວ ແລະຮັບໃຊ້ພະບາອານ.
17
ພວກເຂົາໄດ້ເອົາລູກຊາຍແລະລູກສາວຂອງພວກເຂົາ ເຜົາເປັນເຄື່ອງບູຊາຖວາຍແກ່ພະຂອງຊາວຕ່າງຊາດ; ພວກເຂົາປຶກສາໝໍຜີແລະໝໍມໍ; ພວກເຂົາຕັ້ງໜ້າຕັ້ງຕາເຮັດສິ່ງທີ່ຊົ່ວຊ້າໃນສາຍຕາຂອງພຣະເຈົ້າຢາເວ ຊຶ່ງເປັນການເຮັດໃຫ້ພຣະອົງໂກດຮ້າຍໃຫຍ່.
18
ດ້ວຍເຫດນີ້ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາວອິດສະຣາເອນ ແລະກຳຈັດພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງໂດຍຈົ່ງໄວ້ແຕ່ອານາຈັກຢູດາຍພວກດຽວເທົ່ານັ້ນ.
19
ແມ່ນແຕ່ຊາວຢູດາກໍບໍ່ໄດ້ເຊື່ອຟັງບັນດາຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ພວກເຂົາໄດ້ປະຕິບັດຕາມແບບຢ່າງຮີດຄອງປະເພນີ ທີ່ຊາວອິດສະຣາເອນລອກແບບມານັ້ນ.
20
ພຣະເຈົ້າຢາເວໄດ້ປະຖິ້ມຊາດອິດສະຣາເອນທັງໝົດ ໂດຍລົງໂທດແລະມອບພວກເຂົາໄວ້ໃນກຳມືຂອງເຫຼົ່າສັດຕູຜູ້ໂຫດຫ້ຽມ ຈົນໃນທີ່ສຸດ ພຣະອົງໄດ້ຂັບໄລ່ພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງ.
21
ຫລັງຈາກທີ່ພຣະອົງໄດ້ແຍກອານາຈັກອິດສະຣາເອນອອກຈາກອານາຈັກຢູດາຍແລ້ວ; ພວກອິດສະຣາເອນກໍແຕ່ງຕັ້ງເຢໂຣໂບອາມ ລູກຊາຍຂອງເນບັດໃຫ້ເປັນກະສັດ. ກະສັດເຢໂຣໂບອາມໄດ້ເຮັດໃຫ້ພວກເຂົາປະຖິ້ມພຣະເຈົ້າຢາເວ ແລະນຳພາພວກເຂົາຕົກໃນບາບອັນຮ້າຍແຮງ.
22
ພວກອິດສະຣາເອນໄດ້ເຮັດຕາມຢ່າງກະສັດເຢໂຣໂບອາມ ແລະສືບຕໍ່ເຮັດບາບທຸກຢ່າງຕາມທີ່ເພິ່ນໄດ້ເຮັດ
23
ຈົນໃນທີ່ສຸດ ພຣະເຈົ້າຢາເວໄດ້ຂັບໄລ່ພວກເຂົາໃຫ້ໜີຫ່າງຈາກສາຍຕາຂອງພຣະອົງ, ຕາມທີ່ພຣະອົງໄດ້ຕັກເຕືອນໄວ້ຜ່ານທາງຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ. ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຖືກກວາດໄປເປັນຊະເລີຍທີ່ອັດຊີເຣຍ ຈົນເຖິງເທົ່າທຸກວັນນີ້.
24
ກະສັດອັດຊີເຣຍໄດ້ນຳເອົາປະຊາຊົນແຕ່ເມືອງຕ່າງໆຂອງນະຄອນບາບີໂລນ, ເມືອງກຸດ, ເມືອງອີວາ, ເມືອງຮາມັດ ແລະເມືອງເສຟາກວາອິມ ໃຫ້ມາຕັ້ງຖິ່ນຖານຢູ່ເມືອງຕ່າງໆຂອງນະຄອນຊາມາເຣຍ ແທນພວກອິດສະຣາເອນທີ່ໄດ້ຖືກກວາດໄປເປັນຊະເລີຍນັ້ນ. ພວກເຂົາໄດ້ເຂົ້າມາຄອບຄອງດິນແດນ ແລະອາໄສຢູ່ໃນເມືອງເຫຼົ່ານີ້.
25
ຕອນທີ່ພວກເຂົາມາຕັ້ງຖິ່ນຖານຢູ່ໃໝ່ ພວກເຂົາບໍ່ໄດ້ນະມັດສະການພຣະເຈົ້າຢາເວ; ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງສົ່ງຝູງສິງມາກັດກິນພວກເຂົາບາງຄົນ.
26
ມີຄົນມາບອກກະສັດອັດຊີເຣຍວ່າ, “ປະຊາຊົນທີ່ເພິ່ນໃຫ້ມາຕັ້ງຖິ່ນຖານຢູ່ໃນເມືອງຕ່າງໆຂອງນະຄອນຊາມາເຣຍນັ້ນ ບໍ່ຮູ້ຈັກກົດບັນຍັດຂອງພຣະໃນດິນແດນນີ້; ສະນັ້ນ ພຣະນັ້ນຈຶ່ງສົ່ງຝູງສິງມາກັດກິນພວກເຂົາ.”
27
ດັ່ງນັ້ນ ກະສັດອັດຊີເຣຍຈຶ່ງໄດ້ອອກຄຳສັ່ງວ່າ, “ຈົ່ງສົ່ງປະໂຣຫິດຜູ້ໜຶ່ງ ທີ່ເປັນຊະເລີຍຂອງເຮົາກັບຄືນເມືອ ແລະໃຫ້ລາວ ຢູ່ພຸ້ນເພື່ອສັ່ງສອນປະຊາຊົນເຖິງກົດບັນຍັດຂອງພຣະໃນດິນແດນນັ້ນ.”
28
ແລ້ວປະໂຣຫິດອິດສະຣາເອນຜູ້ໜຶ່ງ ທີ່ຖືກກວາດມາຈາກນະຄອນຊາມາເຣຍ ກໍໄດ້ໄປຢູ່ໃນເມືອງເບັດເອນ ແລະສັ່ງສອນວິທີນະມັດສະການພຣະເຈົ້າຢາເວໃຫ້ປະຊາຊົນ.
29
ແຕ່ປະຊາຊົນທີ່ຕັ້ງຖິ່ນຖານຢູ່ນະຄອນຊາມາເຣຍ ຍັງສືບຕໍ່ສ້າງຮູບເຄົາຣົບເປັນສ່ວນຕົວ ແລະພວກເຂົາເອົາຮູບນັ້ນໄວ້ໃນບ່ອນສັກສິດທີ່ຊາວອິດສະຣາເອນໄດ້ສ້າງນັ້ນ. ພວກເຂົາແຕ່ລະໝວດຕ່າງກໍໄດ້ສ້າງຮູບເຄົາຣົບ ແລະຕັ້ງໄວ້ໃນເມືອງຕ່າງໆທີ່ພວກຕົນອາໄສຢູ່.
30
ຊາວບາບີໂລນ ໄດ້ສ້າງຮູບພະຊຸກໂກດເບໂນດ; ຊາວກຸດ ໄດ້ສ້າງຮູບພະເນການ; ຊາວຮາມັດ ໄດ້ສ້າງຮູບພະອາຊີມາ;
31
ຊາວອິບວາ ໄດ້ສ້າງຮູບພະນິບຮາດແລະພະຕາກຕັກ; ສ່ວນຊາວເສຟາກວາອິມນັ້ນໄດ້ເຜົາລູກຂອງຕົນ ຖວາຍບູຊາແກ່ຮູບພະອັດຣຳເມເລັກ ແລະຮູບພະອານາມເມເລັກ.
32
ຄົນເຫຼົ່ານີ້ໄດ້ນະມັດສະການພຣະເຈົ້າຢາເວຄືກັນ ແລະໄດ້ເລືອກເອົາຄົນຊະນິດຕ່າງໆໃນພວກເຂົາເອງ ໃຫ້ເປັນປະໂຣຫິດຢູ່ໃນບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ແລະໃຫ້ຖວາຍເຄື່ອງບູຊາຕ່າງໆສຳລັບພວກເຂົາໃນທີ່ນັ້ນ.
33
ສະນັ້ນ ພວກເຂົາຈຶ່ງນະມັດສະການພຣະເຈົ້າຢາເວແດ່ ແຕ່ກໍຍັງຂາບໄຫວ້ບັນດາຮູບພະຂອງພວກເຂົາຢູ່ ຕາມຮີດຄອງຂອງດິນແດນທີ່ຕົນໄດ້ໜີມານັ້ນ.
34
ທຸກວັນນີ້ ພວກເຂົາຍັງເຮັດຕາມຮີດຄອງເກົ່າຢູ່. ພວກເຂົາບໍ່ໄດ້ນະມັດສະການພຣະເຈົ້າຢາເວ ແລະບໍ່ໄດ້ເຊື່ອຟັງກົດບັນຍັດ ຫລືຂໍ້ຄຳສັ່ງທີ່ພຣະເຈົ້າຢາເວໄດ້ມີໄວ້ແກ່ເຊື້ອສາຍຂອງຢາໂຄບ ຜູ້ທີ່ພຣະອົງໃສ່ຊື່ໃຫ້ວ່າ ອິດສະຣາເອນ.
35
ພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບພວກເຂົາ ແລະສັ່ງວ່າ: “ຢ່າຂາບໄຫວ້ບັນດາພະອື່ນ; ຢ່າກົ້ມຂາບ ຫລືບົວລະບັດຮັບໃຊ້ ຫລືຖວາຍບູຊາແກ່ພະເຫຼົ່ານັ້ນ.
36
ພວກເຈົ້າຕ້ອງນະມັດສະການພຣະເຈົ້າຢາເວ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບດ້ວຍກຳລັງແລະຣິດອຳນາດອັນຍິ່ງໃຫຍ່; ພວກເຈົ້າຕ້ອງກົ້ມຂາບເຮົາ ແລະຖວາຍບູຊາແກ່ເຮົາ.
37
ພວກເຈົ້າຕ້ອງເຊື່ອຟັງບັນດາກົດບັນຍັດ ແລະຂໍ້ຄຳສັ່ງຂອງເຮົາ ທີ່ໄດ້ມີຂຽນໄວ້ໃຫ້ພວກເຈົ້ານັ້ນຕະຫລອດໄປ. ພວກເຈົ້າຢ່າຂາບໄຫວ້ບັນດາພະອື່ນ
38
ແລະຢ່າລືມໄລພັນທະສັນຍາທີ່ເຮົາໄດ້ມີໄວ້ກັບພວກເຈົ້າ. ພວກເຈົ້າຢ່າຂາບໄຫວ້ບັນດາພະອື່ນ.
39
ພວກເຈົ້າຕ້ອງນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພຣະອົງຈະຊ່ວຍກູ້ເອົາພວກເຈົ້າໃຫ້ພົ້ນຈາກເຫຼົ່າສັດຕູຂອງພວກເຈົ້າ.”
40
ແຕ່ປະຊາຊົນເຫຼົ່ານີ້ບໍ່ຍອມຟັງ ແລະພວກເຂົາຍັງສືບຕໍ່ປະຕິບັດຕາມຮີດຄອງເກົ່າຂອງພວກເຂົາຢູ່.
41
ສະນັ້ນ ປະຊາຊົນເຫຼົ່ານັ້ນຈຶ່ງໄດ້ນະມັດສະການພຣະເຈົ້າຢາເວແດ່ ແຕ່ກໍຍັງຂາບໄຫວ້ຮູບພະຂອງພວກເຂົາຄືກັນ ແລະທຸກວັນນີ້ ບັນດາລູກຫລານຂອງພວກເຂົາກໍຍັງສືບຕໍ່ເຮັດຄືເກົ່າຕາມທີ່ບັນພະບຸລຸດຂອງພວກເຂົາໄດ້ເຮັດມາ.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→