bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 22
2 Kings 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 23 →
1
ເຈົ້າໂຢສີຢາຂຶ້ນເປັນກະສັດປົກຄອງອານາຈັກຢູດາຍ ເມື່ອເພິ່ນອາຍຸໄດ້ແປດປີ. ເພິ່ນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມສິບເອັດປີ. ແມ່ຂອງເພິ່ນຊື່ວ່າເຢດີດາ ລູກສາວຂອງອາດາຢາຊາວໂບຊະກາດ.
2
ກະສັດໂຢສີຢາເຮັດໃນສິ່ງທີ່ພຣະເຈົ້າຢາເວພໍໃຈ; ເພິ່ນເຮັດຕາມແບບຢ່າງຂອງກະສັດດາວິດບັນພະບຸລຸດຂອງເພິ່ນ ໂດຍເຊື່ອຟັງຢ່າງເຄັ່ງຄັດກົດບັນຍັດທັງໝົດຂອງພຣະເຈົ້າ.
3
ໃນຣາຊການປີທີສິບແປດຂອງກະສັດໂຢສີຢາ ເພິ່ນໄດ້ໃຊ້ເລຂາທິການ ຊາຟານລູກຊາຍຂອງອາຊາລີຢາ ແລະຫລານຊາຍຂອງເມຊຸນລຳ ໄປທີ່ວິຫານຂອງພຣະເຈົ້າຢາເວ ໂດຍສັ່ງວ່າ,
4
“ຈົ່ງໄປຫາມະຫາປະໂຣຫິດຮິນກີຢາ ແລະໃຫ້ເພິ່ນລາຍງານກ່ຽວກັບເງິນທີ່ພວກປະໂຣຫິດປະຈຳໜ້າທີ່ໃນທາງເຂົ້າວິຫານຂອງພຣະເຈົ້າຢາເວໄດ້ເກັບຈາກປະຊາຊົນ.
5
ຈົ່ງບອກເພິ່ນເອົາເງິນໃຫ້ບັນດາຄົນງານ ຜູ້ທີ່ຮັບຜິດຊອບສ້ອມແປງວິຫານຂອງພຣະເຈົ້າຢາເວ.
6
ພວກເຂົາຕ້ອງຈ່າຍເງິນນີ້ໃຫ້ແກ່ພວກຊ່າງໄມ້, ພວກກໍ່ສ້າງ, ພວກຊ່າງກໍ່ດິນເຜົາ ແລະຊື້ໄມ້ ແລະຫີນສຳລັບການສ້ອມແປງວິຫານ.
7
ພວກທີ່ຮັບຜິດຊອບວຽກງານນັ້ນເປັນຄົນສັດຊື່; ສະນັ້ນ ຈຶ່ງບໍ່ຈຳເປັນໃຫ້ພວກເຂົາເຮັດບັນຊີການເງິນ.”
8
ຊາຟານໄດ້ນຳເອົາຄຳສັ່ງຂອງກະສັດໄປບອກມະຫາປະໂຣຫິດຮິນກີຢາ; ແລ້ວເພິ່ນກໍບອກຊາຟານວ່າ ເພິ່ນໄດ້ພົບປື້ມກົດບັນຍັດໃນວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ເອົາປື້ມນັ້ນໃຫ້ຊາຟານອ່ານ.
9
ຊາຟານໄດ້ກັບຄືນມາລາຍງານຕໍ່ກະສັດວ່າ, “ພວກຜູ້ຮັບໃຊ້ຂອງທ່ານໄດ້ເອົາເງິນໃນວິຫານຂອງພຣະເຈົ້າຢາເວ ໃຫ້ແກ່ພວກຄົນງານທີ່ຮັບຜິດຊອບໃນການສ້ອມແປງແລ້ວ.”
10
ຕໍ່ມາ ຊາຟານໄດ້ກ່າວຕໍ່ໄປວ່າ, “ມະຫາປະໂຣຫິດຮິນກີຢາໄດ້ເອົາປື້ມຫົວນີ້ໃຫ້ຂ້ານ້ອຍ.” ແລ້ວຊາຟານກໍໄດ້ອ່ານກົດບັນຍັດໃນປື້ມນັ້ນສູ່ກະສັດຟັງ.
11
ເມື່ອກະສັດໄດ້ຍິນເນື້ອຄວາມໃນປື້ມນັ້ນ ເພິ່ນຈຶ່ງຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມໂສກເສົ້າເສຍໃຈ
12
ແລ້ວເພິ່ນໄດ້ອອກຄຳສັ່ງແກ່ມະຫາປະໂຣຫິດຮິນກີຢາ, ອາຮີກຳລູກຊາຍຂອງຊາຟານ, ອັກໂບລູກຊາຍຂອງມີກາອີຢາ, ຊາຟານ ເລຂາທິການ ແລະອາສາອີຢາ ຜູ້ລໍຮັບໃຊ້ຂອງກະສັດ. ຄຳສັ່ງນັ້ນມີຂໍ້ຄວາມດັ່ງຕໍ່ໄປນີ້:
13
“ຈົ່ງໄປປຶກສາພຣະເຈົ້າຢາເວແທນເຮົາ ແລະປະຊາຊົນຊາວຢູດາທຸກຄົນ ກ່ຽວກັບຄຳສັ່ງສອນໃນປື້ມນີ້. ພຣະເຈົ້າຢາເວໂກດຮ້າຍພວກເຮົາ ເພາະປູ່ຍ່າຕາຍາຍຂອງພວກເຮົາບໍ່ໄດ້ປະຕິບັດຕາມຖ້ອຍຄຳທີ່ໄດ້ມີຂຽນໄວ້ໃນປື້ມນີ້.”
14
ປະໂຣຫິດຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະອາສາອີຢາ ໄດ້ໄປປຶກສາຜູ້ທຳນວາຍຍິງຄົນໜຶ່ງຢູ່ທາງເຂດໃໝ່ຂອງນະຄອນເຢຣູຊາເລັມຊື່ວ່າ ຮຸນດາ. (ຜົວຂອງນາງຮຸນດາຊື່ວ່າຊານລູມ ລູກຊາຍຂອງຕິກວາ ແລະຫລານຊາຍຂອງຮາກຮາ; ຊານລູມເປັນຜູ້ຮັກສາເສື້ອຄຸມປະຈຳພຣະວິຫານ.) ຄົນເຫຼົ່ານີ້ໄດ້ເລົ່າເຫດການສູ່ນາງຟັງ.
15
ແລະນາງໄດ້ບອກພວກເຂົາວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້ວ່າ: ຈົ່ງບອກຄົນທີ່ໄດ້ໃຊ້ພວກເຈົ້າມາຫາເຮົາວ່າ,
16
ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: “ເຮົາຈະລົງໂທດນະຄອນເຢຣູຊາເລັມພ້ອມທັງປະຊາຊົນທຸກຄົນໃນເມືອງ ຕາມທີ່ມີຖ້ອຍຄຳຂຽນໄວ້ໃນປື້ມທີ່ກະສັດຢູດາຍໄດ້ອ່ານນັ້ນ.
17
ພວກເຂົາໄດ້ປະຖິ້ມເຮົາ ແລະໄປຖວາຍເຄື່ອງບູຊາແກ່ບັນດາພະອື່ນ ຊຶ່ງເຮັດໃຫ້ເຮົາໂກດຮ້າຍໃນທຸກສິ່ງ ທີ່ພວກເຂົາໄດ້ເຮັດດ້ວຍມືຂອງພວກເຂົານັ້ນ. ຄວາມໂກດຮ້າຍຂອງເຮົາລຸກຂຶ້ນຕໍ່ສູ້ນະຄອນເຢຣູຊາເລັມ ແລະຈະບໍ່ດັບລົງ.
18
ແຕ່ສຳລັບກະສັດຢູດາຍທີ່ໄດ້ໃຊ້ພວກເຈົ້າໄປຖາມພຣະເຈົ້າຢາເວ ເຈົ້າທັງຫລາຍຈົ່ງກ່າວດັ່ງນີ້ວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ດ້ວຍຖ້ອຍຄຳທັງຫລາຍທີ່ເຈົ້າໄດ້ຍິນ
19
ເພາະເຈົ້າໄດ້ຍອມຟັງແລະເຈົ້າໄດ້ຖ່ອມຕົວຕໍ່ໜ້າພຣະເຈົ້າຢາເວ ເຈົ້າຈີກເຄື່ອງນຸ່ງຂອງເຈົ້າແລະຮ້ອງໄຫ້ ເມື່ອເຈົ້າໄດ້ຍິນເຖິງການຂູ່ເຂັນ ທີ່ເຮົາຈະລົງໂທດນະຄອນເຢຣູຊາເລັມ ແລະປະຊາຊົນໃນເມືອງ. ເຮົາຈະເຮັດໃຫ້ເມືອງນີ້ເປັນໜ້າຢ້ານກົວ ຄືເປັນບ່ອນທີ່ຄົນຈະໃຊ້ຊື່ເມືອງນີ້ເປັນຄຳສາບແຊ່ງ. ແຕ່ເຮົາໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າ ພຣະເຈົ້າຢາເວກ່າວດັ່ງນີ້.
20
ເພາະສະນັ້ນ ການລົງໂທດທີ່ເຮົາກຳລັງຈະນຳມາສູ່ນະຄອນເຢຣູຊາເລັມນີ້ ຈະບໍ່ມາເຖິງຈົນກວ່າເຈົ້າຈະຕາຍໄປ. ເຮົາຈະໃຫ້ເຈົ້າຕາຍໄປຢ່າງສະຫງົບສຸກ.”’ ແລ້ວຊາຍເຫຼົ່ານັ້ນກໍນຳເອົາຖ້ອຍຄຳນີ້ໄປບອກກະສັດໂຢສີຢາ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→