bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 21
2 Kings 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 22 →
1
ເຈົ້າມານາເຊໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນມີອາຍຸໄດ້ສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຫ້າສິບຫ້າປີ. ແມ່ຂອງເພິ່ນຊື່ວ່າ ເຮັບຊີບາ.
2
ກະສັດມານາເຊໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍປະພຶດຕາມແບບຢ່າງອັນໜ້າກຽດຊັງ ຂອງຊົນຊາດທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນ.
3
ເພິ່ນສ້າງບ່ອນຂາບໄຫວ້ພະຂອງຄົນຕ່າງຊາດຂຶ້ນໃໝ່ ທີ່ກະສັດເຮເຊກີຢາພໍ່ຂອງເພິ່ນໄດ້ທຳລາຍໄປແລ້ວນັ້ນ; ເພິ່ນສ້າງແທ່ນບູຊາສຳລັບຂາບໄຫວ້ພະບາອານ ແລະສ້າງຮູບຂອງເຈົ້າແມ່ອາເຊຣາດັ່ງເຈົ້າອາຮາບກະສັດແຫ່ງອິດສະຣາເອນໄດ້ເຮັດມານັ້ນ. ກະສັດມານາເຊຍັງໄດ້ຂາບໄຫວ້ຕາເວັນເດືອນດາວອີກດ້ວຍ.
4
ເພິ່ນໄດ້ສ້າງແທ່ນບູຊາຕ່າງໆ ເພື່ອຂາບໄຫວ້ຮູບພະຂອງຄົນຕ່າງຊາດໄວ້ທີ່ວິຫານຂອງພຣະເຈົ້າຢາເວ ບ່ອນທີ່ພຣະເຈົ້າຢາເວບອກວ່າ, ໃນນະຄອນເຢຣູຊາເລັມເຮົາຈະໃຫ້ນາມຊື່ຂອງເຮົາສະຖິດຢູ່.
5
ເພິ່ນຍັງໄດ້ສ້າງແທ່ນບູຊາຕ່າງໆ ເພື່ອຂາບໄຫວ້ຕາເວັນເດືອນດາວໃສ່ເດີ່ນທັງສອງແຫ່ງທີ່ວິຫານຂອງພຣະເຈົ້າຢາເວ.
6
ເພິ່ນໄດ້ຖວາຍລູກຊາຍຂອງຕົນໃຫ້ເປັນເຄື່ອງຖວາຍບູຊາ. ເພິ່ນທຳພິທີຖາມສິ່ງສັກສິດ ແລະຝຶກເວດມົນກະຖາ ແລະປຶກສາ ພວກໝໍດູແລະໝໍຜີ. ເພິ່ນໄດ້ເຮັດບາບຢ່າງໃຫຍ່ຫລວງຕໍ່ສູ້ພຣະເຈົ້າຢາເວ ແລະເຮັດໃຫ້ພຣະອົງໂກດຮ້າຍ.
7
ເພິ່ນຕັ້ງຮູບເຈົ້າແມ່ອາເຊຣາໄວ້ຢູ່ໃນວິຫານ ຊຶ່ງເປັນບ່ອນທີ່ພຣະເຈົ້າຢາເວໄດ້ກ່າວໄວ້ກັບກະສັດດາວິດ ແລະກະສັດໂຊໂລໂມນລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມນີ້ ຄືທີ່ວິຫານນີ້ ເປັນບ່ອນທີ່ເຮົາໄດ້ເລືອກເອົາຈາກເຂດແດນທັງໝົດຂອງຊາວອິດສະຣາເອນສິບສອງເຜົ່າ ເພື່ອໃຫ້ນາມຊື່ຂອງເຮົາສະຖິດຢູ່ຕະຫຼອດໄປ.
8
ຖ້າປະຊາຊົນອິດສະຣາເອນຈະເຊື່ອຟັງຄຳສັ່ງທຸກຂໍ້ຂອງເຮົາ ທັງຖືຮັກສາກົດບັນຍັດທັງໝົດທີ່ໂມເຊຜູ້ຮັບໃຊ້ຂອງເຮົາໄດ້ມອບໃຫ້ພວກເຂົາ; ເຮົາຈະບໍ່ໃຫ້ພວກເຂົາຖືກຂັບໄລ່ອອກໜີໄປຈາກດິນແດນ ຊຶ່ງເຮົາໄດ້ມອບໃຫ້ພວກປູ່ຍ່າຕາຍາຍຂອງພວກເຂົານັ້ນ.”
9
ແຕ່ປະຊາຊົນຢູດາບໍ່ໄດ້ເຊື່ອຟັງ ແລະກະສັດມານາເຊຍັງໄດ້ນຳພວກເຂົາເຮັດການບາບອັນໜັກໜ່ວງ ກວ່າພວກຊົນຊາດທີ່ພຣະເຈົ້າຢາເວໄດ້ທຳລາຍຕໍ່ໜ້າປະຊາຊົນອິດສະຣາເອນ.
10
ພຣະເຈົ້າຢາເວໄດ້ກ່າວຜ່ານທາງພວກຜູ້ທຳນວາຍຜູ້ຮັບຜູ້ຮັບໃຊ້ຂອງພຣະອົງວ່າ,
11
“ກະສັດມານາເຊໄດ້ເຮັດສິ່ງທີ່ໜ້າກຽດຊັງເຫຼົ່ານີ້; ເປັນສິ່ງທີ່ຊົ່ວຮ້າຍຫລາຍກ່ວາຊາວການາອານໄດ້ເຮັດ; ລາວໄດ້ນຳປະຊາຊົນຢູດາໃຫ້ຕົກໃນບາບ ດ້ວຍການສ້າງຮູບເຄົາຣົບຕ່າງໆ.
12
ສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ຈຶ່ງຈະນຳຄວາມພິນາດມາສູ່ນະຄອນເຢຣູຊາເລັມ ແລະອານາຈັກຢູດາຍ ແລະຜູ້ໃດທີ່ໄດ້ຍິນກ່ຽວກັບການນີ້ກໍຈະຕົກສະເງີ້.
13
ເຮົາຈະລົງໂທດນະຄອນເຢຣູຊາເລັມ ດັ່ງທີ່ເຮົາໄດ້ເຮັດຕໍ່ນະຄອນຊາມາເຣຍ, ຕໍ່ກະສັດອາຮາບແຫ່ງອິດສະຣາເອນ ແລະຕໍ່ພວກລູກຫລານຂອງລາວ. ເຮົາຈະກວາດລ້າງປະຊາຊົນທີ່ນະຄອນເຢຣູຊາເລັມໃຫ້ໝົດກ້ຽງໄປ ໃຫ້ສະອາດດັ່ງຈານທີ່ເຊັດໃຫ້ແຫ້ງແລະຂວໍ້າໄວ້.
14
ເຮົາຈະປະຖິ້ມພວກທີ່ຍັງມີຊີວິດຢູ່ ແລະຈະມອບພວກເຂົາໄວ້ໃນກຳມືຂອງເຫຼົ່າສັດຕູ ຜູ້ທີ່ຈະຮົບຊະນະພວກເຂົາ ແລະຈະປຸ້ນສະດົມດິນແດນຂອງພວກເຂົາ.
15
ເຮົາຈະເຮັດສິ່ງເຫຼົ່ານີ້ຕໍ່ປະຊາຊົນຂອງເຮົາ ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ເຮົາ ແລະເຮັດໃຫ້ເຮົາໂກດຮ້າຍ ຕັ້ງແຕ່ຄາວທີ່ພວກປູ່ຍ່າຕາຍາຍຂອງພວກເຂົາໄດ້ອອກມາຈາກປະເທດເອຢິບ ຈົນເຖິງທຸກວັນນີ້.”
16
ກະສັດມານາເຊຂ້າຄົນທີ່ບໍ່ມີຄວາມຜິດຢ່າງຫລວງຫລາຍ ຈົນວ່າຖະໜົນຕ່າງໆທີ່ນະຄອນເຢຣູຊາເລັມນອງໄປດ້ວຍເລືອດ; ເພິ່ນໄດ້ກະທຳການນີ້ຕື່ມໃສ່ກັບການນຳພາຊາວຢູດາໃຫ້ຂາບໄຫວ້ຮູບເຄົາຣົບ ອັນເປັນເຫດໃຫ້ພວກເຂົາເຮັດບາບຕໍ່ສູ້ພຣະເຈົ້າຢາເວ.
17
ສິ່ງອື່ນທີ່ກະສັດມານາເຊໄດ້ກະທຳຕະຫລອດທັງເລື່ອງການກະທຳບາບຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
18
ກະສັດມານາເຊໄດ້ຕາຍໄປພ້ອມກັບປູ່ຍ່າຕາຍາຍຂອງເພິ່ນ ແລະໄດ້ຖືກຝັງໄວ້ໃນສວນຂອງຣາຊວັງ ຄືສວນຂອງອູຊາ. ແລ້ວເຈົ້າອາໂມນ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
19
ເຈົ້າອາໂມນເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ຊາວສອງປີ. ເພິ່ນປົກຄອງທີ່ນະຄອນເຢຣູຊາເລັມເປັນເວລາສອງປີ ແມ່ຂອງເພິ່ນຊື່ວ່າເມຊຸນເລເມດ ລູກສາວຂອງຮາຣຸດຊາວເມືອງຢົດບາ.
20
ກະສັດອາໂມນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ເໝືອນກັນກັບກະສັດມານາເຊພໍ່ຂອງຕົນ.
21
ເພິ່ນໄດ້ຮຽນເອົາແບບຢ່າງນຳພໍ່ຂອງເພິ່ນ ແລະຂາບໄຫວ້ຮູບເຄົາຣົບທີ່ພໍ່ຂອງເພິ່ນໄດ້ຂາບໄຫວ້.
22
ເພິ່ນປະຕິເສດພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງເພິ່ນ ແລະບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ.
23
ບັນດາຂ້າຣາຊການຂອງກະສັດອາໂມນໄດ້ວາງແຜນກະບົດຕໍ່ເພິ່ນ ແລະໄດ້ຂ້າເພິ່ນເສຍຢູ່ໃນວັງ.
24
ແຕ່ຊາວຢູດາຍໄດ້ຂ້າພວກທີ່ເປັນກະບົດຕໍ່ກະສັດອາໂມນ ແລະແຕ່ງຕັ້ງເຈົ້າໂຢສີຢາລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດປົກຄອງແທນ.
25
ສິ່ງອື່ນທີ່ກະສັດອາໂມນໄດ້ກະທຳແມ່ນໄດ້ຖືກບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
26
ກະສັດອາໂມນໄດ້ຖືກຝັງໄວ້ໃນສວນຂອງອູຊາ; ແລ້ວເຈົ້າໂຢສີຢາລູກຊາຍຂອງເພິ່ນກໍຂຶ້ນປົກຄອງແທນ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→