bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 16
2 Kings 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 17 →
1
ໃນຣາຊການປີທີສິບເຈັດຂອງເຈົ້າເປກາລູກຊາຍຂອງເຣມາລີຢາ ກະສັດແຫ່ງອິດສະຣາເອນ; ເຈົ້າອາຮາດລູກຊາຍຂອງເຈົ້າໂຢທາມໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
2
ເມື່ອເພິ່ນອາຍຸໄດ້ຊາວປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາສິບຫົກປີ. ເພິ່ນບໍ່ໄດ້ປະພຶດຕາມແບບຢ່າງອັນດີງາມຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ, ແຕ່ເພິ່ນໄດ້ກະທຳໃນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນບໍ່ພໍໃຈ
3
ແລະປະພຶດຕາມແບບຢ່າງຂອງບັນດາກະສັດແຫ່ງອິດສະຣາເອນ. ເພິ່ນໄດ້ເຜົາແມ່ນແຕ່ລູກຊາຍຂອງຕົນເອງຖວາຍບູຊາແກ່ບັນດາຮູບເຄົາຣົບ ໂດຍຮຽນເອົາແບບຢ່າງຂອງປະຊາຊົນທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໜີ ໃນຄາວທີ່ຊາວອິດສະຣາເອນໄດ້ບຸກໜ້າເຂົ້າມານັ້ນ.
4
ກະສັດອາຮາດຖວາຍເຄື່ອງເຜົາບູຊາ ແລະເຜົາເຄື່ອງຫອມໃນບ່ອນຂາບໄຫວ້ພະຂອງຄົນຕ່າງຊາດ ຢູ່ເທິງພູເຂົາແລະຢູ່ໃຕ້ຮົ່ມໄມ້ທຸກຕົ້ນ.
5
ກະສັດເຣຊິນແຫ່ງຊີເຣຍ ແລະກະສັດເປກາລູກຊາຍຂອງເຣມາລີຢາແຫ່ງອິດສະຣາເອນ ໄດ້ໂຈມຕີນະຄອນເຢຣູຊາເລັມ ແລະລ້ອມເມືອງໄວ້ ແຕ່ກໍຊະນະກະສັດອາຮາດບໍ່ໄດ້.
6
ໃນເວລາດຽວກັນນັ້ນ ກະສັດແຫ່ງເອໂດມ ໄດ້ຕີເອົາເມືອງເອລາດຄືນມາໄດ້ ແລະໄດ້ຂັບໄລ່ຊາວຢູດາທີ່ອາໄສຢູ່ໃນບ່ອນນັ້ນອອກໄປ. ຊາວເອໂດມໄດ້ຕັ້ງຖິ່ນຖານຢູ່ໃນເມືອງເອລາດ ແລະຍັງອາໄສຢູ່ໃນທີ່ນັ້ນຈົນເຖິງທຸກວັນນີ້.
7
ແລ້ວກະສັດອາຮາດກໍສົ່ງຄະນະທູດໄປຫາກະສັດຕີກະລາດປີເລເສ ກະສັດແຫ່ງອັດຊີເຣຍໂດຍມີຖ້ອຍຄຳດັ່ງນີ້: “ຂ້າພະເຈົ້າຄືຜູ້ຮັບໃຊ້ທີ່ສັດຊື່ຂອງທ່ານ ຂໍທ່ານກະລຸນາມາຊ່ວຍກູ້ເອົາຂ້າພະເຈົ້າ ຈາກອຳນາດຂອງກະສັດແຫ່ງຊີເຣຍ ແລະກະສັດແຫ່ງອິດສະຣາເອນ ທີ່ກຳລັງໂຈມຕີຂ້າພະເຈົ້າແດ່ທ້ອນ.”
8
ກະສັດອາຮາດໄດ້ເອົາເງິນກັບຄຳຈາກວິຫານຂອງພຣະເຈົ້າຢາເວ ແລະຄັງຂອງຣາຊວັງ ແລະສົ່ງໄປເປັນຂອງຂວັນໃຫ້ແກ່ກະສັດແຫ່ງອັດຊີເຣຍ.
9
ເພື່ອຕອບຄຳຂໍຮ້ອງຂອງກະສັດອາຮາດ ກະສັດຕີກະລາດປີເລເສໄດ້ຍົກທັບໄປຕໍ່ສູ້ນະຄອນດາມັສກັດ, ຢຶດເອົາເມືອງ, ຂ້າກະສັດເຣຊິນ ແລະຈັບເອົາປະຊາຊົນໄປເປັນຊະເລີຍທີ່ເມືອງກີຣະ.
10
ເມື່ອກະສັດອາຮາດໄປທີ່ນະຄອນດາມັສກັດ ເພື່ອພົບກະສັດຕີກະລາດປີເລເສ ເພິ່ນໄດ້ເຫັນແທ່ນບູຊາຢູ່ທີ່ນັ້ນ ຈຶ່ງສົ່ງແບບແທ່ນບູຊາພ້ອມທັງລາຍລະອຽດທຸກຢ່າງ ໄປໃຫ້ປະໂຣຫິດອູຣີຢາ.
11
ດັ່ງນັ້ນ ອູຣີຢາຈຶ່ງສ້າງແທ່ນບູຊາຄ້າຍຄືກັນ ແລະໄດ້ສ້າງໃຫ້ສຳເລັດກ່ອນທີ່ກະສັດອາຮາດກັບຄືນມາ.
12
ເມື່ອກະສັດອາຮາດໄດ້ກັບຄືນມາຈາກນະຄອນດາມັສກັດ ເພິ່ນກໍເຫັນວ່າແທ່ນບູຊາໄດ້ສ້າງສຳເລັດແລ້ວ;
13
ສະນັ້ນ ເພິ່ນຈຶ່ງເຜົາສັດຖວາຍ ແລະຖວາຍພືດຜົນເປັນເມັດທີ່ເທິງແທ່ນບູຊານັ້ນ ແລະໄດ້ຖອກເຫຼົ້າອະງຸ່ນພ້ອມທັງເລືອດເປັນເຄື່ອງຖວາຍບູຊາຂອງຕົນເອງໃສ່ເທິງແທ່ນນັ້ນ ເພື່ອຄວາມສາມັກຄີທຳ.
14
ສ່ວນແທ່ນບູຊາທອງສຳຣິດທີ່ຖືກອຸທິດຖວາຍແກ່ພຣະເຈົ້າຢາເວ ແມ່ນຕັ້ງຢູ່ລະຫວ່າງແທ່ນບູຊາຂອງເພິ່ນແລະວິຫານຂອງພຣະເຈົ້າຢາເວ; ສະນັ້ນ ກະສັດອາຮາດຈຶ່ງໄດ້ຍ້າຍແທນບູຊານັ້ນ ໄປຕັ້ງໄວ້ຢູ່ທາງຂ້າງເໜືອຂອງແທນບູຊາຂອງເພິ່ນ.
15
ແລ້ວເພິ່ນກໍໄດ້ສັ່ງປະໂຣຫິດອູຣີຢາວ່າ, “ແຕ່ບັດນີ້ໄປ ໃຫ້ເຈົ້າໃຊ້ແທ່ນບູຊາໃຫຍ່ຂອງເຮົານີ້ສຳລັບການເຜົາຖວາຍບູຊາໃນຕອນເຊົ້າ ແລະການຖວາຍພືດຜົນເປັນເມັດໃນຕອນແລງ, ສຳລັບເຄື່ອງບູຊາພືດຜົນເປັນເມັດຂອງກະສັດແລະຂອງປະຊາຊົນ ແລະສຳລັບການຖວາຍເຫຼົ້າອະງຸ່ນຂອງປະຊາຊົນ. ໃຫ້ນຳເອົາເລືອດສັດທຸກໂຕທີ່ຖືກຖວາຍເປັນເຄື່ອງບູຊາຖອກໃສ່ເທິງແທ່ນບູຊານີ້. ສ່ວນແທ່ນບູຊາທີ່ເປັນທອງສຳຣິດນັ້ນ ຈົ່ງປະໄວ້ໃຫ້ເຮົາເພື່ອໃຊ້ຖວາຍບູຊາສິ່ງສັກສິດ.”
16
ອູຣີຢາໄດ້ປະຕິບັດຕາມຄຳສັ່ງຂອງກະສັດທຸກປະການ.
17
ກະສັດອາຮາດໄດ້ມ້າງກວຽນທອງສຳຣິດ ແລະໄດ້ຍ້າຍຂັນໃຫຍ່ລົງຈາກກວຽນ. ເພິ່ນຍັງເອົາອ່າງທອງສຳຣິດອອກຈາກຫລັງງົວທອງສິບສອງໂຕ ແລ້ວເອົາໄປຕັ້ງໄວ້ຢູ່ເທິງຮາກຖານທີ່ເຮັດດ້ວຍຫີນ.
18
ເພື່ອເຮັດໃຫ້ກະສັດແຫ່ງອັດຊີເຣຍພໍໃຈ ກະສັດອາຮາດຍັງໄດ້ຍ້າຍທີ່ຕັ້ງບັນລັງຂອງກະສັດແລະປິດທາງເຂົ້າສ່ວນຕົວ ທີ່ກະສັດໃຊ້ເຂົ້າໄປໃນວິຫານຂອງພຣະເຈົ້າຢາເວນັ້ນເສຍ.
19
ສິ່ງອື່ນທີ່ກະສັດອາຮາດໄດ້ກະທຳແມ່ນໄດ້ບັນທຶກໄວ້ໃນ ປື້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ.
20
ກະສັດອາຮາດໄດ້ຕາຍໄປແລະຖືກຝັງໄວ້ໃນອຸບມຸງແຫ່ງກະສັດທີ່ເມືອງຂອງດາວິດ. ແລ້ວເຈົ້າເຮເຊກີຢາລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→