bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 11
2 Kings 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 12 →
1
ເມື່ອອາທາລີຢາແມ່ຂອງກະສັດອາຮາຊີຢາຮູ້ວ່າລູກຊາຍຂອງຕົນຖືກຂ້າ; ຍານາງຈຶ່ງອອກຄຳສັ່ງປະຫານເຊື້ອວົງຂອງກະສັດທຸກຄົນ.
2
ແຕ່ໂຢອາດ ລູກຊາຍຂອງກະສັດອາຮາຊີຢາປົບໜີໄປໄດ້. ລາວເກືອບຖືກຂ້າພ້ອມກັບພວກອື່ນໆ, ແຕ່ເຢໂຮເຊບາ ປ້າຂອງລາວຊ່ວຍຊີວິດລາວໄວ້ໄດ້. ເຢໂຮເຊບາເປັນລູກສາວຂອງກະສັດໂຢຣາມ ແລະເປັນນ້ອງຕ່າງແມ່ຂອງກະສັດອາຮາຊີຢາ. ນາງເຢໂຮເຊບາໄດ້ພາໂຢອາດກັບແມ່ລ້ຽງຂອງລາວເຂົ້າໄປໃນຫ້ອງນອນທີ່ພຣະວິຫານ ແລະເຊື່ອງລາວໄວ້ຈາກຍານາງອາທາລີຢາເພື່ອວ່າລາວຈະບໍ່ໄດ້ຖືກຂ້າ.
3
ເຢໂຮເຊບາໄດ້ເປັນຜູ້ດູແລເບິ່ງແຍງໂຢອາດ ແລະເຊື່ອງລາວໄວ້ຢູ່ໃນວິຫານຂອງພຣະເຈົ້າຢາເວເປັນເວລາຫົກປີ ໃນໄລຍະທີ່ຍານາງອາທາລີຢາເປັນຣາຊີນີປົກຄອງຢູ່ນັ້ນ.
4
ແຕ່ໃນປີທີເຈັດ ປະໂຣຫິດເຢໂຮຍອາດາໄດ້ສົ່ງຄົນໄປນຳເອົາພວກນາຍທະຫານທີ່ຮັບຜິດຊອບຄົນຍາມປະຈຳກະສັດ ແລະນາຍຍາມປະຈຳວັງໃຫ້ມາທີ່ວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ເຮັດພັນທະສັນຍາກັບພວກເຂົາໂດຍໃຫ້ສາບານທີ່ວິຫານຂອງພຣະເຈົ້າຢາເວວ່າ ຈະເຮັດຕາມແຜນທີ່ເພິ່ນວາງໄວ້. ເພິ່ນພາໂຢອາດ ລູກຊາຍຂອງກະສັດອາຮາຊີຢາ ອອກມາພົບພວກເຂົາ;
5
ແລະເພິ່ນໄດ້ໃຫ້ຄຳສັ່ງແກ່ພວກເຂົາດັ່ງນີ້: “ເມື່ອພວກທ່ານມາປະຕິບັດໜ້າທີ່ໃນວັນຊະບາໂຕ, ໃຫ້ຄົນໜຶ່ງສ່ວນສາມໃນພວກທ່ານເຝົ້າຍາມຣາຊວັງ;
6
ໃຫ້ສ່ວນໜຶ່ງຢືນຍາມປະຕູເມືອງສູເຣ ແລະໃຫ້ສ່ວນທີສາມຢືນເຝົ້າປະຕູເມືອງ ທາງດ້ານຫລັງຂອງພວກທະຫານຍາມອື່ນໆ.
7
ສ່ວນສອງໝວດທີ່ອອກຈາກເວນຍາມໃນວັນຊະບາໂຕ ໃຫ້ຢືນຍາມທີ່ວິຫານຂອງພຣະເຈົ້າຢາເວເພື່ອປ້ອງກັນກະສັດ.
8
ພວກທ່ານຈົ່ງປ້ອງກັນຮັກສາກະສັດໂຢອາດ, ຕຽມດາບອອກຈາກຝັກ ແລະໃຫ້ຢູ່ກັບເພິ່ນໃນທຸກທີ່ທຸກບ່ອນທີ່ເພິ່ນໄປ. ຜູ້ໃດຜູ້ໜຶ່ງທີ່ເຂົ້າມາໃກ້ ໃຫ້ຂ້າຜູ້ນັ້ນໂລດ.”
9
ພວກນາຍທະຫານໄດ້ປະຕິບັດຕາມຄຳແນະນຳຂອງເຢໂຮຍອາດາ ແລະນຳເອົາພວກທະຫານມາຫາເພິ່ນ ຄືພວກທະຫານທີ່ອອກຈາກເວນຍາມໃນວັນຊະບາໂຕ ແລະພວກທະຫານທີ່ເຂົ້າເວນຍາມ.
10
ເຢໂຮຍອາດາໄດ້ເອົາຫອກຫລາຍດວງ ແລະໂລ້ຕ້ານທານຂອງກະສັດດາວິດທີ່ໄດ້ເກັບຮັກສາໄວ້ໃນວິຫານຂອງພຣະເຈົ້າຢາເວນັ້ນ ມອບໃຫ້ພວກນາຍທະຫານ.
11
ເພິ່ນໄດ້ວາງທະຫານທີ່ຖືດາບຕຽມພ້ອມໄວ້ອ້ອມທາງໜ້າພຣະວິຫານ ເພື່ອປ້ອງກັນກະສັດ.
12
ແລ້ວເຢໂຮຍອາດາກໍພາໂຢອາດອອກມາ, ສວມມົງກຸດໃສ່ຫົວໃຫ້ເພິ່ນ ແລະມອບກົດບັນຍັດການປົກຄອງ ຊຶ່ງເປັນເອກະສານສະແດງເຖິງຕຳແໜ່ງຂອງກະສັດໃຫ້ເພິ່ນ. ໂຢອາດໄດ້ຮັບການຫົດສົງແຕ່ງຕັ້ງໃຫ້ເປັນກະສັດ. ປະຊາຊົນພາກັນຕົບມື ແລະຮ້ອງໂຮຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ.”
13
ເມື່ອຣາຊີນີໄດ້ຍິນສຽງຂອງພວກທະຫານ ແລະປະຊາຊົນ, ຍານາງກໍຟ້າວໄປທີ່ວິຫານຂອງພຣະເຈົ້າຢາເວ ບ່ອນທີ່ປະຊາຊົນກຳລັງຊຸມນຸມກັນຢູ່.
14
ຍານາງຫລຽວເຫັນກະສັດຄົນໃໝ່ຢືນໃກ້ເສົາທາງເຂົ້າພຣະວິຫານ ຕາມທຳນຽມທີ່ມີມາ. ພວກນາຍທະຫານ ແລະພວກເປົ່າແກໄດ້ອ້ອມກະສັດໄວ້ ແລະປະຊາຊົນຕ່າງກໍຮ້ອງໂຮດ້ວຍຄວາມຊົມຊື່ນຍິນດີ ແລະທັງເປົ່າແກສຽງດັງສະໜັ່ນ. ຍານາງອາທາລີຢາໄດ້ຈີກເສື້ອຂອງຕົນດ້ວຍຄວາມທຸກໃຈຢ່າງໜັກ ແລະຮ້ອງຂຶ້ນວ່າ, “ພວກກະບົດ ພວກກະບົດ.”
15
ເຢໂຮຍອາດາບໍ່ຢາກໃຫ້ຍານາງອາທາລີຢາຖືກຂ້າຢູ່ໃນບໍລິເວນວິຫານຂອງພຣະເຈົ້າຢາເວ ສະນັ້ນ ເພິ່ນຈຶ່ງບອກພວກນາຍທະຫານວ່າ, “ພານາງຜ່ານແຖວທະຫານຍາມອອກໄປ ແລະໃຫ້ຂ້າທຸກຄົນທີ່ພະຍາຍາມຊ່ວຍກູ້ເອົານາງໄວ້.”
16
ພວກເຂົາໄດ້ຈັບເອົານາງພາໄປທີ່ຣາຊວັງ ແລະຂ້ານາງເສຍທີ່ປະຕູຄອກມ້າ.
17
ປະໂຣຫິດເຢໂຮຍອາດາໄດ້ໃຫ້ກະສັດໂຢອາດແລະປະຊາຊົນເຮັດພັນທະສັນຍາຕໍ່ພຣະເຈົ້າຢາເວວ່າ ພວກຕົນຈະເປັນປະຊາຊົນຂອງພຣະເຈົ້າຢາເວ; ເພິ່ນຍັງໄດ້ເຮັດພັນທະສັນຍາລະຫວ່າງກະສັດແລະປະຊາຊົນ.
18
ແລ້ວປະຊາຊົນກໍໄປມ້າງວິຫານພະບາອານຖິ້ມ; ພວກເຂົາທຸບແທ່ນບູຊາ ແລະຮູບເຄົາຣົບ ພ້ອມທັງໄດ້ຂ້າມັດຕານ ປະໂຣຫິດພະບາອານຕໍ່ໜ້າແທ່ນບູຊາ. ຕໍ່ມາ ເຢໂຮຍອາດາກໍຈັດໃຫ້ມີທະຫານຍາມປະຈຳໜ້າທີ່ຢູ່ໃນວິຫານຂອງພຣະເຈົ້າຢາເວ,
19
ແລ້ວເພິ່ນເອງພ້ອມທັງບັນດານາຍທະຫານ, ນາຍຍາມປະຈຳຕົວກະສັດ ແລະພວກນາຍຍາມປະຈຳວັງ ກໍໄດ້ແຫ່ກະສັດອອກຈາກວິຫານຂອງພຣະເຈົ້າຢາເວໄປສູ່ຣາຊວັງ ຕິດຕາມໄປດ້ວຍປະຊາຊົນ. ເຈົ້າໂຢອາດຜ່ານໄປທາງປະຕູທີ່ມີທະຫານຍາມ ແລະຂຶ້ນນັ່ງເທິງບັນລັງຂອງກະສັດ.
20
ປະຊາຊົນທຸກຄົນຕ່າງກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະນະຄອນເຢຣູຊາເລັມກໍມີຄວາມສະຫງົບສຸກ ສ່ວນຍານາງອາທາລີຢານັ້ນໄດ້ຖືກຂ້າໃນຣາຊວັງ.
21
ເຈົ້າໂຢອາດຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸໄດ້ເຈັດປີ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25