bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 10
2 Kings 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 11 →
1
ກະສັດອາຮາບມີລູກຫລານເຈັດສິບຄົນ ທີ່ນະຄອນຊາມາເຣຍ. ເຢຮູໄດ້ຂຽນຈົດໝາຍສົ່ງໄປຫາບັນດາຜູ້ປົກຄອງເມືອງ, ບັນດາຜູ້ນຳປະຊາຊົນ ແລະບັນດາຜູ້ເບິ່ງແຍງລູກຫລານຂອງກະສັດອາຮາບ. ຈົດໝາຍນັ້ນມີເນື້ອຄວາມດັ່ງນີ້:
2
“ພວກທ່ານຜູ້ມີໜ້າທີ່ເບິ່ງແຍງລູກຫລານຂອງກະສັດ ພວກທ່ານມີພຽບພ້ອມທັງລົດຮົບ, ມ້າ, ອາວຸດ ແລະເມືອງຕ່າງໆທີ່ມີປ້ອມປ້ອງກັນອັນແໜ້ນໜາ. ດັ່ງນັ້ນ ເມື່ອພວກທ່ານໄດ້ຮັບຈົດໝາຍນີ້ແລ້ວ
3
ຂໍໃຫ້ພວກທ່ານເລືອກເອົາຜູ້ໜຶ່ງ ທີ່ມີຄຸນສົມບັດດີໃນບັນດາລູກຫລານຂອງກະສັດ, ແຕ່ງຕັ້ງລາວໃຫ້ເປັນກະສັດ ແລະໃຫ້ລາວຕໍ່ສູ້ເພື່ອປ້ອງກັນລາວເອງ.”
4
ແລ້ວພວກຜູ້ປົກຄອງນະຄອນຊາມາເຣຍຕ່າງກໍຢ້ານກົວຫລາຍ ຈຶ່ງເວົ້າກັນວ່າ, “ພວກເຮົາຈະຄັດຄ້ານເຢຮູໄດ້ຢ່າງໃດ ໃນເມື່ອກະສັດໂຢຣາມ ແລະກະສັດອາຮາຊີຢາກໍຍັງຕໍ່ຕ້ານລາວບໍ່ໄດ້.”
5
ສະນັ້ນ ຂ້າຣາຊການຜູ້ກຳກັບຣາຊວັງ ແລະຂ້າຣາຊການຜູ້ປົກຄອງເມືອງ ພ້ອມດ້ວຍຜູ້ນຳປະຊາຊົນ ແລະພວກຜູ້ເບິ່ງແຍງລູກຫລານຂອງກະສັດ ຈຶ່ງສົ່ງຂໍ້ຄວາມໄປຫາເຢຮູວ່າ, “ພວກຂ້າພະເຈົ້າເປັນຜູ້ຮັບໃຊ້ທ່ານ ແລະພ້ອມແລ້ວທີ່ຈະປະຕິບັດຕາມທຸກສິ່ງທີ່ທ່ານສັ່ງ. ແຕ່ພວກຂ້າພະເຈົ້າຈະບໍ່ແຕ່ງຕັ້ງຜູ້ໃດຜູ້ໜຶ່ງໃຫ້ເປັນກະສັດ; ຈົ່ງເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດເຖີດ.”
6
ແລ້ວເຢຮູກໍໄດ້ຂຽນຈົດໝາຍໄປຫາພວກເຫຼົ່ານີ້ອີກວ່າ, “ຖ້າພວກທ່ານຢູ່ຝ່າຍຂ້າພະເຈົ້າ ແລະພ້ອມທີ່ຈະປະຕິບັດຕາມຄຳສັ່ງ, ມື້ອື່ນໃນເວລາດຽວກັນນີ້ ຂໍໃຫ້ເອົາຫົວພວກລູກຫລານກະສັດອາຮາບ ມາໃຫ້ຂ້າພະເຈົ້າທີ່ເມືອງຢິດຊະເຣນນີ້.” ລູກຫລານເຈັດສິບຄົນ ຂອງກະສັດອາຮາບຢູ່ໃຕ້ການດູແລເບິ່ງແຍງ ຂອງບັນດາຜູ້ນຳຂອງນະຄອນຊາມາເຣຍຜູ້ລ້ຽງດູພວກເຂົາມາຈົນໃຫຍ່.
7
ເມື່ອໄດ້ຮັບຈົດໝາຍຂອງເຢຮູແລ້ວ, ບັນດາຜູ້ນຳນະຄອນຊາມາເຣຍກໍຂ້າລູກຫລານຂອງກະສັດອາຮາບທັງໝົດເຈັດສິບຄົນ, ເອົາຫົວພວກເຂົາໃສ່ກະຕ່າ ແລະສົ່ງໄປໃຫ້ເຢຮູທີ່ເມືອງຢິດຊະເຣນ.
8
ເມື່ອມີຄົນບອກເຢຮູວ່າ ຫົວພວກລູກຫລານກະສັດອາຮາບຖືກນຳມາຮອດແລ້ວ ເພິ່ນກໍສັ່ງໃຫ້ເອົາຫົວເຫຼົ່ານັ້ນກອງຂຶ້ນເປັນສອງກອງທີ່ປະຕູເມືອງ ແລະປະໄວ້ຢູ່ຫັ້ນຈົນເຖິງມື້ອື່ນເຊົ້າ.
9
ມື້ເຊົ້າມາ ເຢຮູໄດ້ໄປທີ່ປະຕູເມືອງ ແລະກ່າວຕໍ່ພວກທີ່ຢູ່ໃນບ່ອນນັ້ນວ່າ, “ຂ້າພະເຈົ້າເອງເປັນຜູ້ກະບົດຕໍ່ກະສັດໂຢຣາມ ແລະໄດ້ຂ້າເພິ່ນ; ພວກທ່ານບໍ່ແມ່ນຜູ້ຮັບຜິດຊອບໃນເລື່ອງນີ້, ແຕ່ແມ່ນໃຜທີ່ຂ້າຄົນເຫຼົ່ານີ້?
10
ນີ້ກໍສະແດງໃຫ້ເຫັນວ່າທຸກຖ້ອຍຄຳຂອງພຣະເຈົ້າຢາເວທີ່ພຣະເຈົ້າຢາເວໄດ້ກ່າວກ່ຽວກັບພວກລູກຫລານຂອງກະສັດອາຮາບໄດ້ກາຍເປັນຈິງ. ພຣະເຈົ້າຢາເວໄດ້ເຮັດຕາມທີ່ພຣະອົງໄດ້ກ່າວໄວ້ ຜ່ານທາງເອລີຢາຜູ້ຮັບໃຊ້ຂອງພຣະອົງ.”
11
ແລ້ວເຢຮູກໍໄດ້ຂ້າຍາດຕິພີ່ນ້ອງຄົນອື່ນໆທັງໝົດຂອງກະສັດອາຮາບທີ່ຢູ່ໃນເມືອງຢິດຊະເຣນ ທັງຂ້າພວກນາຍທະຫານທຸກຄົນ, ໝູ່ເພື່ອນທີ່ໃກ້ຊິດ ແລະພວກປະໂຣຫິດດ້ວຍ; ບໍ່ມີໃຜເຫຼືອຢູ່ເລີຍ.
12
ຕໍ່ມາ ເຢຮູກໍອອກຈາກເມືອງຢິດຊະເຣນໄປທີ່ນະຄອນຊາມາເຣຍ. ເມື່ອຕາມທາງໄປຮອດບ່ອນທີ່ເອີ້ນວ່າ, “ຄ້າຍຜູ້ລ້ຽງແກະ.”
13
ເພິ່ນກໍພົບພວກຍາດຕິພີ່ນ້ອງຂອງກະສັດອາຮາຊີຢາແຫ່ງຢູດາຍ ຈຶ່ງຖາມວ່າ, “ພວກເຈົ້າແມ່ນໃຜ?” ພວກເຂົາຕອບວ່າ, “ພວກເຮົາແມ່ນຍາດຕິພີ່ນ້ອງຂອງກະສັດອາຮາຊີຢາ ພວກເຮົາກຳລັງຈະລົງໄປເມືອງຢິດຊະເຣນ ເພື່ອຢ້ຽມຢາມລູກຫລານຍານາງເຢເຊເບນ ແລະເຊື້ອວົງທຸກຄົນຂອງກະສັດ.”
14
ເຢຮູສັ່ງວ່າ, “ໃຫ້ຈັບພວກເຂົາທັງເປັນ.” ພວກທະຫານໄດ້ໄລ່ຈັບພວກເຂົາ ແລະເຢຮູໄດ້ຂ້າພວກເຂົາໃກ້ກັບຂຸມເບັດ-ອີເກັດ. ຄົນເຫຼົ່ານີ້ລວມທັງໝົດມີສີ່ສິບສອງຄົນ ແລະບໍ່ມີໃຜລອດຊີວິດ.
15
ແລ້ວເຢຮູກໍໄດ້ອອກເດີນທາງຕໍ່ໄປ ເມື່ອຕາມທາງໄປນັ້ນເພິ່ນໄດ້ພົບໂຢນາດາບລູກຊາຍຂອງເຣກາບ. ເຢຮູຈຶ່ງຄຳນັບລາວ ແລະເວົ້າວ່າ, “ທ່ານ ແລະຂ້າພະເຈົ້າມີຄວາມຄິດແບບດຽວກັນ ທ່ານຈະສະໜັບສະໜູນຂ້າພະເຈົ້າຫລືບໍ່?” ໂຢນາດາບຕອບວ່າ, “ຈະສະໜັບສະໜູນ.” ເຢຮູບອກວ່າ, “ຖ້າດັ່ງນັ້ນ ຍື່ນມືຂອງທ່ານມາເບິ່ງດູ” ທັງສອງຈັບມືກັນ ແລະເຢຮູໄດ້ດຶງເອົາໂຢນາດາບຂຶ້ນລົດມ້າໄປນຳຕົນ
16
ທັງກ່າວວ່າ, “ໄປກັບຂ້າພະເຈົ້າ ແລະທ່ານຈະເຫັນດ້ວຍຕົນເອງວ່າ ຂ້າພະເຈົ້າມີຄວາມສັດຊື່ຕໍ່ພຣະເຈົ້າຢາເວສໍ່າໃດ?” ທັງສອງໄດ້ຂີ່ລົດມ້າໄປນະຄອນຊາມາເຣຍດ້ວຍກັນ.
17
ເມື່ອໄປຮອດທີ່ນັ້ນແລ້ວ ເຢຮູໄດ້ຂ້າຍາດຕິພີ່ນ້ອງທຸກຄົນຂອງກະສັດອາຮາບ ໂດຍບໍ່ເຫລືອຈັກຄົນ. ນີ້ຄືເຫດການທີ່ເກີດຂຶ້ນຕາມຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກໄວ້ກັບເອລີຢາ.
18
ເຢຮູໄດ້ເອີ້ນເອົາຊາວຊາມາເຣຍທຸກຄົນມາ ແລະບອກວ່າ, “ກະສັດອາຮາບໄດ້ຮັບໃຊ້ພະບາອານພຽງແຕ່ໜ້ອຍດຽວ ສ່ວນຂ້າພະເຈົ້າຈະຮັບໃຊ້ພະບາອານຫລາຍກວ່າເພິ່ນອີກ.
19
ຈົ່ງເອີ້ນເອົາບັນດາຜູ້ທຳນວາຍພະບາອານທຸກຄົນມາ ພ້ອມທັງຜູ້ທີ່ຂາບໄຫວ້ພະນີ້ ຕະຫລອດບັນດາປະໂຣຫິດຂອງພະບາອານທຸກຄົນດ້ວຍ. ຢ່າໄດ້ຍົກເວັ້ນຜູ້ໃດເລີຍ; ຂ້າພະເຈົ້າຈະຖວາຍເຄື່ອງບູຊາອັນຍິ່ງໃຫຍ່ແກ່ພະບາອານ ແລະຜູ້ໃດກໍຕາມທີ່ບໍ່ຍອມມາ ກໍຈະຖືກຂ້າ.” (ນີ້ເປັນກົນຫລອກລວງຂອງເຢຮູ ຄວາມຈິງແລ້ວເພິ່ນໝາຍຈະຂ້າທຸກຄົນທີ່ຂາບໄຫວ້ພະບາອານ.)
20
ແລ້ວເຢຮູກໍອອກຄຳສັ່ງວ່າ, “ຈົ່ງປະກາດຕັ້ງມື້ຂາບໄຫວ້ ເພື່ອເປັນການໃຫ້ກຽດພະບາອານ.” ແລ້ວການປະກາດກໍມີຂຶ້ນ
21
ແລະເຢຮູໄດ້ອອກຄຳສັ່ງໄປທົ່ວດິນແດນອິດສະຣາເອນ. ພວກທີ່ຂາບໄຫວ້ພະບາອານກໍພາກັນມາ ແລະບໍ່ມີໃຜທີ່ບໍ່ຍອມມາ. ທຸກຄົນໄດ້ເຂົ້າໄປໃນວິຫານພະບາອານຈົນເຕັມທົ່ວທຸກບ່ອນ.
22
ແລ້ວເຢຮູກໍສັ່ງໃຫ້ປະໂຣຫິດທີ່ເປັນຜູ້ຮັບຜິດຊອບເສື້ອຄຸມສັກສິດ ນຳເອົາເສື້ອຄຸມອອກມາແຈກໃຫ້ພວກທີ່ຂາບໄຫວ້ນັ້ນນຸ່ງ.
23
ຫລັງຈາກນັ້ນ ເຢຮູ ແລະໂຢນາດາບລູກຊາຍຂອງເຣກາບ ກໍເຂົ້າໄປໃນວິຫານ ແລະກ່າວຕໍ່ທຸກຄົນໃນທີ່ນັ້ນວ່າ, “ຈົ່ງໃຫ້ແນ່ໃຈວ່າ ມີແຕ່ຜູ້ຂາບໄຫວ້ພະບາອານເທົ່ານັ້ນຢູ່ທີ່ນີ້ ແລະຢ່າໃຫ້ຄົນທີ່ນະມັດສະການພຣະເຈົ້າຢາເວເຂົ້າມາໃນບ່ອນນີ້.”
24
ແລ້ວເຢຮູກັບໂຢນາດາບກໍໄດ້ເຂົ້າໄປຂ້າງໃນ ເພື່ອຖວາຍເຄື່ອງບູຊາ ແລະເຄື່ອງເຜົາບູຊາຕໍ່ພະບາອານ. ເຢຮູວາງທະຫານແປດສິບຄົນ ໄວ້ທາງນອກວິຫານ ແລະໄດ້ແນະນຳພວກເຂົາວ່າ, “ພວກເຈົ້າຕ້ອງຂ້າຄົນເຫຼົ່ານີ້ທັງໝົດ; ຜູ້ໃດຜູ້ໜຶ່ງທີ່ປ່ອຍໃຫ້ຄົນໃດຄົນໜຶ່ງປົບໜີໄປໄດ້ ຈະຕ້ອງຊົດໃຊ້ດ້ວຍຊີວິດຕົນເອງ.”
25
ພໍເຢຮູຖວາຍເຄື່ອງບູຊາແລ້ວ ເພິ່ນກໍສັ່ງພວກທະຫານຍາມ ແລະບັນດານາຍທະຫານວ່າ, “ຈົ່ງເຂົ້າໄປຂ້າພວກເຂົາທຸກຄົນ, ຢ່າໃຫ້ມີໃຜລອດໄປໄດ້.” ພວກເຂົາຊັກດາບອອກຂ້າທຸກຄົນ ແລະລາກຊາກສົບອອກໄປຂ້າງນອກ. ຫລັງຈາກນັ້ນກໍເຂົ້າໄປທີ່ຫ້ອງຊັ້ນໃນວິຫານ
26
ດຶງເອົາເສົາສັກສິດຢູ່ໃນທີ່ນັ້ນອອກມາຈູດ.
27
ພວກເຂົາໄດ້ທຳລາຍເສົາຂອງພະບາອານ, ວິຫານຂອງພະບາອານ ແລະເຮັດໃຫ້ເປັນວິດຖ່າຍ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້.
28
ການທີ່ເຢຮູໄດ້ກວາດລ້າງພວກທີ່ຂາບໄຫວ້ພະບາອານ ຢູ່ໃນຊາດອິດສະຣາເອນກໍເປັນດັ່ງນີ້ແຫລະ.
29
ແຕ່ເພິ່ນໄດ້ເຮັດບາບຕາມແບບຢ່າງຂອງກະສັດເຢໂຣໂບອາມລູກຊາຍຂອງເນບັດ ຜູ້ທີ່ນຳພາອານາຈັກອິດສະຣາເອນເຮັດບາບໂດຍຂາບໄຫວ້ຮູບງົວຄຳ ທີ່ຖືກສ້າງຂຶ້ນໄວ້ໃນເມືອງເບັດເອນແລະເມືອງດານ.
30
ພຣະເຈົ້າຢາເວກ່າວຕໍ່ເຢຮູວ່າ, “ເຈົ້າໄດ້ເຮັດຕໍ່ພວກລູກຫລານອາຮາບທຸກສິ່ງ ຕາມທີ່ເຮົາຕ້ອງການໃຫ້ເຈົ້າເຮັດ. ດັ່ງນັ້ນ ເຮົາຈຶ່ງຂໍສັນຍາວ່າ, ພວກລູກຫລານຂອງເຈົ້າຈະຂຶ້ນເປັນກະສັດ ປົກຄອງອານາຈັກອິດສະຣາເອນຈົນເຖິງສີ່ຊົ່ວເຊັ່ນຄົນ.”
31
ແຕ່ເຢຮູບໍ່ໄດ້ເຊື່ອຟັງກົດບັນຍັດຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນດ້ວຍສຸດຈິດສຸດໃຈຂອງເພິ່ນ. ເພິ່ນໄດ້ເອົາແບບຢ່າງຂອງເຢໂຣໂບອາມຜູ້ທີ່ໄດ້ນຳພາຊາດອິດສະຣາເອນເຮັດບາບ.
32
ໃນເວລານັ້ນ ພຣະເຈົ້າຢາເວໄດ້ເລີ່ມເຮັດໃຫ້ເຂດແດນຂອງຊາດອິດສະຣາເອນແຄບລົງ. ກະສັດຮາຊາເອນແຫ່ງຊີເຣຍໄດ້ຕີເອົາເຂດແດນຂອງຊາດອິດສະຣາເອນໄດ້ຫລາຍບ່ອນຄື:
33
ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຈົນຮອດທາງທິດໃຕ້ຂອງເມືອງອາໂຣເອ ຕາມຝັ່ງແມ່ນໍ້າອາກໂນນ ລວມທັງເຂດແດນຕ່າງໆໃນກີເລອາດ ແລະບາຊານບ່ອນທີ່ຊາວເຜົ່າກາດ, ເຜົ່າຣູເບັນ ແລະເຜົ່າມານາເຊຕາເວັນອອກອາໄສຢູ່.
34
ສິ່ງອື່ນໆທີ່ເຢຮູໄດ້ກະທຳ ຕະຫລອດທັງເລື່ອງຄວາມອົງອາດກ້າຫານຂອງເພິ່ນ ແມ່ນໄດ້ຖືກບັນທຶກໄວ້ ໃນປື້ມປະຫວັດສາດຂອງບັນດາກະສັດແຫ່ງຊາດອິດສະຣາເອນ.
35
ເພິ່ນໄດ້ຕາຍໄປ ແລະຖືກຝັງໄວ້ທີ່ນະຄອນຊາມາເຣຍ. ເຢໂຮອາຮາດ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
36
ເຢຮູເປັນກະສັດແຫ່ງອິດສະຣາເອນ ແລະປົກຄອງຢູ່ທີ່ນະຄອນຊາມາເຣຍ ເປັນເວລາຊາວແປດປີ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→