bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 19
2 Kings 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 20 →
1
ພໍກະສັດເຮເຊກີຢາໄດ້ຍິນຄຳລາຍງານ ເພິ່ນກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມໂສກເສົ້າເສຍໃຈ, ນຸ່ງຜ້າກະສອບເຂົ້າ ແລະໄປທີ່ວິຫານຂອງພຣະເຈົ້າຢາເວ.
2
ເພິ່ນໄດ້ສັ່ງໃຫ້ເອລີອາກິມ ຜູ້ຮັບຜິດຊອບຣາຊວັງ; ເຊັບນາເລຂາທິການ; ແລະພວກປະໂຣຫິດຜູ້ອາວຸໂສໄປຫາຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດ. ພວກນີ້ຕ່າງກໍນຸ່ງຜ້າກະສອບເຂົ້າຄືກັນ.
3
ນີ້ແມ່ນຖ້ອຍຄຳທີ່ເພິ່ນໄດ້ບອກໃຫ້ພວກເຂົາເວົ້າກັບເອຊາຢາ: “ວັນນີ້ ເປັນມື້ແຫ່ງຄວາມທົນທຸກ; ພວກຂ້າພະເຈົ້າຖືກລົງໂທດ ແລະຖືກອັບອາຍຂາຍໜ້າ. ພວກຂ້າພະເຈົ້າເປັນດັ່ງຍິງທີ່ກຳລັງຈະຄອດລູກ, ແຕ່ບໍ່ມີແຮງພໍເບັ່ງລູກອອກ.
4
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນສູງຂອງເພິ່ນ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ໄດ້ຍິນຄຳໝິ່ນປະໝາດນີ້ ແລະຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານລົງໂທດຜູ້ທີ່ກ່າວດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າ ສຳລັບປະຊາຊົນຂອງພວກເຮົາທີ່ລອດຊີວິດຢູ່ນີ້ດ້ວຍເທີ້ນ.”
5
ເມື່ອເອຊາຢາໄດ້ຮັບຂ່າວຈາກກະສັດເຮເຊກີຢາແລ້ວ
6
ເພິ່ນກໍໄດ້ສົ່ງຄຳຕອບຄືນໄປວ່າ, “ພຣະເຈົ້າຢາເວບອກທ່ານວ່າ ‘ຢ່າຊູ່ຢ້ານຖ້ອຍຄຳທັງຫລາຍທີ່ທ່ານໄດ້ຍິນ ຊຶ່ງຂ້າຣາຊການຂອງກະສັດແຫ່ງອັດຊີເຣຍໄດ້ກ່າວປະຈານເຮົາ.
7
ເຮົາຈະບັນດານໃຫ້ກະສັດໄດ້ຍິນຂ່າວຊ່າລື ຊຶ່ງຈະເຮັດໃຫ້ລາວກັບຄືນເມືອປະເທດຂອງລາວ ແລະເຮົາຈະເຮັດໃຫ້ລາວຖືກຂ້າຢູ່ທີ່ນັ້ນ.”’
8
ຂ້າຣາຊການອັດຊີເຣຍໄດ້ຍິນວ່າ ກະສັດໄດ້ອອກແຕ່ເມືອງລາກິດໄປ ແລະກຳລັງສູ້ຮົບຢູ່ໃກ້ໆກັບເມືອງລິບນາ ລາວຈຶ່ງໄປປຶກສານຳເພິ່ນຢູ່ທີ່ນັ້ນ.
9
ຂ່າວໄດ້ຊ່າລືໄປເຖິງຫູຊາວອັດຊີເຣຍວ່າ ກອງທັບປະເທດເອຢິບກຳລັງມາໂຈມຕີພວກເຂົາ ຊຶ່ງນຳໂດຍກະສັດຕີຮາກາແຫ່ງເອທີໂອເປຍ. ເມື່ອກະສັດໄດ້ຍິນເຖິງຂ່າວນີ້ ເພິ່ນຈຶ່ງສົ່ງຈົດໝາຍໄປບອກກະສັດເຮເຊກີຢາແຫ່ງຢູດາຍວ່າ,
10
“ຢ່າໃຫ້ພຣະເຈົ້າຂອງທ່ານອົງທີ່ທ່ານໄວ້ວາງໃຈນັ້ນຫລອກລວງທ່ານ ໂດຍເວົ້າວ່ານະຄອນເຢຣູຊາເລັມຈະບໍ່ຕົກຢູ່ໃນກຳມືຂອງເຮົາ
11
ທ່ານຄົງໄດ້ຍິນແລ້ວວ່າ ກະສັດແຫ່ງອັດຊີເຣຍເຮັດຕໍ່ປະເທດທີ່ເພິ່ນຕັ້ງໃຈທຳລາຍນັ້ນຢ່າງໃດ. ທ່ານຄິດວ່າທ່ານໜີໄປໄດ້ຊັ້ນບໍ?
12
ບັນພະບຸລຸດຂອງຂ້າພະເຈົ້າໄດ້ທຳລາຍເມືອງໂກຊານ, ຮາຣານ ແລະເຣເຊັບ ແລະໄດ້ຂ້າຊາວເອເດນທີ່ອາໄສຢູ່ໃນເມືອງເຕລາສາ ແລະບໍ່ມີພະຕົນໃດໃນບັນດາພະຂອງພວກເຂົາຊ່ວຍພວກເຂົາໄວ້ໄດ້.
13
ບັນດາກະສັດແຫ່ງເມືອງຮາມັດ, ອັກປັດ, ເສຟາກວາອິມ, ເຮນາ ແລະອີວາ ໄປໃສໝົດແລ້ວ?”
14
ກະສັດເຮເຊກີຢາຮັບເອົາຈົດໝາຍຈາກມືຂອງພວກຜູ້ນຳຂ່າວມາອ່ານ. ແລ້ວເພິ່ນກໍໄປທີ່ວິຫານຂອງພຣະເຈົ້າຢາເວພືຈົດໝາຍນັ້ນອອກຊ້ອງໜ້າພຣະເຈົ້າຢາເວ
15
ແລະພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນເອີຍ ພຣະອົງນັ່ງຢູ່ເທິງບັນລັງຂອງພຣະອົງເໜືອເຄຣຸບ ພຣະອົງເທົ່ານັ້ນເປັນພຣະເຈົ້າທີ່ປົກຄອງທຸກອານາຈັກທົ່ວໂລກນີ້. ພຣະອົງໄດ້ສ້າງສະຫວັນ ແລະແຜ່ນດິນໂລກ.
16
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຫງ່ຽງຫູຟັງ, ຂ້າແດ່ພຣະເຈົ້າຢາເວ ເວລານີ້ຂໍຫລຽວເບິ່ງເຫດການທີ່ກຳລັງເກີດຂຶ້ນກັບພວກຂ້ານ້ອຍດ້ວຍ. ໂຜດຟັງຖ້ອຍຄຳທັງໝົດທີ່ເຊັນນາເກຣິບກຳລັງກ່າວໝິ່ນປະໝາດພຣະເຈົ້າອົງຊົງພຣະຊົນຢູ່.
17
ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍທັງໝົດຮູ້ຈັກວ່າ ກະສັດແຫ່ງອັດຊີເຣຍໄດ້ທຳລາຍຫລາຍຊົນຊາດມາແລ້ວ ແລະເຮັດໃຫ້ດິນແດນຕ່າງໆຂອງພວກເຂົາຮົກຮ້າງວາງເປົ່າ
18
ແລະທັງໄດ້ຈູດພະຕ່າງໆຂອງຊົນຊາດເຫຼົ່ານີ້ຖິ້ມດ້ວຍ ເພາະພະເຫຼົ່ານັ້ນບໍ່ແມ່ນພຣະເຈົ້າ ເປັນພຽງແຕ່ພະທີ່ມະນຸດສ້າງຂຶ້ນມາ ດ້ວຍໄມ້ແລະດ້ວຍຫີນເທົ່ານັ້ນ.
19
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ບັດນີ້ ຂໍພຣະອົງຊ່ວຍກູ້ເອົາພວກຂ້ານ້ອຍຈາກຊາວອັດຊີເຣຍດ້ວຍເຖີດ ເພື່ອວ່າຊົນຊາດຕ່າງໆໃນໂລກຈະຮູ້ວ່າ ພຣະອົງຊົງເປັນພຣະເຈົ້າຢາເວອົງດຽວເທົ່ານັ້ນ ທີ່ເປັນພຣະເຈົ້າ.”
20
ແລ້ວເອຊາຢາລູກຊາຍຂອງອາໂມດກໍສັ່ງຄວາມໄປຫາກະສັດເຮເຊກີຢາວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້ວ່າ: ຄຳພາວັນນາອະທິຖານຂອງທ່ານວ່າດ້ວຍເຊັນນາເກຣິບນັ້ນ ເຮົາໄດ້ຍິນແລ້ວ.
21
ຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວກ່ຽວກັບລາວເປັນດັ່ງນີ້: ‘ເຊັນນາເກຣິບເອີຍ ນະຄອນເຢຣູຊາເລັມຫົວຂວັນໃສ່ເຈົ້າ.
22
ເຈົ້າຄິດວ່າເຈົ້າກຳລັງກ່າວໝິ່ນປະໝາດ ແລະເຍາະເຍີ້ຍໃສ່ໃຜ? ເຈົ້າບໍ່ໄດ້ໃຫ້ຄວາມເຄົາຣົບແກ່ເຮົາ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.
23
ເຈົ້າໄດ້ສົ່ງພວກຜູ້ນຳຂ່າວຂອງເຈົ້າໄປເວົ້າອວດໃສ່ເຮົາວ່າ ດ້ວຍກອງລົດຮົບທັງໝົດ ເຈົ້າໄດ້ໄປຢຶດຄອງພູສູງເລບານອນຫລາຍໜ່ວຍ. ເຈົ້າເວົ້າອວດວ່າຢູ່ທີ່ນັ້ນເຈົ້າໄດ້ຕັດຕົ້ນແປກທີ່ສູງສຸດລົງ ແລະຕົ້ນແປກເທດທີ່ສວຍງາມທີ່ສຸດລົງ ແລະບອກວ່າເຈົ້າໄດ້ເຂົ້າໄປໃນປ່າເລິກທີ່ສຸດ.
24
ເຈົ້າເວົ້າອວດວ່າເຈົ້າໄດ້ຂຸດນໍ້າສ້າງຕ່າງໆ ໄດ້ດື່ມນໍ້າໃນຕ່າງແດນ ແລະວ່າຕີນທະຫານຂອງເຈົ້າໄດ້ຢຽບຢໍ່າແມ່ນໍ້າຕ່າງໆໃນເອຢິບຈົນບົກ.
25
ເຈົ້າບໍ່ເຄີຍໄດ້ຍິນບໍວ່າ ເຮົາໄດ້ຕຽມແຜນການທັງໝົດນີ້ໄວ້ແຕ່ດົນແລ້ວ? ແລະດຽວນີ້ເຮົາກໍປະຕິບັດຕາມແຜນການນັ້ນ. ເຮົາໃຫ້ເຈົ້າມີອຳນາດເພື່ອທຳລາຍເມືອງທີ່ມີປ້ອມປ້ອງກັນອັນແໜ້ນໜາໃຫ້ເພພັງລົງເປັນກອງຫີນ.
26
ປະຊາຊົນທີ່ອາໄສຢູ່ໃນບ່ອນນັ້ນຂາດອຳນາດ; ພວກເຂົາຢ້ານກົວຕົວສັ່ນເຊັນ ຕົກສະເງີ້ຈົນຫລົງສະຕິ. ພວກເຂົາປຽບດັ່ງຫຍ້າທີ່ທົ່ງນາ ຫລືຫຍ້າທີ່ປົ່ງຂຶ້ນຕາມຫລັງຄາເຮືອນທີ່ຖືກກະແສລົມຮ້ອນຈາກທິດຕາເວັນອອກພັດໃຫ້ແຫ້ງໄປ.
27
ແຕ່ເຮົາຮູ້ຈັກທຸກຢ່າງກ່ຽວກັບເຈົ້າ ບໍ່ວ່າເຈົ້າເຮັດຫຍັງຫລືໄປໃສ ເຮົາຮູ້ວ່າເຈົ້າກຽດຊັງເຮົາຫລາຍ.
28
ເຮົາໄດ້ຮັບຄຳລາຍງານກ່ຽວກັບຄວາມອວດອ້າງຂອງເຈົ້າ; ບັດນີ້ ເຮົາຈະເອົາຂໍເກາະດັງເຈົ້າ ແລະເອົາເຫຼັກງັບປາກເຈົ້າ ແລະຈະນຳເຈົ້າກັບຄືນເມືອທາງເສັ້ນເກົ່າ.”’
29
ແລ້ວເອຊາຢາກໍກ່າວແກ່ກະສັດເຮເຊກີຢາວ່າ, “ນີ້ແມ່ນໝາຍສຳຄັນເຖິງສິ່ງທີ່ຈະເກີດຂຶ້ນ. ໃນປີນີ້ແລະປີໜ້າ ທ່ານຈະໄດ້ກິນແຕ່ເຂົ້າທີ່ເກີດຂຶ້ນຕາມປ່າເທົ່ານັ້ນ, ແຕ່ໃນປີຕໍ່ໄປທ່ານຈະໄດ້ປູກພືດແລະເກັບກ່ຽວ ແລະຈະໄດ້ປູກຕົ້ນອະງຸ່ນກັບກິນໝາກຂອງມັນ.
30
ຊາວຢູດາທີ່ຍັງລອດຊີວິດຢູ່ຈະເປັນດັ່ງຕົນໄມ້ ທີ່ຢັ່ງຮາກເລິກລົງໃນພື້ນດິນແລະເກີດໝາກ.
31
ໃນນະຄອນເຢຣູຊາເລັມກັບທີ່ເທິງພູເຂົາຊີໂອນຈະເຫັນຄົນມີຊີວິດຢູ່ຕໍ່ໄປ ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕັ້ງໃຈໃຫ້ເຫດການນີ້ເກີດຂຶ້ນ.
32
ພຣະເຈົ້າຢາເວໄດ້ກ່າວເຖິງກະສັດແຫ່ງອັດຊີເຣຍດັ່ງນີ້: ‘ລາວຈະບໍ່ໄດ້ເຂົ້າໄປເມືອງນີ້ ຫລືຈະບໍ່ໄດ້ຍິງລູກທະນູໃສ່ເລີຍ. ບໍ່ມີທະຫານຄົນໃດທີ່ຖືໂລ້ຕ້ານທານຈະເຂົ້າໄປໃກ້ເມືອງນີ້ໄດ້ ແລະທັງຈະບໍ່ໄດ້ສ້າງກອງດິນອ້ອມເມືອງເພື່ອປີນຂຶ້ນໄປເລີຍ.
33
ລາວຈະກັບຄືນເມືອຕາມທາງເສັ້ນເກົ່າທີ່ລາວມາໂດຍຈະບໍ່ໄດ້ເຂົ້າໄປໃນເມືອງນີ້. ພຣະເຈົ້າຢາເວກ່າວດັ່ງນີ້.
34
ເຮົາຈະປ້ອງກັນຮັກສາເມືອງນີ້ໄວ້ເພື່ອກຽດແລະສັກສີຂອງເຮົາ ແລະເພື່ອເຫັນແກ່ດາວິດຜູ້ຮັບໃຊ້ທີ່ສັດຊື່ຂອງເຮົາ.”’
35
ໃນຄືນນັ້ນ ເທວະດາຂອງພຣະເຈົ້າຢາເວໄດ້ລົງມາຂ້າທະຫານໜຶ່ງຮ້ອຍແປດສິບຫ້າພັນຄົນ ທີ່ຄ້າຍທະຫານອັດຊີເຣຍ. ຕື່ນເຊົ້າມື້ໃໝ່ມາ ໄດ້ມີຊາກສົບຢາຍເດຍລະດາດຢູ່ໃນທີ່ນັ້ນ.
36
ແລ້ວເຈົ້າເຊັນນາເກຣິບ ກະສັດແຫ່ງອັດຊີເຣຍຈຶ່ງຍົກທັບຂອງຕົນຖອຍຄືນສູ່ນະຄອນຫລວງນີເນເວ.
37
ວັນໜຶ່ງ ເມື່ອເພິ່ນກຳລັງຂາບໄຫວ້ພະທີ່ວິຫານພະນີຊະຣົກພະຂອງເພິ່ນ; ອັດຣຳເມເລັກແລະຊາເຣເຊກໍໄດ້ຂ້າເພິ່ນເສຍ. ສອງຄົນນີ້ເປັນລູກຊາຍຂອງເພິ່ນເອງ. ແລ້ວພວກເຂົາກໍປົບໜີໄປປະເທດອາຣາຣັດ. ລູກຊາຍຂອງເພິ່ນອີກຄົນໜຶ່ງຊື່ວ່າ ເອສາຮັດໂດນ ໄດ້ຂຶ້ນປົກຄອງແທນ.
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→