bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Kings 25
2 Kings 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
1
ແລ້ວເຈົ້າເຊເດກີຢາກໍໄດ້ກະບົດຕໍ່ກະສັດເນບູກາດເນັດຊາແຫ່ງບາບີໂລນ; ດັ່ງນັ້ນ ເນບູກາດເນັດຊາຈຶ່ງໄດ້ຍົກທັບມາໂຈມຕີນະຄອນເຢຣູຊາເລັມໃນວັນທີສິບ ເດືອນສິບ ປີທີເກົ້າ ໃນຣາຊການຂອງກະສັດເຊເດກີຢາ. ພວກເຂົາໄດ້ຕັ້ງຄ້າຍຕາມນອກເມືອງ ແລະກໍ່ສ້າງກຳແພງປິດລ້ອມເມືອງໄວ້.
2
ເມືອງນີ້ໄດ້ຖືກປິດລ້ອມໄວ້ ຈົນເຖິງຣາຊການປີທີສິບເອັດຂອງກະສັດເຊເດກີຢາ.
3
ຕໍ່ມາ ໃນວັນທີເກົ້າ ຂອງເດືອນສີ່ ຂອງປີດຽວກັນນັ້ນ ໄດ້ເກີດການອຶດຢາກຢ່າງຮ້າຍແຮງ ຈົນປະຊາຊົນບໍ່ມີຫຍັງກິນ
4
ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ ພວກທະຫານທັງໝົດກໍລັກໜີໄປໄດ້ໃນເວລາກາງຄືນ. ພວກເຂົາໄດ້ໜີໄປທາງສວນຂອງກະສັດ ຜ່ານໄປທາງປະຕູເມືອງທີ່ຕິດກັບກຳແພງສອງດ້ານ ແລະປົບໄປທາງຮ່ອມພູຈໍແດນ.
5
ແຕ່ກອງທັບບາບີໂລນໄດ້ໄລ່ຕາມກະສັດເຊເດກີຢາໄປ ແລະຈັບເພິ່ນໄດ້ໃນທົ່ງນາໃກ້ກັບເມືອງເຢຣິໂກ; ສ່ວນພວກທະຫານຕ່າງກໍໄດ້ໜີປະເພິ່ນ.
6
ພວກເຂົາໄດ້ຈັບກະສັດເຊເດກີຢາ ໄປຫາກະສັດເນບູກາດເນັດຊາຢູ່ໃນເມືອງຣິບລາ ແລະເນບູກາດເນັດຊາກໍໄດ້ພິພາກສາໂທດເພິ່ນຢູ່ທີ່ນັ້ນ.
7
ພວກລູກຊາຍຂອງເພິ່ນໄດ້ຖືກຂ້າຕໍ່ໜ້າເພິ່ນ; ແລ້ວເນບູກາເນັດຊາກໍໄດ້ໃຫ້ເຂົາເຈາະໜ່ວຍຕາເຊເດກີຢາ, ລ່າມໂສ້ເພິ່ນໄວ້ ແລະນຳເພິ່ນໄປສູ່ນະຄອນບາບີໂລນ.
8
ໃນວັນທີເຈັດ ເດືອນຫ້າ ຂອງປີທີສິບເກົ້າ ໃນຣາຊການຂອງກະສັດເນບູກາເນັດຊາແຫ່ງບາບີໂລນ ເນບູຊາຣາດານຜູ້ເປັນທີ່ປຶກສາ ແລະຜູ້ບັນຊາການກອງທັບຂອງເພິ່ນ ໄດ້ເຂົ້າໄປໃນນະຄອນເຢຣູຊາເລັມ.
9
ລາວໄດ້ຈູດວິຫານຂອງພຣະເຈົ້າຢາເວ, ຣາຊວັງ ແລະເຮືອນຂອງບຸກຄົນສຳຄັນຢູ່ໃນນະຄອນເຢຣູຊາເລັມ
10
ພວກທະຫານຂອງລາວໄດ້ຮື້ກຳແພງອ້ອມຮອບເຢຣູຊາເລັມລົງ.
11
ແລ້ວເນບູຊາຣາດານກໍຈັບປະຊາຊົນທີ່ຍັງເຫຼືອຄ້າງຢູ່ໃນເມືອງ, ພວກຄົນງານທີ່ມີຝີມືດີ ທີ່ຍັງເຫລືອຢູ່ ແລະພວກທີ່ມາຍິນຍອມຕໍ່ພວກບາບີໂລນ ໄປເປັນຊະເລີຍທີ່ບາບີໂລນ;
12
ແຕ່ເພິ່ນໄດ້ປະຄົນຍາກຈົນທີ່ສຸດບາງຄົນໄວ້ ຄືພວກທີ່ບໍ່ມີໄຮ່ນາໃນຢູດາຍ ແລະໃຫ້ພວກເຂົາເຮັດສວນອະງຸ່ນ ແລະເຮັດນາ.
13
ຊາວບາບີໂລນໄດ້ທັບເສົາທອງສຳຣິດ ແລະລົດລໍ້ໃນວິຫານຂອງພຣະເຈົ້າຢາເວອອກເປັນປ່ຽງໆ ພ້ອມທັງຂັນໃຫຍ່ທອງສຳຣິດໃນວິຫານຂອງພຣະເຈົ້າຢາເວ; ພວກເຂົາກໍຂົນເອົາທອງສຳຣິດທັງໝົດໄປທີ່ນະຄອນບາບີໂລນ.
14
ພວກເຂົາຍັງຂົນເອົາສິ່ງເຫຼົ່ານີ້ໄປນຳເຊັ່ນ: ຊວ້ານ, ກ່ອງໃສ່ຂີ້ເຖົ່າໄຟທີ່ໃຊ້ທຳຄວາມສະອາດແທ່ນບູຊາ, ມີດຕັດໄສ້ຕະກຽງ, ຖ້ວຍໃຊ້ໂຕ່ງເລືອດຈາກແທ່ນບູຊາ, ຖ້ວຍສຳລັບເຜົາເຄື່ອງຫອມ ແລະເຄື່ອງທອງສຳຣິດທຸກອັນທີ່ໃຊ້ໃນພິທິການທີ່ພຣະວິຫານ.
15
ພວກເຂົາໄດ້ຂົນເອົາທຸກສິ່ງທີ່ເຮັດດ້ວຍເງິນ ພ້ອມທັງຖ້ວຍນ້ອຍ ແລະໝໍ້ໃສ່ຖ່ານໄຟໄປດ້ວຍ.
16
ເຄື່ອງທອງສຳຣິດທີ່ກະສັດໂຊໂລໂມນໄດ້ເຮັດໄວ້ໃນວິຫານຂອງພຣະເຈົ້າຢາເວ ມີດັ່ງນີ້: ເສົາສອງຕົ້ນ, ລົດລໍ້, ອ່າງໃຫຍ່ ແລະເຄື່ອງເຫຼົ່ານີ້ໜັກຫລາຍເກີນກວ່າທີ່ຈະຊັ່ງໄດ້.
17
ເສົາສອງຕົ້ນທີ່ຄືກັນ, ແຕ່ລະຕົ້ນສູງແປດແມັດ ຊຶ່ງມີຫົວເສົາເປັນທອງສຳຣິດສູງໜຶ່ງແມັດສາມສິບເຊັນ ແຕ່ລະຍອດເສົາເປັນຮູບຕາໜ່າງທອງສຳຣິດອ້ອມ ທີ່ເຮັດດ້ວຍໝາກພິລາທອງສຳຣິດ.
18
ນອກຈາກນີ້ແລ້ວ ເນບູຊາຣາດານຜູ້ບັນຊາການທະຫານ ກໍໄດ້ຈັບເອົາຄົນໄປເປັນຊະເລີຍເຊັ່ນ: ຫົວໜ້າມະຫາປະໂຣຫິດເສຣາອີຢາ, ເຊຟານີຢາຮອງມະຫາປະໂຣຫິດ ແລະຂ້າຣາຊການຜູ້ສຳຄັນຂອງພຣະວິຫານສາມຄົນ.
19
ສ່ວນພາຍໃນເມືອງນັ້ນ ເພິ່ນຈັບເອົານາຍທະຫານທີ່ເຄີຍບັນຊາການກອງທັບ ທີ່ປຶກສາສ່ວນຕົວຂອງກະສັດຫ້າຄົນທີ່ຍັງຢູ່ໃນເມືອງ, ຮອງຜູ້ບັນຊາການທີ່ຮັບຜິດຊອບບັນທຶກລາຍງານການທະຫານ ແລະຄົນສຳຄັນອື່ນໆອີກຫົກສິບຄົນ.
20
ເນບູຊາຣາດານໄດ້ຈັບພວກເຂົາໄປຫາກະສັດແຫ່ງບາບີໂລນທີ່ເມືອງຣິບລາ
21
ໃນຂົງເຂດຮາມັດ. ກະສັດໄດ້ຂ້ຽນຕີພວກເຂົາ ແລະຂ້າພວກເຂົາເສຍໃນທີ່ນັ້ນ. ດັ່ງນັ້ນ ປະຊາຊົນຊາວຢູດາຈຶ່ງໄດ້ຖືກກວາດລ້າງອອກຈາກດິນແດນຂອງພວກຕົນໄປເປັນຊະເລີຍໃນຕ່າງຖິ່ນ.
22
ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລີຢາລູກຊາຍຂອງອາຮີກຳແລະຫລານຊາຍຂອງຊາຟານ ໃຫ້ຂຶ້ນເປັນຜູ້ປົກຄອງແຂວງຢູດາຍ; ແລະໄດ້ໃຫ້ເພິ່ນເປັນຜູ້ຮັບຜິດຊອບທຸກຄົນທີ່ບໍ່ໄດ້ຖືກຈັບໄປບາບີໂລນ.
23
ເມື່ອພວກນາຍທະຫານ ແລະພົນທະຫານຢູດາທີ່ບໍ່ໄດ້ຍອມຈຳນົນ ໄດ້ຍິນເຖິງເລື່ອງນີ້ ພວກເຂົາກໍໄປສົມທົບກັບເກດາລີຢາທີ່ເມືອງມີຊະປາ. ພວກນາຍທະຫານນີ້ມີດັ່ງນີ້: ອິດຊະມາເອນລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາລູກຊາຍຂອງຕັນຮູເມັດຊາວເມືອງເນໂຕຟາ ແລະຢາອາຊານີຢາ ຊາວເມືອງມາອາກາ.
24
ເກດາລີຢາໄດ້ກ່າວຕໍ່ພວກເຫຼົ່ານີ້ວ່າ, “ເຮົາຂໍບອກພວກທ່ານວ່າ ພວກທ່ານບໍ່ຕ້ອງຢ້ານພວກຂ້າຣາຊການຊາວການເດອານດອກ. ຈົ່ງຕັ້ງຫຼັກແຫຼ່ງຢູ່ໃນດິນແດນນີ້ຮັບໃຊ້ກະສັດບາບີໂລນ ແລະທຸກສິ່ງກໍຈະເປັນໄປດ້ວຍດີສຳລັບພວກທ່ານ.”
25
ແຕ່ໃນເດືອນທີເຈັດຂອງປີນັ້ນ ອິດຊະມາເອນລູກຊາຍຂອງເນທານີຢາ ແລະຫລານຊາຍຂອງເອລີຊາມາ ຜູ້ທີ່ເປັນເຊື້ອສາຍຂອງກະສັດພ້ອມທັງທະຫານສິບຄົນໄດ້ເຂົ້າໄປໃນເມືອງມີຊະປາ ແລະໂຈມຕີເກດາລີຢາແລ້ວຂ້າເພິ່ນເສຍ. ລາວຍັງໄດ້ຂ້າຊາວອິດສະຣາເອນແລະຊາວບາບີໂລນທີ່ຢູ່ໃນບ່ອນນັ້ນດ້ວຍ.
26
ຊາວອິດສະຣາເອນທັງໝົດກັບຄົນຮັ່ງມີ ແລະຄົນທຸກຈົນ ພ້ອມທັງພວກນາຍທະຫານຕ່າງກໍປົບໜີໄປປະເທດເອຢິບ ເພາະຢ້ານຊາວບາບີໂລນ.
27
ໃນປີທີ່ເຈົ້າເອວິນເມໂຣດັກໄດ້ຂຶ້ນເປັນກະສັດແຫ່ງບາບີໂລນນັ້ນ ເພິ່ນໄດ້ສະແດງຄວາມເມດຕາຕໍ່ເຈົ້າເຢໂຮຍອາກິນກະສັດແຫ່ງຢູດາຍ ໂດຍປ່ອຍເພິ່ນອອກຈາກຄຸກ. ເຫດການນີ້ໄດ້ເກີດຂຶ້ນໃນວັນທີຊາວເຈັດຂອງເດືອນສິບສອງ ໃນປີທີສາມສິບເຈັດ ຫລັງຈາກທີ່ກະສັດເຢໂຮຍອາກິນຖືກຈັບໄປເປັນຊະເລີຍ.
28
ກະສັດເອວິນເມໂຣດັກໄດ້ປະຕິບັດຕໍ່ເພິ່ນເປັນຢ່າງດີ ແລະໃຫ້ເພິ່ນມີຕຳແໜ່ງອັນມີກຽດໃຫຍ່ກວ່າກະສັດອື່ນໆ ທີ່ຕົກເປັນຊະເລີຍພ້ອມກັບເພິ່ນໃນບາບີໂລນ.
29
ດັ່ງນັ້ນ ກະສັດເຢໂຮຍອາກິນຈຶ່ງໄດ້ຮັບອະນຸຍາດໃຫ້ປ່ຽນເຄື່ອງນຸ່ງນັກໂທດ ແລະໃຫ້ຮັບປະທານອາຫານຮ່ວມໂຕະກັບກະສັດຕະຫລອດຊົ່ວຊີວິດຂອງເພິ່ນ.
30
ແຕ່ລະວັນ ຕະຫລອດຊົ່ວຊີວິດ ເພິ່ນໄດ້ຮັບເງິນເບ້ຍລ້ຽງເປັນປະຈຳ ຕາມຄວາມຕ້ອງການ.
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
Recommended Reading
Commentary
2 Kings Commentaries
→
Devotional
2 Kings Devotional Guide
→
Get This Bible
Lao Bible (ພຣະຄຳພີສັກສິ) Study Bible
→