bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 1
Leviticus 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 2 →
1
ພຣະເຈົ້າຢາເວໄດ້ເອີ້ນໂມເຊ ຈາກຫໍເຕັນບ່ອນຊຸມນຸມ
2
ໃຫ້ໄປບອກຊາວອິດສະຣາເອນ ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ເມື່ອພວກເຂົາມີການຖວາຍບູຊາ. ເມື່ອຜູ້ໃດຜູ້ໜຶ່ງຕ້ອງການຖວາຍສັດໂຕໜຶ່ງໃນຝູງເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ ອາດຈະເປັນງົວ ຫລືແກະ ຫລືແບ້ກໍຕາມ.
3
ຖ້າຜູ້ນັ້ນນຳສັດໂຕໜຶ່ງຂອງຕົນມາເຜົາຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ. ລາວຕ້ອງນຳສັດໂຕນັ້ນມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບເອົາການຖວາຍຂອງລາວ.
4
ຜູ້ນຳສັດມາຖວາຍນັ້ນຈະຕ້ອງວາງມືລົງເທິງຫົວສັດ ແລະພຣະອົງພໍໃຈຮັບເອົາສັດນັ້ນ ເປັນເຄື່ອງບູຊາເພື່ອລຶບລ້າງບາບຂອງລາວ.
5
ລາວຈະຕ້ອງຂ້າປາດຄໍງົວເຖິກຢູ່ທີ່ນັ້ນ ແລະປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນຈະຖວາຍເລືອດສັດນັ້ນ ແລ້ວຖອກເລືອດໃສ່ທັງສີ່ຂ້າງຂອງແທ່ນບູຊາ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
6
ແລ້ວລາວກໍຈະລອກໜັງສັດອອກແລະຕັດສັດເປັນຕ່ອນໆ.
7
ລູກຊາຍຂອງອາໂຣນຜູ້ເປັນປະໂຣຫິດກໍຈະກອງຟືນ ແລະດັງໄຟຂຶ້ນທີ່ເທິງແທ່ນ.
8
ແລ້ວພວກເຂົາກໍຈະເອົາຕ່ອນສັດທັງໝົດ ພ້ອມກັບຫົວແລະໄຂມັນເຜົາໃສ່ໄຟ.
9
ຜູ້ນຳສັດມາຖວາຍນັ້ນຈະຕ້ອງລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລະພວກປະໂຣຫິດທີ່ເຮັດພິທີຈະເຜົາຕ່ອນຊີ້ນງົວທັງໝົດທີ່ເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
10
ຖ້າຜູ້ໃດຜູ້ໜຶ່ງຖວາຍແກະ ຫລືແບ້ໂຕໜຶ່ງໃນຝູງຂອງຕົນ ຕ້ອງໃຫ້ເປັນໂຕເຖິກທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
11
ລາວຈະຕ້ອງຂ້າປາດຄໍສັດນັ້ນທາງດ້ານເໜືອຂອງແທ່ນບູຊາຕໍ່ໜ້າພຣະເຈົ້າຢາເວ ແລະບັນດາພວກລູກຊາຍຂອງອາໂຣນຊຶ່ງເປັນປະໂຣຫິດ ກໍຈະຖອກເລືອດສັດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ.
12
ຫລັງຈາກຊາຍຄົນນັ້ນໄດ້ຕັດຊີ້ນສັດເປັນຕ່ອນໆແລ້ວ ປະໂຣຫິດຜູ້ເຮັດພິທີຈະເອົາຊີ້ນສັດ ເຜົາໃສ່ໄຟພ້ອມທັງຫົວແລະໄຂມັນ.
13
ຜູ້ທີ່ນຳສັດມາຖວາຍນັ້ນຕ້ອງລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລະປະໂຣຫິດກໍຈະນຳສ່ວນທັງໝົດມາຖວາຍເຜົາບູຊາທີ່ເທິງແທ່ນບູຊາ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
14
ຖ້າຜູ້ໃດຜູ້ໜຶ່ງຖວາຍນົກເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ ຕ້ອງໃຫ້ແມ່ນນົກເຂົາຫລືນົກກາງແກ.
15
ປະໂຣຫິດຈະຕ້ອງນຳນົກນັ້ນມາທີ່ແທ່ນບູຊາ ບິດຄໍນົກໃຫ້ຕາຍ ແລະເຜົາຫົວນົກເທິງແທ່ນບູຊາ, ບີບເລືອດນົກໃຫ້ໄຫຼອອກທາງຂ້າງແທ່ນບູຊາ.
16
ລາວຕ້ອງດຶງໜຽງອອກ ແລະຖິ້ມໃສ່ບ່ອນຖິ້ມຂີ້ເຖົ່າ ທີ່ຢູ່ທາງທິດຕາເວັນອອກຂອງແທ່ນບູຊາ.
17
ລາວຈະຕ້ອງພືປີກຈີກທ້ອງນົກອອກ ໂດຍບໍ່ໃຫ້ປີກຂາດອອກຈາກໂຕ ແລະໃຫ້ປະໂຣຫິດເຜົານົກເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27