bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 2
Leviticus 2
Lao Bible 2012 (ພຣະຄຳພີສັກສິ)
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 3 →
1
ເມື່ອຜູ້ໃດຜູ້ໜຶ່ງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວ ໃຫ້ຜູ້ນັ້ນບົດເປັນແປ້ງເສຍກ່ອນ, ຖອກນໍ້າມັນໝາກກອກເທດໃສ່ ແລະເອົາກຳຍານໃສ່ດ້ວຍ
2
ແລະໃຫ້ລາວນຳສິ່ງນັ້ນມາໃຫ້ປະໂຣຫິດ ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ. ປະໂຣຫິດຜູ້ເຮັດພິທີຈະເອົາແປ້ງກຳໜຶ່ງ ພ້ອມນໍ້າມັນແລະເຄື່ອງຫອມ ມາເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
3
ເຄື່ອງຖວາຍພືດຜົນເປັນເມັດທີ່ຍັງເຫລືອຢູ່ນັ້ນ ເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດ ໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
4
ຖ້າເຄື່ອງຖວາຍນັ້ນເປັນເຂົ້າຈີ່ທີ່ອົບໃສ່ເຕົາແລ້ວ ຕ້ອງໃຫ້ເປັນເຂົ້າຈີ່ບໍ່ມີເຊື້ອແປ້ງ; ມັນອາດເຮັດເປັນກ້ອນປົນນໍ້າມັນໝາກກອກເທດ ຫລືເປັນເຂົ້າໜົມແຜ່ນບາງໆທາກັບນໍ້າມັນໝາກກອກເທດກໍໄດ້.
5
ຖ້າເຄື່ອງຖວາຍເປັນເຂົ້າຈີ່ປີ້ງທີ່ເທິງເຫຼັກປີ້ງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແຕ່ບໍ່ໃຫ້ມີເຊື້ອແປ້ງ.
6
ຈົ່ງຫັກເຂົ້າຈີ່ນັ້ນເປັນຕ່ອນນ້ອຍໆພ້ອມທັງຖອກນໍ້າມັນໃສ່ ເມື່ອພວກເຈົ້ານຳມາຖວາຍ.
7
ຖ້າເຄື່ອງຖວາຍເປັນເຂົ້າໜົມຈືນໃສ່ໝໍ້ຂາງ ຕ້ອງໃຫ້ເຮັດດ້ວຍແປ້ງປົນກັບນໍ້າມັນໝາກກອກເທດ ແລ້ວຈຶ່ງຈືນ.
8
ຈົ່ງນຳເຂົ້າໜົມຈືນນັ້ນມາຖວາຍແກ່ພຣະເຈົ້າຢາເວ ໂດຍມອບໃຫ້ປະໂຣຫິດຜູ້ຈະນຳໄປວາງເທິງແທ່ນບູຊາ.
9
ປະໂຣຫິດຈະຮັບເອົາສ່ວນໜຶ່ງ ແລ້ວກໍນຳໄປເຜົາເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
10
ສ່ວນເຄື່ອງຖວາຍທີ່ເຫຼືອນັ້ນເປັນຂອງອາໂຣນແລະພວກລູກຊາຍຂອງລາວ ເພາະເປັນສ່ວນໜຶ່ງບໍຣິສຸດທີ່ສຸດໃນທ່າມກາງເຄື່ອງບູຊາດ້ວຍໄຟ ຊຶ່ງໄດ້ຖວາຍແກ່ພຣະເຈົ້າຢາເວແລ້ວ.
11
ພືດຜົນເປັນເມັດໃດໆຊຶ່ງນຳມາຖວາຍແກ່ພຣະເຈົ້າຢາເວນັ້ນ ຕ້ອງບໍ່ໃຫ້ມີເຊື້ອແປ້ງ ຢ່າຖວາຍອາຫານໃດໆທີ່ມີເຊື້ອແປ້ງ ຫລືນໍ້າເຜິ້ງແກ່ພຣະເຈົ້າຢາເວເປັນເດັດຂາດ.
12
ພືດຜົນເປັນເມັດຫົວປີທີ່ພວກເຈົ້າເກັບກ່ຽວໄດ້ແຕ່ລະປີນັ້ນ ຕ້ອງນຳມາຖວາຍແກ່ພຣະເຈົ້າຢາເວ ແລະເຄື່ອງຖວາຍເຊັ່ນນີ້ຢ່າໄດ້ເຜົາເທິງແທ່ນບູຊາດ້ວຍໄຟ.
13
ຈົ່ງເອົາເກືອໃສ່ພືດຜົນເປັນເມັດທຸກໆຊະນິດທີ່ນຳມາຖວາຍນັ້ນ ເພາະວ່າເກືອເປັນເຄື່ອງໝາຍແຫ່ງພັນທະສັນຍາ ລະຫວ່າງເຈົ້າກັບພຣະເຈົ້າ. (ເຈົ້າຕ້ອງເອົາເກືອໃສ່ເຄື່ອງຖວາຍທຸກຊະນິດ).
14
ເມື່ອເຈົ້ານຳພືດຜົນເປັນເມັດທີ່ເກັບກ່ຽວໄດ້ແຕ່ລະປີ ມາຖວາຍແກ່ພຣະເຈົ້າຢາເວ ຈົ່ງຢ້າງໄຟຫລືບົດໃຫ້ໝຸ່ນລະອຽດເສຍກ່ອນ ຈຶ່ງນຳມາຖວາຍ.
15
ຈົ່ງຖອກນໍ້າມັນໝາກກອກເທດໃສ່ ແລະເອົາເຄື່ອງຫອມໃສ່ເທິງເຄື່ອງຖວາຍນັ້ນ.
16
ປະໂຣຫິດຈະຕ້ອງເຜົາສ່ວນໜຶ່ງຂອງອາຫານ, ນໍ້າມັນ ແລະເຄື່ອງຫອມທັງໝົດ ຖວາຍແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານ.
← Chapter 1
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 3 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27