bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 15
Leviticus 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 16 →
1
ພຣະເຈົ້າຢາເວໄດ້ມອບລະບຽບການໃຫ້ໂມເຊແລະອາໂຣນດັ່ງຕໍ່ໄປນີ້:
2
ຈົ່ງກ່າວແກ່ປະຊາຊົນອິດສະຣາເອນວ່າ, ເມື່ອຜູ້ໃດຜູ້ໜຶ່ງມີນໍ້າໜອງໄຫລອອກມາຈາກຮ່າງກາຍ ສິ່ງທີ່ໄຫລອອກມານັ້ນກໍເປັນມົນທິນ
3
ບໍ່ວ່າໄຫລອອກມາຈາກອະໄວຍະວະລັບຫລືໄຫລອອກມາຄ້າງຢູ່ທາງໃນກໍຕາມ.
4
ຕຽງຂອງຄົນນັ້ນທີ່ໃຊ້ນອນຫລືໃຊ້ນັ່ງຕ້ອງຖືວ່າເປັນມົນທິນ.
5
ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
6
ຫລືຜູ້ໃດທີ່ນັ່ງເທິງສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
7
ຜູ້ໃດກໍຕາມທີ່ແຕະຕ້ອງຄົນທີ່ມີສິ່ງໄຫລອອກນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
8
ຖ້າຜູ້ທີ່ມີສິ່ງໄຫລອອກ ຖົ່ມນໍ້າລາຍຖືກຜູ້ທີ່ບໍ່ເປັນມົນທິນຕາມກົດບັນຍັດ; ຜູ້ຖືກນໍ້າລາຍນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
9
ອານໃສ່ຫລັງສັດຫລືບ່ອນນັ່ງໃດໆທີ່ຄົນມີສິ່ງໄຫລອອກນັ່ງ ຕ້ອງໃຫ້ຖືວ່າເປັນມົນທິນ.
10
ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງບ່ອນນັ່ງຂອງຄົນທີ່ມີສິ່ງໄຫລອອກ ກໍເປັນມົນທິນຈົນຮອດຄໍ່າ. ຜູ້ໃດຜູ້ໜຶ່ງທີ່ຫາມສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ; ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
11
ຖ້າຜູ້ທີ່ມີສິ່ງໄຫລອອກມານັ້ນ ແຕະຕ້ອງຜູ້ໃດຜູ້ໜຶ່ງ ໂດຍບໍ່ໄດ້ລ້າງມືເສຍກ່ອນ; ຜູ້ທີ່ຖືກແຕະຕ້ອງນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
12
ຜູ້ມີສິ່ງໄຫລອອກມາແຕະຕ້ອງໝໍ້ດິນທຸກໜ່ວຍນັ້ນຕ້ອງໃຫ້ທັບຖິ້ມໝົດ ແລະເຄື່ອງຄົວກິນທີ່ເຮັດດ້ວຍໄມ້ຕ້ອງໃຫ້ລ້າງດ້ວຍນໍ້າ.
13
ຫລັງຈາກຊາຍຄົນນັ້ນດີຈາກອາການມີສິ່ງທີ່ໄຫລອອກມາແລ້ວ ລາວຕ້ອງລໍຖ້າອີກເຈັດວັນຈຶ່ງຊັກເຄື່ອງນຸ່ງຫົ່ມ ແລະອາບນໍ້າຊຳລະຮ່າງກາຍຢູ່ໃຕ້ບໍ່ທີ່ມີນໍ້າໄຫລ ແລ້ວລາວກໍຈະໝົດມົນທິນຕາມກົດບັນຍັດ.
14
ໃນວັນທີແປດ ລາວຈະຕ້ອງເອົານົກເຂົາຫລືນົກກາງແກສອງໂຕ ໄປທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ແລະມອບນົກນັ້ນໃຫ້ປະໂຣຫິດ.
15
ຝ່າຍປະໂຣຫິດຈະຖວາຍນົກໂຕໜຶ່ງໃນສອງໂຕນັ້ນ ເພື່ອເປັນການລຶບລ້າງບາບ ແລະໂຕໜຶ່ງອີກເພື່ອເຜົາຖວາຍບູຊາດ້ວຍໄຟຕໍ່ໜ້າພຣະເຈົ້າຢາເວສຳລັບຊາຍຄົນນັ້ນ. ປະໂຣຫິດຈະເຮັດພິທີຊຳລະລາວໃຫ້ໝົດມົນທິນຕາມກົດບັນຍັດ ຍ້ອນມີສິ່ງໄຫຼອອກນັ້ນ.
16
ເມື່ອຊາຍຜູ້ໜຶ່ງມີນໍ້າກາມໄຫລອອກ ລາວຕ້ອງອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
17
ສິ່ງໃດສິ່ງໜຶ່ງທີ່ເຮັດດ້ວຍຜ້າຫລືດ້ວຍໜັງທີ່ນໍ້າກາມເຮ່ຍໃສ່ນັ້ນ ຕ້ອງລ້າງດ້ວຍນໍ້າແລະຍັງເປັນມົນທິນຈົນຮອດຄໍ່າ.
18
ຫລັງຈາກສົມສູ່ກັນແລ້ວ ທັງຜູ້ຊາຍແລະຜູ້ຍິງຕ້ອງອາບນໍ້າ ແລະທັງສອງຍັງເປັນມົນທິນຈົນຮອດຄໍ່າ.
19
ເມື່ອຜູ້ຍິງເປັນປະຈຳເດືອນ ນາງຍັງເປັນມົນທິນຢູ່ເຈັດວັນ. ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງນາງ ກໍຈະເປັນມົນທິນຈົນຮອດຄໍ່າ.
20
ສິ່ງໃດກໍຕາມທີ່ນາງໃຊ້ນັ່ງຫລືໃຊ້ນອນໃນໄລຍະເປັນປະຈຳເດືອນນັ້ນ ແມ່ນເປັນມົນທິນ.
21
ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງຕຽງນອນຂອງນາງຫລືສິ່ງທີ່ນາງໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ.
24
ຖ້າຊາຍຄົນໃດສົມສູ່ກັບນາງໃນໄລຍະທີ່ເປັນປະຈຳເດືອນ ຊາຍຄົນນັ້ນກໍຕິດແປດກັບຄວາມບໍ່ສະອາດຂອງນາງ ແລະເປັນມົນທິນຢູ່ເຈັດວັນ ແລະຕຽງທີ່ລາວໃຊ້ນອນກໍເປັນມົນທິນດ້ວຍ.
25
ຖ້າຍິງຄົນໜຶ່ງມີເລືອດໄຫລອອກຫລາຍວັນ ນອກຈາກໄລຍະທີ່ນາງເປັນປະຈຳເດືອນ ຫລືຖ້າເລືອດນັ້ນຍັງໄຫລ ກາຍໄລຍະເປັນປະຈຳເດືອນຕາມປົກກະຕິ; ຍິງຄົນນັ້ນກໍເປັນມົນທິນຕາບໃດທີ່ເລືອດຍັງໄຫລອອກມາ ເໝືອນກັນກັບໄລຍະທີ່ນາງເປັນປະຈຳເດືອນ.
26
ຕຽງທຸກໜ່ວຍທີ່ນາງໃຊ້ນອນ ແລະທຸກສິ່ງທີ່ນາງໃຊ້ນັ່ງໃນໄລຍະນັ້ນ ແມ່ນເປັນມົນທິນໝົດ.
27
ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງສິ່ງເຫຼົ່ານັ້ນ ກໍເປັນມົນທິນ. ລາວຕ້ອງຊັກເຄື່ອງນຸ່ງຂອງຕົນພ້ອມທັງອາບນໍ້າຊຳລະຮ່າງກາຍດ້ວຍ ແລະລາວກໍຍັງເປັນມົນທິນຈົນຮອດຄໍ່າ.
28
ຫລັງຈາກເລືອດເຊົາໄຫລແລ້ວ ນາງຕ້ອງລໍຖ້າອີກເຈັດວັນ ແລ້ວນາງກໍຈະບໍ່ເປັນມົນທິນຕາມກົດບັນຍັດ.
29
ໃນວັນທີແປດ ນາງຈະຕ້ອງນຳນົກເຂົາຫລືນົກກາງແກສອງໂຕມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
30
ປະໂຣຫິດຈະຖວາຍນົກໂຕໜຶ່ງເພື່ອລຶບລ້າງບາບ ແລະໂຕໜຶ່ງອີກເພື່ອເຜົາຖວາຍບູຊາດ້ວຍໄຟ. ປະໂຣຫິດຈະເຮັດພິທີຊຳລະນາງໃຫ້ໝົດມົນທິນຕາມກົດບັນຍັດຕໍ່ໜ້າພຣະເຈົ້າຢາເວ.
31
ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ເຕືອນປະຊາຊົນອິດສະຣາເອນ ກ່ຽວກັບການເປັນມົນທິນຂອງພວກເຂົາ; ເພື່ອພວກເຂົາຈະບໍ່ໄດ້ເຮັດໃຫ້ຫໍເຕັນສັກສິດຂອງພຣະອົງ ທີ່ຕັ້ງຢູ່ກາງຄ້າຍດ່າງພອຍ. ຖ້າພວກເຂົາເຮັດໃຫ້ຫໍເຕັນດ່າງພອຍ ພວກເຂົາຈະຕ້ອງຖືກຂ້າ.
32
ອັນນີ້ແມ່ນລະບຽບການກ່ຽວກັບຜູ້ຊາຍທີ່ມີນໍ້າໜອງໄຫຼອອກຈາກຮ່າງກາຍ ຫລືມີນໍ້າກາມໄຫລອອກ, ກ່ຽວກັບຜູ້ຍິງເມື່ອເປັນປະຈຳເດືອນ ຫລືຜູ້ຊາຍທີ່ສົມສູ່ກັບຜູ້ຍິງທີ່ເປັນມົນທິນຕາມກົດບັນຍັດ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27