bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 9
Leviticus 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 10 →
1
ຫລັງຈາກມື້ພິທີສະຖາປະນາສຳເລັດແລ້ວ ໂມເຊໄດ້ເອີ້ນອາໂຣນ ແລະພວກລູກຊາຍຂອງລາວມາ ພ້ອມທັງບັນດາຜູ້ນຳຊາດອິດສະຣາເອນດ້ວຍ.
2
ເພິ່ນກ່າວແກ່ອາໂຣນວ່າ, “ຈົ່ງເອົາງົວເຖິກໜຸ່ມໂຕໜຶ່ງ ແລະແກະເຖິກໜຸ່ມໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍແກ່ພຣະເຈົ້າຢາເວຄື: ງົວເຖິກໜຸ່ມໃຫ້ຖວາຍເພື່ອລຶບລ້າງບາບ ແລະແກະເຖິກໜຸ່ມໃຫ້ເຜົາຖວາຍບູຊາ.
3
ແລ້ວຈົ່ງບອກປະຊາຊົນອິດສະຣາເອນໃຫ້ນຳແບ້ເຖິກໂຕໜຶ່ງ ມາຖວາຍເພື່ອລຶບລ້າງບາບ ພ້ອມທັງລູກງົວເຖິກແລະລູກແກະເຖິກອາຍຸໜຶ່ງປີແນວລະໂຕ. ທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ ເປັນເຄື່ອງຖວາຍບູຊາດ້ວຍໄຟ
4
ສ່ວນງົວເຖິກກັບລູກແກະເຖິກນັ້ນແມ່ນໃຫ້ຖວາຍເພື່ອຄວາມສາມັກຄີທຳ. ພວກເຂົາຕ້ອງຖວາຍບູຊາສັດເຫຼົ່ານີ້ຕໍ່ໜ້າພຣະເຈົ້າຢາເວ ພ້ອມກັບຖວາຍພືດຜົນເປັນເມັດປົນນໍ້າມັນໝາກກອກເທດ. ພວກເຂົາຕ້ອງເຮັດສິ່ງເຫຼົ່ານີ້ ເພາະວ່າພຣະເຈົ້າຢາເວຈະປາກົດແກ່ພວກເຂົາໃນມື້ນີ້.”
5
ພວກເຂົາໄດ້ນຳທຸກໆສິ່ງທີ່ໂມເຊໄດ້ສັ່ງນັ້ນມາທາງໜ້າຫໍເຕັນບ່ອນຊຸມນຸມ ແລະຊຸມຊົນທັງປວງເຕົ້າໂຮມກັນຫຍັບເຂົ້າມາໃກ້ ແລະໄດ້ຢືນຕໍ່ໜ້າພຣະເຈົ້າຢາເວ.
6
ໂມເຊໄດ້ກ່າວວ່າ, “ພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຈົ້າເຮັດສິ່ງທັງໝົດນີ້ ເພື່ອວ່າແສງສຸກໃສແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ຈະປາກົດແກ່ພວກເຈົ້າ.”
7
ແລ້ວໂມເຊກໍກ່າວແກ່ອາໂຣນວ່າ, “ຈົ່ງໄປທີ່ແທ່ນບູຊາແລະເຮັດພິທີຖວາຍບູຊາລຶບລ້າງບາບ ແລະພິທີເຜົາບູຊາເພື່ອລຶບລ້າງການບາບຂອງພວກເຈົ້າແລະຂອງປະຊາຊົນ. ຈົ່ງຖວາຍເຄື່ອງບູຊານີ້ເພື່ອລຶບລ້າງການບາບຂອງປະຊາຊົນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ.”
8
ດັ່ງນັ້ນ ອາໂຣນຈຶ່ງໄປທີ່ແທ່ນບູຊາແລະຂ້າປາດຄໍງົວເຖິກໜຸ່ມ ເພື່ອເປັນການຖວາຍບູຊາລຶບລ້າງຄວາມບາບຂອງຕົນເອງ.
9
ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະອາໂຣນກໍຈຸ່ມນິ້ວມືລົງໃນເລືອດ ແລະເອົາເລືອດສ່ວນໜຶ່ງທາໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນບູຊາ.
10
ຕໍ່ມາ ລາວໄດ້ເຜົາໄຂມັນ, ໝາກໄຂ່ຫລັງທັງສອງ ແລະໜັງບາງໆຫຸ້ມຫໍ່ຕັບເທິງແທ່ນບູຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊທຸກປະການ.
11
ແຕ່ລາວໄດ້ເຜົາຊີ້ນແລະໜັງຢູ່ນອກຄ້າຍ.
12
ອາໂຣນໄດ້ຂ້າປາດຄໍສັດຊຶ່ງເປັນການເຜົາຖວາຍບູຊາສຳລັບຕົນເອງ. ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະອາໂຣນກໍໄດ້ຖອກເລືອດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ.
13
ພວກລູກຊາຍຂອງລາວໄດ້ນຳຫົວ ແລະສ່ວນອື່ນໆຂອງສັດມາໃຫ້ອາໂຣນ ແລະເພິ່ນກໍໄດ້ນຳໄປເຜົາເທິງແທ່ນບູຊາ.
14
ແຕ່ເພິ່ນໄດ້ໃຊ້ນໍ້າລ້າງເຄື່ອງໃນໄສ້ພຸງກັບຂາຫລັງສັດກ່ອນ ຈຶ່ງເຜົາສິ່ງເຫຼົ່ານັ້ນເຕັງໃສ່ເຄື່ອງເຜົາ ທີ່ເຫຼືອຢູ່ເທິງແທ່ນບູຊາ.
15
ຫລັງຈາກນັ້ນ ອາໂຣນໄດ້ຖວາຍເຄື່ອງບູຊາສຳລັບປະຊາຊົນ. ເພິ່ນໄດ້ນຳແບ້ເຖິກທີ່ຕ້ອງຖືກຖວາຍສຳລັບການບາບຂອງປະຊາຊົນມາ ແລ້ວຂ້າປາດຄໍແບ້ນັ້ນ ແລະຖວາຍເປັນເຄື່ອງບູຊາເໝືອນດັ່ງທີ່ເພິ່ນໄດ້ເຮັດສຳລັບພິທີລຶບລ້າງບາບຂອງຕົນ.
16
ເພິ່ນຍັງໄດ້ນຳສັດມາເຜົາຖວາຍບູຊາອີກຕາມລະບຽບການທຸກຢ່າງ.
17
ເພິ່ນໄດ້ຖວາຍພືດຜົນເປັນເມັດ ໂດຍໄດ້ເອົາແປ້ງກຳໜຶ່ງເຜົາທີ່ເທິງແທ່ນບູຊາ. (ຊຶ່ງເປັນການຖວາຍຕື່ມໃສ່ການຖວາຍບູຊາດ້ວຍໄຟໃນຕອນເຊົ້າ).
18
ລາວໄດ້ຂ້າປາດຄໍງົວເຖິກແລະແກະເຖິກ ເປັນການຖວາຍ ເພື່ອຄວາມສາມັກຄີທຳສຳລັບປະຊາຊົນ. ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະລາວໄດ້ຊິດເລືອດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ.
19
ອາໂຣນໄດ້ເອົາໄຂມັນຂອງງົວ, ແກະເຖິກ ໄຂມັນຕິດກັບຫາງ, ໄຂມັນຕິດກັບເຄື່ອງໃນໄສ້ພຸງ, ໝາກໄຂ່ຫລັງ ແລະໜັງບາງໆຫຸ້ມຫໍ່ຕັບ,
20
ເຕັງໃສ່ເທິງຊີ້ນໜ້າເອິກຂອງສັດ ແລະນຳທັງໝົດນັ້ນໄປທີ່ແທ່ນບູຊາ. ເພິ່ນໄດ້ເຜົາໄຂມັນເທິງແທ່ນບູຊາ;
21
ສ່ວນຊີ້ນໜ້າເອິກແລະຂາຫລັງເບື້ອງຂວານັ້ນ ໃຫ້ເປັນເຄື່ອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ ເພື່ອເປັນສ່ວນມອບໃຫ້ປະໂຣຫິດ ຕາມທີ່ໂມເຊໄດ້ສັ່ງໄວ້ທຸກປະການ.
22
ອາໂຣນໄດ້ຍົກມືຂຶ້ນຢຽດໃສ່ປະຊາຊົນເພື່ອອວຍພອນພວກເຂົາ ເມື່ອເພິ່ນໄດ້ເຮັດພິທີຖວາຍບູຊາທຸກຢ່າງແລ້ວ ກໍໄດ້ລົງມາຈາກແທ່ນບູຊາ.
23
ໂມເຊແລະອາໂຣນໄດ້ເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ແລະເມື່ອອອກມາແລ້ວ ພວກເພິ່ນທັງສອງໄດ້ອວຍພອນປະຊາຊົນ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍປາກົດໃຫ້ປະຊາຊົນທັງໝົດໄດ້ເຫັນ.
24
ໄຟໄດ້ລົງມາຕໍ່ໜ້າພຣະເຈົ້າຢາເວໄໝ້ເຄື່ອງຖວາຍບູຊາແລະສ່ວນຕ່າງໆຂອງໄຂມັນທີ່ເທິງແທ່ນບູຊາ. ເມື່ອປະຊາຊົນໄດ້ເຫັນດັ່ງນັ້ນ ພວກເຂົາກໍພາກັນໂຮຮ້ອງຂຶ້ນດ້ວຍສຽງດັງກ້ອງສະໜັ່ນ ແລະຂາບລົງຈົນໜ້າຈຸດິນ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27