bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 24
Leviticus 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 25 →
1
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
2
“ໃຫ້ສັ່ງປະຊາຊົນນຳນໍ້າມັນໝາກກອກເທດສົດ ທີ່ມີຄຸນນະພາບດີສຳລັບໄຕ້ຕະກຽງມາຖວາຍໃນຫໍເຕັນ ເພື່ອວ່າຕະກຽງຈະຮຸ່ງແຈ້ງຢູ່ສະເໝີ.
3
ທຸກວັນເວລາຄໍ່າ ອາໂຣນຕ້ອງໄຕ້ຕະກຽງທີ່ຫໍເຕັນບ່ອນຊຸມນຸມ ແລະຮັກສາໃຫ້ມັນຮຸ່ງຢູ່ຈົນເຖິງແຈ້ງ ຕໍ່ໜ້າພຣະເຈົ້າຢາເວທີ່ຢູ່ນອກຜ້າກັ້ງຕໍ່ໜ້າຂອງຫີບພັນທະສັນຍາ. ໃຫ້ພາກັນຢຶດຖືລະບຽບການນີ້ໄວ້ທຸກຍຸກທຸກສະໄໝສືບໄປ.
4
ອາໂຣນຈະຕ້ອງດູແລຮັກສາຕະກຽງເທິງຫລັກທີ່ເຮັດດ້ວຍຄຳສົດ ແລະກວດເບິ່ງໃຫ້ຮຸ່ງແຈ້ງຢູ່ຢ່າງສະໝໍ່າສະເໝີ ຢູ່ຊ້ອງໜ້າພຣະເຈົ້າຢາເວ.
5
ຈົ່ງເອົາແປ້ງສິບສອງກິໂລກຼາມມາ ແລະປັ້ນເຮັດເຂົ້າຈີ່ສິບສອງກ້ອນ.
6
ເມື່ອເຮັດແລ້ວ ຈົ່ງວາງເຂົ້າຈີ່ນັ້ນເປັນສອງແຖວຄື: ແຖວລະຫົກກ້ອນເທິງໂຕະທີ່ໂອບດ້ວຍຄຳສົດ ຊຶ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
7
ເທິງແຕ່ລະແຖວນັ້ນ ໃຫ້ເອົາກຳຍານບໍຣິສຸດບາງສ່ວນໃສ່ ແລະກຳຍານນັ້ນກໍຈະເປັນເຄື່ອງໝາຍວ່າ ເຂົ້າຈີ່ນັ້ນໄດ້ອຸທິດຖວາຍເປັນອາຫານແກ່ພຣະເຈົ້າຢາເວແລ້ວ.
8
ທຸກວັນຊະບາໂຕ ຈົ່ງນຳເຂົ້າຈີ່ມາວາງຢູ່ຕໍ່ໜ້າພຣະເຈົ້າຢາເວທຸກຍຸກທຸກສະໄໝສືບໄປ. ອັນນີ້ໃຫ້ຖືເປັນໜ້າທີ່ຂອງຊາວອິດສະຣາເອນຕະຫລອດໄປ.
9
ສ່ວນເຂົ້າຈີ່ນັ້ນໃຫ້ເປັນຂອງອາໂຣນ ແລະເຊື້ອສາຍຂອງລາວ ແລະພວກເຂົາຈະຕ້ອງກິນເຂົ້າຈີ່ນັ້ນໃນບ່ອນສັກສິດ ເພາະແມ່ນອາຫານບໍຣິສຸດ ທີ່ໄດ້ຖວາຍແກ່ພຣະເຈົ້າຢາເວສຳລັບປະໂຣຫິດ.”
10
ມີຊາຍຄົນໜຶ່ງທີ່ພໍ່ເປັນຄົນເອຢິບ ແລະແມ່ເປັນຄົນອິດສະຣາເອນຊື່ວ່າ ເຊໂລມິດ ເປັນລູກສາວຂອງດີບະຣີ ທີ່ມາຈາກຕະກຸນດານ. ຊາຍຜູ້ນີ້ໄດ້ຜິດຖຽງກັນກັບຄົນອິດສະຣາເອນຜູ້ໜຶ່ງຢູ່ໃນຄ້າຍພັກ. ເວລາຜິດຖຽງກັນນັ້ນ ລາວໄດ້ສາບແຊ່ງພຣະນາມພຣະເຈົ້າ. ສະນັ້ນ ເຂົາຈຶ່ງນຳລາວມາຫາໂມເຊ;
12
ເພິ່ນໃຫ້ເຂົາກັກໂຕລາວໄວ້ ແລະລໍເບິ່ງວ່າ ພຣະເຈົ້າຢາເວຈະບອກໃຫ້ເຮັດຫຍັງໃນຂັ້ນຕໍ່ໄປ.
13
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ,
14
“ໃຫ້ນຳຊາຍຜູ້ນີ້ອອກໄປນອກຄ້າຍ. ທຸກໆຄົນທີ່ໄດ້ຍິນລາວສາບແຊ່ງ ຈະຕ້ອງວາງມືໃສ່ເທິງຫົວຂອງລາວ ເພື່ອຢັ້ງຢືນວ່າຊາຍຄົນນີ້ໄດ້ກະທຳຜິດ ແລະຕໍ່ໄປຊຸມຊົນອິດສະຣາເອນຈະຕ້ອງຄວ່າງກ້ອນຫີນໃສ່ລາວໃຫ້ຕາຍ.
15
ແລ້ວໃຫ້ບອກປະຊາຊົນອິດສະຣາເອນວ່າ ຜູ້ໃດຜູ້ໜຶ່ງທີ່ສາບແຊ່ງພຣະເຈົ້າ ຕ້ອງໄດ້ຮັບຜົນກຳ ແລະຕ້ອງຮັບໂທດເຖິງຕາຍ.
16
ຄົນອິດສະຣາເອນຜູ້ໃດ ຫລືຄົນຕ່າງດ້າວຜູ້ໃດກໍຕາມ ອາໄສຢູ່ໃນດິນແດນອິດສະຣາເອນທີ່ສາບແຊ່ງພຣະນາມຂອງພຣະເຈົ້າຢາເວ ຈະຕ້ອງຖືກປະຊາຊົນຄວ່າງກ້ອນຫີນໃສ່ໃຫ້ຕາຍ.
17
ຜູ້ໃດຜູ້ໜຶ່ງທີ່ຂ້າຄົນ ຈະຕ້ອງຖືກລົງໂທດເຖິງຕາຍ
18
ແລະຜູ້ໃດຜູ້ໜຶ່ງທີ່ຂ້າສັດຂອງຄົນອື່ນ ຈະຕ້ອງໃຊ້ສັດນັ້ນຄືນໃຫ້ເຈົ້າຂອງ. ຫລັກການມີຢູ່ວ່າ ຊີວິດແທນຊີວິດ.
19
ຖ້າຜູ້ໃດຜູ້ໜຶ່ງທຳຮ້າຍຮ່າງກາຍຂອງຜູ້ອື່ນ ບໍ່ວ່າລາວຈະເຮັດໃຫ້ຄົນອື່ນນັ້ນຢ່າງໃດ ເຂົາກໍຈະເຮັດໃຫ້ລາວເໝືອນກັນຢ່າງນັ້ນ.
20
ຖ້າລາວເຮັດໃຫ້ກະດູກຊີກໜຶ່ງຂອງຄົນອື່ນຫັກ ກະດູກຊີກໜຶ່ງຂອງລາວກໍຈະຕ້ອງຫັກຄືກັນ; ຖ້າລາວເຮັດໃຫ້ຕາໜ່ວຍໜຶ່ງຂອງຄົນອື່ນບອດ ຕາໜ່ວຍໜຶ່ງຂອງລາວກໍຈະຕ້ອງບອດດ້ວຍ; ຖ້າລາວຕີແຂ້ວເຫຼັ້ມໜຶ່ງຂອງຄົນອື່ນຫັກ ແຂ້ວເຫຼັ້ມໜຶ່ງຂອງລາວກໍຈະຕ້ອງຫັກດ້ວຍ. ລາວທຳຮ້າຍຄົນອື່ນຢ່າງໃດ ຄົນອື່ນກໍຈະທຳຮ້າຍລາວຄືນຢ່າງນັ້ນ.
21
ຜູ້ໃດກໍຕາມທີ່ຂ້າສັດຂອງຄົນອື່ນ ຈະຕ້ອງຊົດໃຊ້ສັດນັ້ນແທນຄືນ, ແຕ່ຜູ້ໃດກໍຕາມທີ່ຂ້າຄົນ ຈະຕ້ອງຖືກລົງໂທດໃຫ້ເຖິງຕາຍ.
22
ກົດບັນຍັດນີ້ໃຫ້ໃຊ້ສຳລັບທຸກຄົນ ບໍ່ວ່າຈະເປັນຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມທີ່ອາໄສຢູ່ໃນທ່າມກາງພວກເຈົ້າ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
23
ເມື່ອໂມເຊໄດ້ກ່າວເຊັ່ນນີ້ຕໍ່ປະຊາຊົນອິດສະຣາເອນແລ້ວ ພວກເຂົາໄດ້ນຳຊາຍຄົນນັ້ນອອກໄປນອກຄ້າຍພັກ ແລະຄວ່າງກ້ອນຫີນໃສ່ລາວໃຫ້ຕາຍ. ໃນທຳນອງນີ້ທີ່ປະຊາຊົນອິດສະຣາເອນໄດ້ປະຕິບັດ ຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງແກ່ໂມເຊ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27