bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 16
Leviticus 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 17 →
1
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊ ຫລັງຈາກລູກຊາຍສອງຄົນຂອງອາໂຣນໄດ້ຕາຍໄປ ຜູ້ທີ່ຖືກຂ້າຄາວເມື່ອພວກເຂົາໄດ້ຫຍັບເຂົ້າໄປໃກ້ພຣະເຈົ້າຢາເວນັ້ນ.
2
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນອ້າຍຂອງເຈົ້າວ່າ ລາວຈະເຂົ້າໄປເບື້ອງຫລັງຜ້າກັ້ງຕໍ່ໜ້າພຣະທີ່ນັ່ງແຫ່ງພຣະຄຸນໃນເວລາກຳນົດໃຫ້ເທົ່ານັ້ນຄື: ໃນບ່ອນສັກສິດທີ່ສຸດ; ເພາະວ່າທີ່ນັ້ນແມ່ນບ່ອນທີ່ເຮົາປາກົດໃນເມກ ເໜືອຝາອັດຫີບພັນທະສັນຍາ. ຖ້າລາວບໍ່ເຊື່ອຟັງ ລາວຈະຕ້ອງຕາຍ.
3
ຫລັງຈາກລາວໄດ້ນຳງົວເຖິກໜຸ່ມໂຕໜຶ່ງມາ ເພື່ອຖວາຍລຶບລ້າງບາບ ແລະແກະເຖິກໜຸ່ມໂຕໜຶ່ງ ເພື່ອເຜົາບູຊາແລ້ວ; ລາວຈຶ່ງເຂົ້າໄປໃນບ່ອນສັກສິດໄດ້.”
4
ຕໍ່ມາ ພຣະເຈົ້າຢາເວໄດ້ມອບຂໍ້ຄຳສັ່ງດັ່ງຕໍ່ໄປນີ້. ກ່ອນອາໂຣນເຂົ້າໄປໃນບ່ອນສັກສິດທີ່ສຸດນັ້ນ ເພິ່ນຕ້ອງອາບນໍ້າຊຳລະຕົວ ແລ້ວໃສ່ເຄື່ອງປະຈຳຕຳແໜ່ງປະໂຣຫິດຄື: ໃສ່ເສື້ອຄຸມຍາວມີແຂນທີ່ເຮັດດ້ວຍຜ້າປ່ານ, ເສື້ອຄຸມຍາວບໍ່ມີແຂນ, ສາຍຮັດແອວ ແລະໝວກສຸບ.
5
ສ່ວນຊຸມຊົນອິດສະຣາເອນນັ້ນຈະຕ້ອງນຳແບ້ເຖິກສອງໂຕ ມາໃຫ້ອາໂຣນເພື່ອຖວາຍລຶບລ້າງບາບ ແລະແກະເຖິກໂຕໜຶ່ງເພື່ອເຜົາຖວາຍບູຊາ.
6
ເພິ່ນຈະຕ້ອງຖວາຍງົວເຖິກໂຕໜຶ່ງ ຕາມພິທີຖວາຍບູຊາລຶບລ້າງການບາບຂອງຕົນແລະຂອງຄົນໃນຄອບຄົວ.
7
ຕໍ່ມາ ເພິ່ນຈະຕ້ອງນຳແບ້ສອງໂຕມາຕໍ່ໜ້າພຣະເຈົ້າຢາເວ ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
8
ໃນທີ່ນັ້ນ ອາໂຣນຈະໃຊ້ສະຫລາກດ້ວຍຫີນສອງແຜ່ນ; ແຜ່ນໜຶ່ງນັ້ນໃຫ້ຂຽນວ່າ, “ສຳລັບພຣະເຈົ້າຢາເວ” ແລະແຜ່ນໜຶ່ງອີກຂຽນວ່າ, “ສຳລັບອາຊາເຊນ.”
9
ອາໂຣນຈະຕ້ອງຖວາຍແບ້ໂຕທີ່ສະຫລາກຕົກຖືກນັ້ນ ແກ່ພຣະເຈົ້າຢາເວເພື່ອລຶບລ້າງບາບ.
10
ແບ້ໂຕທີ່ຕົກເປັນຂອງອາຊາເຊນ ຈະຖືກນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວທັງເປັນ; ແລ້ວເຂົາກໍຈະປ່ອຍແບ້ໂຕນີ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານອາຊາເຊນ ເພື່ອລຶບລ້າງການບາບຂອງປະຊາຊົນອິດສະຣາເອນ.
11
ເມື່ອອາໂຣນຖວາຍບູຊາງົວເຖິກໜຸ່ມ ເພື່ອລຶບລ້າງບາບຂອງຕົນແລະຄົນໃນຄອບຄົວນັ້ນ
12
ເພິ່ນຕ້ອງເອົາໝໍ້ຂາງທີ່ມີຖ່ານໄຟລຸກແດງຢູ່ຈາກແທ່ນບູຊາທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວ ພ້ອມທັງກຳຍານທີ່ບົດໃຫ້ລະອຽດແລ້ວສອງກຳ ມາບ່ອນສັກສິດທີ່ສຸດ.
13
ໃນທີ່ນັ້ນ ໂດຍຊ້ອງໜ້າພຣະເຈົ້າຢາເວ ເພິ່ນຈະເອົາກຳຍານໂຮຍໃສ່ໄຟ ແລະຄວັນກຳຍານກໍຈະພຸ່ງຂຶ້ນບັງຝາຫີບພັນທະສັນຍາໄວ້ ເພື່ອວ່າເພິ່ນຈະບໍ່ໄດ້ເຫັນສິ່ງນັ້ນ ແລະຖືກຂ້າ.
14
ເພິ່ນຈະຕ້ອງເອົາເລືອດບາງສ່ວນຂອງງົວເຖິກໜຸ່ມມາ ແລະໃຊ້ນິ້ວມືຊິດເລືອດນັ້ນໃສ່ເທິງດ້ານໜ້າຂອງຝາອັດຫີບພັນທະສັນຍາ ແລ້ວຊິດເລືອດນັ້ນອີກເຈັດເທື່ອໃສ່ທາງດ້ານໜ້າຂອງຫີບພັນທະສັນຍາ.
15
ຫລັງຈາກນັ້ນ ເພິ່ນຈະຕ້ອງຂ້າແບ້ເພື່ອຖວາຍລຶບລ້າງບາບຂອງປະຊາຊົນ ແລ້ວນຳເລືອດແບ້ນັ້ນເຂົ້າໄປໃນບ່ອນສັກສິດທີ່ສຸດ ເພື່ອຊິດໃສ່ເທິງຝາອັດຫີບແລະຊິດໃສ່ທາງດ້ານໜ້າຂອງຫີບພັນທະສັນຍາ ແບບດຽວກັບຊິດເລືອດຂອງງົວເຖິກໜຸ່ມ.
16
ດັ່ງນີ້ ເພິ່ນຈຶ່ງຈະເຮັດພິທີຊຳລະບ່ອນສັກສິດທີ່ສຸດ ໃຫ້ພົ້ນຈາກມົນທິນຂອງປະຊາຊົນອິດສະຣາເອນ ແລະຈາກການບາບທຸກຢ່າງຂອງພວກເຂົາ. ເພິ່ນຈະເຮັດພິທີຊຳລະນີ້ໃຫ້ຫໍເຕັນບ່ອນຊຸມນຸມ ເພາະວ່າຫໍເຕັນໄດ້ຕັ້ງຢູ່ກາງຄ້າຍ ຊຶ່ງເປັນມົນທິນຕາມກົດບັນຍັດ.
17
ເວລາທີ່ອາໂຣນເຂົ້າໄປໃນບ່ອນສັກສິດທີ່ສຸດ ເພື່ອເຮັດພິທີຊຳລະໃຫ້ໝົດມົນທິນຈົນຮອດເວລາເພິ່ນອອກມານັ້ນ ຢ່າໃຫ້ຜູ້ໃດຢູ່ໃນຫໍເຕັນບ່ອນຊຸມນຸມ. ເມື່ອເພິ່ນໄດ້ເຮັດພິທີຊຳລະຕົນເອງ, ຄົນໃນຄອບຄົວ ແລະຊຸມຊົນອິດສະຣາເອນທັງໝົດແລ້ວ
18
ເພິ່ນຕ້ອງອອກມາຂ້າງນອກທີ່ແທ່ນບູຊາຕໍ່ໜ້າພຣະເຈົ້າຢາເວ ເພື່ອເຜົາເຄື່ອງຖວາຍແລະຊຳລະແທ່ນນັ້ນໃຫ້ໝົດມົນທິນ. ເພິ່ນຈະເອົາເລືອດງົວເຖິກໜຸ່ມ ແລະເລືອດແບ້ບາງສ່ວນ ທາໃສ່ເຂົາທີ່ແຈຂອງແທ່ນບູຊາ.
19
ແລ້ວໃຊ້ນິ້ວມືຊິດເລືອດບາງສ່ວນເຈັດເທື່ອໃສ່ເທິງແທ່ນບູຊາ ແລະເຮັດໃຫ້ແທ່ນນັ້ນບໍຣິສຸດ ເພື່ອໃຫ້ພົ້ນຈາກການບາບຂອງປະຊາຊົນອິດສະຣາເອນ.
20
ເມື່ອອາໂຣນເຮັດພິທີຊຳລະລ້າງບ່ອນສັກສິດທີ່ສຸດ, ຫໍເຕັນບ່ອນຊຸມນຸມ ແລະແທ່ນບູຊາແລ້ວ; ເພິ່ນຈະນຳແບ້ໂຕຍັງເປັນຢູ່ ທີ່ຕົກເປັນຂອງອາຊາເຊນ ນັ້ນມາຖວາຍ.
21
ເພິ່ນຈະວາງມືທັງສອງຂອງເພິ່ນລົງເທິງຫົວແບ້ ແລະສາລະພາບສິ່ງຊົ່ວຮ້າຍທຸກຢ່າງ, ການບາບນາໆຊະນິດ ແລະການທໍລະຍົດທຸກປະການຂອງປະຊາຊົນອິດສະຣາເອນ ແລະຢອງສິ່ງທັງໝົດນີ້ທີ່ເທິງຫົວຂອງແບ້ໂຕນັ້ນ. ຕໍ່ມາແບ້ໂຕນີ້ ກໍຈະຖືກນຳອອກໄປສູ່ຖິ່ນແຫ້ງແລ້ງກັນດານ ໂດຍຊາຍທີ່ໄດ້ຖືກເລືອກໄວ້.
22
ແບ້ໂຕນີ້ກໍຈະຮັບແບກການບາບທັງໝົດຂອງພວກເຂົາ ໄປສູ່ຖິ່ນເປົ່າປ່ຽວ.
23
ແລ້ວອາໂຣນກໍຕ້ອງເຂົ້າໄປໃນຫໍເຕັນບ່ອນຊຸມນຸມ, ແກ້ເຄື່ອງປະຈຳຕໍ່າແໜ່ງຂອງປະໂຣຫິດ ທີ່ເພິ່ນໄດ້ໃສ່ເມື່ອເຂົ້າໄປໃນບ່ອນສັກສິດທີ່ສຸດ ແລະປະໄວ້ໃນທີ່ນັ້ນ.
24
ເພິ່ນຕ້ອງອາບນໍ້າຊຳລະຕົວໃນບ່ອນສັກສິດ ແລະນຸ່ງເຄື່ອງແຕ່ງກາຍຂອງຕົນເອງຄືນ. ຫລັງຈາກນັ້ນ ເພິ່ນຈະຕ້ອງອອກໄປຂ້າງນອກ ເພື່ອຖວາຍເຄື່ອງເຜົາບູຊາລຶບລ້າງການບາບຂອງຕົນແລະຂອງປະຊາຊົນ.
25
ເພິ່ນຈະຕ້ອງເຜົາໄຂມັນທັງໝົດທີ່ເທິງແທ່ນບູຊາ ເພື່ອເປັນການຖວາຍລຶບລ້າງບາບ.
26
ຜູ້ທີ່ນຳແບ້ໄປປ່ອຍໃນຖິ່ນແຫ້ງແລ້ງກັນດານອາຊາເຊນນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະອາບນໍ້າຊຳລະຮ່າງກາຍ ແລ້ວຈຶ່ງກັບຄືນເຂົ້າໃນຄ້າຍພັກໄດ້.
27
ສ່ວນງົວເຖິກກັບແບ້ເຖິກນັ້ນແມ່ນຂ້າຖວາຍລຶບລ້າງບາບ ໂດຍນຳເລືອດສັດເຂົ້າໄປໃນບ່ອນສັກສິດເພື່ອການຍົກບາບ ຈະຕ້ອງຖືກນຳອອກໄປເຜົາຂ້າງນອກພ້ອມທັງໜັງ, ຊີ້ນ ແລະເຄື່ອງໃນໄສ້ພຸງ.
28
ຜູ້ເຮັດໜ້າທີ່ເຜົານັ້ນຕ້ອງຊັກເຄື່ອງນຸ່ງຫົ່ມ ແລະອາບນໍ້າຊຳລະຕົວເສຍກ່ອນ ຈຶ່ງກັບຄືນເຂົ້າໄປໃນຄ້າຍພັກໄດ້.
29
ລະບຽບການດັ່ງກ່າວນີ້ໃຫ້ຢຶດຖືໄວ້ທຸກຍຸກທຸກສະໄໝສືບໄປ. ໃນວັນທີສິບຂອງເດືອນທີເຈັດ ຊາວອິດສະຣາເອນກັບຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຕ້ອງຖືສິນອົດອາຫານແລະບໍ່ຕ້ອງເຮັດວຽກທຳງານໃດໆທັງສິ້ນ.
30
ໃນວັນນັ້ນ ໃຫ້ຈັດພິທີລຶບລ້າງການບາບທັງໝົດຂອງພວກເຂົາ ເພື່ອພວກເຂົາຈະບໍ່ເປັນມົນທິນຕາມກົດບັນຍັດຕໍ່ໜ້າພຣະເຈົ້າຢາເວ.
31
ໃຫ້ຖືວັນນີ້ເປັນວັນຊະບາໂຕພັກຜ່ອນ ໃຫ້ເປັນວັນທີ່ພວກເຂົາຖືສິນອົດອາຫານ ແລະພັກວຽກງານທັງສິ້ນ.
32
ມະຫາປະໂຣຫິດຜູ້ໄດ້ຮັບການສະຖາປະນາ ແລະອຸທິດຕົນໃຫ້ສືບແທນພໍ່ຂອງຕົນໃນຖານະເປັນມະຫາປະໂຣຫິດນັ້ນ ຕ້ອງເຮັດພິທີຊຳລະໃຫ້ໝົດມົນທິນນີ້. ເພິ່ນຈະຕ້ອງນຸ່ງເຄື່ອງປະຈຳຕໍ່າແໜ່ງປະໂຣຫິດ
33
ແລະເຮັດພິທີຊຳລະບ່ອນສັກສິດທີ່ສຸດ, ຫໍເຕັນ, ແທ່ນບູຊາ, ບັນດາປະໂຣຫິດ ແລະຊຸມຊົນທັງໝົດໃຫ້ໝົດມົນທິນ.
34
ຈົ່ງຢຶດຖືລະບຽບການເຫຼົ່ານີ້ໄວ້ທຸກຍຸກທຸກສະໄໝສືບໄປ. ພິທີຊຳລະນີ້ໃຫ້ຈັດຂຶ້ນປີລະເທື່ອ ເພື່ອຊຳລະປະຊາຊົນອິດສະຣາເອນຈາກການບາບຂອງພວກເຂົາ. ດັ່ງນັ້ນ ໂມເຊ ຈຶ່ງໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27