bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 8
Leviticus 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 9 →
1
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ,
2
“ຈົ່ງນຳອາໂຣນແລະພວກລູກຊາຍຂອງລາວ ມາທີ່ປະຕູເຂົ້າຫໍເຕັນບ່ອນເຮົາມາປາກົດ ແລ້ວເອົາເຄື່ອງປະຈຳຕຳແໜ່ງປະໂຣຫິດມາພ້ອມກັບນໍ້າມັນເຈີມສັກສິດ, ງົວເຖິກໜຸ່ມໂຕໜຶ່ງເພື່ອຖວາຍລຶບລ້າງບາບ, ແກະເຖິກ ສອງໂຕ ແລະກະຕ່າເຂົ້າຈີ່ບໍ່ມີເຊື້ອແປ້ງ.
3
ແລ້ວຈົ່ງເອີ້ນຊຸມຊົນອິດສະຣາເອນທັງໝົດ ມາເຕົ້າໂຮມກັນຢູ່ທີ່ທາງເຂົ້າຂອງຫໍເຕັນບ່ອນຊຸມນຸມ.”
4
ໂມເຊໄດ້ເຮັດຕາມສິ່ງທີ່ພຣະເຈົ້າຢາເວສັ່ງນັ້ນ ແລະເມື່ອຊຸມຊົນໄດ້ມາເຕົ້າໂຮມກັນທີ່ທາງເຂົ້າຂອງຫໍເຕັນບ່ອນຊຸມນຸມ.
5
ເພິ່ນໄດ້ກ່າວແກ່ພວກເຂົາວ່າ, “ສິ່ງທີ່ຂ້າພະເຈົ້າຈະເຮັດໄປນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ເຮັດ.”
6
ແລ້ວໂມເຊກໍນຳອາໂຣນແລະພວກລູກຊາຍຂອງລາວ ອອກມາຂ້າງໜ້າ ແລະໃຫ້ພວກເຂົາຮັບພິທີອາບນໍ້າຊຳລະ.
7
ເມື່ອອາບແລ້ວໆ ເພິ່ນໄດ້ເອົາເສື້ອຊ້ອນໃນແລະເສື້ອຄຸມ ໃສ່ໃຫ້ອາໂຣນແລະເອົາຜ້າຮັດແອວລາວ. ເພິ່ນໄດ້ສຸບເສື້ອຄຸມສັ້ນເອໂຟດ ໃສ່ໃຫ້ ແລ້ວກໍເອົາສາຍແອວທີ່ເຮັດດ້ວຍຜ້າປ່ານເນື້ອລະອຽດດີຮັດໃຫ້ຕື່ມ.
8
ແລ້ວເພິ່ນກໍເອົາແຜ່ນຮອງເອິກໃສ່ໃຫ້ ພ້ອມທັງເອົາອຸຣິມແລະທຸມມິມ ໃສ່ໃນນັ້ນດ້ວຍ.
9
ເມື່ອສຸບໝວກໃຫ້ແລ້ວ ເພິ່ນໄດ້ເອົາເຄື່ອງໝາຍເປັນຄຳປະດັບໃສ່ທາງດ້ານໜ້າໝວກ ຊຶ່ງເປັນມຸງກຸດບໍຣິສຸດໝາຍເຖິງການອຸທິດຖວາຍຕົວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
10
ແລ້ວໂມເຊກໍເອົານໍ້າມັນເຈີມສັກສິດຫົດສົງຫໍເຕັນສັກສິດ ພ້ອມກັບທຸກໆສິ່ງທີ່ຢູ່ໃນນັ້ນ ແລະໃນທຳນອງນີ້ ເພິ່ນໄດ້ອຸທິດຖວາຍທຸກສິ່ງໃຫ້ເປັນອັນສັກສິດ.
11
ເພິ່ນໄດ້ເອົານໍ້າມັນບາງສ່ວນຊິດເຈັດເທື່ອໃສ່ແທ່ນບູຊາກັບເຄື່ອງໃຊ້ຂອງແທ່ນ, ໃສ່ຂັນກັບພານຮອງຂັນ ເພື່ອອຸທິດຖວາຍສິ່ງເຫຼົ່ານີ້.
12
ເພິ່ນໄດ້ສະຖາປະນາອາໂຣນ ໂດຍໃຊ້ນໍ້າມັນເຈີມສັກສິດບາງສ່ວນຫົດສົງທີ່ຫົວຂອງລາວ ເປັນການອຸດທິດຖວາຍຕົວ.
13
ຕໍ່ມາ ໂມເຊກໍໄດ້ນຳພວກລູກຊາຍຂອງອາໂຣນອອກມາຂ້າງໜ້າ ເອົາເສື້ອຄຸມໃສ່ໃຫ້, ເອົາຜ້າມັດແອວພວກເຂົາ ແລະເອົາໝວກສຸບໃສ່ຫົວຂອງພວກເຂົາ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ.
14
ແລ້ວໂມເຊກໍໄດ້ນຳງົວເຖິກມາເພື່ອຖວາຍລຶບລ້າງບາບ. ອາໂຣນແລະພວກລູກຊາຍຂອງລາວໄດ້ພາກັນວາງມືລົງເທິງຫົວສັດ.
15
ໂມເຊໄດ້ຂ້າປາດຄໍງົວໂຕນັ້ນແລະເອົາເລືອດບາງສ່ວນມາ ແລະຈຸ່ມນິ້ວມືລົງໃນເລືອດແລະທາໃສ່ເຂົາຂອງແທ່ນທີ່ແຈແທ່ນບູຊາເພື່ອອຸທິດຖວາຍ. ແລ້ວເພິ່ນກໍຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນແທ່ນ ເພື່ອຊຳລະໃຫ້ສັກສິດບໍຣິສຸດ ແລະອຸທິດຖວາຍແທ່ນບູຊານັ້ນ.
16
ໂມເຊໄດ້ເອົາໄຂມັນທັງໝົດຂອງເຄື່ອງໃນໄສ້ພຸງ, ໜັງບາງໆຫຸ້ມຫໍ່ຕັບ, ແລະໝາກໄຂ່ຫລັງທັງສອງໜ່ວຍ ເຜົາເທິງແທ່ນບູຊາ.
17
ແລ້ວເພິ່ນກໍເອົາສ່ວນທີ່ເຫຼືອຂອງງົວເຖິກໂຕນັ້ນເຊັ່ນ: ໜັງ, ຊີ້ນ, ແລະເຄື່ອງໃນໄສ້ພຸງໄປເຜົາທີ່ນອກຄ້າຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ.
18
ຕໍ່ມາ ໂມເຊໄດ້ນຳແກະເຖິກມາ ເພື່ອເຜົາບູຊາ. ອາໂຣນກັບພວກລູກຊາຍຂອງລາວໄດ້ວາງມືລົງເທິງຫົວສັດ.
19
ເພິ່ນໄດ້ຂ້າປາດຄໍສັດໂຕນັ້ນ ແລະຊິດເລືອດຂອງມັນໃສ່ຂ້າງທັງສີ່ຂອງແທ່ນ.
20
ເພິ່ນໄດ້ຕັດເປັນຕ່ອນໆ, ໃຊ້ນໍ້າລ້າງເຄື່ອງໃນໄສ້ພຸງກັບຂາຫລັງ ແລະເຜົາຫົວກັບໄຂມັນແລະສ່ວນອື່ນໆທີ່ເທິງແທ່ນບູຊາດ້ວຍໄຟ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. ການເຜົາຖວາຍນີ້ເປັນການຖວາຍບູຊາທີ່ມີກິ່ນຫອມຫວນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
22
ຕໍ່ມາອີກ ໂມເຊໄດ້ນຳແກະເຖິກ ໂຕທີສອງມາ ຊຶ່ງເປັນແກະທີ່ຖວາຍສຳລັບການສະຖາປະນາປະໂຣຫິດ. ອາໂຣນແລະພວກລູກຊາຍຂອງລາວໄດ້ວາງມືລົງເທິງຫົວສັດ.
23
ໂມເຊຂ້າປາດຄໍແກະນັ້ນ ແລະເອົາເລືອດບາງສ່ວນທາໃສ່ທີ່ໃບຫູຂ້າງຂວາຂອງອາໂຣນ ທາໃສ່ທີ່ຫົວໂປ້ມືຂ້າງຂວາ ແລະທາໃສ່ທີ່ຫົວໂປ້ຕີນຂ້າງຂວາດ້ວຍ.
24
ແລ້ວເພິ່ນກໍນຳພວກລູກຊາຍຂອງອາໂຣນອອກມາຂ້າງໜ້າ ທາເລືອດບາງສ່ວນໃສ່ທີ່ໃບຫູຂ້າງຂວາຂອງພວກເຂົາ ທາໃສ່ທີ່ຫົວໂປ້ມືຂ້າງຂວາ ແລະທາໃສ່ທີ່ໂປ້ຕີນຂ້າງຂວາດ້ວຍ. ສ່ວນເລືອດທີ່ເຫຼືອນັ້ນ ໂມເຊໄດ້ຖອກໃສ່ຂ້າງທັງສີ່ຂອງແທ່ນບູຊາ.
25
ເພິ່ນໄດ້ເອົາໄຂມັນ, ໄຂມັນຂອງຫາງ, ໄຂມັນຕິດກັບເຄື່ອງໃນໄສ້ພຸງ, ໜັງບາງໆຫຸ້ມຫໍ່ຕັບ, ໝາກໄຂ່ຫລັງສອງໜ່ວຍທັງໄຂມັນ ແລະຂາຫລັງເບື້ອງຂວາ.
26
ແລ້ວເພິ່ນກໍເອົາເຂົ້າຈີ່ບໍ່ມີເຊື້ອແປ້ງກ້ອນໜຶ່ງຈາກກະຕ່າ ຊຶ່ງອຸທິດຖວາຍຕໍ່ໜ້າພຣະເຈົ້າຢາເວ, ກ້ອນໜຶ່ງທີ່ຈືນດ້ວຍນໍ້າມັນ ແລະເຂົ້າໜົມແຜ່ນກ້ອນໜຶ່ງ ວາງໃສ່ເທິງໄຂມັນແລະຂາຫລັງເບື້ອງຂວາສັດ.
27
ເພິ່ນໄດ້ເອົາອາຫານທັງໝົດນີ້ ວາງໃສ່ມືຂອງອາໂຣນແລະພວກລູກຊາຍຂອງລາວ ແລະພວກເຂົາໄດ້ຖວາຍເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ.
28
ແລ້ວໂມເຊກໍເອົາອາຫານໃນມືຂອງພວກເຂົາ ໄປເຜົາເທິງແທ່ນບູຊາເຕັງໃສ່ອາຫານທີ່ເຜົາບູຊາດ້ວຍໄຟ ເປັນເຄື່ອງຖວາຍສຳລັບການສະຖາປະນາ ຊຶ່ງເປັນການຖວາຍບູຊາທີ່ມີກິ່ນຫອມຫວນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
29
ແລ້ວໂມເຊໄດ້ເອົາຊີ້ນໜ້າເອິກແກະ ມາຖວາຍເປັນເຄື່ອງບູຊາແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. ຊີ້ນສ່ວນນີ້ເປັນຂອງໂມເຊ ເມື່ອມີການສະຖາປະນາ. ໂມເຊໄດ້ເຮັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
30
ໂມເຊໄດ້ເອົານໍ້າມັນສັກສິດແລະເລືອດບາງສ່ວນທີ່ແທ່ນບູຊານັ້ນ ຊິດໃສ່ອາໂຣນກັບພວກລູກຊາຍຂອງລາວ ແລະຊິດໃສ່ເຄື່ອງນຸ່ງຫົ່ມຂອງພວກເຂົາ. ໃນທຳນອງນີ້ ເພິ່ນໄດ້ອຸທິດຖວາຍພວກເຂົາພ້ອມທັງເຄື່ອງນຸ່ງຫົ່ມຂອງພວກເຂົາ.
31
ໂມເຊໄດ້ກ່າວແກ່ອາໂຣນແລະພວກລູກຊາຍຂອງລາວວ່າ, “ຈົ່ງເອົາຊີ້ນທີ່ຕົ້ມໄວ້ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ, ແລ້ວກິນໃນທີ່ນັ້ນກັບເຂົ້າຈີ່ໃນກະຕ່າສຳລັບການສະຖາປະນາຕາມຄຳສັ່ງນັ້ນ.
32
ຈົ່ງເຜົາເຂົ້າຈີ່ຫລືຊີ້ນຊຶ່ງເຫຼືອກິນນັ້ນຖິ້ມໝົດ.
33
ພວກເຈົ້າຈະຕ້ອງຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມເປັນເວລາເຈັດວັນ ຈົນກວ່າພິທີສະຖາປະນາຂອງພວກເຈົ້າໄດ້ສຳເລັດ.
34
ພຣະເຈົ້າຢາເວໄດ້ສັ່ງພວກເຮົາໃຫ້ເຮັດສິ່ງທີ່ພວກເຮົາໄດ້ເຮັດໃນມື້ນີ້ ເພື່ອເປັນການຍົກຜິດບາບຂອງພວກເຈົ້າ.
35
ພວກເຈົ້າຈະຕ້ອງຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມທັງເວັນທັງຄືນເປັນເວລາເຈັດວັນ ໂດຍປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ຖ້າພວກເຈົ້າບໍ່ເຮັດຕາມ ພວກເຈົ້າຈະຕາຍ. ອັນນີ້ ແມ່ນສິ່ງທີ່ເຮົາໄດ້ສັ່ງໄວ້.”
36
ດັ່ງນັ້ນ ອາໂຣນແລະພວກລູກຊາຍຂອງລາວຈຶ່ງໄດ້ປະຕິບັດຕາມ ສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊທຸກປະການ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27