bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 3
Leviticus 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 4 →
1
ເມື່ອຜູ້ໃດຜູ້ໜຶ່ງຖວາຍສັດໂຕໜຶ່ງໃນຝູງຂອງຕົນເພື່ອຄວາມສາມັກຄີທຳ ຕ້ອງໃຫ້ຜູ້ນັ້ນຖວາຍງົວເຖິກ ຫລືງົວແມ່ ໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິຕໍ່ໜ້າພຣະເຈົ້າຢາເວ.
2
ຊາຍຄົນນັ້ນຈະຕ້ອງວາງມືໃສ່ເທິງຫົວສັດ ແລະຂ້າປາດຄໍສັດທີ່ທາງເຂົ້າປະຕູຂອງຫໍເຕັນບ່ອນຊຸມນຸມ. ປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ຈະຖອກເລືອດງົວໃສ່ຂ້າງແທ່ນບູຊາທັງສີ່ຂ້າງ.
3
ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານຄື: ໄຂມັນທີ່ຕິດກັບເຄື່ອງໃນທັງໝົດ
4
ໝາກໄຂ່ຫລັງສອງໜ່ວຍກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ.
5
ພວກປະໂຣຫິດຈະຕ້ອງເຜົາສ່ວນເຫຼົ່ານີ້ທັງໝົດ ເທິງແທ່ນບູຊາແລະເຄື່ອງຖວາຍອື່ນໆ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
6
ຖ້າເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວນັ້ນ ເປັນແກະຫລືແບ້ ຈະເປັນໂຕເຖິກຫລືໂຕແມ່ກໍດີ ຕ້ອງໃຫ້ເປັນສັດໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ.
7
ຖ້າຜູ້ໃດຜູ້ໜຶ່ງຖວາຍແກະໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ.
8
ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວແກະ ແລະຂ້າປາດຄໍສັດນັ້ນທີ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ບັນດາປະໂຣຫິດຈະຕ້ອງຖອກເລືອດແກະນັ້ນໃສ່ຂ້າງທັງສີ່ຂອງແທ່ນບູຊາ
9
ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ ຕາມພິທີຖວາຍອາຫານຄື: ໄຂມັນ, ໄຂມັນຂອງຫາງແປະກະດູກສັນຫລັງ
10
ແລະໄຂມັນທັງໝົດທີ່ຫຸ້ມຫໍ່ເຄື່ອງໃນ, ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ.
11
ປະໂຣຫິດຜູ້ເຮັດພິທີຈະເຜົາສ່ວນເຫຼົ່ານີ້ທັງໝົດນັ້ນເທິງແທ່ນບູຊາ ເພື່ອເປັນການຖວາຍອາຫານດ້ວຍໄຟແກ່ພຣະເຈົ້າຢາເວ.
12
ຖ້າຊາຍຄົນໜຶ່ງຖວາຍແບ້ໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ.
13
ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວຂອງມັນ ແລະຂ້າປາດຄໍແບ້ນັ້ນຢູ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ພວກປະໂຣຫິດຈະຕ້ອງຖອກເລືອດແບ້ນັ້ນ ໃສ່ທັງສີ່ຂ້າງຂອງແທ່ນບູຊາ
14
ຈາກເຄື່ອງຖວາຍບູຊານັ້ນ ຈົ່ງເອົາສ່ວນໜຶ່ງມາຖວາຍບູຊາດ້ວຍໄຟ ເພື່ອເປັນການຖວາຍອາຫານແກ່ພຣະເຈົ້າຢາເວຄື: ໄຂມັນທັງໝົດທີ່ຫຸ້ມຫໍ່ຢູ່ໃນເຄື່ອງໃນ,
15
ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນທີ່ຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ.
16
ບັນດາປະໂຣຫິດຈະເຜົາສ່ວນເຫຼົ່ານີ້ທັງໝົດເທິງແທ່ນບູຊາ ເປັນອາຫານບູຊາເຜົາດ້ວຍໄຟທີ່ເປັນກິ່ນຫອມຫວນ ໄຂມັນທັງໝົດເປັນຂອງພຣະເຈົ້າຢາເວ.
17
ຢ່າໃຫ້ຊາວອິດສະຣາເອນຄົນໃດກິນໄຂມັນ ຫລືກິນເລືອດ; ອັນນີ້ແມ່ນລະບຽບການ ທີ່ຊາວອິດສະຣາເອນຕ້ອງຢຶດຖືຕະຫລອດໄປບໍ່ວ່າພວກເຂົາຈະອາໄສຢູ່ທີ່ໃດກໍຕາມ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27