bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 10
Leviticus 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 11 →
1
ນາດາບແລະອາບີຮູລູກຊາຍອາໂຣນ ຕ່າງກໍໄດ້ນຳໝໍ້ຂາງຂອງຕົນມາ ແລະເອົາຖ່ານໄຟທີ່ກຳລັງລຸກຢູ່ໃສ່ໃນນັ້ນ. ພວກເຂົາໄດ້ເອົາກຳຍານໂຮຍໃສ່ຕື່ມ ແລະນຳໄປຖວາຍຕໍ່ໜ້າພຣະເຈົ້າຢາເວ. ແຕ່ໄຟທີ່ຖວາຍນີ້ບໍ່ບໍຣິສຸດ ເພາະວ່າພຣະອົງບໍ່ໄດ້ສັ່ງພວກເຂົາໃຫ້ຖວາຍຢ່າງນັ້ນ.
2
ດັ່ງນັ້ນ ພຣະເຈົ້າຢາເວໄດ້ສົ່ງໄຟລົງມາໄໝ້ພວກເຂົາຕາຍຄາທີ່ຢູ່ຊ້ອງໜ້າພຣະເຈົ້າຢາເວ.
3
ແລ້ວໂມເຊໄດ້ກ່າວແກ່ອາໂຣນວ່າ, “ພຣະເຈົ້າຢາເວໄດ້ປະກາດໄວ້ດັ່ງນີ້: ‘ທຸກຄົນທີ່ຮັບໃຊ້ເຮົາຕ້ອງຢຳເກງຄວາມບໍຣິສຸດຂອງເຮົາ; ເຮົາຈະໃຫ້ປະຊາຊົນຂອງເຮົາເຫັນສະຫງ່າຣາສີຂອງເຮົາ.”’ ສ່ວນອາໂຣນກໍໄດ້ແຕ່ຕົກສະເງີ້ຈົນປາກບໍ່ອອກ.
4
ໂມເຊໄດ້ເອີ້ນມີຊາເອນແລະເອນຊາຟັນ ລູກຊາຍຂອງອຸດຊີເອນຜູ້ເປັນລຸງຂອງອາໂຣນມາ ແລະບອກພວກເຂົາວ່າ, “ຈົ່ງຫາມສົບພີ່ນ້ອງຂອງພວກເຈົ້າ ອອກຈາກຫໍເຕັນສັກສິດໄປໄວ້ນອກຄ້າຍພັກເສຍ.”
5
ດັ່ງນັ້ນ ພວກເຂົາຈຶ່ງມາຍົກເສື້ອພ້ອມສົບຄົນຕາຍອອກໄປໄວ້ນອກຄ້າຍພັກ ຕາມທີ່ໂມເຊໄດ້ສັ່ງ.
6
ຕໍ່ມາ ໂມເຊໄດ້ກ່າວກັບອາໂຣນ ແລະເອເລອາຊາແລະອີທາມາ ລູກຊາຍຂອງອາໂຣນວ່າ, “ຢ່າປ່ອຍຜົມໃຫ້ຫຍຸ້ງຫລືຈີກເຄື່ອງນຸ່ງຫົ່ມ ເພື່ອສະແດງວ່າພວກເຈົ້າກຳລັງໄວ້ທຸກ. ຖ້າພວກເຈົ້າເຮັດ ພວກເຈົ້າກໍຈະຕາຍ ແລະພຣະເຈົ້າຢາເວຈະໂກດຮ້າຍ ແລະລົງໂທດຊຸມຊົນທັງໝົດນີ້. ແຕ່ໃຫ້ພີ່ນ້ອງຊາວອິດສະຣາເອນຄົນອື່ນໆພາກັນໄວ້ທຸກ ຍ້ອນການຕາຍດ້ວຍໄຟທີ່ພຣະເຈົ້າຢາເວໄດ້ສົ່ງມາ.
7
ຢ່າໜີໄປຈາກທາງເຂົ້າຫໍເຕັນບ່ອນຊຸມນຸມ ຖ້າບໍ່ດັ່ງນັ້ນ ພວກເຈົ້າຈະຕາຍ ຍ້ອນວ່າພວກເຈົ້າຖືກອຸທິດຖວາຍແລ້ວ ໂດຍນໍ້າມັນເຈີມສັກສິດຂອງພຣະເຈົ້າຢາເວ.” ສະນັ້ນ ພວກເຂົາຈຶ່ງໄດ້ປະຕິບັດຕາມສິ່ງທີ່ໂມເຊໄດ້ບອກ.
8
ພຣະເຈົ້າຢາເວໄດ້ບອກອາໂຣນວ່າ,
9
“ເຈົ້າແລະພວກລູກຊາຍຂອງເຈົ້າບໍ່ຕ້ອງເຂົ້າມາທີ່ຫໍເຕັນບ່ອນຊຸມນຸມ ເມື່ອພວກເຈົ້າດື່ມເຫຼົ້າອະງຸ່ນ ຫລືເຫລົ້າປຸກ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າຈະຕາຍ. ອັນນີ້ແມ່ນລະບຽບການທີ່ຈະຕ້ອງປະຕິບັດກັນ ທຸກຊົ່ວເຊັ່ນເຊື້ອສາຍຂອງພວກເຈົ້າ.
10
ພວກເຈົ້າຕ້ອງໄຈ້ແຍກໃຫ້ຈະແຈ້ງ ລະຫວ່າງສິ່ງທີ່ເປັນບໍຣິສຸດແລະສິ່ງທີ່ໃຊ້ກັນຢູ່ທົ່ວໆໄປ; ລະຫວ່າງສິ່ງທີ່ເປັນມົນທິນແລະບໍ່ເປັນມົນທິນຕາມກົດບັນຍັດ.
11
ເຈົ້າຕ້ອງສັ່ງສອນປະຊາຊົນອິດສະຣາເອນໃຫ້ຮູ້ລະບຽບການທັງໝົດນີ້ ຊຶ່ງພຣະເຈົ້າຢາເວໄດ້ໃຫ້ພວກເຈົ້າໂດຍຜ່ານທາງໂມເຊ.”
12
ໂມເຊໄດ້ກ່າວແກ່ອາໂຣນແລະເອເລອາຊາແລະອີທາມາ ລູກຊາຍສອງຄົນຂອງລາວວ່າ, “ຈົ່ງເອົາພືດຜົນເປັນເມັດທີ່ເຫຼືອຈາກການຖວາຍແກ່ພຣະເຈົ້າຢາເວນັ້ນ ມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະກິນທີ່ຂ້າງແທ່ນບູຊາເພາະການຖວາຍນີ້ແມ່ນບໍຣິສຸດທີ່ສຸດ.
13
ຈົ່ງກິນໃນບ່ອນບໍຣິສຸດ ເພາະແມ່ນສ່ວນຂອງເຈົ້າແລະແມ່ນສ່ວນຂອງພວກລູກຊາຍຂອງເຈົ້າ ທີ່ໄດ້ມາຈາກການຖວາຍອາຫານບູຊາດ້ວຍໄຟແກ່ພຣະເຈົ້າຢາເວ. ອັນນີ້ແມ່ນສິ່ງທີ່ເຮົາໄດ້ຮັບສັ່ງໄວ້ແລ້ວ.
14
ແຕ່ເຈົ້າພ້ອມຄອບຄົວຂອງເຈົ້າຈົ່ງກິນຊີ້ນໜ້າເອິກແລະຊີ້ນຂາຫລັງ ແລະຈົ່ງກິນໄດ້ໃນທຸກໆບ່ອນທີ່ບໍ່ເປັນມົນທິນຕາມກົດບັນຍັດ. ເຄື່ອງຖວາຍເຫຼົ່ານີ້ໄດ້ມອບແກ່ເຈົ້າແລະເຊື້ອສາຍຂອງເຈົ້າແລ້ວ ຊຶ່ງເປັນສ່ວນທີ່ພວກເຈົ້າໄດ້ຮັບຈາກການຖວາຍ ເພື່ອຄວາມສາມັກຄີທຳຂອງປະຊາຊົນອິດສະຣາເອນ.
15
ຊີ້ນຂາຫລັງກັບຊີ້ນໜ້າເອິກພ້ອມໄຂມັນ ທຸກຢ່າງທີ່ຖວາຍບູຊາດ້ວຍໄຟ ຈົ່ງເອົາມາເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. ສ່ວນນີ້ເປັນຂອງເຈົ້າກັບເຊື້ອສາຍຂອງເຈົ້າສືບໄປ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.”
16
ໂມເຊໄດ້ສອບຖາມກ່ຽວກັບຊີ້ນແບ້ທີ່ໄດ້ຖວາຍເພື່ອລຶບລ້າງບາບນັ້ນ ເມື່ອເພິ່ນຮູ້ວ່າແບ້ນັ້ນໄດ້ເຜົາໝົດເສຍແລ້ວ. ໂມເຊຈຶ່ງຮ້າຍເອເລອາຊາແລະອີທາມາກ່ຽວກັບເລື່ອງນີ້. ເພິ່ນໄດ້ຖາມເຂົາວ່າ,
17
“ເປັນຫຍັງພວກເຈົ້າຈຶ່ງບໍ່ກິນເຄື່ອງຖວາຍລຶບລ້າງບາບໃນບ່ອນບໍຣິສຸດ? ມັນເປັນຂອງບໍຣິສຸດທີ່ສຸດ ແລະພຣະອົງໄດ້ມອບສິ່ງນັ້ນໃຫ້ພວກເຈົ້າ ເພື່ອລຶບລ້າງບາບຂອງປະຊາຊົນຕໍ່ໜ້າພຣະເຈົ້າຢາເວ.
18
ເມື່ອບໍ່ໄດ້ນຳເລືອດສັດເຂົ້າໄປໃນຫໍເຕັນ ພວກເຈົ້າຕ້ອງກິນເຄື່ອງຖວາຍບູຊາໃນທີ່ນັ້ນ ຕາມທີ່ຂ້ອຍໄດ້ສັ່ງໄວ້.”
19
ອາໂຣນໄດ້ຕອບວ່າ, “ເບິ່ງແມ! ໃນມື້ນີ້ ປະຊາຊົນໄດ້ນຳເຄື່ອງມາຖວາຍເພື່ອລຶບລ້າງບາບ ແລະພວກເຂົາກໍໄດ້ນຳເຄື່ອງຖວາຍບູຊາດ້ວຍໄຟມາຖວາຍຕໍ່ໜ້າພຣະເຈົ້າຢາເວ, ແຕ່ເຖິງປານນັ້ນ ເລື່ອງຫຍຸ້ງຍາກແບບນີ້ກໍຍັງຕົກຖືກຂ້ອຍຈົນໄດ້. ຖ້າຂ້ອຍກິນເຄື່ອງຖວາຍບູຊາລຶບລ້າງບາບໃນມື້ນີ້ ຈະເຮັດໃຫ້ພຣະເຈົ້າຢາເວເຫັນຊອບບໍ?”
20
ເມື່ອໂມເຊໄດ້ຍິນດັ່ງນັ້ນເພິ່ນກໍເຫັນດີນຳ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27