bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 18
Leviticus 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 19 →
1
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ,
2
“ໃຫ້ບອກປະຊາຊົນອິດສະຣາເອນວ່າ, ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
3
ຢ່າເຮັດຕາມຮີດຄອງຂອງປະຊາຊົນຊາວເອຢິບ ບ່ອນທີ່ຄັ້ງໜຶ່ງນັ້ນພວກເຈົ້າເຄີຍໄດ້ອາໄສຢູ່; ຫລືເຮັດຕາມຮີດຄອງຂອງປະຊາຊົນທີ່ການາອານ ບ່ອນທີ່ເຮົາກຳລັງນຳພາພວກເຈົ້າເຂົ້າໄປ.
4
ຈົ່ງເຊື່ອຟັງກົດບັນຍັດຂອງເຮົາ ແລະເຮັດແຕ່ສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ເທົ່ານັ້ນ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
5
ຈົ່ງເຮັດຕາມຮີດຄອງແລະກົດບັນຍັດທີ່ເຮົາໄດ້ມອບໃຫ້ພວກເຈົ້າ; ການປະຕິບັດຕາມຄຳສັ່ງດັ່ງກ່າວນີ້ເປັນການຊ່ວຍຊີວິດຂອງພວກເຈົ້າເອງ. ເຮົາແມ່ນພຣະເຈົ້າຢາເວ.
6
ຢ່າສົມສູ່ກັບຍາດຕິພີ່ນ້ອງຂອງຕົນ ເຮົາແມ່ນພຣະເຈົ້າຢາເວ.
7
ຢ່າເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍໜ້າ ໂດຍສົມສູ່ກັບແມ່ຂອງຕົນ. ຢ່າເຮັດໃຫ້ແມ່ຂອງຕົນຕ້ອງອັບອາຍຂາຍໜ້າ.
8
ຢ່າເຮັດໃຫ້ພໍ່ຂອງຕົນຕ້ອງອັບອາຍຂາຍໜ້າ ໂດຍສົມສູ່ກັບເມຍຄົນອື່ນໆຂອງເພິ່ນ.
9
ຢ່າສົມສູ່ກັບເອື້ອຍ ຫລືນ້ອງສາວຂອງພວກເຈົ້າ ເພາະນາງກໍໄດ້ໃຫຍ່ຂຶ້ນຮ່ວມເຮືອນດຽວກັນກັບພວກເຈົ້າ.
10
ຢ່າໄດ້ສົມສູ່ກັບຫລານສາວຂອງຕົນ; ອັນນີ້ແມ່ນການອັບອາຍຂາຍໜ້າທີ່ສຸດ.
11
ຢ່າສົມສູ່ກັບເອື້ອຍຕ່າງພໍ່ ຫລືຕ່າງແມ່; ນາງແມ່ນເອື້ອຍຂອງພວກເຈົ້າຄືກັນ.
12
ຢ່າສົມສູ່ກັບປ້າຫລືອາ ບໍ່ວ່າຈະເປັນນ້ອງ ຫລືເອື້ອຍຂອງພໍ່ ຫລືນ້ອງຫລືເອື້ອຍຂອງແມ່ພວກເຈົ້າກໍຕາມ.
14
ຢ່າສົມສູ່ກັບເມຍຂອງລຸງ ເພາະນາງເປັນປ້າຂອງພວກເຈົ້າເອງ.
15
ຢ່າສົມສູ່ກັບລູກໃພ້
16
ຫລືກັບເອື້ອຍໃພ້ ຫລືກັບນ້ອງໃພ້ຂອງຕົນ.
17
ຢ່າສົມສູ່ກັບລູກສາວ ຫລືຫລານສາວຂອງຍິງທີ່ຕົນໄດ້ສົມສູ່ຢູ່ຮ່ວມກັບນາງ; ພວກເຂົາອາດເປັນພີ່ນ້ອງຂອງພວກເຈົ້າກໍໄດ້. ການກະທຳເຊັ່ນນັ້ນເປັນການຜິດຊາຍຍິງ ທີ່ຮ່ວມພໍ່ແມ່ດຽວກັນ.
18
ຢ່າໄດ້ເອົາເອື້ອຍຫລືນ້ອງເມຍ ມາເປັນເມຍຂອງພວກເຈົ້າ ຕາບໃດທີ່ເມຍຂອງຕົນຍັງມີຊີວິດຢູ່.
19
ຢ່າສົມສູ່ກັບຍິງທີ່ເປັນປະຈຳເດືອນ ເພາະວ່ານາງເປັນມົນທິນຕາມກົດບັນຍັດ.
20
ຢ່າສົມສູ່ກັບເມຍຂອງຄົນອື່ນ; ຕາມກົດບັນຍັດແລ້ວຈະເຮັດໃຫ້ຜູ້ນັ້ນເປັນມົນທິນ.
21
ຢ່າຖວາຍລູກຂອງພວກເຈົ້າ ເປັນເຄື່ອງມືໃນການຂາບໄຫວ້ພະໂມເລັກ ເພາະມັນນຳຄວາມເສື່ອມເສຍມາໃຫ້ນາມຊື່ຂອງພຣະເຈົ້າຂອງເຈົ້າ, ເຮົາແມ່ນພຣະເຈົ້າຢາເວ.
22
ຊາຍຢ່າໄດ້ສົມສູ່ກັບຊາຍ ເພາະການກະທຳເຊັ່ນນີ້ພຣະເຈົ້າກຽດຊັງທີ່ສຸດ.
23
ຊາຍກໍດີຫລືຍິງກໍດີ ຢ່າໄດ້ສົມສູ່ທາງເພດກັບສັດ; ເພາະການເຮັດຢ່າງບ້າຄັ່ງເຊັ່ນນີ້ ພາໃຫ້ພວກເຈົ້າເປັນມົນທິນຕາມກົດບັນຍັດ.
24
ຢ່າປະພຶດຕົນໃຫ້ເປັນມົນທິນໂດຍກະທຳສິ່ງເຫຼົ່ານີ້ ເພາະວ່າຄົນບໍ່ນັບຖືພຣະເຈົ້າທີ່ເຮົາຂັບໄລ່ອອກໄປຕໍ່ໜ້າພວກເຈົ້າ ກໍໄດ້ປະພຶດຕົນໃຫ້ເປັນມົນທິນໂດຍວິທີນີ້.
25
ການກະທຳຂອງພວກເຂົາເຮັດໃຫ້ດິນແດນເປັນມົນທິນ; ສະນັ້ນ ເຮົາຈຶ່ງລົງໂທດດິນແດນນັ້ນ ໂດຍເຮັດໃຫ້ເປັນສ້ຽນໜາມຕໍ່ຄົນທີ່ເຄີຍຢູ່ອາໄສ.
26
ພວກທີ່ໄດ້ຢູ່ໃນດິນແດນກ່ອນພວກເຈົ້າໄດ້ເຮັດແຕ່ສິ່ງເບື່ອໜ່າຍ ເຮັດໃຫ້ດິນແດນເປັນມົນທິນ ແຕ່ພວກເຈົ້າຢ່າໄດ້ເຮັດສິ່ງເຫຼົ່ານັ້ນ. ພວກເຈົ້າທຸກຄົນ ບໍ່ວ່າຄົນອິດສະຣາເອນຫລືຄົນຕ່າງດ້າວກໍຕາມທີ່ອາໄສຢູ່ກັບພວກເຈົ້າ ຕ້ອງຢຶດຖືກົດບັນຍັດແລະຂໍ້ຄຳສັ່ງທັງຫລາຍຂອງເຮົາ.
28
ແລ້ວດິນແດນນີ້ກໍຈະບໍ່ເປັນສ້ຽນໜາມຕໍ່ພວກເຈົ້າ ດັ່ງທີ່ເຄີຍໄດ້ເປັນມາ ຕໍ່ພວກບໍ່ນັບຖືພຣະເຈົ້າ ທີ່ເຄີຍອາໄສຢູ່ທີ່ນັ້ນກ່ອນພວກເຈົ້າ.
29
ພວກເຈົ້າກໍຮູ້ແລ້ວວ່າຜູ້ໃດກໍຕາມທີ່ເຮັດສິ່ງເບື່ອໜ່າຍເຫຼົ່ານີ້ ຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
30
ເຫດສະນັ້ນ ຈົ່ງເຊື່ອຟັງຂໍ້ຄຳສັ່ງທີ່ເຮົາໃຫ້ພວກເຈົ້າ ແລະຢ່າເຮັດຕາມຮີດຄອງຂອງປະຊາຊົນ ທີ່ໄດ້ອາໄສຢູ່ໃນດິນແດນນີ້ກ່ອນພວກເຈົ້າ ແລະຢ່າເຮັດໃຫ້ພວກເຈົ້າເປັນມົນທິນ ໂດຍປະຕິບັດຕາມຮີດຄອງເຫຼົ່ານັ້ນ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27