bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 27
Leviticus 27
Lao Bible 2012 (ພຣະຄຳພີສັກສິ)
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
1
ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ,
2
“ລະບຽບການຕ່າງໆດັ່ງຕໍ່ໄປນີ້ສຳລັບປະຊາຊົນອິດສະຣາເອນ: ຖ້າຄົນໃດຄົນໜຶ່ງໄດ້ສາບານໄວ້ຢ່າງພິເສດວ່າຕົນຈະຖວາຍແກ່ພຣະເຈົ້າຢາເວ ອັນເນື່ອງມາຈາກຜົນສຳເລັດໃນການບະບົນໄວ້; ລາວຈະເປັນອິດສະຫລະໄດ້ກໍຕໍ່ເມື່ອໄດ້ຈ່າຍເງິນຈຳນວນ
3
ຕາມອັດຕາຂອງສຳນັກນະມັດສະການດັ່ງຕໍ່ໄປນີ້:
4
ຜູ້ຊາຍອາຍຸແຕ່ຊາວປີຫາຫ້າສິບປີ ເງິນ 50 ແທ່ງ, ແລະສຳລັບແມ່ຍິງ ເງິນ 30 ແທ່ງ
5
ຊາຍໜຸ່ມອາຍຸແຕ່ຫ້າປີຫາຊາວປີ ເງິນ 20 ແທ່ງ, ແລະສຳລັບຍິງໜຸ່ມ ເງິນ 10 ແທ່ງ
6
ເດັກນ້ອຍຜູ້ຊາຍ ອາຍຸຕໍ່າກວ່າໜຶ່ງເດືອນຫາຫ້າປີ ເງິນ 5 ແທ່ງ, ແລະສຳລັບເດັກນ້ອຍຜູ້ຍິງ ເງິນ 3 ແທ່ງ.
7
ຜູ້ຊາຍອາຍຸຫົກສິບປີຂຶ້ນໄປ, ເງິນ 15 ແທ່ງ, ແລະສຳລັບແມ່ຍິງອາຍຸຫົກສິບປີຂຶ້ນໄປ, ເງິນ 10 ແທ່ງ.
8
ຖ້າຜູ້ໃດຜູ້ໜຶ່ງທີ່ໄດ້ບະບົນໄວ້ນັ້ນເປັນຄົນຍາກຈົນ ແລະບໍ່ສາມາດຈ່າຍຕາມອັດຕາກຳນົດໄວ້ໄດ້ ຕ້ອງໃຫ້ນຳຜູ້ນັ້ນໄປຫາປະໂຣຫິດ ເພື່ອວ່າເພິ່ນຈະວາງອັດຕາໃໝ່ໃຫ້ຕາມຄວາມສາມາດທີ່ລາວຈະຈ່າຍໄດ້.
9
ຖ້າການບະບົນກ່ຽວຂ້ອງກັບສັດໂຕໜຶ່ງທີ່ຮັບເອົາໄດ້ ໃຫ້ເປັນການຖວາຍບູຊາແກ່ພຣະເຈົ້າຢາເວ ແລ້ວເຄື່ອງຖວາຍທຸກໆຢ່າງຊຶ່ງຖວາຍແກ່ພຣະເຈົ້າຢາເວກໍບໍຣິສຸດ.
10
ຢ່າໃຫ້ເຂົາເອົາສັດໂຕອື່ນມາປ່ຽນແທນສັດໂຕທີ່ໄດ້ສັນຍາຖວາຍ ບໍ່ວ່າໂຕດີປ່ຽນແທນໂຕບໍ່ດີ ຫລືໂຕບໍ່ດີປ່ຽນໂຕດີ. ຖ້າລາວປ່ຽນແທນ ສັດທັງສອງນັ້ນກໍຈະເປັນບໍຣິສຸດ.
11
ແຕ່ຖ້າການບະບົນກ່ຽວຂ້ອງກັບສັດທີ່ເປັນມົນທິນຕາມກົດບັນຍັດ ຊຶ່ງຮັບເອົາເປັນເຄື່ອງຖວາຍແກ່ພຣະເຈົ້າຢາເວບໍ່ໄດ້ ຊາຍຄົນນັ້ນຈະຕ້ອງນຳສັດໄປຫາປະໂຣຫິດ.
12
ປະໂຣຫິດຈະຕີລາຄາສັດນັ້ນ ຕາມສຸຂະພາບວ່າດີຫລືບໍ່ດີ; ປະໂຣຫິດກຳນົດລາຄາເທົ່າໃດກໍເປັນເງິນເທົ່ານັ້ນ.
13
ຖ້າຊາຍຄົນນັ້ນຕ້ອງການຊື້ຄືນ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາສັດ ແລະຕື່ມອີກຊາວເປີເຊັນຂອງເງິນທີ່ໄດ້ຈ່າຍໄປນັ້ນ.
14
ເມື່ອຜູ້ໜຶ່ງມອບເຮືອນຂອງຕົນຖວາຍແກ່ພຣະເຈົ້າຢາເວ ປະໂຣຫິດຈະຕີລາຄາເຮືອນນັ້ນຕາມຄຸນນະພາບດີຫລືບໍ່ດີ; ປະໂຣຫິດກຳນົດເທົ່າໃດກໍເປັນເງິນເທົ່ານັ້ນ.
15
ຖ້າຜູ້ທີ່ມອບເຮືອນນັ້ນຕ້ອງການຊື້ຄືນ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາຂອງເຮືອນ ແລະຕື່ມອີກຊາວເປີເຊັນ.
16
ຖ້າຜູ້ໜຶ່ງມອບທີ່ດິນຂອງຕົນສ່ວນໃດສ່ວນໜຶ່ງຖວາຍແກ່ພຣະເຈົ້າຢາເວ ໃຫ້ຕີລາຄາທີ່ດິນນັ້ນຕາມຈຳນວນພືດທີ່ໄດ້ຫວ່ານລົງໄປຄື: ອັດຕາເງິນຫ້າສິບແທ່ງຕໍ່ເຂົ້າເດືອຍຊາວກິໂລກຼາມ.
17
ຖ້າລາວມອບທີ່ດິນໃຫ້ ໃນທັນທີ ຫລັງຈາກຄົບຮອບຫ້າສິບປີໃຫ້ຕີລາຄາທີ່ດິນນັ້ນເຕັມຄ່າ.
18
ຖ້າລາວຖວາຍທີ່ດິນຫລັງຈາກຄົບຮອບຫ້າສິບປີ ປະໂຣຫິດຈະຄິດຄ່າທີ່ດິນຕາມຈຳນວນປີທີ່ເຫຼືອຢູ່ ຈົນກວ່າຈະຮອດຄົບຮອບຫ້າສິບປີຊຸດໜ້າ ແລະຈະມີການຫລຸດລາຄາຕາມອັດຕາທີ່ໄດ້ກຳນົດໄວ້.
19
ຖ້າຜູ້ຖວາຍໄຮ່ນາໃຫ້ນັ້ນ ຕ້ອງການຊື້ທີ່ດິນຄືນ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາຂອງທີ່ດິນນັ້ນ ແລະຕື່ມອີກຊາວເປີເຊັນ.
20
ຖ້າລາວຂາຍໄຮ່ນາຕໍ່ໃຫ້ຄົນອື່ນໂດຍບໍ່ໄດ້ຊື້ຄືນ ລາວກໍຈະສູນເສຍສິດທິໃນການຊື້ນັ້ນ.
21
ໃນເວລາຄົບຮອບຫ້າສິບປີຊຸດໜ້າ ໄຮ່ນານັ້ນກໍຈະກາຍເປັນສົມບັດຂອງພຣະເຈົ້າຢາເວຢ່າງຖາວອນຄື: ທີ່ດິນຈະເປັນຂອງປະໂຣຫິດ.
22
ຖ້າຜູ້ໜຶ່ງມອບໄຮ່ນາທີ່ຕົນໄດ້ຊື້ມາ ຊຶ່ງບໍ່ແມ່ນມໍຣະດົກຈາກຄອບຄົວຂອງຕົນນັ້ນ ຖວາຍແກ່ພຣະເຈົ້າຢາເວ
23
ປະໂຣຫິດຈະຄິດໄລ່ເບິ່ງລາຄາຂອງໄຮ່ນານັ້ນ ຕາມຈຳນວນປີ ຈົນຮອດຄົບຮອບຫ້າສິບປີຊຸດໜ້າ ແລະຜູ້ນັ້ນຕ້ອງຈ່າຍຄ່າທີ່ດິນໃຫ້ໃນມື້ນັ້ນໂລດ; ເງິນນັ້ນເປັນຂອງພຣະເຈົ້າຢາເວ.
24
ເມື່ອຄົບຮອບຫ້າສິບປີມາເຖິງ ໄຮ່ນານັ້ນຈະຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງເດີມ ຫລືໃຫ້ລູກຫລານທີ່ເປັນເຊື້ອສາຍຂອງລາວ.
25
ການຕີລາຄາສິ່ງຂອງທັງໝົດ ຈະຕ້ອງກຳນົດເອົາຕາມຫລັກຂອງສຳນັກນະມັດສະການ.
26
ລູກສັດຫົວປີທຸກໆໂຕເປັນຂອງພຣະເຈົ້າຢາເວແລ້ວ; ສະນັ້ນ ຈຶ່ງບໍ່ໃຫ້ຜູ້ໃດນຳມາຖວາຍດ້ວຍໃຈສັດທາແກ່ພຣະອົງ. ລູກງົວກັບລູກແກະຫລືລູກແບ້ເປັນຂອງພຣະເຈົ້າຢາເວ
27
ແຕ່ຖ້າສັດນັ້ນເປັນມົນທິນຕາມກົດບັນຍັດ ອາດຈະຊື້ຄືນໄດ້ຕາມລາຄາຂອງສຳນັກນະມັດສະການ ແລະຕື່ມອີກຊາວເປີເຊັນ. ຖ້າບໍ່ຢາກຊື້ຄືນ ຈະຂາຍສັດນັ້ນໃຫ້ຄົນອື່ນຕາມລາຄາທາງການກໍໄດ້.
28
ຢ່າໃຫ້ຜູ້ໃດຂາຍຫລືຊື້ຄືນສິ່ງທີ່ຕົນໄດ້ຖວາຍຂາດຕົວ ແກ່ພຣະເຈົ້າຢາເວແລ້ວ ບໍ່ວ່າຈະເປັນມະນຸດ, ສັດ ຫລືທີ່ດິນກໍດີ. ສິ່ງນັ້ນເປັນຂອງພຣະເຈົ້າຢາເວຢ່າງຖາວອນ.
29
ແມ່ນແຕ່ມະນຸດຜູ້ທີ່ໄດ້ຖວາຍຕົວແລ້ວ ກໍຈະໄຖ່ຕົວຄືນມາບໍ່ໄດ້ເດັດຂາດ; ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ.
30
ເຄື່ອງຖວາຍໜຶ່ງສ່ວນສິບຂອງຜົນລະປູກຈາກທີ່ດິນ ບໍ່ວ່າເປັນເມັດຫລືເປັນໝາກກໍດີ ຈະຕ້ອງເປັນຂອງພຣະເຈົ້າຢາເວ ສິ່ງເຫຼົ່ານັ້ນເປັນບໍຣິສຸດຖວາຍແກ່ພຣະເຈົ້າຢາເວ.
31
ຖ້າຄົນໜຶ່ງຕ້ອງການໄຖ່ເອົາສິ່ງເຫຼົ່ານັ້ນຄືນມາ ລາວຕ້ອງຈ່າຍເງິນໃຫ້ຕາມລາຄາຂອງສຳນັກນະມັດສະການ ແລະຕື່ມອີກຊາວເປີເຊັນ.
32
ສັດລ້ຽງໜຶ່ງໃນສິບໂຕເປັນຂອງພຣະເຈົ້າຢາເວ. ເມື່ອນັບສັດ ສັດໂຕທີສິບເປັນຂອງບໍຣິສຸດຖວາຍແກ່ພຣະເຈົ້າຢາເວ
33
ຢ່າໃຫ້ເຈົ້າຂອງສັດຕຽມເລືອກສັດໃນລັກສະນະທີ່ວ່າ ເລືອກເອົາໂຕບໍ່ດີແລະລາວຈະສັບປ່ຽນບໍ່ໄດ້. ຖ້າລາວສັບປ່ຽນສັດໂຕໜຶ່ງແທ່ນອີກໂຕໜຶ່ງ ໃນເວລານັ້ນສັດທັງສອງໂຕຈະເປັນບໍຣິສຸດ ແລະລາວກໍຈະບໍ່ມີສິດໄຖ່ຄືນໄດ້ອີກ.”
34
ອັນນີ້ແມ່ນຂໍ້ຄຳສັ່ງຕ່າງໆຂອງພຣະເຈົ້າຢາເວ ທີ່ໄດ້ມອບໃຫ້ໂມເຊທີ່ເທິງພູເຂົາຊີນາຍສຳລັບປະຊາຊົນອິດສະຣາເອນ.
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27