bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 20
Leviticus 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 21 →
1
ພຣະເຈົ້າຢາເວໄດ້ສັ່ງໂມເຊ
2
ໃຫ້ບອກປະຊາຊົນອິດສະຣາເອນວ່າ, “ໃນພວກເຈົ້າຫລືໃນຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຈົ້າ ຖ້າຜູ້ໃດໃຫ້ລູກຊາຍຍິງຂອງຕົນ ໄປເປັນເຄື່ອງມືຮັບໃຊ້ພະໂມເລັກ; ຜູ້ນັ້ນຈະຕ້ອງຖືກຊຸມຊົນແກວ່ງກ້ອນຫີນໃສ່ໃຫ້ຕາຍ.
3
ຖ້າຜູ້ໃດມອບລູກຊາຍຍິງຂອງຕົນໃຫ້ພະໂມເລັກ ແລະເຮັດໃຫ້ຫໍເຕັນສັກສິດຂອງເຮົາເປັນມົນທິນ ແລະເຮັດໃຫ້ນາມຊື່ອັນສັກສິດຂອງເຮົາເສື່ອມເສຍ; ເຮົາຈະຫັນມາຕໍ່ສູ້ຜູ້ນັ້ນ ທັງຈະບໍ່ຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
4
ແຕ່ຖ້າຊຸມຊົນບໍ່ເອົາໃຈໃສ່ຕໍ່ສິ່ງທີ່ຜູ້ນັ້ນໄດ້ເຮັດ ແລະບໍ່ລົງໂທດລາວໃຫ້ເຖິງຕາຍ
5
ເຮົາເອງຈະຫັນມາຕໍ່ສູ້ລາວກັບຄອບຄົວຂອງລາວ ແລະຕໍ່ສູ້ທຸກຄົນທີ່ສົມຮູ້ຮ່ວມຄິດກັນບໍ່ສັດຊື່ຕໍ່ເຮົາ ຍ້ອນຫັນໄປຂາບໄຫວ້ພະໂມເລັກ. ເຮົາຈະບໍ່ຖືພວກເຂົາວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
6
ຖ້າຜູ້ໃດໄປຂໍຄຳແນະນຳຈາກໝໍຜີ ທີ່ປຸກວິນຍານຄົນຕາຍຂຶ້ນມາປຶກສາ ເຮົາຈະຫັນມາຕໍ່ສູ້ຜູ້ນັ້ນທັງຈະບໍ່ຖືລາວວ່າ ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
7
ຈົ່ງຮັກສາພວກເຈົ້າເອງໃຫ້ບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
8
ຈົ່ງເຊື່ອຟັງກົດບັນຍັດທັງຫລາຍຂອງເຮົາ ເພາະເຮົາແມ່ນພຣະເຈົ້າຢາເວ ຜູ້ເຮັດໃຫ້ພວກເຈົ້າບໍຣິສຸດ.
9
ຜູ້ໃດຜູ້ໜຶ່ງທີ່ສາບແຊ່ງພໍ່ແມ່ຂອງຕົນ ຈະຕ້ອງຖືກໂທດເຖິງຕາຍ; ລາວຮັບຜິດຊອບລາວເອງຕໍ່ການຕາຍຂອງລາວນັ້ນ.
10
ຖ້າຊາຍຄົນໜຶ່ງຫລິ້ນຊູ້ກັບເມຍຂອງພີ່ນ້ອງຊາວອິດສະຣາເອນ ຊາຍຍິງທັງສອງຄົນນັ້ນຈະຕ້ອງຖືກໂທດເຖິງຕາຍ.
11
ຊາຍຄົນໜຶ່ງທີ່ສົມສູ່ກັບເມຍນ້ອຍຄົນໜຶ່ງຂອງພໍ່ຕົນ ກໍເຮັດໃຫ້ພໍ່ຕົນໄດ້ຮັບຄວາມເສື່ອມເສຍ ແລະອັບອາຍຂາຍໜ້າ; ຊາຍຍິງທັງສອງຄົນນັ້ນຈະຕ້ອງຖືກໂທດເຖິງຕາຍ. ພວກເຂົາຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ.
12
ຖ້າຊາຍຄົນໜຶ່ງສົມສູ່ກັບລູກໃພ້ຂອງຕົນ ພວກເຂົາທັງສອງຈະຕ້ອງຖືກໂທດເຖິງຕາຍ. ພວກເຂົາໄດ້ປະພຶດຜິດນອກສິນທຳ. ພວກເຂົາຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ.
13
ຖ້າຊາຍກັບຊາຍຮ່ວມຫລິ້ນກັນທາງເພດ ພວກເຂົາໄດ້ເຮັດໃນສິ່ງທີ່ກຽດຊັງ ທັງສອງຈະຕ້ອງໄດ້ຮັບໂທດເຖິງຕາຍເໝືອນກັນ. ພວກເຂົາຈະຕ້ອງຮັບຜິດຊອບຕໍ່ການຕາຍຂອງພວກເຂົາເອງ.
14
ຖ້າຊາຍກັບຍິງແຕ່ງງານກັນ ແລະເອົາແມ່ຂອງຍິງນັ້ນເປັນເມຍດ້ວຍ; ເຂົາທັງສາມຈະຕ້ອງຖືກເຜົາໄຟໃຫ້ຕາຍທັງເປັນ ຍ້ອນສິ່ງອັບອາຍທີ່ພວກເຂົາໄດ້ເຮັດນັ້ນ; ການກະທຳເຊັ່ນນີ້ບໍ່ຄວນໃຫ້ເກີດຂຶ້ນໃນທ່າມກາງພວກເຈົ້າ.
15
ຖ້າຊາຍຜູ້ໃດໄດ້ສົມສູ່ທາງເພດກັບສັດ ຊາຍຜູ້ນັ້ນແລະສັດຈະຕ້ອງໄດ້ຮັບໂທດເຖິງຕາຍ.
16
ຖ້າຍິງຜູ້ໃດພະຍາຍາມສົມສູ່ທາງເພດກັບສັດ ຍິງຜູ້ນັ້ນກັບສັດຈະຕ້ອງໄດ້ຮັບໂທດເຖິງຕາຍເໝືອນກັນ. ເຂົາຮັບຜິດຊອບຕໍ່ການຕາຍຂອງຕົນເອງ.
17
ຖ້າຊາຍຜູ້ໜຶ່ງແຕ່ງງານກັບເອື້ອຍ ຫລືນ້ອງຂອງຕົນເອງ ຫລືເອື້ອຍນ້ອງຕ່າງພໍ່ຕ່າງແມ່ກັນ, ພວກເຂົາຈະຕ້ອງຖືກປະຊາຊົນປະຈານຂາຍໜ້າ ແລະຖືກຂັບໄລ່ໃຫ້ອອກໄປຈາກຊຸມຊົນ. ລາວໄດ້ສົມສູ່ກັບເອື້ອຍຫລືນ້ອງຂອງຕົນ; ສະນັ້ນ ລາວຈຶ່ງຕ້ອງຮັບຜົນທີ່ຕາມມາ.
18
ຖ້າຊາຍຜູ້ໜຶ່ງສົມສູ່ກັບຍິງທີ່ເປັນປະຈຳເດືອນ ໃຫ້ຂັບໄລ່ທັງສອງອອກໄປຈາກຊຸມຊົນ; ເພາະພວກເຂົາໄດ້ຝ່າຝືນລະບຽບການ ກ່ຽວກັບການເປັນມົນທິນຕາມກົດບັນຍັດ.
19
ຖ້າຊາຍຜູ້ໜຶ່ງໄດ້ສົມສູ່ກັບປ້າຫລືອາຂອງຕົນ ເຂົາທັງສອງຕ້ອງໄດ້ຮັບຜົນກຳສຳລັບການຜິດນອກສິນທຳ.
20
ຖ້າຊາຍຜູ້ໜຶ່ງສົມສູ່ກັບເມຍຂອງລຸງ ລາວກໍເຮັດໃຫ້ລຸງຂອງຕົນເສື່ອມເສຍ ແລະລາວກັບຍິງນັ້ນຈະເສຍຄ່າທົດແທນໂທດ; ທັງສອງຈະຕາຍໂດຍບໍ່ມີລູກ.
21
ຖ້າຊາຍຜູ້ໜຶ່ງເອົາເມຍອ້າຍນ້ອງຂອງຕົນມາເປັນເມຍ ເຂົາກໍຈະຕາຍໂດຍບໍ່ມີລູກເລີຍ. ເຂົາໄດ້ເຮັດສິ່ງທີ່ເປັນມົນທິນ ທັງໄດ້ສ້າງຄວາມອັບອາຍຂາຍໜ້າໃຫ້ແກ່ອ້າຍນ້ອງຂອງຕົນດ້ວຍ.
22
ຈົ່ງປະຕິບັດຕາມບັນດາກົດບັນຍັດ ແລະຂໍ້ຄຳສັ່ງທັງໝົດຂອງເຮົາ ເພື່ອວ່າດິນແດນການາອານຈະບໍ່ຄາຍພວກເຈົ້າອອກໄປ ຄືດິນແດນຊຶ່ງເຮົາກຳລັງນຳພາພວກເຈົ້າເຂົ້າໄປ.
23
ຢ່າໄດ້ນຳເອົາຮີດຄອງຂອງປະຊາຊົນຜູ້ທີ່ອາໄສຢູ່ໃນບ່ອນນັ້ນມາໃຊ້; ເຮົາກຳລັງຂັບໄລ່ຄົນບໍ່ນັບຖືພຣະເຈົ້າເຫຼົ່ານັ້ນໃຫ້ອອກໄປ ເພື່ອພວກເຈົ້າຈະໄດ້ເຂົ້າໄປໃນດິນແດນນັ້ນ. ພວກເຂົາໄດ້ເຮັດໃຫ້ເຮົາເບື່ອໜ່າຍ ຕໍ່ຮີດຄອງອັນຊົ່ວຊ້າທັງປວງຂອງພວກເຂົາ.
24
ແຕ່ເຮົາໄດ້ສັນຍາໄວ້ວ່າ ເຮົາຈະມອບດິນແດນທີ່ອຸດົມສົມບູນແລະຮັ່ງມີ ນີ້ໃຫ້ເປັນກຳມະສິດຂອງພວກເຈົ້າ ແລະເຮົາກໍຈະມອບໃຫ້ພວກເຈົ້າແທ້. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເຮົາຈະແຍກພວກເຈົ້າອອກຕ່າງຫາກຈາກບັນດາປະຊາຊາດອື່ນໆ.
25
ສະນັ້ນ ພວກເຈົ້າຈຶ່ງຈະຕ້ອງໄຈ້ແຍກຢ່າງຈະແຈ້ງ ລະຫວ່າງສັດກັບນົກຈຳພວກທີ່ເປັນມົນທິນ ແລະບໍ່ເປັນມົນທິນຕາມກົດບັນຍັດໃຫ້ໄດ້. ຢ່າກິນສັດຫລືນົກຈຳພວກທີ່ເປັນມົນທິນ ເພາະເຮົາໄດ້ປະກາດວ່າສັດຈຳພວກນັ້ນເປັນມົນທິນ ແລະການກິນສັດເຫຼົ່ານັ້ນກໍຈະເຮັດໃຫ້ພວກເຈົ້າເປັນມົນທິນດ້ວຍ.
26
ພວກເຈົ້າຈະຕ້ອງບໍຣິສຸດ ແລະເປັນປະຊາຊົນຂອງເຮົາເທົ່ານັ້ນ ເພາະວ່າເຮົາແມ່ນພຣະເຈົ້າຢາເວອົງບໍຣິສຸດ. ເຮົາໄດ້ແຍກພວກເຈົ້າອອກຕ່າງຫາກຈາກຊົນຊາດອື່ນໆ ເພື່ອພວກເຈົ້າເທົ່ານັ້ນຈະໄດ້ເປັນປະຊາຊົນຂອງເຮົາ.”
27
“ຊາຍຫລືຍິງຄົນໃດທີ່ປຸກວິນຍານຂອງຄົນຕາຍຂຶ້ນມາປຶກສາ ກໍຈະຖືກແກວ່ງດ້ວຍກ້ອນຫີນໃຫ້ເຖິງຕາຍ; ຄົນໃດທີ່ເຮັດສິ່ງນັ້ນ ແມ່ນຮັບຜິດຊອບຕໍ່ການຕາຍຂອງຕົນເອງ.”
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27