bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 21
Leviticus 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 22 →
1
ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ບອກບັນດາປະໂຣຫິດ ຜູ້ສືບເຊື້ອສາຍມາຈາກຄອບຄົວອາໂຣນວ່າ, “ຢ່າໃຫ້ປະໂຣຫິດປະພຶດຕົນເປັນມົນທິນຕາມກົດບັນຍັດ ໂດຍເຂົ້າຮ່ວມພິທີສົບຂອງພວກພີ່ນ້ອງຂອງຕົນ ເມື່ອພວກເຂົາຕາຍໄປ;
2
ເວັ້ນແຕ່ເປັນພໍ່, ແມ່, ລູກຊາຍ, ລູກສາວ,
3
ອ້າຍເອື້ອຍນ້ອງທີ່ຍັງບໍ່ທັນໄດ້ແຕ່ງງານ ແລະຍັງອາໄສຢູ່ນຳຄອບຄົວຂອງຕົນເທົ່ານັ້ນ.
4
ລາວຈະຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນ ໃນເລື່ອງການຕາຍຂອງພີ່ນ້ອງທາງພໍ່ດອງແມ່ດອງ.
5
ຢ່າໃຫ້ປະໂຣຫິດແຖຫົວສ່ວນໃດສ່ວນໜຶ່ງ ຫລືກຽນໜວດກຽນເຄົາ ຫລືປາດເນື້ອເຖືອໜັງຕາມຮ່າງກາຍຂອງຕົນອັນສະແດງເຖິງການໄວ້ທຸກ.
6
ພວກເຂົາຕ້ອງໃຫ້ບໍຣິສຸດຕໍ່ພຣະເຈົ້າຂອງພວກເຂົາ ແລະຢ່າເຮັດໃຫ້ນາມຊື່ຂອງພຣະເຈົ້າຂອງພວກເຂົາເສື່ອມເສຍ. ເພາະວ່າພວກເຂົາເປັນຜູ້ຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ, ເປັນອາຫານຂອງພຣະເຈົ້າຂອງພວກເຂົາ; ສະນັ້ນ ພວກເຂົາຕ້ອງບໍຣິສຸດ.
7
ປະໂຣຫິດຈະບໍ່ຕ້ອງແຕ່ງງານກັບຍິງທີ່ເປັນໂສເພນີ ຫລືກັບຍິງທີ່ບໍ່ບໍຣິສຸດ ຫລືກັບແມ່ຮ້າງ. ເພາະພວກເຂົາບໍຣິສຸດຕໍ່ພຣະເຈົ້າຂອງພວກເຂົາ.
8
ປະຊາຊົນຕ້ອງຖືປະໂຣຫິດວ່າບໍຣິສຸດ ເພາະພວກເຂົາເປັນຜູ້ຖວາຍອາຫານແກ່ພຣະເຈົ້າຂອງພວກເຈົ້າ. ພວກເຂົາຕ້ອງບໍຣິສຸດຕໍ່ພວກເຈົ້າ ເພາະວ່າເຮົາແມ່ນພຣະເຈົ້າຢາເວອົງບໍຣິສຸດ ແລະເຮົາສ້າງປະຊາຊົນຂອງເຮົາໃຫ້ບໍຣິສຸດ.
9
ຖ້າລູກສາວຂອງປະໂຣຫິດເປັນໂສເພນີ ນາງກໍເຮັດໃຫ້ພໍ່ຂອງຕົນໄດ້ຮັບຄວາມອັບອາຍຂາຍໜ້າ; ນາງຈະຕ້ອງຖືກເຜົາທັງເປັນ.
10
ສ່ວນມະຫາປະໂຣຫິດນັ້ນ ແມ່ນຜູ້ໜຶ່ງທີ່ໄດ້ຮັບການຫົດສົງສະຖາປະນາດ້ວຍນໍ້າມັນເຈີມສັກສິດໃສ່ເທິງຫົວ ແລະທັງໄດ້ຖືກສະຖາປະນາໃຫ້ນຸ່ງເຄື່ອງປະຈຳຕຳແໜ່ງປະໂຣຫິດໃນທ່າມກາງພີ່ນ້ອງຂອງຕົນ. ສະນັ້ນ ລາວຈຶ່ງບໍ່ຕ້ອງປ່ອຍຜົມໃຫ້ຫຍຸ້ງ ຫລືຈີກເຄື່ອງນຸ່ງຂອງຕົນເປັນການໄວ້ທຸກ.
11
ລາວຕ້ອງບໍ່ເຂົ້າໄປໃນສະຖານທີ່ບ່ອນມີຄົນຕາຍ; ລາວຕ້ອງບໍ່ປະພຶດຕົນໃຫ້ເປັນມົນທິນຕາມກົດບັນຍັດ ເຖິງແມ່ນວ່າຜູ້ນັ້ນຈະເປັນຍາດຕິພີ່ນ້ອງຂອງພໍ່ຫຼືແມ່ຂອງຕົນເອງກໍຕາມ
12
ລາວບໍ່ຕ້ອງອອກໄປຈາກວິຫານຂອງພຣະເຈົ້າ ແລະບໍ່ເຮັດໃຫ້ວິຫານຂອງພຣະເຈົ້າເປັນມົນທິນ ເພາະວ່າລາວໄດ້ຮັບການຫົດສົງແຕ່ງຕັ້ງດ້ວຍນໍ້າມັນສັກສິດຂອງພຣະເຈົ້າ ເຮົາແມ່ນພຣະເຈົ້າຢາເວ.
13
ລາວຈະຕ້ອງແຕ່ງງານກັບຍິງສາວບໍຣິສຸດ
14
ຢ່າແຕ່ງງານກັບແມ່ຮ້າງ ຫລືກັບແມ່ໝ້າຍ ຫລືກັບແມ່ຍິງທີ່ເຄີຍເປັນໂສເພນີ. ລາວຈະຕ້ອງແຕ່ງງານກັບຍິງສາວບໍຣິສຸດ ທີ່ຢູ່ໃນຕະກຸນຂອງຕົນເອງເທົ່ານັ້ນ.
15
ບໍ່ດັ່ງນັ້ນ ລູກຫລານຂອງພວກເຂົາຜູ້ທີ່ຈະຕ້ອງບໍຣິສຸດນັ້ນ ກໍຈະເປັນມົນທິນຕາມກົດບັນຍັດດ້ວຍ. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາໄດ້ຕັ້ງລາວໄວ້ຕ່າງຫາກເພື່ອເປັນມະຫາປະໂຣຫິດ.”
16
ພຣະເຈົ້າຢາເວໄດ້ສັ່ງໂມເຊ.
17
ໃຫ້ບອກອາໂຣນວ່າ, “ໃນເຊື້ອສາຍຂອງເຈົ້ານັ້ນ ບໍ່ໃຫ້ຜູ້ໃດທີ່ມີຮ່າງກາຍພິການ ເຂົ້າມາຖວາຍອາຫານແກ່ພຣະເຈົ້າຂອງເຈົ້າເດັດຂາດ. ຄຳສັ່ງນີ້ໃຫ້ປະຕິບັດກັນສືບໄປທຸກຍຸກທຸກສະໄໝ.
18
ບໍ່ໃຫ້ຊາຍໃດທີ່ມີຮ່າງກາຍພິການຖວາຍອາຫານແກ່ເຮົາ ເຊັ່ນ: ຄົນຕາບອດ, ຄົນຂາພິການ, ຄົນໜ້າຕາເສຍຮູບຊົງ ຫລືຕີນມືຄົດງໍ;
19
ຄົນຕີນມືເປັນຫລ່ອຍ;
20
ຄົນຫລັງກ່ອມຫລືຄົນເຕ້ຍຜິດປົກກະຕິ; ຄົນເສຍຕາ ຫລືຄົນເປັນພະຍາດຜິວໜັງ ແລະຊາຍທີ່ອະໄວຍະວະເພດພິການ.
21
ບໍ່ໃຫ້ປະໂຣຫິດທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ທີ່ມີຮ່າງກາຍພິການຖວາຍເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ເພາະວ່າເຂົາເປັນຄົນມີຕຳໜິ ຢ່າໃຫ້ເຂົາເຂົ້າມາໃກ້ອາຫານທີ່ຖວາຍແກ່ພຣະເຈົ້າຂອງເຂົາ.
22
ຄົນຢ່າງນັ້ນອາດກິນອາຫານທີ່ໄດ້ຖວາຍແກ່ພຣະເຈົ້າຂອງເຂົາແລ້ວໄດ້ ຄື: ທັງອາຫານທີ່ຖວາຍແລ້ວຢ່າງບໍຣິສຸດແລະຢ່າງບໍຣິສຸດທີ່ສຸດ;
23
ແຕ່ຍ້ອນວ່າລາວມີຮ່າງກາຍພິການ ຈຶ່ງຈະເຂົ້າມາໃກ້ຜ້າກັ້ງ ຫລືໃກ້ແທ່ນບູຊາບໍ່ໄດ້. ລາວຕ້ອງບໍ່ເຮັດໃຫ້ສິ່ງບໍຣິສຸດເຫຼົ່ານີ້ເປັນມົນທິນ ເພາະເຮົາແມ່ນພຣະເຈົ້າຢາເວຜູ້ໃຫ້ພວກເຂົາເປັນບໍຣິສຸດ.”
24
ນີ້ແມ່ນຖ້ອຍຄຳທີ່ໂມເຊໄດ້ກ່າວແກ່ອາໂຣນ ແລະພວກລູກຊາຍຂອງອາໂຣນ ຕະຫລອດທັງປະຊາຊົນອິດສະຣາເອນທຸກຄົນດ້ວຍ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27