bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 12
Leviticus 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 13 →
1
ພຣະເຈົ້າຢາເວໄດ້ມອບລະບຽບການດັ່ງຕໍ່ໄປນີ້ໃຫ້ໂມເຊ
2
ສຳລັບປະຊາຊົນອິດສະຣາເອນ. ເຈັດມື້ຫລັງຈາກຜູ້ຍິງເກີດລູກເປັນຜູ້ຊາຍແລ້ວ ນາງເປັນມົນທິນຕາມກົດບັນຍັດ ເໝືອນກັນກັບໄລຍະທີ່ນາງເປັນປະຈຳເດືອນ.
3
ໃນມື້ທີແປດ ເດັກນ້ອຍຜູ້ນີ້ຈະຕ້ອງຮັບພິທີຕັດ.
4
ແລ້ວອີກສາມສິບສາມວັນຕໍ່ມາ ນາງຈຶ່ງບໍ່ເປັນມົນທິນຕາມກົດບັນຍັດ ອັນເນື່ອງມາຈາກການເສຍເລືອດນັ້ນ; ນາງຕ້ອງບໍ່ແຕະຕ້ອງສິ່ງໃດໆທີ່ສັກສິດ ຫລືເຂົ້າໄປໃນຫໍເຕັນ ຈົນກວ່າການຊຳລະຕົວໃຫ້ບໍຣິສຸດໄດ້ຜ່ານພົ້ນໄປແລ້ວ.
5
ຫລັງຈາກເກີດລູກເປັນຜູ້ຍິງໄດ້ສິບສີ່ວັນ ຜູ້ຍິງນັ້ນເປັນມົນທິນຕາມກົດບັນຍັດເໝືອນກັນກັບໃນໄລຍະທີ່ນາງເປັນປະຈຳເດືອນ. ແລ້ວອີກຫົກສິບຫົກວັນຕໍ່ມາ ນາງຈຶ່ງບໍ່ເປັນມົນທິນຕາມກົດບັນຍັດ ອັນເນື່ອງມາຈາກການເສຍເລືອດນັ້ນ.
6
ເມື່ອກຳນົດຊຳລະຕົວໃຫ້ບໍຣິສຸດໄດ້ຜ່ານພົ້ນໄປແລ້ວ ບໍ່ວ່າໄດ້ລູກຜູ້ຍິງຫລືລູກຜູ້ຊາຍກໍດີ ນາງຈະຕ້ອງນຳລູກແກະອາຍຸໜຶ່ງປີ ມາໃຫ້ປະໂຣຫິດທີ່ຫໍເຕັນບ່ອນຊຸມນຸມ ເພື່ອເຮັດພິທີເຜົາຖວາຍບູຊາ ແລະນົກກາງແກຫລືນົກເຂົາໜຶ່ງໂຕ ເພື່ອຖວາຍບູຊາລຶບລ້າງບາບ.
7
ປະໂຣຫິດຈະເອົາເຄື່ອງຖວາຍຂອງນາງມາຖວາຍຕໍ່ໜ້າພຣະເຈົ້າຢາເວ ແລະຖວາຍບູຊາຊຳລະມົນທິນໃຫ້ແກ່ນາງ ແລ້ວນາງກໍຈະບໍ່ເປັນມົນທິນຕາມກົດບັນຍັດ. ນີ້ແມ່ນລະບຽບການທີ່ຜູ້ຍິງຕ້ອງປະຕິບັດ ຫລັງຈາກທີ່ນາງໄດ້ອອກລູກແລ້ວ.
8
ຖ້ານາງບໍ່ສາມາດຖວາຍລູກແກະໄດ້ ຕ້ອງໃຫ້ນຳນົກເຂົາຫລືນົກກາງແກສອງໂຕມາ; ໂຕໜຶ່ງເພື່ອເຜົາຖວາຍບູຊາ ແລະອີກໂຕໜຶ່ງເພື່ອຖວາຍລຶບລ້າງບາບ. ປະໂຣຫິດຈະຖວາຍບູຊາຊຳລະມົນທິນໃຫ້ແກ່ນາງ ແລະຍິງນັ້ນກໍຈະບໍ່ເປັນມົນທິນຕາມກົດບັນຍັດ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27