bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 11
Leviticus 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 12 →
1
ພຣະເຈົ້າຢາເວໄດ້ໃຫ້ລະບຽບການດັ່ງຕໍ່ໄປນີ້ແກ່ໂມເຊແລະອາໂຣນ
2
ສຳລັບປະຊາຊົນອິດສະຣາເອນ. ພວກເຈົ້າສາມາດກິນສັດທຸກຢ່າງທີ່ເທິງແຜ່ນດິນໂລກໄດ້.
3
ເຈົ້າກິນສັດທີ່ເທິງແຜ່ນດິນທີ່ມີໂບກຕີນເປັນກີບ ແລະສັດທີ່ຄ້ຽວເອື້ອງທຸກໆຊະນິດໄດ້
4
ແຕ່ເຈົ້າຢ່າກິນໂຕອູດ, ເໝັ້ນ ຫລືກະຕ່າຍ. ສັດເຫຼົ່ານີ້ຖືວ່າເປັນມົນທິນ; ເປັນສັດຈຳພວກທີ່ຄ້ຽວເອື້ອງ, ແຕ່ມີໂບກຕີນບໍ່ເປັນກີບ.
7
ຢ່າກິນໝູເພາະຖືວ່າເປັນສັດມີມົນທິນ; ມັນເປັນສັດທີ່ມີເລັບຕີນເປັນກີບ ແຕ່ມັນບໍ່ຄ້ຽວເອື້ອງ.
8
ຢ່າກິນສັດເຫຼົ່ານີ້ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ ເພາະສັດເຫຼົ່ານີ້ເປັນມົນທິນ.
9
ເຈົ້າກິນປາທຸກໆຊະນິດທີ່ມີຄີແລະມີເກັດໄດ້
10
ແຕ່ສິ່ງທີ່ມີຊີວິດຢູ່ໃນນໍ້າທີ່ບໍ່ມີຄີແລະບໍ່ມີເກັດ ຢ່າໄດ້ກິນ.
11
ສັດເຊັ່ນນັ້ນຖືວ່າເປັນມົນທິນ. ຢ່າກິນສັດເຫຼົ່ານັ້ນ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ.
12
ເຈົ້າຢ່າກິນສັດນໍ້າຊະນິດໃດໆທີ່ບໍ່ມີຄີແລະເກັດ ໃຫ້ຖືວ່າມັນເປັນສັດທີ່ໜ້າກຽດຊັງສຳລັບພວກເຈົ້າ.
13
ເຈົ້າຢ່າກິນນົກຊະນິດໃດໆດັ່ງຕໍ່ໄປນີ້: ນົກອິນຊີ, ນົກເຄົ້າ, ແຫລວ, ແຫລວຫາງຍາວ, ແຫລວດຳຕາມຊະນິດຂອງມັນ, ແຮ້ງ, ກາ, ນົກກະຈອກເທດ, ນົກນາງນວນ, ນົກກະສາ, ນົກຍາງ, ນົກກະທຸງ, ນົກເປັດ, ນົກຫອນຍາວ ຫລືເຈຍ.
20
ແມງໄມ້ທຸກຊະນິດທີ່ມີປີກແລະມີສີ່ຕີນຍ່າງໄປມາ ໃຫ້ຖືວ່າເປັນສັດທີ່ໜ້າກຽດໜ້າຊັງສຳລັບພວກເຈົ້າ.
21
ເວັ້ນໄວ້ແຕ່ຊະນິດທີ່ເຕັ້ນໄດ້.
22
ເຈົ້າກິນຕັກແຕນ, ຈີ່ຫລໍ່ (ຈີ່ນາຍ) ຫລືຈັກຈັ່ນໄດ້.
23
ແຕ່ແມງໄມ້ນ້ອຍໆຊະນິດອື່ນໆ ທີ່ມີປີກ ແລະທີ່ມີສີ່ຕີນ ໃຫ້ຖືວ່າເປັນສັດທີ່ໜ້າກຽດໜ້າຊັງ.
24
ຜູ້ໃດກໍຕາມທີ່ແຕະຕ້ອງຊາກສັດຕາຍດັ່ງຕໍ່ໄປນີ້ ຈະເປັນມົນທິນຈົນຮອດຄໍ່າຄື: ສັດທຸກຊະນິດທີ່ມີເລັບຕີນເປັນກີບ ນອກຈາກເລັບຕີນແຍກກັນແລະຄ້ຽວເອື້ອງ ແລະສັດສີ່ຕີນທີ່ຕີນເປັນຈຸ້ມ. ຜູ້ໃດກໍຕາມທີ່ຫາມຊາກສັດຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ລາວຈະຍັງເປັນມົນທິນຈົນຮອດຄໍ່າ.
29
ເຫງັນ, ໜູ, ໜູຊິງ ແລະກັບແກ້ໃຫ້ຖືວ່າສັດເປັນມົນທິນ.
31
ຜູ້ໃດກໍຕາມທີ່ແຕະຕ້ອງສັດເຫຼົ່ານີ້ຫລືຊາກຂອງມັນ ຈະເປັນມົນທິນຈົນຮອດຄໍ່າ.
32
ຖ້າຊາກສັດຕົກຖືກສິ່ງໃດກໍຕາມ ສິ່ງນັ້ນກໍເປັນມົນທິນ; ບໍ່ວ່າຈະເປັນໄມ້, ເຄື່ອງນຸ່ງຫົ່ມ, ໜັງສັດ, ຫລືກະສອບ; ບໍ່ວ່າຈະໃຊ້ເພື່ອປະໂຫຍດຫຍັງກໍຕາມ. ສິ່ງນັ້ນຈະຕ້ອງຖືກແຊ່ນໍ້າ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ.
33
ຖ້າຊາກສັດຕົກໃນໝໍ້ດິນ ທຸກສິ່ງທີ່ຢູ່ໃນໝໍ້ນັ້ນກໍເປັນມົນທິນ ແລະຕ້ອງທັບໝໍ້ນັ້ນຖິ້ມ.
34
ຖ້ານໍ້າຈາກໝໍ້ນັ້ນຖືກອາຫານທີ່ກິນເປັນປົກກະຕິ ອາຫານນັ້ນກໍເປັນມົນທິນ ແລະນໍ້າທີ່ດື່ມໄດ້ໃນໝໍ້ນັ້ນກໍເປັນມົນທິນ.
35
ສິ່ງໃດໆທີ່ຊາກສັດຕົກຖືກນັ້ນຈະເປັນມົນທິນ; ບໍ່ວ່າເປັນເຕົາອົບຫລືເຕົາໄຟກໍດີຈະຕ້ອງຖືກທັບຖິ້ມ.
36
ແຕ່ນໍ້າໃນບໍ່ຫລືໃນຖັງເກັບນໍ້າຍັງຖືວ່າເປັນນໍ້າສະອາດ ແຕ່ວ່າຜູ້ໃດທີ່ແຕະຕ້ອງຊາກສັດນັ້ນໃຫ້ຖືວ່າເປັນມົນທິນ.
37
ຖ້າສ່ວນໃດຂອງຊາກສັດຕົກໃສ່ແນວປູກທີ່ຈະເອົາໄປກ້າ ແນວປູກນັ້ນກໍບໍ່ຖືວ່າເປັນມົນທິນ.
38
ແຕ່ຖ້າແນວປູກນັ້ນແຊ່ນໍ້າ ແລະຖ້າສ່ວນໜຶ່ງສ່ວນໃດຂອງຊາກສັດໄດ້ຕົກໃສ່ແນວປູກນັ້ນກໍເປັນມົນທິນ.
39
ຖ້າສັດທີ່ກິນໄດ້ຕາຍເອງ ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງຊາກສັດນັ້ນ ກໍເປັນມົນທິນຈົນຮອດຄໍ່າ.
40
ແລະຖ້າຜູ້ໃດຜູ້ໜຶ່ງກິນສ່ວນໃດສ່ວນໜຶ່ງຂອງສັດ ລາວຕ້ອງຊັກເຄື່ອງນຸ່ງຫົ່ມ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ; ຜູ້ໃດທີ່ຫາມຊາກສັດ ຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ຜູ້ນັ້ນຈະຍັງເປັນມົນທິນຈົນຮອດຄໍ່າ.
41
ແລະສັດທຸກໂຕທີ່ເລືອຄານເທິງໜ້າດິນ ຢ່າໄດ້ກິນສັດເຫຼົ່ານັ້ນ
42
ບໍ່ວ່າຈະເປັນສັດທີ່ເລືອຄານໄປມາຫລືສັດສີ່ຕີນກໍຕາມ.
43
ຢ່າເຮັດໃຫ້ພວກເຈົ້າເປັນມົນທິນໂດຍກິນສັດເຫຼົ່ານີ້.
44
ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນຍ້ອນສັດທີ່ເລືອຄານເທິງໜ້າດິນ.
45
ເຮົາແມ່ນພຣະເຈົ້າຢາເວພຣະເຈົ້າຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ.
46
ອັນນີ້ ແມ່ນລະບຽບການກ່ຽວກັບສັດແລະນົກ ຕະຫລອດທັງທຸກໆສິ່ງທີ່ຢູ່ໃນນໍ້າ ແລະສັດທຸກໆຊະນິດທີ່ເຄື່ອນຍ້າຍໄປມາເທິງໜ້າດິນ.
47
ເຈົ້າຕ້ອງສາມາດໄຈ້ແຍກຢ່າງລະມັດລະວັງ ລະຫວ່າງສັດຈຳພວກທີ່ເປັນມົນທິນ ແລະຈຳພວກທີ່ບໍ່ເປັນມົນທິນຕາມກົດບັນຍັດຄື: ລະຫວ່າງສັດທີ່ກິນໄດ້ແລະສັດທີ່ກິນບໍ່ໄດ້.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27