bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 23
Leviticus 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 24 →
1
ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ,
2
“ຈົ່ງບອກປະຊາຊົນອິດສະຣາເອນວ່າ ສິ່ງເຫຼົ່ານີ້ ແມ່ນເປັນເທດສະການທີ່ເຮົາຈັດຕັ້ງໄວ້ແກ່ພຣະເຈົ້າຢາເວ ຊຶ່ງເຈົ້າທັງຫລາຍຕ້ອງປະກາດວ່າເປັນການໂຮມຊຸມນຸມອັນສັກສິດບໍຣິສຸດ.
3
ຈົ່ງເຮັດວຽກໃນຫົກມື້ ສ່ວນມື້ທີເຈັດນັ້ນໃຫ້ຢຶດຖືໄວ້ເປັນວັນຊະບາໂຕພັກຜ່ອນ. ຢ່າເຮັດວຽກໃນວັນນີ້ ແຕ່ຈົ່ງເຕົ້າໂຮມກັນເພື່ອນະມັດສະການ. ບໍ່ວ່າເຈົ້າຈະຢູ່ທີ່ໃດກໍຕາມ ໃຫ້ຖືວັນຊະບາໂຕເປັນຂອງພຣະເຈົ້າຢາເວ.
4
ຈົ່ງປະກາດເທດສະການຂອງພຣະເຈົ້າຢາເວດັ່ງຕໍ່ໄປນີ້ຕາມເວລາທີ່ໄດ້ກຳນົດໄວ້.
5
ປັດສະຄາ ຄືວັນສະເຫລີມສະຫລອງຍ້ອງຍໍສັນລະເສີນໃຫ້ກຽດພຣະເຈົ້າຢາເວ ວັນນີ້ເລີ່ມແຕ່ຕາເວັນຕົກດິນຂອງວັນທີສິບສີ່ຂອງເດືອນທີໜຶ່ງ.
6
ໃນວັນທີສິບຫ້າໃນເດືອນດຽວກັນແມ່ນວັນເລີ່ມກິນເຂົ້າຈີ່ບໍ່ມີເຊື້ອແປ້ງແກ່ພຣະເຈົ້າຢາເວ ແລະໃນທັງໝົດເຈັດວັນນັ້ນ ເຈົ້າບໍ່ຕ້ອງກິນເຂົ້າຈີ່ໃດໆທີ່ມີເຊື້ອແປ້ງ.
7
ໃນວັນທຳອິດຂອງເທດສະການນີ້ ພວກເຈົ້າຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດບໍຣິສຸດເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.
8
ຈົ່ງຖວາຍເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວເປັນເວລາເຈັດວັນ. ໃນວັນທີເຈັດ ພວກເຈົ້າຈະຕ້ອງຈັດຕັ້ງການໂຮມຊຸມນຸມອັນສັກສິດບໍຣິສຸດອີກເພື່ອນະມັດສະການ ແຕ່ຢ່າເຮັດວຽກປະຈຳວັນໃດໆທັງສິ້ນໃນວັນນີ້.”
9
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກປະຊາຊົນອິດສະຣາເອນວ່າ ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ເຮົາກຳລັງຈະມອບໃຫ້ພວກເຈົ້າ ແລະເກັບກ່ຽວພືດຜົນຂອງດິນແດນນັ້ນ; ຈົ່ງນຳຮວງເຂົ້າຮວງທຳອິດທີ່ໄດ້ກ່ຽວ ແລ້ວໄປໃຫ້ປະໂຣຫິດ.
11
ປະໂຣຫິດຈະຍົກຮວງເຂົ້າຂຶ້ນແກວ່ງໄປແກວ່ງມາ ເປັນເຄື່ອງຖວາຍບູຊາພິເສດຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບຮອງເອົາພວກເຈົ້າ. ປະໂຣຫິດຈະຖວາຍຮວງເຂົ້າໃນມື້ໃໝ່ ຫລັງຈາກວັນຊະບາໂຕ.
12
ໃນວັນທີ່ພວກເຈົ້າຖວາຍພືດຜົນເປັນເມັດແກວ່ງໄປແກວ່ງມານັ້ນ ພວກເຈົ້າຈົ່ງເຜົາລູກແກະໂຕໜຶ່ງທີ່ມີສຸຂະພາບດີແລະບໍ່ມີຕຳໜິອາຍຸໜຶ່ງປີ ຖວາຍບູຊາແກ່ພຣະເຈົ້າຢາເວ.
13
ພ້ອມດຽວກັນນັ້ນ ພວກເຈົ້າຈະຕ້ອງຖວາຍ ແປ້ງປົນກັບນໍ້າມັນໝາກກອກເທດ ຈຳນວນສອງກິໂລກຼາມເປັນການຖວາຍອາຫານດ້ວຍໄຟ. ກິ່ນຫອມຫວນຂອງເຄື່ອງຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. ພວກເຈົ້າຈະຕ້ອງຖວາຍເຫຼົ້າອະງຸ່ນໜຶ່ງລິດເຊັ່ນດຽວກັນ.
14
ຢ່າກິນພືດຜົນເປັນເມັດຊຶ່ງເກັບກ່ຽວໃໝ່ໃດໆທັງສິ້ນ ບໍ່ວ່າກິນດິບ ຫລືປີ້ງ ຫລືອົບເປັນເຂົ້າຈີ່; ຈົນກວ່າພວກເຈົ້າໄດ້ຖວາຍສິ່ງເຫຼົ່ານີ້ແກ່ພຣະເຈົ້າຂອງພວກເຈົ້າແລ້ວ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ໄວ້ທຸກຍຸກທຸກສະໄໝສືບໄປ.
15
ແລະຕັ້ງແຕ່ວັນພາຍຫລັງວັນຊະບາໂຕ ທີ່ພວກເຈົ້ານຳຮວງເຂົ້າມາຍົກຖວາຍແກວ່ງໄປແກວ່ງມາ ຈົ່ງນັບໃຫ້ຄົບເຈັດອາທິດ.
16
ໃນມື້ທີຫ້າສິບ ຫລັງວັນຊະບາໂຕເຈັດເທື່ອ ຈົ່ງນຳພືດຜົນເປັນເມັດ ທີ່ເກັບກ່ຽວໃໝ່ມາຖວາຍແກ່ພຣະເຈົ້າຢາເວ.
17
ໃຫ້ແຕ່ລະຄອບຄົວນຳເຂົ້າຈີ່ສອງກ້ອນ ມາຖວາຍຍົກຂຶ້ນແກວ່ງໄປແກວ່ງມາເປັນເຄື່ອງຖວາຍພິເສດ. ເຂົ້າຈີ່ແຕ່ລະກ້ອນນັ້ນຈະຕ້ອງເຮັດດ້ວຍແປ້ງສອງກິໂລກຼາມຕີໃສ່ກັບເຊື້ອແປ້ງ ແລະນຳມາຖວາຍແກ່ພຣະເຈົ້າຢາເວ ແບບພືດຜົນເປັນເມັດສຳລັບການເກັບກ່ຽວຄັ້ງທຳອິດ.
18
ພ້ອມກັບເຂົ້າຈີ່ນັ້ນ ຈົ່ງໃຫ້ຊຸມຊົນອິດສະຣາເອນ ນຳລູກແກະເຈັດໂຕອາຍຸໜຶ່ງປີ, ງົວເຖິກໜຸ່ມໜຶ່ງໂຕ ແລະແບ້ເຖິກໜຸ່ມສອງໂຕ ມາຖວາຍ ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ. ພວກເຂົາຈະຕ້ອງເຜົາສັດເຫຼົ່ານີ້ຖວາຍບູຊາແກ່ພຣະເຈົ້າຢາເວ ຄູ່ກັນໄປກັບການຖວາຍພືດຜົນເປັນເມັດແລະເຫຼົ້າອະງຸ່ນ. ກິ່ນຫອມຫວນຂອງເຄື່ອງຖວາຍບູຊານີ້ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
19
ເຊັ່ນດຽວກັນ ຈົ່ງຖວາຍແບ້ເຖິກໂຕໜຶ່ງເພື່ອລຶບລ້າງບາບ ແລະແກະເຖິກ ອາຍຸໜຶ່ງປີສອງໂຕເພື່ອຄວາມສາມັກຄີທຳ.
20
ປະໂຣຫິດຈະຕ້ອງນຳເຄື່ອງບູຊານີ້ແກວ່ງໄປແກວ່ງມາ ພ້ອມກັບລູກແກະສອງໂຕ ມາຖວາຍເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. ເຄື່ອງຖວາຍເຫຼົ່ານີ້ແມ່ນເຄື່ອງຖວາຍບູຊາສັກສິດແກ່ພຣະເຈົ້າຢາເວສຳລັບປະໂຣຫິດ.
21
ໃນວັນນັ້ນຢ່າເຮັດວຽກປະຈຳວັນໃດໆທັງສິ້ນ ແຕ່ຈົ່ງເຕົ້າໂຮມກັນເພື່ອນະມັດສະການ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ ທຸກຍຸກທຸກສະໄໝສືບໄປ ບໍ່ວ່າພວກເຂົາຈະຢູ່ທີ່ໃດກໍຕາມ.
22
ເມື່ອພວກເຈົ້າເກັບກ່ຽວເຂົ້າໃນນາ ຢ່າກ່ຽວຕາມແຄມນາ ແລະຢ່າກັບຄືນມາເລັມເຂົ້າທີ່ຍັງເຫລືອຢູ່ນັ້ນ, ແຕ່ຈົ່ງປະໄວ້ໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ຝ່າຍເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
23
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກກັບປະຊາຊົນອິດສະຣາເອນວ່າ ໃນວັນທີໜຶ່ງຂອງເດືອນທີເຈັດ ໃຫ້ຖືເປັນວັນພິເສດສຳລັບພັກຜ່ອນ ແລະເມື່ອໄດ້ຍິນສຽງແກດັງຂຶ້ນ ຈົ່ງພາກັນມາເຕົ້າໂຮມເພື່ອນະມັດສະການ.
25
ພວກເຈົ້າຢ່າເຮັດວຽກປະຈຳວັນໃດໆທັງສິ້ນໃນວັນນີ້ ແລະເຈົ້າຈະຕ້ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ.”
26
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກກັບປະຊາຊົນອິດສະຣາເອນວ່າ ໃນວັນທີສິບຂອງເດືອນທີເຈັດແມ່ນວັນລຶບລ້າງບາບປະຈຳປີຂອງປະຊາຊົນ ຕາມກົດບັນຍັດ. ໃນວັນນີ້ ຢ່າກິນສິ່ງໃດໆເລີຍ; ຈົ່ງພາກັນມານະມັດສະການ ແລະນຳອາຫານມາຖວາຍແກ່ພຣະເຈົ້າຢາເວ.
28
ຢ່າເຮັດວຽກໃດໆໃນວັນນີ້ ເພາະວ່າແມ່ນວັນລຶບລ້າງບາບເພື່ອກະທຳການລຶບລ້າງບາບຂອງພວກເຈົ້າຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ.
29
ຜູ້ໃດທີ່ກິນສິ່ງໜຶ່ງສິ່ງໃດໃນວັນນີ້ ຈະບໍ່ຖືຜູ້ນັ້ນວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
30
ຖ້າຜູ້ໃດເຮັດວຽກຢ່າງໜຶ່ງຢ່າງໃດໃນວັນນີ້ ພຣະເຈົ້າຈະລົງໂທດຜູ້ນັ້ນເຖິງຕາຍ.
31
ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ທຸກຍຸກທຸກສະໄໝສືບໄປ ບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ.
32
ແຕ່ຕາເວັນຕົກດິນໃນວັນທີເກົ້າ ຈົນຮອດຕາເວັນຕົກດິນໃນວັນທີສິບຂອງເດືອນ; ຈົ່ງຢຶດຖືວັນນີ້ເປັນມື້ພິເສດ ລະຫວ່າງນີ້ບໍ່ໃຫ້ຜູ້ໃດກິນຫຍັງເລີຍ.”
33
ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ, “ຈົ່ງບອກປະຊາຊົນອິດສະຣາເອນວ່າ ໃນວັນທີສິບຫ້າຂອງເດືອນເຈັດ ແລະສືບຕໍ່ເປັນເວລາເຈັດວັນ ເປັນວັນເທດສະການປຸກຕູບຢູ່ຖວາຍແກ່ພຣະເຈົ້າຢາເວ.
35
ໃນວັນທຳອິດຂອງວັນເຫຼົ່ານີ້ ໃຫ້ພາກັນມາເຕົ້າໂຮມເພື່ອນະມັດສະການ ແລະຢ່າເຮັດວຽກປະຈຳວັນໃດໆທັງສິ້ນ.
36
ແຕ່ລະວັນໃນເຈັດວັນນັ້ນ ພວກເຈົ້າຈະຕ້ອງຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ. ໃນວັນທີແປດ ຈົ່ງມາເຕົ້າໂຮມກັນອີກເພື່ອນະມັດສະການ ແລະຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ. ພວກເຈົ້າບໍ່ຕ້ອງເຮັດວຽກການໃດໆທັງສິ້ນ ເພາະແມ່ນວັນນະມັດສະການ.
37
ອັນນີ້ແມ່ນເທດສະການທາງສາສະໜາ ທີ່ພວກເຈົ້າຍ້ອງຍໍສັນລະເສີນໃຫ້ກຽດພຣະເຈົ້າຢາເວ ໂດຍການມາເຕົ້າໂຮມກັນເພື່ອນະມັດສະການ ແລະຖວາຍບູຊາແກ່ພຣະເຈົ້າຢາເວຄື: ຖວາຍເຄື່ອງເຜົາບູຊາ, ພືດຜົນເປັນເມັດ, ເຄື່ອງບູຊາອື່ນໆ ແລະເຫຼົ້າອະງຸ່ນຕາມທີ່ໄດ້ກຳນົດໄວ້ແຕ່ລະວັນ.
38
ເທດສະການເຫຼົ່ານີ້ໄດ້ຖືກຈັດຕັ້ງຂຶ້ນ ເພື່ອຕື່ມໃສ່ວັນຊະບາໂຕຂອງພຣະເຈົ້າຢາເວຕາມປົກກະຕິ ແລະເຄື່ອງຖວາຍເຫຼົ່ານີ້ໃຫ້ຕື່ມໃສ່ເຄື່ອງຖວາຍທີ່ໄດ້ຖວາຍຕາມປົກກະຕິ, ເຄື່ອງຖວາຍເພື່ອແກ້ບະບົນ ແລະເຄື່ອງຖວາຍຕາມໃຈສັດທາ.
39
ເມື່ອພວກເຈົ້າເກັບກ່ຽວພືດຜົນຈາກໄຮ່ນາຂອງພວກເຈົ້າ ຈົ່ງສະເຫລີມສະຫລອງເທດສະການຂອງພຣະເຈົ້າຢາເວເຈັດວັນ ໂດຍໃຫ້ຕັ້ງຕົ້ນແຕ່ວັນທີສິບຫ້າຂອງເດືອນທີເຈັດ. ວັນທຳອິດໃຫ້ຖືເປັນວັນພິເສດເພື່ອພັກຜ່ອນ ແລະໃນວັນທີແປດກໍໃຫ້ຖືເປັນວັນພິເສດເພື່ອພັກຜ່ອນອີກ.
40
ໃນວັນນີ້ ຈົ່ງນຳໝາກໄມ້ຢ່າງດີທີ່ສຸດຈາກຕົ້ນໄມ້ຂອງພວກເຈົ້າມາ, ໃບຕານກ້ານພ້າວກັບງ່າໄມ້ທີ່ມີໃບດົກ ແລະຈົ່ງຊົມຊື່ນຍິນດີຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນລະຫວ່າງເຈັດວັນ.
41
ຈົ່ງສະຫລອງເທດສະການນີ້ເຈັດວັນ. ໃຫ້ເຊື້ອສາຍຂອງພວກເຈົ້າຢຶດຖືລະບຽບການນີ້ທຸກຍຸກທຸກສະໄໝສືບໄປ.
42
ປະຊາຊົນອິດສະຣາເອນທຸກຄົນຈະຕ້ອງສະຫລອງເທດສະການປຸກຕູບຢູ່ເປັນເວລາເຈັດວັນ,
43
ເພື່ອເຊື້ອສາຍຂອງພວກເຈົ້າຈະຮູ້ວ່າ ເຮົາໄດ້ໃຫ້ປະຊາຊົນອິດສະຣາເອນ ຢູ່ຕາມຕູບແບບປຸກງ່າຍໆ ສະໄໝທີ່ເຮົາໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
44
ສະນັ້ນ ໂມເຊໄດ້ບອກລູກຫລານປະຊາຊົນອິດສະຣາເອນ ໃຫ້ຮູ້ຈັກວັນເທດສະການທັງຫລາຍຂອງພຣະເຈົ້າຢາເວ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27