bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Leviticus 6
Leviticus 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 7 →
1
ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ມອບໃຫ້ໂມເຊ.
2
ການຖວາຍບູຊານັ້ນໃຫ້ໃຊ້ບັງຄັບໃນກໍລະນີດັ່ງຕໍ່ໄປນີ້: ຖ້າຄົນໜຶ່ງຄົນໃດເຮັດບາບຕໍ່ສູ້ພຣະເຈົ້າຢາເວ ໂດຍບໍ່ຍອມຄືນສິ່ງຂອງທີ່ພີ່ນ້ອງອິດສະຣາເອນນຳມາຝາກ ຫລືໂດຍລັກເອົາສິ່ງໃດສິ່ງໜຶ່ງຈາກລາວ ຫລືສໍ້ໂກງລາວ
3
ຫລືໂດຍເວົ້າຕົວະ ແລະສາບານເຖິງສິ່ງທີ່ເສຍໄປນັ້ນວ່າຕົນບໍ່ເຫັນ.
4
ເມື່ອຊາຍຄົນໜຶ່ງໄດ້ເຮັດບາບ ບໍ່ວ່າກໍລະນີໃດໆທີ່ໄດ້ກ່າວມານີ້ ລາວຕ້ອງຈ່າຍຄ່າຊົດໃຊ້ແທນຄືນທຸກສິ່ງທີ່ຕົນໄດ້ມາໃນທາງທີ່ບໍ່ຖືກຕ້ອງນັ້ນ. ລາວຕ້ອງຈ່າຍແທນຄືນໃຫ້ເຈົ້າຂອງເຕັມຈຳນວນ ໃນມື້ທີ່ເຫັນວ່າຕົນເປັນຜູ້ຜິດແລະຕື່ມອີກຊາວເປີເຊັນ.
6
ລາວຈະຕ້ອງນຳແກະຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ມາໃຫ້ປະໂຣຫິດເປັນການຖວາຍຊົດໃຊ້ແທນຄືນແກ່ພຣະເຈົ້າຢາເວ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ.
7
ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບໃຫ້ຜູ້ນັ້ນຕໍ່ໜ້າພຣະເຈົ້າຢາເວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
8
ພຣະເຈົ້າຢາເວໄດ້ສັ່ງໂມເຊ
9
ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ສຳລັບການເຜົາຖວາຍບູຊາດ້ວຍໄຟ. ເຄື່ອງຖວາຍເຜົາບູຊາຕ້ອງຖືກປະໄວ້ທີ່ແທ່ນຕະຫລອດຄືນ ແລະໄຟກໍໃຫ້ລຸກຢູ່ສະເໝີ.
10
ແລ້ວປະໂຣຫິດ ຜູ້ນຸ່ງເສື້ອຄຸມກັບສົ້ງຂາສັ້ນທີ່ເຮັດດ້ວຍຜ້າປ່ານ ກໍຈະເອົາຂີ້ເຖົ່າຂອງໄຂມັນເຫຼືອທີ່ແທ່ນບູຊາ ໄປຖອກໄວ້ທີ່ຂ້າງແທ່ນ.
11
ຕໍ່ມາ ປະໂຣຫິດຈະປ່ຽນຖ່າຍເຄື່ອງນຸ່ງອອກ ແລະເອົາຂີ້ເຖົ່າໄປຖິ້ມນອກຄ້າຍ ໃນບ່ອນເຮັດຄວາມສະອາດ.
12
ໄຟທີ່ເທິງແທ່ນບູຊານັ້ນ ຕ້ອງດັງໃຫ້ລຸກຢູ່ສະເໝີ ແລະຢ່າໃຫ້ມອດ. ທຸກໆເຊົ້າໃດ ປະໂຣຫິດຈະຕ້ອງກອງຟືນຂຶ້ນເທິງແທ່ນ ຕຽມເຄື່ອງບູຊາ ແລະເຜົາໄຂມັນຖວາຍເພື່ອຄວາມສາມັກຄີທຳ.
13
ສ່ວນໄຟນັ້ນຕ້ອງໃຫ້ລຸກໄໝ້ທີ່ເທິງແທ່ນບູຊາຢູ່ສະເໝີ ແລະຢ່າປະໃຫ້ມອດເປັນເດັດຂາດ.
14
ລະບຽບການດັ່ງຕໍ່ໄປນີ້ ແມ່ນສຳລັບຖວາຍພືດຜົນເປັນເມັດ. ປະໂຣຫິດທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນຈະເປັນຜູ້ເຮັດພິທີຖວາຍພືດຜົນເປັນເມັດຕໍ່ໜ້າພຣະເຈົ້າຢາເວ ທາງດ້ານໜ້າຂອງແທ່ນບູຊາ.
15
ແລ້ວເພິ່ນກໍຈະເອົາແປ້ງກຳໜຶ່ງແລະນໍ້າມັນໝາກກອກເທດພ້ອມທັງເຄື່ອງຫອມ ໄປເຜົາທີ່ເທິງແທ່ນບູຊາເພື່ອເປັນເຄື່ອງໝາຍສະແດງວ່າ ທັງໝົດນັ້ນໄດ້ຖວາຍແລ້ວ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
16
ພວກປະໂຣຫິດຈະກິນຂອງທີ່ເຫຼືອນັ້ນກໍໄດ້,
17
ແຕ່ຈະຕ້ອງເຮັດເປັນເຂົ້າຈີ່ບໍ່ມີເຊື້ອແປ້ງກິນໃນບ່ອນສັກສິດຄື: ທີ່ເດີ່ນຂອງຫໍເຕັນບ່ອນຊຸມນຸມ. ເຮົາໄດ້ໃຫ້ເຄື່ອງທີ່ເຫຼືອຈາກການຖວາຍບູຊາດ້ວຍໄຟນັ້ນ ເປັນຂອງປະໂຣຫິດ. ມັນເປັນເຄື່ອງບໍຣິສຸດທີ່ສຸດ ເໝືອນກັນກັບເຄື່ອງຖວາຍເພື່ອລຶບລ້າງບາບ ແລະເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ.
18
ທຸກຍຸກທຸກສະໄໝສືບໄປ ເຊື້ອສາຍອາໂຣນຜູ້ທີ່ເປັນເພດຊາຍຈະກິນສິ່ງນີ້ໄດ້ ຊຶ່ງເປັນສ່ວນໜຶ່ງຂອງອາຫານທີ່ຖວາຍແກ່ພຣະເຈົ້າຢາເວ. ຄົນອື່ນທີ່ແຕະຕ້ອງອາຫານທີ່ໄດ້ຖວາຍນັ້ນ ຈະໄດ້ຮັບອັນຕະລາຍຈາກຣິດອຳນາດແຫ່ງຄວາມສັກສິດ.
19
ພຣະເຈົ້າຢາເວໄດ້ມອບກົດບັນຍັດດັ່ງຕໍ່ໄປນີ້ໃຫ້ໂມເຊ
20
ສຳລັບການສະຖາປະນາປະໂຣຫິດຜູ້ທີ່ຖືກເຈີມສືບເຊື້ອສາຍມາຈາກອາໂຣນ. ໃນມື້ທີ່ລາວໄດ້ຮັບສະຖາປະນານັ້ນ ລາວຈະຕ້ອງຖວາຍແປ້ງເຂົ້າສອງກິໂລກຼາມແກ່ພຣະເຈົ້າຢາເວ (ຈຳນວນເທົ່າກັບການຖວາຍພືດຜົນເປັນເມັດປະຈຳວັນ) ຄື: ເຄິ່ງໜຶ່ງໃນຕອນເຊົ້າແລະອີກເຄິ່ງໜຶ່ງໃນຕອນແລງ.
21
ໃຫ້ປົນແປ້ງກັບນໍ້າມັນແລະປີ້ງເທິງເຫຼັກປີ້ງ ແລະຫັກເປັນຕ່ອນນ້ອຍໆ ຖວາຍເປັນເຄື່ອງບູຊາພືດຜົນເປັນເມັດ ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
22
ທຸກຍຸກທຸກສະໄໝສືບໄປ ການຖວາຍນີ້ໃຫ້ເປັນທີ່ຢຶດຖືໂດຍໃຫ້ທຸກໆຄົນໃນເຊື້ອສາຍຂອງອາໂຣນ ຜູ້ທີ່ຖືກເຈີມເປັນມະຫາປະໂຣຫິດ. ໃຫ້ເຜົາພືດຜົນເປັນເມັດທັງໝົດ ຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ.
23
ຢ່າໄດ້ກິນພືດຜົນເປັນເມັດສ່ວນໃດສ່ວນໜຶ່ງ ທີ່ປະໂຣຫິດໄດ້ເຮັດຖວາຍນັ້ນ; ໃຫ້ເຜົາສິ່ງເຫຼົ່ານັ້ນທັງໝົດ.
24
ພຣະເຈົ້າຢາເວໄດ້ສັ່ງໂມເຊ
25
ໄປບອກອາໂຣນກັບພວກລູກຊາຍຂອງລາວ ໃຫ້ປະຕິບັດຕາມລະບຽບການນີ້ ສຳລັບຖວາຍເພື່ອລຶບລ້າງບາບ: ສັດທີ່ຈະຖວາຍເພື່ອລຶບລ້າງບາບນັ້ນ ຈະຕ້ອງຂ້າປາດຄໍຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດສຳລັບເຜົາບູຊາ. ອັນນີ້ແມ່ນເຄື່ອງຖວາຍທີ່ບໍຣິສຸດທີ່ສຸດ.
26
ປະໂຣຫິດຜູ້ເຮັດພິທີຖວາຍບູຊາ ຈະກິນຊີ້ນສັດນັ້ນໄດ້ໃນບ່ອນສັກສິດ ຄືໃນເດີ່ນຂອງຫໍເຕັນບ່ອນຊຸມນຸມ.
27
ຜູ້ໃດຜູ້ໜຶ່ງຫລືສິ່ງໃດສິ່ງໜຶ່ງທີ່ແຕະຕ້ອງຊີ້ນສັດ ຈະເປັນບໍຣິສຸດຈາກຣິດອຳນາດແຫ່ງຄວາມບໍຣິສຸດ. ຖ້າເຄື່ອງນຸ່ງຜືນໃດຖືກເລືອດສັດ ຕ້ອງໃຊ້ນໍ້າລ້າງເຄື່ອງນຸ່ງຜືນນັ້ນໃນບ່ອນບໍຣິສຸດ.
28
ໝໍ້ໜ່ວຍໃດທີ່ໃຊ້ຕົ້ມຊີ້ນແລ້ວຕ້ອງໃຫ້ທັບຖິ້ມ ແລະຖ້າໃຊ້ໝໍ້ໂລຫະຕົ້ມໃຫ້ຜັດຖູແລ້ວຈຶ່ງໃຊ້ນໍ້າລ້າງ.
29
ຜູ້ຊາຍທຸກໆຄົນທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ກິນຊີ້ນທີ່ໄດ້ຖວາຍແລ້ວນີ້ໄດ້;
30
ແຕ່ເຄື່ອງບູຊາໄຖ່ບາບທີ່ໄດ້ນຳເອົາເລືອດເຂົ້າໄປໃນຫໍເຕັນບ່ອນຊຸມນຸມໃນສະຖານທີ່ສັກສິດແລ້ວ ຢ່າໄດ້ກິນຊີ້ນສັດນັ້ນແຕ່ໃຫ້ເຜົາໄຟເສຍ.
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27